ເລກລຳດັບທີ: 709
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-03-06
ໝາກບົກ
Mak Bok
Irvingia malayana Oliv. ex A.W.Benn.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 6
Image 1
2 / 6
Image 2
3 / 6
Image 3
4 / 6
Image 4
5 / 6
Image 5
6 / 6
Image 6
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄມ້ບົກ (Wild almond, Barking deer's mang)
ອະນຸກົມວິຖານ
ຊື່ສະກຸນ
Irvingiaceae
ຊື່ພ້ອງ
Irvingella harmandiana Tiegh.
Irvingella malayana (Oliv. ex A.W.Benn.) Tiegh.
Irvingella oliveri (Pierre) Tiegh.
Irvingia harmandiana Pierre
Irvingia harmandiana Pierre ex Laness.
Irvingia longipedicellata Gagnep.
Irvingia oliveri Pierre
ບັນຍາຍລັກສະນະທາງພືດສາດ
ຕົ້ນໄມ້ຊະນິດນີ້ເປັນໄມ້ປ່ຽນໃບຂະໜາດກາງຫາຂະໜາດໃຫຍ່ ໝາຍຄວາມວ່າປ່ຽນທຸກໆປີ ໂດຍຈະສູງປະມານ 10 ຫາ 30 ມ, ເປືອກມີສີເທົາອ່ອນປົນສີນ້ຳຕານ ແລະ ມີຜິວສຳພັດຂ້ອນຂ້າງລຽບ.
ໃບອອກຮຽງສະຫຼັບກັນຕາມກິ່ງກ້ານ, ຮູບໄຂ່ ຫຼື ຮູບໄຂ່ຍາວ ແລະ ແຄບກວ່າ (ໃບຫອກ) ມີຂະໜາດກວ້າງປະມານ 2 ຫາ 9 ຊມ ແລະ ຍາວ 8 ຫາ 20 ຊມ, ຜິວໃບໜາ ແລະ ລຽບທັງສອງດ້ານ, ຂອບໃບລຽບ, ໂຄນໃບກົມ, ແຫຼມ ຫຼື ເວົ້າເລັກນ້ອຍ ແລະ ຄ່ອຍໆຮຽວລົງຈົນຮອດປາຍແຍກ, ມີໂຄງສ້າງຂອງຫູໃບຂະໜາດນ້ອຍບໍລິເວນໂຄນກ້ານໃບ ຫູໃບເຫຼົ່ານີ້ມີຄວາມສົນໃຈຄືມີມວ້ນຮອບປາຍໃບ ແລະ ລຽບຈົນຮອດປາຍໃບ ເຮັດໃຫ້ມີຮູບຮ່າງໂຄ້ງເລັກນ້ອຍຄ້າຍດາບ ແລະ ມີຄວາມຍາວປະມານ 3 ຊມ.
ຊໍ່ດອກຈະບານເປັນຊໍ່ບໍລິເວນຮອຍຕໍ່ລະຫວ່າງໃບກັບລຳຕົ້ນ (ງ່າມໃບ) ແລະ ບໍລິເວນປາຍກິ່ງ, ດອກມີສີຂຽວອ່ອນ. ກາບດອກມີ 5 ກາບ ແລະ ກີບດອກ 5 ກີບ, ແຕ່ລະດອກມີເກສອນເພດຜູ້ 10ອັນ (ອາໄວຍະວະສືບພັນເພດຜູ້).
ໝາກຮູບໄຂ່ ຫຼື ຮູບແປເລັກນ້ອຍ ຄ້າຍກັບໝາກມ່ວງຂະໜາດນ້ອຍ, ເມື່ອຍັງອອ່ນຈະເປັນສີຂຽວ ແຕ່ຈະປ່ຽນເປັນສີເຫຼືອງເມື່ອສຸກ. ພາຍໃນໝາກຈະມີແກ່ນທີ່ອ້ອມຮອບດ້ວຍເນື້ອນຸ້ມໆຄ້າຍໝາກມ່ວງ, ແກ່ນມີຂະໜາດໃຫຍ່, ຮູບໄຂ່ ແລະ ເປືອກແຂງ, ເນື້ອສີຂາວ, ມີແປ້ງ ແລະ ມີນ້ຳມັນ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Borneo, Cambodia, Jawa, Laos, Malaya, Myanmar, Sumatera, Thailand and Vietnam. [2]

Global distribution of Irvingia malayana between 1867 to 2025. Source: [3]
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຈາກການສຳຫຼວດພືດມີທໍ່ລຳລຽງໃນ ສປປ ລາວ (ສະບັບທີ່ 1 ແລະ 1.0) ມີການບັນທຶກເຂດທີ່ຢູ່ອາໃສຂອງພືດຊະນິດນີ້ໃນແຂວງວຽງຈັນ, ບໍລິຄຳໄຊ (ມ. ປາກຊັນ ແລະ ມ. ຄຳເກີດ) ແລະ ຄຳມ່ວນ (ມ.ນາກາຍ) [4], [5]. ຂໍ້ມູນເພີມເຕີມຈາກ GBI ມີການພົບພືດຊະນິດນີ້ໃນ ແຂວງຈຳປາສັກ, ແຂວງ ວຽງຈັນ (ມ. ທຸລະຄົມ) [3]. ໃນລາວພືດຊະນິດນີ້ມີເຂດທີ່ຢູ່ອາໄສທີ່ຫຼາກຫຼາຍທັງພາກກາງ ແລະ ພາກໃຕ້. [6]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ປ່າໂຄກ, ປ່າໄມ້ປ່ອງ, ຜາ
ໃນຫວຽດນາມ ແລະ ລາວ ພືດຊະນິດນີ້ພົບໄດ້ໃນປ່າດິບຊຸ່ມ, ປາດິບເຄິ່ງຮ້ອນຊຸ່ມ, ປ່າໂຄກ ແລະ ປ່າປະສົມເຂດຕ່ຳ ໂດຍຈະມັກພື້ນທີ່ແຫ້ງແລ້ງ [7]. ໝາກບົກຍັງພບໄດ້ທົ່ວໄປໃນປ່າປ່ຍນໃບຕາມຮ່ອມ ແລະ ປ່າດິນແຫ້ງ, ອອກປະສົມກັບປ່າໄມ້ປ່ອງ ແລະ ເກີດເທິງຫີນດິນດ້ານ ຫຼື ຫີນແກນິກ ລວມທັງດິນຕະກອນນ້ຳ, ເປັນພືດທີ່ປະສົບຜົນສຳເລັດໃນການຂະຍາຍຕົວໃນເຂດຮົກຫ້າງໃນພື້ນທີ່ຖືກລົບກວນ. [6]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ເນື່ອງຈາກພືດຊະນິດນີ້ມີເຂດກະຈາຍພັນຢູ່ໃນຫຼາຍເຂດ ໄພຂົ່ມຂູ່ທີ່ເກີດຂື້ນຈຶ່ງມີຄວາມສຳຄັນສະເພາະບາງພື້ນທີ່ເທົ່ານັ້ນ, ນອກຈາກນີ້ຍັງໄດ້ຮັບການອານຸຮັກທັງໃນ ແລະ ນອກເຂດສະຫງວນ ລວມທັງໂຄງກ້ານລິເລີ່ມໃນໃນທ້ອງຖິ່ນ ເພື່ອເກັບກ່ຽວໝາກ, ໃນລະດັບໂລກພືດຊະນິດນີ້ໄດ້ຮັບການປະເມີນວ່າ ມີຄວາມສ່ຽງຕ່ຳສຸດ [7]. ໝາກບົກຈັກຢູ່ໃນບັນຊີທີ່ສາມຂອງການອານຸຮັກແຫ່ງຊາດລາວ. [8]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ອຸປະກອນ ແລະ ເຄື່ອງມື, ອາຫານ, ພືດເປັນຢາ, ເຄື່ອງສຳອາງ
ອາຫານ: ແກ່ນສາມາດນຳໄປຂົ້ວ ແລະ ກິນເປັນອາຫານວ່າງ ເມື່ອແກ່ນມີຣົດຊາດຫວານ ແລະ ຫອມສຸກ ກໍ່ສາມາດກິນໄດ້ ແລະ ເປັນທີ່ນິຍົມ [6], [7]. ນ້ຳມັນທີ່ສະກັດຈາກແກ່ນຖືກນຳມາໃຊ້ເປັນນ້ຳມັນປຸ່ງອາຫານໃນບັດຈຸບັນ [9].
ສະໝຸນໄພ: ໃນລາວ ແລະ ພາກຕາເວັນອອກສ່ຽງເໜືອຂອງໄທ ຜູ້ຍິງຫຼັງຄອດຈະນະເທິງຕຽງທີ່ໃຫ້ຄວາມຮ້ອນຈາກຖ່ານໄມ້ບົກເປັນເວລາ 20 ຫາ 30 ວັນຕາມຄວາມເຊື່ອ [6]. ໃນລາວ ພົບວ່າແກ່ນຈະຊ່ວຍໃນການຍ່ອຍອາຫານ ດັງນັ້ນຈຶ່ງໄດ້ຍິນວ່າມີການນຳແກ່ໝາກບົກມາໃຫ້ກິນ. ເປືອກຕົ້ນຖືກນຳມາຕົ້ມດື່ມທີ່ແນະນຳສຳຫຼັບແມ່ຫຼັງຄອດ ເພື່ອຊ່ວຍຟື້ນຟູກຳລັງ [9].
ເຄື່ອງສຳອາງ ແລະ ນ້ຳຫອມ: ນ້ຳມັນສີຂາວເຫຼືອງທີ່ສະກັດຈາກແກ່ນໝາກບົກ ໃຊ້ໃນການຜະລິດຂີ້ເຜິ້ງ, ສະບູ່ ແລະ ສານທົດແທນໂກໂກ້ [6]. ນອກຈາກນີ້ຍັງໃຊ້ແປຮູບເພື່ອໃຫ້ໄດ້ໄຂມັນ ທີ່ໃຊ້ເປັນວັດຖຸດິບສຳຫຼັບສະບຸູ່, ຂີ້ເຜິ້ງ ແລະ ທຽນ. [7]
ກິດຈະກຳໃນສວນ: ເມື່ອໝາກຫຼົ່ນຈະກາຍເປັນອາຫານໂປດຂອງສັດປ່າ [6]. ໃບຈະມັກກິນໃບໝາກບົກເປັນພິເສດ, ນອກຈາກກິນໃບແລ້ວຍັງກິນທັງໝາກ ເຊິ່ງພວກມັນຈະຂັບຖ່າຍແກ່ນອອກມາ ໂດຍບໍ່ຍ່ອຍ, ເປືອກຂອງແກ່ນໝາກບົກຈະແຂງຫຼາຍ ແລະ ມີພຽງນ້ຳຍ່ອຍຂອງຄວາມເທົ່ານັ້ນທີ່ຈະສາມດຍ່ອຍໄດ້ [9].
ເຄື່ອງມື ແລະ ອຸປະກອນ: ເນື້ອໄມ້ແຂງແຕ່ແປຮູບໄດ້ ເຮັດໃຫ້ເໝາະສຳຫຼັບການຜະລິດເຟີນິເຈີ [6], [7]. ນອກຈາກນີ້ຍັງນິຍົມໃສ້ເປັນດ້າມມີດ ເນື່ອງຈາກມີຄວາທົນທານ. [7]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ແກ່ນໝາກບົກມີຂາຍທົ່ວໄປໃນລາຄາທີ່ຂ້ອນຂ້າງຕ່ຳ, ແຕ່ຮ້ານອາຫານໃນວຽງງຈັນຂາຍໃນລາຄາ 20,000–30,000 ຕໍ່ກິໂລ, ຖ່ານຈາກໄມ້ບົກມີລາຄາ 15,000–30,000 ກີບ. [7]
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ພືດຊະນິດນີພົບໄດ້ໃນພູມມີພາກ ແລະ ຖິ່ນທີ່ຢູ່ອາໄສທີ່ມີການຕັດໄມ້ທຳລາຍປ່າສູງ ໂດຍສ່ວນໃຫຍ່ເກີດຈາກການປ່ຽນໄປເຮັດການກະເສດ, ການຕັ້ງຖິ່ນຖານ ແລະ ເຂດຕົວເມືອງ, ພື້ນທີ່ປ່າເຂດຕ່ຳທີ່ມັກຖືກຕັດທຳລາຍ ເຊິ່ງເຮັດໃຫ້ແຫຼ່ງທີ່ຢູ່ອາໄສເຊືອມໂຊມ ແລະ ເປັນໄພຂົ່ມຂູ່ໂດຍກົງຕໍ່ຊະນິດນີ້ ເມື່ອຕົ້ນໄມ້ຖືກຕັດໄປເພື່ອໃຊ້ໃນການແປຮູບ ຄວາມຮຸນແຮງຂອງໄພຂົ່ມຂູ່ເຫຼົ່ານີແຕກຕ່າງກັນໄປໃນແຕ່ລະພື້ນທີ່ ໃນຂະນະທີ່ບາງພື້ນທີ່ກໍ່ໄດ້ຮັບຜົນກະທົບໜັກກວ່າ ແຕ່ກໍ່ບໍ່ໄດ້ຖືວ່າເປັນໄພຂົ່ມຂູ່ທີ່ສຳຄັນໃນພື້ນທີ່ກະຈາຍພັນໆໝົດຂອງສຍພັນນີ້. [7]

ການຕິດຕາມປະຊາກອນ:
ພືດຊະນິດມີການກະຈາຍພັນຫຼາຍ ແລະ ມີການໃຊ້ປະໂຫຍດຢ່າງກວ້າງຂວາງ ຈຶ່ງສັນນິຖານວ່າມີຈຳນວນຫຼາຍ ແຕ່ເຖິ່ງຢ່າງໃດກໍ່ຕາມປະຊາກອນກຳລັງຫຼຸດລົງ ເນື່ອງຈາກການຕັດໄມ້ທຳລາຍປ່າ ເຊິ່ງເຮັດໃຫ້ຕົ້ນໄມ້ໃຫຍ່ຫາຍໄປ ແລະ ເນື່ອງຈາກການເຊື່ອມໂຊມຢ່າງຕໍ່ເນື່ອງຂອງແຫຼ່ງທີ່ຢູ່ອາໄສຂອງປ່າໃນພື້ນທີ່ຕ່ຳ ເຊິ່ງເກີດຈາກໄພຂົ່ມຂູ່ທີ່ເກີດຈາກມະນຸດ. [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 12.6 N/A
ຄາໂບໄຮເດຣດ 16.1 N/A
ໄຂມັນ 68 N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannkhoummane
ຜູ້ກວດສອບ Factsheet
,