ເລກລຳດັບທີ: 705
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-04-01
ຜັກກູດກ້ານພ້າວ
Flowering Fern
Helminthostachys zeylanica (L.) Hook.
ພືດ
ພືດບໍ່ມີແກ່ນ
ຜັກກູດ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຜັກຊິນຮຸ້ງ, ຜັກຮາກຕີນຮຸ້ງ, ຜັກຕີນຂີ້ເຂັບ, ກູດນົກຍຸງ ແລະ ກົກຕີນກາ (Kamraj)
ອະນຸກົມວິຖານ
ຊື່ສະກຸນ
Ophioglossaceae
ຊື່ພ້ອງ
Botrychium zeylanicum (L.) Sw.
Botryopteris crenata (C.Presl) C.Presl
Botryopteris mexicana C.Presl
Helminthostachys crenata C.Presl
Helminthostachys dulcis Kaulf.
Helminthostachys integrifolia C.Presl
Helminthostachys laciniata Voigt
Helminthostachys mexicana (C.Presl) Spreng.
Helminthostachys zeylanica (L.) Kaulf., 1947
Helminthostachys zeylanica var. brachyspicae Nampy & Madhus.
Helminthostachys zeylanica var. brachyspicii Nampy & Madhus.
Ophiala zeylanica (L.) Desv.
Osmunda laciniata Noronha
Osmunda zeylanica L.
ບັນຍາຍລັກສະນະທາງພືດສາດ
ພືດຊະນິດນີ້ມີເຫງົ້າ (ລຳຕົ້ນໃຕ້ດິນເລືອຕາມແນວນອນ), ມີເສັ້ນຜ່າສູນກາງ 4 ຫາ 8 ມມ.
ໃບ (ໂຄງສ້າງຄ້າຍໃບ) ມັກຈະເກີດດ່ຽວໆ ອອກບໍລິເວນປາຍເຫງົ້າ ແລະ ສູງປະມານ 20 ຫາ 60 ຊມ, ໂຄນກ້ານໃບຫຸ້ມດ້ວຍກາບ ຍາວປະມານ 1 ຊມ. ກ້ານໃບລວມມີລັກສະນະອວບນ້ຳ, ຍາວ 10 ຫາ 55 ຊມ ແລະ ມີເສັ້ນຜ່າສູນກາງ 2 ຫາ 8 ມມ, ຜິວລຽບ. ແຜ່ນໃບສ່ວນທີ່ບໍ່ມີອາໄວຍະວະສືບພັນ (lami-na), ແບ່ງອອກເປັນ 3 ສ່ວນ ໂດຍມີສ່ວນຍ່ອຍບໍລິເວນໂຄນກ້ານໃບ (pinnae) ຈະແບ່ງອອກເປັນ 3 ຫຼື 4 ສ່ວນຂະໜາດນ້ອຍ, pinnules ມີຮູບຮ່າງຄ້າຍຮູບຫອກ, ຍາວ 6 ຫາ 20 ຊມ ແລະ ກວ້າງ 1.5ຫາ 3 ຊມ, ໂຄນໃບຮຽວລົງຕິດກັບກ້ານໃບ, ຂອບໃບເປັນຄື້ນບໍ່ສະໝ່ຳສະເໝີ ແລະ ປາຍໃບແຫຼມ ຫຼື ກົມ.
ສະປໍໂຣຟອຣ໌ (ໂຄງສ້າງສືບພັນ) ມີລັກສະນະຄ້າຍໜາມງອກອອກມາສ່ວນເທິງຂອງກ້ານໃບ, ມີກ້ານຍາວ 4 ຫາ 10 ຊມ ແລະ ມີໜາມຍາວ 4 ຫາ 20 ຊມ ແລະ ມີເສັ້ນຜ່າສູນກາງ 5 ຫາ 12 ມມ, ໜາມຈະແຕກຂະແໜ່ງ 1 ຫຼື 2 ຂະແໜ່ງ ໂດຍແຕ່ລະຂະແໜ່ງປະກອບດ້ວຍກິ່ງກ້ານທີ່ຮອງຮັບຖົງຫຸ້ມສະປໍ (sporangia: ເປັນສວ່ນທີ່ສ້າງສະປໍ) ແລະ ສ່ວນທີ່ບໍ່ສ້າງສະປໍທີ່ແຍກເປັນແສກ 1 ຫາ 4 ສ່ວນບໍລິເວນປາຍ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Assam, Bangladesh, Bismarck Archipelago, Borneo, Cambodia, Caroline Is., China South-Central, China Southeast, East Himalaya, Hainan, India, Laos, Lesser Sunda Is., Malaya, Maluku, Marianas, Myanmar, Nanseishoto, Nepal, New Caledonia, New Guinea, Nicobar Is., Northern Territory, Philippines, Queensland, Santa Cruz Is., Solomon Is., Sri Lanka, Sulawesi, Sumatera, Taiwan, Thailand, Vanuatu, Vietnam, West Himalaya, Western Australia. [2]

Global distribution of Helminthostachys zeylanica between 1778 to 2026. Source: [3]
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນການສຳຫຼວດພືດໃນ ສປປ ລາວ ແລະ ບັນທຶກພືດມີທໍ່ລຳລຽງໃນ ສປປ ລາວ (ສະບັບທີ່ 1.0) ບັນທຶກເຂດກະຈາຍພັນໃນ ແຂວງ ຄຳມ່ວນ [4], [5]. ຂໍ້ມູນເພີ່ມເຕີມກ່ຽວກັບພືດຊະນິດນີ້ໃນແຂວງ ຄຳມ່ວນ (ນາກາຍ) [3]. ຜັກກູດກ້ານພ້າວພົບໄດ້ທົ່ວພື້ນທີ່ທົ່ງພຽງສ່ວນໃຫຍ່ຂອງລາວ ຕັ້ງແຕ່ວຽງຈັນຮອດອັດຕະປື. [7]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າໄມ້ປ່ອງ, ແຄມຝັ່ງນໍ້າ
ທີ່ຢູ່ອາໄສຂອງພືດຊະນິດນີ້ໄດ້ແກ່ປ່າໄມ້ ແລະ ຂອບໜອງນ້ຳໃນລະດັບຄວາມສູງຕ່ຳ [1]. ມັກຈະເກີດໃນພື້ນທີ່ຊຸ່ມນ້ຳ ແລະ ມີຮົ່ມເງົາຕາມບໍລິເວນທີ່ມີລັກສະນະເປັນດິນຖາມ ແລະ ກະຈາຍຢູ່ຕາມພື້ນທີ່ຮົກຮ້າງໃນເຂດຮ້ອນ [6]. ມັກພົບເຫັນຢູ່ໃຕ້ໄມ້ໄຜ່ປ່າ (Bambusa arundinacea), ໄມ້ບົ່ງ (B. tulda), ແລະ ໄມ້ກໍ (Ban sp.) ໃນບໍລິເວນທີ່ຊຸ່ມ ແລະ ມີຮົ່ມເງົາຢູ່ໃກ້ຫ້ວຍນ້ຳ, ໜອງນ້ຳ ຫຼື ບຶງ, ໂດຍສະເພາະຢູ່ໃນດິນເຫນຽວທີ່ມີອາຍແກັສ. [7]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
ບັນຊີ I (ຫາຍາກ / ໃກ້ສູນພັນ / ໄດ້ຮັບການຄຸ້ມຄອງ)
ບັນຊີໄມ້
N/A
ຜັກກູດກ້ານພ້າວຈັດຢູ່ໃນລາຍຊື່ຄຸ້ມຄອງປະເພດທີ່ 1 ຂອງລາວ, ມີຖິ່ນກຳເນີດສະເພາະບາງພື້ນທີ່ ແລະ ມີຄວາມສຳຄັນຢ່າງຍິ່ງ. [8]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ: ໃບອອ່ນນຳມາປຸ່ງສຸກ ຫຼື ຕົ້ມ ແລະ ກິນກິນເປັນຜັກ [6]. ຍອດອອ່ນກໍສາມາດກິນໄດ້ຄືກັນ. [7]
ສະໝຸນໄພ: ເຫງົ້າໃຊ້ຮັກສາພະຍາດຕ່າງໆ ເຊັ່ນ ພະຍາດບິດ, ຫວັດ, ອາການເຈັບຫຼັງ ແລະ ໄຂ້ມາລາເຣຍ. ໃບມີຄຸນສົມບັດໃນການລະບາຍທ້ອງ, ເຮັດໃຫ້ມີອາການມຶນເມົາ ແລະ ບັນເທົາອາການເຈັບ, ນອກຈາກນີ້ຍັງໃຊ້ຮັກສາອາການເຈັບຫຼັງ ແລະ ເປັນຢາຕ້ານໄວຣັສ, ຫຼຸດໄຂ້ ແລະ ຕ້ານການອັກເສບ. ເຫງົ້ານິຍົມໃຊ້ແກ້ອາການປວດ ແລະ ບາງຄັ້ງໃຊ້ໃນກໍລະນີຖືກງູກັດ, ຢາບຳລຸງທີ່ກຽມຈາກເຫງົ້າ ຫຼື ຜົງຈາກເຫງົ້າໃຊ້ຮັກສາອາການນ້ຳອາສຸຈິໄຫຼ່ ແລະ ເພື່ອເພີ່ມຄວາມຈຳ [6]. ເຫງົ້າຂອງພືດຊະນິດນີ້ໃຊ້ເປັນຍາສະໝຸນໄພພື້ນບ້ານເພື່ອຮັກສາອາການທ້ອງບິດ ໃນຂະນະທີ່ຈີນມີການນຳມາໃຊ້ເພື່ອ ຫຼຸດຄວາມຮ້ອນ ແລະ ເສີມສ້າງຄວາມແຂງແຮງຂອງຮ່າງກາຍ ລວມທັງຮັກສາໄຂ້ມາລາເຣຍ [7]. ເຫງົ້າຍັງເຮັດໜ້າທີ່ບຳລຸງ, ຮັກສາຫວັດ ແລະ ພະຍາດໃນໄລຍະເລີ່ມຕົ້ນ, ນອກຈາກນີ້ຍັງໃຊ້ກິນຮ່ວມກັບໝາກເພື່ອຮັກສາພະຍາດໄອ, ມີຄຸນສົມບັດເຮັດໃຫ້ມືນເມົາ ແລະ ບັນເທົາອາການປວດຫຼັງອີກດ້ວຍ. [9]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມິຖຸນາ, ກໍລະກົດ, ສິງຫາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ການໃຊ້ປະໂຫຍດທາງດ້ານເຊີງພານິດເລີ່ມມີການຄ້າຂ້າຍໃນລາວ ແຕ່ປີ 1995 ຕໍ່ມາປີ 1998 ລາຄາໄດ້ພຸງສູງຂື້ນຮອດ 40.000 ກີບຕໍ່ກິໂລ, ແຕ່ເຖິ່ງຢ່າງໃດກໍ່ຕາມຫຼັງຈາກປີ 2000 ບໍມີໂຄຕ້າການຊື້ຂາຍ ອາດເນື່ອງມາຈາກຊັບພະຍາກອນນ້ອຍລົງ ຫຼື ຂັ້ນຫາຍາກ. [7]
ການຄຸ້ມຄອງຈັດການ
ການຕິດຕາມປະຊາກອນ:
ຄວາມເຂັ້ມຂຸ້ນຂອງການເກັບກ່ຽວໃນປັດຈຸບັນເຮັດໃຫ້ພືດທີ່ໂຕເຕັມທີ່ໄດ້ຫຼຸດລົງຢ່າງໄວ ເຖິ່ງຢ່າງໃດກໍ່ຕາມ ຄວາມນາແໜ້ນຂອງຕົ້ນອອ່ນທີ່ຫຼອດຊີວິດ (1.200 ຕົ້ນ/ຮຕ) ເກີນກວ່າຈຳນວນທີ່ຖືກເກັບກຽ່ວ (700 ຕົ້ນ/ຮຕ) ເຊິ່ງຊີ້ໃຫ້ເຫັນຂອງການເກີດໃຫມ່ທີ່ມີຂື້ນຢ່າງຕໍ່ເນື່ອງ ຍັງບໍ່ມີຂໍ້ມູນຊັດເຈນວ່າຕົ້ນອອ່ນເຫຼົ່ານີ້ເກີດມາຈາກເຫງົ້າ ຫຼື ເກີດຈາກສະປໍທີ່ຜະລິດຈາກຕົ້ນ. [7]

ການເກັບກູ້ແບບຍືນຍົງ:
ປົກກະຕິການເກັບກ່ຽວຈະເປັນການທຳລາຍພືດ ແຕ່ເປັນໄປໄດ້ທີ່ເຮົາສາມາດເກັບສະເພາະຕົ້ນທີ່ແກ່ ພ້ອມຮາກທີ່ຕິດຢູ່ເທົ່ານັ້ນ ແລະ ນຳສ່ວນທີ່ມີຕາທີ່ກຳລັງຈະເກີດໃໝ່ໃຫ້ນຳໄປປູກຄືນ. [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A Phosphorus 350 mg, Ca 30 mg and Fe 15 mg.
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,