ເລກລຳດັບທີ: 710
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-02-17
ເຄືອໝາກແຕກ
Oriental bittersweet
Celastrus paniculatus Willd.
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໝາກແຕກ (Oriental bittersweet, Staff vine, Celastrus, Staff tree, climbing bit-tersweet.)
ອະນຸກົມວິຖານ
ຊື່ສະກຸນ
Celastraceae
ຊື່ພ້ອງ
Ceanothus paniculatus (Willd.) B.Heyne
Ceanothus paniculatus (Willd.) B.Heyne ex Roth
Celastrus paniculatus subsp. andamanica Kurz
Celastrus paniculatus subsp. andamanica Kurz ex Prain
Celastrus paniculatus subsp. pubscens Kurz
Celastrus paniculatus subsp. pubscens Kurz ex Prain
Celastrus pubescens Turcz.
Celastrus rothbiana Roem. & Schult.
Celastrus serrata Blanco
Scutia paniculata (Willd.) G.Don
ບັນຍາຍລັກສະນະທາງພືດສາດ
ພືດຊະນິດນີ້ເປັນໄມ້ຟຸ່ມເລືອຂະໜາດໃຫຍ່ທີ່ປ່ຽນໃບໃນລະດູແລ້ງ (ໄມ້ປ່ຽນໃບ) ສາມາດເຕີບໂຕໄດ້ຍາວຮອດ 10 ມ.
ໃບດ່ຽວ, ອອກຮຽງສະຫຼັບກັບຕາມລຳຕົ້ນ, ຮູບໄຂ່ ຫຼື ຮູບໄຂ່ປີ້ນ, ປາຍໃບຮຽວແຫຼມ, ໂຄນໃບມົນ ຫຼື ປາຍແຫຼມເລັກນ້ອຍ. ກ້ານໃບຍາວປະມານ 6 ຫາ 13 ມມ.
ດອກໄມ້ອອກເປັນຊໍ່ແຕກແໜ່ງ (ຊໍ່ດອກ) ອອກເປັນຊໍ່ຄ້າຍຍປີລະມິດບໍລິເວນປາຍກິ່ງ. ດອກມີຂະໜາດນ້ອຍ, ສີເຫຼືອງສີຂາວປົນຂຽວ ແລະ ເປັນມີທັງດອກຜູ້ ແລະ ດອກແມ່. ກາບດອກມີຂົນປົກຄຸມດ້ານນອກ, ຮູບກົມ, ຂອບມີຂົນລະອຽດປົກຄົມ. ກກີບດອກຮູບຮີ, ປາຍມົນ. ໃບປະດັບດອກແຄບ, ຮູບຫອກ. ດອກເພດຜູ້ມີເກສອນເພດຜູ້ (ສ່ວນທີ່ຜະລິດລະອອງເກສອນ) ມີກ້ານເກສອນຜູ້ສັ້ນ, ເຕົ້າໄຂ່ມີຂະໜາດນ້ອຍ ຫຼື ບໍ່ພັດທະນາ, ປາຍຮ່ວງຮັບເຕົ້າໄຂ່ມີແສກແຂ້ວເລັກນ້ອຍ. ດອກເພດແມ່ມີເຕົ້າໄຂ່ຮູບກົມ ແລະ ແຄບລົງກາຍເປັນຄໍເຕົ້າໄຂ່ສັ້ນ ແລະ ຕຸ້ຍ, ຜິວລຽບ ແລະ ປາຍແຍກອອກເປັນ 3 ແສກ.
ໝາກເປັນແບບແຄັບຊູນ, ມີເສັ້ນຜ່າສູນກາງປະມານ 9 ຫາ 12 ມມ, ເກືອບກົມ (ເຄິ່ງວົງກົມ), ສິີເຫຼືອງສົດໄສ ແລະ ມີຮອຍຍົ້ນຢູ່ທົ່ວ, ໝາກສຸກຈະແຕກອອກເປັນ 3 ແສກ (3ກີບ) ໂດຍເປືອກຈະກາງອອກໂດຍທີ່ໂຄນເປືອກຍັງເຊື່ອຕິດກັນ ເຮັດໃຫ້ເຫັນເມັດດ້ານໃນ.
ໂດຍປົກກະຕິຈະມີແກ່ນ 1 ຫາ 6 ແກ່ນຕໍ່ໝາກ ແຕ່ສ່ວຍໃຫຍ່ຈະພັດທະນາພຽງແກ່ນດຽວ, ແຕ່ລະແກ່ນຈະຖືກຫຸ້ມດ້ວຍເນື້ອສີແດງສົດ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Andaman Is., Assam, Bangladesh, Cambodia, China South-Central, China Southeast, Christmas I., East Himalaya, Hainan, India, Jawa, Laos, Lesser Sunda Is., Malaya, Myanmar, Nepal, Philippines, Sri Lanka, Sulawesi, Sumatera, Taiwan, Thailand, Vietnam, West Himalaya. [2]

Global distribution of Celastrus paniculatus between 1842 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ
ຕາມການສຳຫຼວດພືດມີທໍ່ລຳລຽງຂອງ ສປປ ລາວ (ສະບັບທີ່ 1 ແລະ 1.0) ລະບຸວ່າພືດຊະນິດນີ້ພົບໄດ້ໃນຫຼວງພະບາງ [4], [5]. ຂໍ້ມູນເພີ່ມເຕີມຈາກນການບັນທຶກໃນ GBIF ພົບເຂດກະຈາຍພັນຂອງພືດຊະນິດນີ້ໃນ ແຂວງ ວຽງຈັນ, ຊຽງຂວາງ, ຄຳມ່ວນ, ໄຊຍະບູລີ ແລະ ອຸດົມໄຊ. [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າປະສົມປ່ຽນໃບ, ເຂດຜະລິດພືດຜົນເນີນສູງ
ມີການກະຈາຍພັນຢ່າງກວ້າງຂວາງໃນ ສປປ ລາວ, ພົບໄດ້ທັງປ່າປ່ຽນໃບ ແລະ ໃກ້ໄຮ່ສ່ວນ ລວມທັງດິນທີ່ບໍ່ອຸດົມສົມບູນ [6]. ພົບໄດ້ຕາມເນີນພູມໃນປ່າທີ່ລະດັບຄວາມສູງ 200 ຫາ 2.000 ມ ເໜືອລະດັບໜ້ານ້ຳທະເລ. [7]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ເປັນພືດສະໝຸນໄພທີ່ພົບໄດ້ທົ່ວໄປທີ່ພົບຕາມທຳມະຊາດໃນປະລິມານຫຼາຍ ແລະ ບໍ່ມີຄວາມສ່ຽງຕໍ່ການສູນພັນ, ສາມາດຜະລິດເປັນຜະລິດຕະພັນພາຍໃນປະເທດ ແລະ ສົ່ງອອກໄດ້, ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມ, ສິ່ງແວດລ້ອມ ແລະ ການຄົ້ນຄວ້າທາງວິທະຍາສາດ. [8]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ບໍ່ແນະນຳໃຫ້ໃຊ້, ອາຫານ, ພືດເປັນຢາ, ເຄື່ອງສຳອາງ
ອາຫານ: ຍອດອອນ່ອນສາມາດນຳໄປລວກ ແລະ ກິນກັບແຈ່ວ. ຮາກ ແລະ ລຳຕົ້ນທີ່ຊອຍເປັນແຜ່ນຂະໜາດນ້ອຍ ແລ້ວຕາກແຫ້ງເພື່ອອານາຄົດ, ໃບກໍ່ສາມາດຕາກແຫ້ງ ແລະ ເກັບໄວ້ໄດ້ຄືກັນ. ການຕາກແກ່ນໃຫ້ແຫ້ງກ່ອນສະກັດນ້ຳມັນ ຄວນເຮັດໃຫ້ສະພາບອາກາດຕ່ຳ ນ້ຳມັນຈະສັດກັດຈາກແກ່ນ. [6]
ສະໝຸນໄພ: ໃບໃຊ້ບັນເທົາອາການໄອ, ແກ່ນ ແລະ ນ້ຳມັນຈາກແກ່ນເຊື່ອກັນວ່າຊ່ວຍກະຕຸ້ນສະຕິປັນຍາ ແລະ ເພີ່ມຄວາມຈຳ, ນອກຈາກນີ້ຍັງໃຊ້ຮັກສາອາການເຈັບໄຂຂໍ້ ແລະ ແກ້ອາການລະບົບປະສາດສ່ວນກາງເປັນອຳມະພາດ. ໃນໄທຮາກໃຊ້ຮັກສາພະຍາດໄຂ້ມາລາເຣຍ, ໃນຂະນະທີ່ແກ່ນ ແລະ ໃບ ໃຊ້ຮັກສາອາການຕິດເຊື້ອ. ໃນລາວ ຮາກຖືກນມາເຮັດເປັນຊາບຳລຸງ ແລະ ຟື້ນຟູສຳຫຼັບແມ່ຫຼັງຄອດ [6]. ໝາກແຕກໄດ້ຮັບການຍອມຮັບວ່າເປັນຢາບຳລຸງປະສາດ, ຢາລະງັບປະສາດແລະ ຊ່ວຍຂັບປັດສະວະ, ໃຊ້ຮັກສາພະຍາດໄຂຂໍ້ອັກເສບ, ໂຣກເກົ້າ, ເຮື້ອນ ແລະ ຫອບຫືດ. ຮາກໃຊ້ຮັກສາອາການເຈັບຫົວ, ແກ້ພາວະຊຶມເສົ້າ, ເປັນຢາລະບາຍ ແລະ ຢາຖ່າຍ, ຮັກສາຄວາມຜິດປົກກະຕິໃນລະບົບທາງເດີນປັດສະວະ, ບັນຫາຜິວໜັງ ແລະ ພາວະທາງລະບົບປະສາດ ນອກຈາກນີ້ຍັງໃຊ້ຮັກສາອາການເຈັບຫຼັງ, ບັນເທົາອາການເມືອຍ ແລະ ຫຼຸດໄຂ້. ຜົງຮາກ ແລະ ເປືອກ ໃຊ້ໃນການຮັກສາໄຂ້ມາລາເຣຍ ນອກຈາກນ້ ໝາກແຕກຍັງໃຊ້ເປັນຢາທີ່ເຮັດໃຫ້ປວກຮາກ, ຢາປຸກອາລົມທາງເພດ ແລະ ຮັກສາອາການເບື່ອອາການ, ທ້ອງຜູກ, ໄອ ແລະ ການຕິດເຊື້ອທີ່ຜິວໜັງ [1].
ເຄື່ອງສຳອາງ ແລະ ນ້ຳຫອມ: ຮາກມີສານເທີຟິນ ເຊິ່ງເປັນສ່ວນປະກອບສຳຄັນໃນນ້ຳຫອມ. ນ້ຳມັນຫອມລະເຫີຍງັໃຊ້ເຮັດທູບໄລ່ລຸງໄດ້. [6]
ບໍ່ແນະນຳໃຫ້ໃຊ້: ບໍ່ຄວນກິນໃບທີ່ຍັງບໍ່ທັນສຸກ ຫຼຶ ຍັງບໍ່ໄດ້ປຸ່ງແຕ່ງ ເນື່ອງຈາກຈະເຮັດໃຫ້ລະຄາຍເຄືອງຄໍ. [6]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ການເກັບກູ້ແບບຍືຍຍົງ (ການປະເມີນຜົນກະທົບ, ເຄື່ອງມືການຫຼຸດຜົນກະທົບ)
ຮາກ, ລຳຕົ້ນ ແລະ ໃບຈະຖືກເກັບກ່ຽວເມື່ອຈຳເປັນ, ແກ່ນຈະຖືກເກັບເມື່ອສຸກ ບໍ່ມີຜົນກະທົບໃດໆໃນການເກັບກ່ຽວຍອດ, ໃບ ແລະ ແກ່ນ. [6]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,