ເລກລຳດັບທີ: 712
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: N/A
ດອກແຄ
Dok Khae
Markhamia stipulate (Wall.) Seem. ex. K. Schum.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ດອກແຄຂົນ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Lamiales
ຊື່ສະກຸນ
Bignoniaceae
ສະກຸນ
Markhamia
ຊະນິດ
Markhamia stipulata
ຊະນິດຍ່ອຍ
Markhamia stipulata var. canaense
Markhamia stipulata var. kerrii
Markhamia stipulata var. pierrei
ຊື່ພ້ອງ
Bignonia stipulata (Wall.) Roxb.
Dolichandrone stipulata (Wall.) Benth. & Hook.f.
Dolichandrone stipulata (Wall.) Benth. ex C.B.Clarke
Dolichandrone stipulata (Wall.) Seem.
Dolichandrone stipulata (Wall.) Seem. ex Gamble
Dolichandrone stipulata var. velutina (Kurz) C.B.Clarke
Markhamia indica P.H.Hô
Markhamia stipulata (Wall.) Seem.
Markhamia stipulata var. stipulata
Markhamia stipulata var. velutina (Kurz) Sprague
Spathodea stipulata Wall.
Spathodea velutina Kurz
ບັນຍາຍລັກສະນະທາງພືດສາດ
ຕົ້ນໄມ້ຊະນິດນີ້ໂດຍທົ່ວໄປຈະສູງ 5 ຫາ 15 ແມັດ, ກິ່ງອ່ອນ, ໃບ ແລະ ກ້ານດອກມີຂົນສີນ້ຳຕານເຫຼືອງປົກຄຸມ ເຮັດໃຫ້ມີຂົນອ່ອນນຸ້ມ (ນຸ້ມ ແລະ ມີຂົນ) ເຖິ່ງຂັ້ນໜາ.
ໃບມີຂະໜາດຍາວ 30 ຫາ 55 ຊມ. ແລະ ມີໃບຍ່ອຍ 4 ຫາ 8 ຄູ່,ໃບຍ່ອຍຮູບຮີຍາວ ຫຼື ຮູບຮີປົນຮູບໄຂ່, ຍາວ 12 ຫາ 23 ຊມ. ແລະ ກວ້າງ 4 ຫາ 9 ຊມ. ໂຄນໃບຮູບຫຼິ່ມ ຫາໂຄງມົນເລັກນ້ອຍ ແລະ ບາງຄັ້ງອາດຈະອ່ຽງ, ຂອບໃບຍ່ອຍລຽບ ຫຼື ເປັນແສກ, ປາຍແຫຼມຫາຮຽວແຫຼມ. ກ້ານໃບຍ່ອຍຍາວ 1 ຫາ 4 ຊມ ຫຼື ກ້ານສັ້ນຫຼາຍ (ເກືອບບໍ່ມີກ້ານ)
ຊໍ່ດອກອອກບໍລິເວນປາຍກິ່ງ, ສີເຫຼືອງ, ມີຂົນປົກຄຸມ, ແຕ່ລະຊໍ່ມີດອກຍ່ອຍ 4 ຫາ 10 ດອກ, ດອກມີຂະໜາດໃຫຍ່, ມີເສັ້ນຜ່າສູນກາງ 10 ຫາ 14 ຊມ. ກ້ານດອກຍາວ 2 ຫາ 6 ຊມ. ກາບດອກກວ້າງປະມານ 5.5 x 4 ຊມ. ມີຂົນປົກຄຸມສີນ້ຳຕານປົນເຫຼືອງ. ກີບດອກເປັນສີເຫຼືອງຫາສີເຫຼືອງເຂັ້ມ, ມີເສັ້ນຜ່າສູນກາງປະມານ 10 ຊມ. ຫຼອດກີບດອກມີສີນ້ຳຕານແດງ ຫຼື ສີມ່ວງບໍລິເວນສ່ວນໂຄນຫຼອດ, ເສັ້ນຜ່າສູນກາງ 10 ຫາ 15 ຊມ. ກີບມີຮອຍຍັບບໍ່ສະໝໍ່າສະເໝີ. ເກສອນເພດຜູ້ ແລະ ເຕົ້າໄຂ່ຢູ່ໃນທໍ່.
ໝາກມີລັກສະນະແຄັບຊູນ, ຮູບທໍ່ກົມ ໂດຍມີຄວາມຍາວ 30 ຫາ 70 ຊມ. ແລະ ກວ້າງ 2 ຫາ 3 ຊມ. ແກ່ນມີລັກສະນະເປັນຮູບຮີຍາວ, ໂດຍມີຄວາມຍາວ 3 ຫາ 5 ຊມ. ແລະ ກວ້າງ1 ຫາ 1,3 ຊມ. ລວມທັງປີກ.
ແຫຼ່ງທີ່ມາ: [1]
ຕົ້ນດອກແຄເປັນໄມ້ຢືນຕົ້ນທີ່ມີຄວາມສູງຕັ້ງແຕ່ 5 ຫາ 15 ມ. ປາຍຍອດເປີກກວ້າງ ແລະ ມີເສັ້ນຜ່າສູນກາງທີ່ມີຄວາມສູງ 25 ຫາ 40 ຊມ. ກິ່ງອ່ອນ, ໃບ ແລະ ກ້ານຊໍ່ດອກ ມີສີນ້ຳຕານເຫຼືອງ ແລະ ມີຂົນປົກຄຸມ.
ໃບເປັນໃບແບບປະສົມ, ມີຄວາມຍາວ 30 ຫາ 55 ຊມ. ແລະ ປະກອບດ້ວຍໃບຍ່ອຍ 4 ຫາ 8 ຄູ່ ເຊິ່ງອາດມີຮູບຮ່າງທີ່ແຕກຕ່າງກັນໄດ້, ໃບຍ່ອຍຄູ່ທຳອິດຈະມີຂະໜາດນ້ອຍກ່ວາໝູ່ ແລະ ມີຮູບກົມກ່ວາຄູ່ອື່ນ.
ຊໍ່ດອກແບບກະຈຸກ, ຍາວ 40 ຊມ. ໂດຍທົ່ວໄປມີດອກຍ່ອຍ 4 ຫາ 10 ດອກ, ຮູບກວຍ, ເນື້ອໜາ, ມີກິ່ນຫອມ ແລະ ມີເສັ້ນສີມ່ວງເປັນເອກະລັກ.
ໝາກຂອງດອກແຄມີລັກສະນະເປັນແຄັບຊູນ, ຍາວ 30 ຫາ 70 ຊມ. ກ້ວາງ 2 ຫາ 4.5 ຊມ. ດ້ານໃນແຍກອອກເປັນ 2 ສ່ວນ, ເນື້ອຄ້າຍຝ້າຍ ແລະ ມີສີນ້ຳຕານ.
ແກ່ນມີລັກສະນະເປັນຮູບຮີຍາວລະຫວ່າງ 3 ຫາ 5 ຊມ. ແລະ ກວ້າງ 1 ຫາ 1.3 ຊມ. ແກ່ນແຕ່ລະແກ່ນມີປີກທັງສອງດ້ານ ເຊິ່ງຊ່ວຍໃນການກະຈ່າຍພັນ.
ແຫຼ່ງທີ່ມາ: [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
ຊະນິດພັນພື້ນເມືອງຂອງ ບັງກະລາເທດ, ກໍາປູເຈຍ, ຈີນໃຕ້ - ຈີນພາກກາງ, ຈີນຕາເວັນອອກສຽງໃຕ້, ລາວ, ມຽນມາ, ໄທ, ຫວຽດນາມ. [3]
Native to Bangladesh, Cambodia, China South-Central, China Southeast, Laos, Myanmar, Thailand, Vietnam. [3]

ແຫຼ່ງທີ່ມາ: [4]
Source: [4]
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ຜາຫີນ
ຕົ້ນດອກແຄພົບໄດ້ໃນປ່າເປີດໂລ່ງໃນພື້ນທີ່ຊຸ່ມ, ເກີດຂື້ນເທິງປ່າຫີນ, ຫີນອໍແກນິກ ຫຼື ຫີນປູນ ໃນປະເທດລາວ ພົບຕັ້ງແຕ່ຫຼວງພະບາງໄປຈົນຮອດສະຫວັນນະເຂດ [2]. ເກີດຂື້ນຕາມປ່າປ່ຽນໃບ ແລະ ປ່າດົງດິບ ສູງເຖິງ 1600 ແມັດ. [5]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
N/A
ບັນຊີໄມ້
N/A
ດອກແຄມີການກະຈາຍພັນຢ່າງກວ້າງຂວາງ, ມີປະຊາກອນຈຳນວນຫຼາຍ. ປັດຈຸບັນບໍ່ມີໄພຄຸກຄາມໃດໆ ແລະ ຍັງບໍ່ມີການລາຍງານໄພຄຸກຄາມທີ່ສຳຄັນໃນອານາຄົດ. ດັງນັ້ນ, ສາຍພັນນີ້ຈຈຶ່ງຖືວ່າຢູ່ໃນເກມຄວາມສ່ຽງຕໍ່າ. [6]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອຸປະກອນ ແລະ ເຄື່ອງມື, ອາຫານ, ພືດເປັນຢາ
ອາຫານ: ດອກ ແລະ ໝາກອ່ອນຂອງຕົ້ນດອກແຄມີລົດຊາດຂົມ ສາມາດຮັບປະທານໄດ້ [2]. ດອກສມາດຮັບປະທານໄດ້ ແລະ ເປັນສ່ວນໜຶ່ງຂອງອາຫານລາວ ແລະ ອາຫານໄທ ໂດຍທົ່ວໄປດອກຈະຮັບປະທານໂດຍການຂົ້ມ ຫຼື ໃສ່ແກງສົ້ມ. [7]
ຢາ: ໃນປະເທດລາວ ເປືອກຕົ້ນໃຊ້ເປັນຢາ [2]
ເຄື່ອງມື ແລະ ອຸປະກອນ: ແກນໄມ້ມີສີສົ້ມແດງ ແລະ ມີລາຍຈຸດສວຍງາມ, ເນື້ອໄມ້ມີລາຍໄມ້ແໜ້ນ, ແຂງ, ໜັກ ແລະ ທົນທານຕໍ່ແມງໄມ້ ໂດຍສະເພາະປວກ, ໃຊ້ໃວນການກໍ່ສ້າງ ແລະ ຜະລິດເຝີນີເຈີ. [8]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ເມສາ, ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ດອກໄມ້ ແລະ ໝາກອ່ອນນຳມາຂາຍໃນຕະຫຼາດທ້ອງຖິ່ນ, ດອກ 1 ກິໂລ ຂາຍໃນລາຄາ 0.5 ຫຼຽນ ແລະ ໝາກ 1 ກິໂລຂາຍໃນລາຄາ 0.3 ຫຼຽນ.
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,