ເລກລຳດັບທີ: 715
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນໝາກຕາກົບ
Calabura
Muntingia calabura L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນໝາກຕາກົບ. ໄທ: ຕົ້ນໝາກຕະຂົບ, ຄຣົບຝຣັ່ງ ( ສຸຣາດທານີ ), ໝາກຕະໂກ່ເສະ ( ກະຫຼ່ຽງແດງ ), ຕາກົບ ( ມົ້ງ ).
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malvales
ຊື່ສະກຸນ
Muntingiaceae
ສະກຸນ
Muntingia
ຊະນິດ
Muntingia calabura
ຊື່ພ້ອງ
Muntingia calabura var. trinitensis Griseb.
ບັນຍາຍລັກສະນະທາງພືດສາດ
ຕົ້ນໝາກຕາກົບຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍມີຄວາມສູງປະມານ 5–7 ແມັດ ແລະ ອາດສູງໄດ້ເຖີງ 10 ແມັດ. ແຕກກີ່ງກ້ານແຜ່ຂະໜານກັບພື້ນດິນ, ເປືອກລຳຕົ້ນລຽບເປັນສີເທົາ. ກີ່ງອ່ອນມີຂົນນຸ່ມຂື້ນປົກຄຸມ. ໃບ: ເປັນໃບດ່ຽວອອກລຽງສະຫຼັບລັກສະນະຂອງໃບເປັນຮູບໃບເປັນຮູບໄຂ່ແກມຂອບຂະໜານ, ປາຍໃບຮຽວແຫຼມ, ໂຄນໃບມົນ ຫຼື ຂ້າງໜື່ງມົນສ່ວນອີກຂ້າງໜື່ງແຫຼມສ່ວນຂອບໃບເປັນຢັກແບບແຂ້ວເລື່ອຍນ້ອຍໆ, ໃບມິຂະໜາດກວ້າງປະມານ 1.5–3.5 ຊັງຕີແມັດ ແລະ ຍາວປະມານ 4.5–9 ຊັງຕີແມັດ. ຫຼັງໃບດ້ານເທີງເປັນສີຂຽວ, ສ່ວນພື້ນໃບດ້ານລຸ່ມເປັນສີນວນ. ຫຼັງໃບ ແລະ ພື້ນໃບມີຂົນນຸ່ມຈັບເບິ່ງຈະຮູ້ສຶກໜຽວມືເລັກນ້ອຍ, ເສັ້ນຂະແໜງໃບມີ 3–5 ເສັ້ນ. ກ້ານໃບຍາວປະມານ 0.2–0.6 ຊັງຕີແມັດ ແລະ ມີຂົນ. ດອກ: ອອກເປັນດອກດ່ຽວ ຫຼື ດອກຄູ່ໂດຍຈະອອກບໍລິເວນເໜືອຊອກໃບ. ດອກເປັນສີຂາວເມື່ອບານຂະມີຂະໜາດເສັ້ນຜ່າສູນກາງປະມານ 2 ຊັງຕີແມັດ. ກີບດອກເປັນສີຂາວມີ 5 ກີບກີບ, ລັກສະນະຂອງກີບດອກເປັນຮູບໄຂ່ປ້ອມໆ, ປາຍກີບມົນມີຂະໜາດກວ້າງປະມານ 9 ມີນລີແມັດ ແລະ ຍາວປະມານ 11 ມີນລີແມັດ. ສ່ວນກາບດອກມີ 5 ກີບບໍ່ຕິດກັນ ເປັນສີຂາວລັກສະນະເປັນຮູບຫອກ, ປາຍກີບແຫຼມເປັນຫາງຍາວ, ໂຄນກີບຕັດກີບດ້ານນອກມີຂົນຂື້ນປົກຄຸມສ່ວນດ້ານໃນກ້ຽງ, ກີບລ້ຽງມີຂະໜາດກວ້າງປະມານ 3 ມີນລີແມັດ ແລະ ຍາວປະມານ 10–12 ມີນລີແມັດ. ດອກມີເກສອນເພດຜູ້ຈຳນວນຫຼາຍ ກ້ານເກສອນຍາວປະມານ 5–6.5 ມີນລີແມັດ, ກ້ຽງ ສ່ວນກ້ານເກສອນເພດແມ່ສັ້ນ ພາຍໃນມີ 5–6 ຊ່ອງ, ແຕ່ລະຊ່ອງຈະມີໄຂ່ອ່ອນຈຳນວນຫຼາຍ, ກ້ານດອກຍາວປະມານ 1.5–1.6 ຊັງຕີແມັດ ແລະ ມີຂົນ. ໝາກ: ເປັນໝາກສົດລັກສະນະຂອງເປັນຮູບມົນກົມ ມີຂະໜາດເສັ້ນຜ່າສູນກາງປະມານ 0.75–1.5 ຊັງຕີແມັດ. ເປືອກໝາກບາງ, ໝາກອ່ອນເປັນສີຂຽວ. ເມື່ອສຸກແລ້ວຈະປ່ຽນເປັນສີແດງ, ມີຣົດຫວານ ພາຍໃນມີເມັດຂະໜາດນ້ອຍຈຳນວນຫຼາຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດພູສູງພາກເໜືອຂອງລາວ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ຕົ້ນໃຊ້ຕົ້ມກັບນ້ຳກິນເປັນຢາລະບາຍເນື່ອງຈາກມີສານ mucilage ຫຼາຍ ຫຼື ຈະໃຊ້ເປືອກຕົ້ນສົດ ຫຼື ແຫ້ງປະມານ 1 ຝາມື ນຳມາສັບເປັນປ່ຽງຕົ້ມກັບນ້ຳ 1 ລິດ ໃຫ້ຟົດ ປະມານ 15 ນາທີ. ແລ້ວຕອງເອົາແຕ່ນ້ຳດື່ມເປັນຢາລະບາຍກໍ່ໄດ້. ໃຊ້ເປັນຢາແກ້ຫວັດ, ແກ້ໄຂ້ ດ້ວຍການນຳເອົາດອກແຫ້ງປະມານ 3–5 ກຼາມ ນຳມາຊົງເປັນນ້ຳຊາດື່ມ, ໝາກສົດມີຣົດຫວານເຢັນຫອມມີສັບພະຄຸນເປັນຢາບຳລຸງກຳລັງເຮັດໃຫ້ຫົວໃຈສົດຊື່ນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,