ເລກລຳດັບທີ: 703
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-02-16
ຜັກກ້ານຈອງ
Sawah Lettuce
Limnocharis flava (L.) Buch.
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຜັກກ້ານຈອງໄທ: ຕາລະປັດ ລືສີ, ກ້ານຈອງ, ນາງກວັກ, ບົວຄວກ, ບົວລອຍ, ບອນຈີນ.ວຽດນາມ: ແນວ, ແກວແນວ, ນີທາວ.ອັງກິດ: yellow velvet, yellow bur-head, velvetleaf, sawah-lettuce, sawah-flower rush, hermit’s waterlily.
ອະນຸກົມວິຖານ
ຊື່ສະກຸນ
Alismataceae
ຊື່ພ້ອງ
Alisma flavum L.
Damasonium flavum (L.) Mill.
Damasonium maximum Burm.
Damasonium maximum Burm. ex Steud.
Limnocharis emarginata Humb. & Bonpl.
Limnocharis emarginata Kunth
Limnocharis flava var. indica Buchenau
Limnocharis plumieri Rich.
ບັນຍາຍລັກສະນະທາງພືດສາດ
ກ້ານໃບມີລັກສະນະເປັນຮູບສາມຫຼ່ຽມ ເມື່ອເບິ່ງຈາກດ້ານຂ້າງ, ຍາວ 20 ຫາ 65 ຊມ ແລະ ຂ້ອນຂ້າງໜາ. ໃບຍາວ 6 ຫາ 28 ຊມ ແລະ ກວ້າງ 4.5 ຫາ 20 ຊມ, ໂຄນໃບຮູບມົນ ຫຼື ຮູບຫົວໃຈເລັກນ້ອຍ (subcordate), ປາຍໃບມົນ ຫຼື ວ້ຳເລັກນ້ອຍ.
ກ້ານຊໍ່ດອກ (scape) ມີລັກສະນະເປັນຮູບສາມຫຼ່ຽມ ແລະ ສູງ 20 ຫາ 90 ຊມ, ຊໍ່ດອກແບບຄົນຮົ່ມ. ດອກຍ່ອຍມີ 2 ຫາ 15 ດອກ. ໃບປະດັບດອກ (ໂຄງສ້າງຄ້າຍໃບຂະໜາດນ້ອຍອອກບໍລິເວນໂຄນດອກ) ສີຂຽວ, ຮູບກົມ ຫຼື ຮູບໄຂ່ກວ້າງ, ຍາາວ 1.5 ຫາ 2 ຊມ. ແລະ ກວ້າງ 1 ຫາ 1.5 ຊມ. ກ້ານດອກ (pedicels) ຍາວ 2 ຫາ 7 ຊມ. ກີບດອກມີສີເຫຼືອງແຕ່ມີສີດຳບໍລິເວນໂຄນກີບ, ຮູບຮີ ຫຼື ຮູບກົມ, ຍາວ 2 ຫາ 3 ຊມ ແລະ ກວ້າງ 1 ຫາ 2 ຊມ, ປາຍກີບດອກມົນ, ເກສອນເພດຜູ້ສັ້ນກ່ວາກີບດອກ, ກ້ານເກສອນສີຂຽວ, ເກສອນແມ່ສີຂຽວອົມເຫຼືອງ.
ຊໍ່ໝາກມີເສັ້ນຜ່າສູນກາງ 1.5 ຫາ 2 ຊມ ແລະ ແຕ່ລະໝາກ (follicles)ມ ຮູບເກືອບກົມ (suborbicular). ແກ່ນມີສີນ້ຳຕານ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Argentina Northeast, Argentina Northwest, Bolivia, Brazil North, Brazil Northeast, Brazil Southeast, Colombia, Costa Rica, Cuba, Dominican Republic, Ecuador, El Salvador, Guatemala, Haiti, Honduras, Mexico Gulf, Mexico Northwest, Mexico Southeast, Nicaragua, Panamá, Paraguay, Peru, Trinidad-Tobago, Venezuela. [2]

Global distribution of Limnocharis flava between 1869 to 2026. Source: [3]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ມີການບັນທຶກລາຍຊື່ພືດຊະນິດນີ້ໃນປື້ມບັນຊີພືດໃນ ສປປ ລາວ ແລະ ປື້ມບັນຊີລາຍຊື່ພືດມີທໍ່ລຳລຽງໃນ ສປປ ລາວ (ສະບັບທີ່ 1 ແລະ 1.0) ແຕ່ບໍ່ມີລາຍລະອຽດເຂດກະຈາຍພັນ. [4], [5], [6]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແຄມຝັ່ງນໍ້າ, ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ຜັກກ້ານຈອງພົບໄດ້ໃນທົ່ງນາ, ຄູນ້ຳພື້ນທີ່ທີ່ຖືກລົບກວນ ແລະ ພື້ນທີ່ຊຸ່ມນ້ຳ, ຈະເລີນເຕີບໂຕໄດ້ດີໃນດິນໂຄນ, ແມ່ນ້ຳ, ທະເລສາບ ແລະ ໜອງ ທີ່ມີຄວາມເລິກບໍ່ເກີນ 0.5 ມ [7]. ເກີດຕາມທຳມະຊາດໃນໜອງ ແລະ ແຫຼ່ງນ້ຳຕື້ນ, ຄວາມສູງເໜືອລະດັບໜ້ານ້ຳທະເລ 600 ຫາ 700 ມ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ຜັກກ້ານຈອງເປັນພືດທີ່ຖືກນຳເຂົ້າມາປູກໃນເຂດ Introduced into An-daman Is., Assam, Bangladesh, Borneo, Cambodia, China South-Central, China Southeast, India, Jawa, Malaya, Myanmar, Sri Lanka, Sumatera, Thailand, Laos, Vietnam, Windward Is. [2]
ຮຸກຮານ
ຮຸກຮານ
ຜັກກ້ານຈອງກາຍເປັນພືດຮຸກຮານທີ່ຮ້າຍແຮງໃນເໝືອງຊົນລະປະທານ ແລະ ພື້ນທີ່ຊຸ່ມນ້ຳໃນອາຊີຕາເວັນອອກສຽງໃຕ້. [7]
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ກິດຈະກຳການກະເສດ, ອາຫານ
ອາຫານ: ກ້ານໃບ, ໃບອ່ອນ ແລະ ຊໍ່ດອກສາມາດລວກ, ປີ້ງ ຫຼື ກິນສົດໄດ້ ແລະ ມັກກິນກັບແຈ່ວ, ລາບ ແລະ ຕຳ [7]. ຊໍ່ດອກອ່ອນທີ່ຍັງບໍ່ບານກິນໄດ້, ໃບອ່ອນຈະໄດ້ຮັບຄວາມນິຍົມກ່ວາໃບແກ່ ເຊິ່ງຈະມີຣົດຊາດຂົມ [8].
ການໃຊ້ໃນກະສິກຳ: ມີລາຍງານວ່າພືດຊະນິດນີ້ຖືກໃຊ້ເປັນອາຫານສັດສຳຫຼັບໝູ, ງົວ ແລະ ໃຊ້ເປັນປຸ່ຍສົດສຳຫຼັບໃສ່ໃນນາເຂົ້າ. [7]
ພືດປະດັບ: ໃນບາງປະເທດພືດຊະນິດນີ້ໃຊ້ເປັນພືດປະດັບໄດ້ອີກດ້ວຍ. [7]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ສ່ວຍໃຫຍ່ຜູ້ຍິງຈະມັກເກັບກ່ຽວ ແລະ ນຳມາຂາຍໃນຕະຫຼາດທ້ອງຖິ່ນເປັນມັດນ້ອຍໆ ໃນລາຄາ 5.000 ຫາ 15.000 ພັນກີບຕໍ່ມັດ. [7]
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ຜັກກ້ານຈອງສາມາດຂະຫຍາຍພັນໂດຍອາໄສເພດ ຈາກແກ່ນ ແລະ ບໍ່ອາໄສເພດ:
• ໂດຍແກ່ນຈະໄຫຼ່ ແລະ ກະຈາຍພັນໄປຕາມນ້ຳທີ່ໄຫຼ່.
• ເມື່ອຊໍ່ໝາກໂຄ້ງງໍລົງນ້ຳ ແກ່ນຈະຖືກປ່ອຍອອກ ແລະ ຝັກເປົ່າກໍ່ສາມາດງອກອອກເປັນຕົ້ນໃໝ່ໄດ້ ຕົ້ນອ່ອນເຫຼົ່ານີ້ຈະເກີດໃກ້ກັບຕົ້ນເກົ່າ ຫຼື ລອຍໄປເກີດຢູ່ບ່ອນອື່ນໄດ້.
ແຫຼ່ງຂໍ້ມູນ: [9]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 1.7 N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A Vitamin C 55 mg
ແຮ່ທາດ N/A Iron 2.1 mg
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ເດືອນເພັງ ສີຫາລາດ
ຜູ້ກວດສອບ Factsheet
,