ເລກລຳດັບທີ: 708
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-03-25
ໝາກທຸ້ມ
Wild Raspberry
Rubus clinocephalus Focke
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໝາກກະທຸ້ມ, ໝາກຄາຍປູ່, ຫາປັງຜາ (ຜູ່ນ້ອຍ). (Raspberry.)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Rosales
ຊື່ສະກຸນ
Rosaceae
ສະກຸນ
Rubus
ຊະນິດ
Rubus clinocephalus
ຊື່ພ້ອງ
Rubus andropogon H.Lév.
Rubus clinocephalus var. lobatisepalus (T.T.Yu & L.T.Lu) Huan C.Wang & H.Sun
Rubus major Focke
Rubus mallodes Focke
Rubus multibracteatus H.Lév. & Vaniot
Rubus multibracteatus var. lobatisepalus T.T.Yu & L.T.Lu
Rubus pluribracteatus L.T.Lu & Boufford
Rubus pluribracteatus var. lobatisepalus (T.T.Yu & L.T.Lu) L.T.Lu & Bouf-ford
Rubus pluribracteatus var. pluribracteatus
ຊະນິດໃກ້ຄຽງ
ປະທຸ່ມຂົນ/ Raspberry
ບັນຍາຍລັກສະນະທາງພືດສາດ
ໝາກທຸ້ມເປັນໄມ້ຟຸ່ມເລືອ ໂດຍທົ່ວໄປຈະສູງ 2 ຫາ 3 ມ, ເສັ້ນຜ່າສູນກາງລຳຕົ້ນບໍລິເວນໂຄນປະມານ 0.4 ຊມ ຫາ 1 ຊມ. ກິ່ງກ້ານຂອງໄມ້ຟຸ່ມແຂງແຮງ ແລະ ມີຂົນປົກຄຸມດ້ວຍໜາມແຫຼມຄົມ ເຊິ່ງຊ່ວຍໃຫ້ພືດເກາະຕິດກັບໂຄງສ້າງໃກ້ຄຽງໃນຂະນະທີ່ຈະເລີນເຕີບໂຕ.
ໃບມີຫ້າແສກ ແລະ ຂອບເປັນຍັກ, ມີຄວາມຍາວ ແລະ ກວ້າງ 5 ຫາ 10 ຊມ, ມີຂົນປົກຄຸມທັງສອງດ້ານ ແລະ ມີກ້ານໃບຍາວ 5 ຫາ 7 ຊມ.
ຊໍ່ດອກມີຂະໜາດ 3 ຫາ 10 ຊມ ແລະ ມີຂົນ. ດອກຍ່ອຍມີສີຂາວ ແລະ ມີຂະໜາດປະມານ 1.5 ຊມ.
ໝາກຂອງພືດຊະນິດນີ້ມີສີແດງ ແລະ ມີຮອຍຫຽວຍົ່ນ, ຍາວ1 ຫາ 1.3 ຊມ ແລະ ກວ້າງລະຫວ່າງ 0.4 ຊມ ຫາ 1 ຊມ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia, China South-Central, China Southeast, Laos, Thailand, Vietnam. [2]

Global distribution of Rubus clinocephalus between 1922 to 2013. Source: [3]
ເຂດກະຈາຍພັນໃນລາວ
ຕາມການກວດສອບພືດໃນ ສປປ ລາວ ລະບຸວ່າຊະນິດນີ້ມີບັນທຶກໄວ້ໃນລາວ ແຕ່ບໍ່ມີລາຍລະອຽດກ່ຽວກັບຖິ່ນທີ່ຢູ່ອາໄສ. [4]
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ຜາ
ໝາກທຸ້ມພົບໄດ້ສວນໃຫຍ່ໃນພາກເໜືອຂອງລາວ ໂດຍເຕີບໂຕໃນພື້ນທີ່ໂລ່ງ, ພື້ນທີ່ປ່າຟຸ່ມ ແລະ ປ່າປ່ຽນໃບ ຫຼື ປ່າດົງດິບຊຸ່ມບົນເນີນຫີນ, ພົບໄດ້ທົ່ວໄປໃນພື້ນທີ່ພູສູງຂອງລາວ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ: ໝາກມີຣົດຊາດຫວານ ສາມາດກິນໄດ້, ມີຣົດຊາດຄ້າຍກັບໝາກເບີຣີ່ຢູໂຣບ, ໃບ ແລະ ຍອດອອ່ນກໍ່ສາມາດກິນກິນໄດ້ຄືກັນ ໂດຍນຳມາປະສົມກັບອາຫານປະເພດອື່ນ. [1]
ສະໝຸນໄພ: ໃບຂອງພືດຊະນິດນີ້ເຮັດໃຫ້ເຫຼົ້າຂອງລາວຈາກແຂວງຜົງສາລີມີສີຂຽວອັນໂດດເດັ່ນ. [1]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ສວ່ນໃຫຍ່ໃຊ້ໃນຄົວເຮືອນ ມີຂາຍໃນຕະຫຼາດທ້ອງຖິ່ນພຽງເລັກນ້ອຍ, ໝາກສຸກ 1 ກິໂລຂາຍໃນລາຄາ 10.000 ຫາ 15.000 ກີບ/ກິໂລ. [1]
ການຄຸ້ມຄອງຈັດການ
ການເກັບກູ້ແບບຍືຍຍົງ:
ການເກັບກ່ຽວໝາກ ແລະ ໃບ ບໍ່ມີຜົນກະທົບ. [1]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Shouvannakhoumane
ຜູ້ກວດສອບ Factsheet
,