ເລກລຳດັບທີ: 713
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນກະຖິນ
White Popinac
Leucaena leucocephala (Lam.) de Wit
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນກະຖິນໄທ: ກຣະຖິນ, ກະເສັດ, ກະເສັດບົກ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Leucaena
ຊະນິດ
Leucaena leucocephala
ຊະນິດຍ່ອຍ
Leucaena leucocephala glabrata
Leucaena leucocephala ixtahuacana
Leucaena leucocephala leucocephala
ຊື່ພ້ອງ
Leucaena leucocephala subsp. glabrata (Rose) Zarate
Leucaena leucocephala subsp. glabrata (Rose) Zárate
Leucaena leucocephala subsp. leucocephala
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍມີຄວາມສູງປະມານ 3–10 ແມັດ, ລັກສະນະເຮືອນຍອດເປັນຮູບໄຂ່ ຫຼື ກົມ, ເປືອກຕົ້ນມີສີເທົາ ແລະ ມີປຸ່ມເປັນໂນນຂອງຮອຍກີ່ງກ້ານທີ່ຫຼົ່ນໄປ. ໃບ: ເປັນໃບປະສົມແບບຂົນນົກສອງຊັ້ນຮຽງສະຫຼັບກັນ, ຍາວປະມານ 12.5–25 ຊັງຕີແມັດ. ແກນກາງໃບປະສົມມີຂົນ ໃບແຍກຂະແໜງປະມານ 3–19 ຄູ່ ຮຽງກົງກັນຂ້າມກັນ, ຍາວປະມານ 5–10 ຊັງຕີແມັດ. ສ່ວນໃບຍ່ອຍມີປະມານ 5–20 ຄູ່ ຮຽງຢູ່ກົງກັນຂ້າມກັນ, ໂຄນໃບບ້ຽວ, ປາຍໃບແຫຼມ, ຂອບໃບມີຂົນ. ແຕ່ລະໃບມີເສັ້ນຂະແໜງຢູ່ປະມານຂ້າງລະ 5–6 ເສັ້ນ, ສ່ວນກ້ານໃບຍ່ອຍມີຄວາມຍາວປະມານ 1 ມີນລີແມັດ. ດອກ: ມີສີຂາວອອກດອກເປັນຊໍ່ແບບກະຈຸກແນ່ນຕາມງ່າມໃບ ແລະ ປາຍກີ່ງປະມານ 1–3 ຊໍ່. ກາບລ້ຽງໂຄນຕິດກັນ. ສ່ວນປາຍແຍກເປັນສາມຫຼ່ຽມນ້ອຍ 5 ແສກ ມີຂົນ ສ່ວນກີບດອກມີ 5 ກີບ. ມີເກສອນຜູ້ 10 ອັນ ເມື່ອດອກບານເຕັມທີ່ຈະກວ້າງປະມານ 2–5 ຊັງຕີແມັດ. ໝາກ: ເປັນຝັກມີລັກສະນະແປ, ປາຍຝັກແຫຼມ, ໂຄນສອບ, ຝັກເມື່ອແກ່ຈະແຕກຕາມທາງຍາວ, ຝັກຍາວປະມານ 10–20 ຊັງຕີແມັດ ແລະ ກວ້າງປະມານ 1.5–2 ຊັງຕີແມັດ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງພາກກາງ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເມັດກະຖິນໃຊ້ເປັນຢາຖ່າຍພະຍາດໂຕກົມ (Ascariasis) ສຳລັບຜູ້ໃຫຍ່ໃຫ້ໃຊ້ຄັ້ງລະ 25–50 ກຼາມ. ສ່ວນເດັກໃຫ້ໃຊ້ 5–20 ກຼາມຕໍ່ວັນ. ໂດຍໃຊ້ຮັບປະທານຕອນທ້ອງຫວ່າງໃນຕອນເຊົ້າປະມານ 3–5 ວັນ. ຮາກ ແລະ ເມັດໃຊ້ເປັນຢາອາຍຸວັດທະນະ, ຍອດອ່ອນ, ຝັກອ່ອນ ແລະ ເມັດ ຊ່ວຍເສີມສ້າງ ແລະ ບຳລຸງກະດູກເພາະມີຟົດສະຟໍຣັດສູງ, ຍອດອ່ອນ ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຮັກສາຄວາມດັນໂລຫິດສູງ. ດອກກະຖິນໃຊ້ຮັບປະທານເປັນຢາຊ່ວຍບຳລຸງຕັບອີກດ້ວຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,