ເລກລຳດັບທີ: 706
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-09-25

ຜັກຫົມໜາມ
Spiny Amaranth

Amaranthus spinosus L.


ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ

1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5


ຊື່ທ້ອງຖີ່ນ:
ຜັກຫົມ, ຜັກຂົມໜາມ ( Carelessweed, pigweed, soldier-weed, spiny amaranthus, spiny pig-weed, thorny amaranthus.)

ຊື່ພ້ອງ :
Amaranthus caracasanus Kunth
Amaranthus coracanus Mart.
Amaranthus diacanthus Raf.
Amaranthus spinosus var. basiscissus Thell.
Amaranthus spinosus var. circumscissus Thell.
Amaranthus spinosus var. indehiscens Thell.
Amaranthus spinosus var. purpurascens Moq.
Amaranthus spinosus var. pygmaeus Hassk.
Amaranthus spinosus var. rubricaulis Hassk.
Amaranthus spinosus var. viridicaulis Hassk.
Galliaria spinosa (L.) Nieuwl.
Galliaria spitosa (L.) Nieuwl.

ຊື່ສະກຸນ:
Amaranthaceae

ຊະນິດໃກ້ຄຽງ:
ຜັກຫົມຂາວ/ Joseph's coat
ຜັກຫົມບ້ານ/ Green amaranth

ບັນຍາຍລັກສະນະທາງພືດສາດ:
ຜັກຫົມໜາມມີລຳຕົ້ນທີ່ລຽບ ຫຼື ມີຂົນເລັກນ້ອຍ, ລຳຕົ້ນມັກຈະຕັ້ງຊື່ ເປັນຟຸ່ມ ແລະ ສາມາດສູງຮອດ 0,3 ຫາ 1 ມ, ບາງຄັ້ງອາດສູງສູງຮອດ 2 ມ, ແຕ່ລະຂໍ້ຂອງໃບຈະມີໜາມໜຶ່ງຄູ່ ຍາວ 2,5 ຊມ.
ກ້ານໃບຍາວ ຫຼື ຍາວກ່ວາໃບ, ແຜ່ນໃບເປັນຮູບ ສີຫຼ່ຽມ ຫຼື ຮູບໄຂ່, ຍາວ 3 ຫາ 10 ຊມ, ບາງໃບຍາວໄດ້ຮອດ 15 ຊມ, ຜິວເປັນຄື້ນເລັກນ້ອຍ, ປາຍໃບແຫຼມ.
ຊໍ່ດອກເປັນສີຂຽວ ຫາສີຂຽວປົນສີນ້ຳເງິນ, ອອກບໍລິເວນປາຍຍອດ ແລະ ງ່າມໃບ ແລະ ອາດຕັ້ງຊື່ ຫຼື ໂຄ້ງງໍ ຫຼື ຫ້ອຍລົງ. ດອກເພດແມ່ມີກີບລ້ຽງຂະໜາດນ້ອຍຄ້າຍໃບ 5 ກີບ, ຍາວ 1,2 ຫາ 2 ມມ, ປາຍແຫຼມ ແລະ ມີເກສອນເພດຜູ້ 3 ອັນ. ດອກເພດຜູ້ມີກີບລ້ຽງ 5 ກີບ, ຍາວ 1,7 ຫາ 2,5 ມມ ແລະ ມີເກສອເພດຜູ້ 5 ອັນ.
ໝາກຮູບໄຂ່ ຫຼື ຮູບເກືອບກົມ, ຍາວ 1,5 ຫາ 2,5 ມມ, ໂຄນບາງ, ຜິວຍົ້ນ ແລະ ມີຮູພຸນ. ແກ່ນສີດຳ, ຮູບເກືອບກົມ, ເສັ້ນຜ່າສູນກາງ 0,7 ຫາ 1 ມມ, ຜິວລຽບ ແລະ ມັນເງົາ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Argentina, Bahamas, Belize, Bolivia, Brazil North, Brazil, Colombia, Costa Rica, Cuba, Dominican Republic, Ecuador, El Salvador, Galápagos, Guatemala, Haiti, Honduras, Jamaica, Mexico Central, Mexico Gulf, Mexico Northeast, Mexico Northwest, Mexico Southeast, Mexico Southwest, Nicaragua, Panamá, Paraguay, Peru, Puerto Rico, Southwest Caribbean, Trinidad-Tobago, Venezuela. [2]

global distribution of Amaranthus spinosus between 1600 to 2025. Source: [8]

ເຂດກະຈາຍພັນໃນລາວ :
ເຂດພູສູງພາກເໜືອຂອງລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ທົ່ງພຽງວຽງຈັນ
ເຂດສາຍພູຫຼວງພາກເໜືອ
ເຂດສາຍພູຫຼວງຕອນລຸ່ມ
ສາຍພູຫຼວງພາກໃຕ້
ເຂດລຽບແມ່ນ້ຳຂອງພາກໃຕ້
ພູພຽງບໍລິເວນ
ເຂດສາຍພູຫຼວງພາກກາງ

ເຂດກະຈາຍພັນຕາມພູມສັນຖານ :
ແຄມຝັ່ງນໍ້າ
ເຂດຜະລິດພືດຜົນເນີນສູງ
ປ່າເຫຼົ່າອ່ອນ
ທົ່ງຫຍ້າ
ສວນຄົວ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ບໍ່ມີຄວາມສ່ຽງ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ກິດຈະກຳການກະເສດ
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ຊາວສວນໃນລາວນິຍົມໃຊ້ພືດຊະນິດນີ້ປຸ່ງແຕ່ງແກງ ແລະ ເມນູອື່ນໆ [10]. ໃນລາວຍອດອອ່ນຂອງຜັກຫົມໜາມ ສາມາດນຳໄປຕົ້ມເຮັດເປັນຂອງຫວານໄດ້. [5]
ສະໝຸນໄພ: ພືດຊະນິດນີ້ມີສັບພະຄຸນທາງສະໝຸນໄພເປັນຈຳນວນຫຼາຍ ເຊັ່ນ ແກ້ປະຈຳເດືອນມາບໍ່ປົກກະຕິ, ແຜທີ່ຖືກໝາກັດ, ຫຼອດລົມອັກເສບ, ພະຍາດກ່ຽວກັບທາງເດີນຫາຍໃຈ ແລະ ພະຍາດໄຂຂໍ້ອັກເສບ, [10]. ໃບຊ່ວຍຍ່ອຍອາຫານ, ເພີ່ມການໄຫຼ່ວຽນຂອງນ້ຳນົມ ສຳຫຼັບແມ່ລູກອ່ອນ ແລະ ຊ່ວຍປັບປຸ່ງການໄຫຼ່ວຽນຂອງເລືອດໃນຊ່ວງປະຈຳເດືອນ, ນອກຈາກນີ້ ໃບຍັງຊ່ວຍຂັບປັດສະວະ ແລະ ຮັກສາພະຍາດຜິວໜັງ, ໃຊ້ຫ້າມເລືອດ ແລະ ຮັສາອາການງູກັດ, ຮາກຍັງໃຊ້ເປັນຢາແກ້ຫວັດ ແລະ ແກ້ອາການເຈັບແຂ້ວໄດ້ອີກດ້ວຍ. [5]
ໃຊ້ໃນກິດຈະກຳການກະເສດ: ໂດຍທົ່ວໄປພືດຊະນິດນີ້ບໍ່ໄດ້ຮັບຄວາມນິຍົມ ແລະ ມັກຖືກນິຍົມສຳຫຼັບໃຊ້ເປັນອາຫານສັດ, ຂີ້ເຖົາຈາກຕົ້ນຜັກຫົມສາມາດນຳໄປໃຊ້ເປັນປຸ໋ຍ ແລະ ໃຊ້ເປັນແຊມພູໄດ້ [10]. ທຸກສ່ວນຂອງພືດສາມາດຕົ້ມເພື່ອເປັນອາຫານສັດລ້ຽງໄດ້. [5]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ເມສາ
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ພະຈິກ
ທັນວາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ສະພາບດິນ: ພືດະນິດນີ້ຈະເລີນເຕີບໂຕໄດ້ດີໃນດິນປົນຊາຍທີ່ລະບາຍນ້ຳໄດ້ດີ ແລະ ອຸດົມໄປດ້ວຍອິນຊີວັດຖຸຊ່ວງ pH ທີ່ເໝາະສົມສຳຫຼັບການຈະເລີນເຕີບໂຕລະຫວ່າງ 5,5 ຫາ 7,5 ເຖິ່ງແມ່ນວ່າຈະສາມາດທົນຕໍ່ລະດັບ pH ໄດ້ຮອດ 10 ກໍ່ຕາມ. [7]

ການກຽມພື້ນທີ່:
ການກຽມພື້ນທີ່ສຳຫຼັບການປູກ ຄວນໄຖພວນດິນ ແລະ ຄາດຢ່າງລະອຽດ, ນຳອິນຊີວັດຖຸທີ່ຍ່ອຍສະຫຼາຍໄດ້ມາບົດລະອຽດໃນອັດຕາ 20 ຫາ 25 ໂຕນຕໍ່ ເຮັກຕາ ຈະຖືກປະສົມລົງໃນດິນໃນລະຫວ່າງໄຖ່ຄັ້ງສຸດທ້າຍ. ຫຼັງຈາກໄຖ່ພວນ ແລະ ປັບລະດັບໜ້າດິນແລ້ວ ຈະກຽມພື້ນດິນໂດຍການຍົກຮ່ອງ ຫຼື ຍົກໜານ, ກວ້າງ 50 ຫາ 60 ຊມ ແລະ ມີຄວາມຍາວຕາມຄວາມເໝາະສົມ, ຈາກນັ້ນໃສ່ຝຸກຄອກທີ່ຍ່ອຍແລ້ວລົງໃນຮ່ອງ ແລະ ພວນດິນໃຫ້ລະອຽດ. [7]

ເທັກນິກການປູກ:
ເມື່ອຕົ້ນກ້າອາຍຸ 20 ຫາ 25 ວັນ ທີ່ເພາະໄວ້ໃນເຮືອນເພາະຊຳແລ້ວ ຍ້າຍປູກໃນຮ່ອງ ໂດຍເວັ້ນລະຍະຫ່າງ 20 ຫາ 25 X 10 ຫາ 15 ຊມ. [7]

ການເບິ່ງແຍງ ແລະ ບຳລຸງຮັກສາ:
ໃຊ້ເຕັກນິການຕັດແຕ່ງກິ່ງ ເຊັ່ນ: ການຕັດ ເພື່ອປ້ອງກັນການອອກດອກ. [6]

ການເກັບກ່ຽວ:
ການເກັບກ່ຽວໜໍ່ ຫຼື ໃບໃສ່ລົງໃນກະຕ່າ ສຳຫຼັບການເກັບກ່ຽວພັນໄມ້ຊະນິດນີ້ ພື້ນທີ່ຫຼັກໃນສວນໃນບ້ານ. [9]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A 9.74 mg
ຄາໂບໄຮເດຣດ N/A 5.22 mg
ໄຂມັນ N/A N/A
ວິຕາມິນ N/A Vitamin C 24.95 mg.
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 19 August 2022 by Bill Keim. Available: https://www.inaturalist.org/observations/131364221. [Accessed: 26 Mar. 2024].
[2] iNaturalist [Online]. Uploaded on 27 April 2020 by Jeff Stauffer. Available: https://www.inaturalist.org/observations/43914586. [Accessed: 26 Mar. 2024].
[3] iNaturalist [Online]. Uploaded on 16 May 2022 by Haneesh K M. Available: https://www.inaturalist.org/observations/117173331. [Accessed: 26 Mar. 2024].
[4] iNaturalist [Online]. Uploaded on 29 October 2019 by Alvaro Alvarado Montealto. Available: https://www.inaturalist.org/observations/35026179. [Accessed: 26 Mar. 2024].

ອ້າງອິງ:
[1] WFO The World Flora Online [Online]. Available: https://www.worldfloraonline.org/taxon/wfo-0000530495#K. [Accessed: 26.09.2024]
[2] Plants of the world Online [Online]. Royal Botanic Gardens, Kew. Available: https://powo.science.kew.org/taxon/urn:lsid:ipni.org:names:10711-2#distributions. [Accessed: 25.09.2024]
[3] keyserver [Online]. Available: https://keyserver.lucidcentral.org/key-server/data/08050103-0a0e-4e01-8a03-040d0c020e0a/media/Html/Amaranthus_spinosus.htm. [Accessed: 26.09.2024]
[4] iNaturalist [Online]. Available: https://www.inaturalist.org/taxa/62917-Amaranthus-spinosus. [Accessed: 26.09.2024]
[5] NAFRI, NUoL & SNV, A Manual of 100 Commercial and Traditional Products, The National Agriculture and Forestry Research Institute. Vientiane, Lao PDR, 2007.
[6] Central Laboratory and Greenhouse Complex [Online]. Available: http://clgc.agri.kps.ku.ac.th/resources/weed/amaranthus.html. [Accessed: 26.09.2024]
[7] Development of E-Courses for B.Sc. (Agriculture) [Online]. Available: http://eagri.org/eagri50/HORT281/lec31.html. [Accessed: 26.09.2024]
[8] "Amaranthus spinosus L.," Plants of the World Online, Kew Science. [Online]. Available: https://www.gbif.org/species/5384401. [Accessed: Mar. 27, 2025].
[9]. Nafri and CDE, “wild food assessment” AFN II, 2025.
[10] "Amaranthus spp.," Pha Tad Ke, [Online]. Available:
https://www.pha-tad-ke.com/plant/amaranthus-spp/. [Ac-cessed: Mar. 27, 2025].
[11] M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, A Checklist of Plants in Lao PDR. Edinburgh, UK: Royal Botanic Garden Edinburgh; Vientiane, Laos: Na-tional University of Lao PDR; NAFRI; IUCN Lao PDR, 2016. [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-Plants-in-Lao-PDR.pdf [Accessed: 24-Sep-2025]
[12] M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, A Checklist of the Vascular Plants of Lao PDR. Edinburgh, UK: Royal Botanic Garden Edinburgh, 2021. [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf [Accessed: 25-Sep-2025]
[13] M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, A Checklist of the Vascular Plants of Lao PDR. Edinburgh, UK: Royal Botanic Garden Edinburgh, 2007. [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf [Accessed: 25-Sep-2025]
[14] S. Mertz et al., “A Comparative Study on the Nutritional and Anti-Nutritional,” Indian Journal of Plant Genetic Resources, vol. 23, no. 1, pp. 73–76, 2023. [Online]. Available: https://ispgr.in/index.php/ijpgr/article/view/1624 [Accessed: 25-Sep-2025]

ຜູ້ສ້າງ Factsheet:
Keooudone Souvannakhoummane

ຜູ້ກວດສອບ Factsheet:
,