ເລກລຳດັບທີ: 704
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-09-19
ຜັກກູດ
Fiddlehead fern
Diplazium esculentum (Retz.) Sw.
ພືດ
ພືດບໍ່ມີແກ່ນ
ຜັກກູດ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຜັກກູດນ້ຳ (vegetable fern)
ອະນຸກົມວິຖານ
ຊື່ສະກຸນ
Athyriaceae
ຊື່ພ້ອງ
Anisogonium esculentum (Retz.) C.Presl
Anisogonium serampurens C.Presl
Anisogonium serampurense (Spreng.) C.Presl
Anisogonium serrulatum (C.Presl) C.Presl
Asplenium ambiguum Sw.
Asplenium bipinnatum Roxb.
Asplenium esculentum (Retz.) C.Presl
Asplenium esculentum (Retz.) Wall.
Asplenium malabaricum (Spreng.) Mett.
Asplenium manilense Spreng.
Asplenium moritzii Mett.
Asplenium proliferum Wall.
Asplenium puberulum Wall.
Asplenium pubescens Mett.
Asplenium serrulatum C.Presl
Asplenium umbrosum (Moritzi) Mett.
Asplenium vitiense Baker
Athyrium ambigua (Sw.) Milde
Athyrium ambiguum (Sw.) Milde
Athyrium esculentum (Retz.) Copel.
Athyrium serrulatum (C.Presl) Milde
Callipteris ambigua (Sw.) T.Moore
Callipteris esculenta (Retz.) J.Sm.
Callipteris esculenta (Retz.) J.Sm. ex Houlston & T.Moore
Callipteris malabarica (Spreng.) J.Sm.
Callipteris serampurens (Spreng.) Fée
Callipteris serampurensis (Spreng.) Fée
Callipteris serrulata (C.Presl) Fée
Callipteris wallichii J.Sm.
Digrammaria ambigua (Sw.) Hook.
Digrammaria esculenta (Retz.) Fée
Digrammaria esculenta J.Sm.
Diplazium ambiguum (Sw.) Hook.
Diplazium malabaricum Spreng.
Diplazium manilense (Spreng. ex Kunze) C.Chr.
Diplazium serampurens Spreng.
Diplazium serampurense Spreng.
Diplazium umbrosum Moritz
Diplazium vitiense (Baker) Carruth.
Gymnogramma edulis Ces.
Hemionitis esculenta Retz.
Hemionitis incisa Blanco
Microstegia ambigua (Sw.) C.Presl
Microstegia esculenta (Retz.) C.Presl
Microstegia serrulata (C.Presl) C.Presl
ບັນຍາຍລັກສະນະທາງພືດສາດ
ຜັກກູດຊະນິດນີ້ແມ່ນຜັກກູດຂະໜາດໃຫຍ່ ສູງໄດ້ຮອດ 1,5 ມ, ໃນສະພາບທີ່ເໝາະສົມ ສາມາດຈະເລີນເຕີບໂຕເປັນຟຸ່ມໜາ, ເຫງົ້າຕັ້ງຊື່ປົກຄຸມດ້ວຍເກັດສີນ້ຳຕານ ອາດຍາວໄດ້ຮອດ 15 ຊມ ແລະ ກວ້າງ4 ຫາ 6 ຊມ, ເຫງົ້າເຫຼົ່ານີ້ຊ່ວຍໃຫ້ພືດຈະເລີນເຕີບໂຕໄດ້ເຖິ່ງແມ່ນວ່າຈະຕັດໃບອອກກໍ່ຕາມ.
ໃບອອກຮຽງວຽນສະຫຼັບເປັນຮູບກຸຫຼາບ ແລະ ຍາວໄດ້ຮອດ 120 ຊມ, ໃບເປັນໃບປະກອບແບບຂົນນົກຂັ້ນສອງ, ມີລັກສະນະເປັນຮູບສາມຫຼ່ຽມ, ຍາວ 60 ຫາ 80 ຊມ, ປາຍໃບແຫຼມ. ແຜ່ນໃບແຕ່ລະແຜ່ນມີໃບຍ່ອຍ 12 ຫາ 16 ຊມ, ອອກຮຽງສະຫຼັບກັນ, ໃບຍ່ອຍມີເສັ້ນໃບຈຳນວນ 6 ຫາ 10 ຄູ່.
ໃບ ແລະ ກ້ານໃບລວມອາດລຽບ ຫຼື ມີຂົນ. ໂຊລິ ເຊິ່ງເປັນໂຄງສ້າງສຳຫຼັບສ້າງສະປໍ ສ່ວນໃຫຍ່ເປັນເສັ້ນຊື່ ໂຄ້ງເລັກນ້ອຍ ແລະ ປົກຄຸມເສັ້ນໃບ ມີຊັ້ນປ້ອງກັນສີເຫຼືອງ ຫາ ສີນ້ຳຕານອ່ອນ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Andaman, Assam, Bangladesh, Bismarck Archipelago, Borneo, Cambodia, China, East Himalaya, Fiji, Hainan, India, Japan, Jawa, Laos, Malaya, Maluku, Myanmar, Nansei-shoto, Nepal, New Guinea, Pakistan, Philippines, Samoa, Sri Lanka, Sulawesi, Sumatera, Taiwan, Thailand, Tibet, Vanuatu, Vietnam, West Himalaya. [3]

Global distribution of the Diplazium esculentum between 2004 to 2025. Source: [2]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດສາຍພູຫຼວງຕອນລຸ່ມ, ພູພຽງບໍລິເວນ, ເຂດສາຍພູຫຼວງພາກກາງ
ຈາການປະເມີນອາຫານປ່າພົບໃນອັດຕະປື (ມ. ສານໄຊ), ເຊກອງ (ມ.ລະມາມ), ສາລະວັນ (ມ. ສະມ້ວຍ), ອຸດົມໄຊ (ມ. ງາ), ຊຽງຂວາງ (ມ. ໝອກໃໝ່) ແລະ ຜົງສາລີ (ມ. ຂວາ). [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແຄມຝັ່ງນໍ້າ, ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ມັກພົບໃນພື້ນທີ່ທົ່ງພຽງທີ່ຊຸ່ມໃນນາເຂົ້າ ຫຼື ແຄມແມ່ນ້ຳໃນທີ່ໂລ່ງ ຫຼື ຢ່າງໜ້ອຍໃນພື້ນທີ່ຮົ່ມເລັກນ້ອຍທີ່ລະດັບຄວາມສູງຕ່ຳຫາປານກາງ ບໍ່ເກີນ 800 ມ, [5]. ຂໍ້ມູນຈາກການປະເມີນອາຫານປ່າພົບພືດຊະນິດນີ້ໃນຫ້ວຍນໍ້າ ແລະ ລໍາທານ, ທະເລສາບ ແລະ ບໍ່ນ້ຳ, ໜອງບຶງ ແລະ ປ່າພຸ, ທົ່ງນາ. ແຫຼ່ງທີ່ຢູ່ອາໄສທີ່ສຳຄັນຂອງຜັກກູດແມ່ນປ່າເຫຼົ່າອ່ອນ, ທົ່ງນາ, ແຄມຝັ່ງ, ແມ່ນ້ຳ ແລະ ລຳທານ, ໜອງບຶງ ແລະ ປ່າພຸ. [4]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ຜັກກູດເປັນພືດເຂດຮ້ອນທີ່ພົບໄດ້ທົ່ວໄປໂດຍບໍ່ມີໄພຄຸກຄາມ ຈຶງຖືກຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງໜ້ອຍທີ່ສຸດ. [4]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ: ໃບອ່ອນ ແລະ ຍອດໃຊ້ເປັນຜັກ, [2]. ໃບອ່ອນສົດນຳມາຕົ້ມ, ຂົ້ວ ຫຼື ຮັບປະທານສົດພ້ອມກັບຜັກອື່ນ ຫຼື ກິນສົດດ່ຽວໆກໍ່ໄດ້. [7]
ສະໝຸນໄພ: ພືດຊະນິດນີ້ໃຊ້ໃນສະໝຸນໄພພື້ນບ້ານ ໃບນຳມາຕົ້ມເປັນຢາບຳລຸງກຳລັງສຳຫຼັບແມ່ຍິງຫຼັງເກີດ, [6]. ຮາກສາມາດນຳມາບົດ ແລະ ແຊ່ນ້ຳດື່ມໄດ້ ສ່ວນໃບອ່ອນສາມາດຕາກແຫ້ງໃນທີ່ຮົ່ມ ແລະ ເກັບໄວ້ໄດ້. [7]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ບາງພື້ນທີ່ຕ້ອງການຄວາມຊ່ວຍເຫຼືອ ຫຼື ການສະໜັບສະໜູນໃນການປູກ, ໃນຂະນະທີ່ບາງພື້ນທີ່ບໍ່ຕ້ອງການ ແລະ ບໍ່ຮູ້ຈັກວິທີປູກ. [4]
ລະດູການເກັບກູ້
ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ໃນລາວ ໂດຍສະເພາະໃນພູມີພາກຂອງຫຼວງພະບາງ ຜັກກູດຖືກວາງຂາຍກັບອາຫານປ່າຫຼາຍຊະນິດ [8]. ມີການວ່າງຂາຍໃນຕະຫຼາດທ້ອງຖິ່ນ ລາຄາທີ່ວຽງຈັນໃນຊ່ວງເດືອນພຶດສະພາ ໃນລາຄາ 5.000 ຫາ 8.000 ກີບຕໍ່ກິໂລ. [7]
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ພືດຊະນິດນີ້ບໍ່ມີໄປຂົ່ມຂູ່ທີ່ສຳຄັນ. [4]
ການຕິດຕາມປະຊາກອນ: ເປັນຜັກກູດທີ່ສາມາດພົບເຫັນໄດ້ທົ່ວໄປ. [4]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
ແຫຼ່ງຄາໂບໄຮເດຣດທີ່ສຳຄັນ
ມີປະລິມານຄາໂບໄຮເດຣດສູູງ (59,62 ກຼາມ/100 ກຼາມ) ສະແດງໃຫ້ເຫັນວ່າຜັກກູດຊະນິດນີ້ສາມາດໃຊ້ເປັນແຫຼ່ງພະລັງງານທີ່ສຳຄັນໄດ້ ໂດຍສະເພາະໃນພູມສາດທີ່ບໍລິໂພກເປັນອາຫານຫຼັກ. [9]
ສານອາຫານ /100g ໝາຍເຫດ
ໂປຣຕີນ 8.73 N/A
ຄາໂບໄຮເດຣດ 59.62 N/A
ໄຂມັນ 2.16 N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ 15.59 N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,