ເລກລຳດັບທີ: 701
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-03-18
ໝາກຂາມແພບ
Tamarind-plum
Dialium indum L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໝາກຂາມເທບ, ໝາກເຄັງ, ຊີຄົວ (ມົ້ງ)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Dialium
ຊະນິດ
Dialium indum
ຊື່ພ້ອງ
Dialium laurinum var. bursa Dewit
Dialium marginatum Dewit
Dialium turbinatum Dewit
ບັນຍາຍລັກສະນະທາງພືດສາດ
ພືດຊະນິດນີ້ມີລະບົບຮາກແກ້ວ ເຊິ່ງໝາຍຄວາມວ່າມີຮາກຫຼັກຢູ່ກາງທີ່ຈະເລີນເຕີບໂຕລົງດ້ານລຸ່ມ ໂດຍມີຮາກຂະແໜງຈຳນວນຫຼາຍອອກມາຈາກຫາກແກ້ວ.
ພືດຊະນິດນີ້ມີສີຕັ້ງແຕ່ສີເຫຼືອງນ້ຳຕານ ໄປຈົນຮອດສີນ້ຳຕານເຂັ້ມຄ້າຍເກົາລັດ ສາມາດສູງໄດ້ຮອດ 40 ມ, ແຕ່ໂດຍທົ່ວໄປແລ້ວຈະມີຂະໜາດນ້ອຍຫຼາຍ ລຳຕົ້ນມີເສັ້ນຜ່າສູນກາງໄດ້ຮອດ 100 ຊມ.
ໃບເປັນໃບປະສົມແບບຂົນນົກ ໝາຍຄວາມວ່າເປັນໃບປະສົມທີ່ມີໃບຍ່ອຍອອກຮຽງຕາມແກນກາງໃບ. ໃບຍ່ອຍຈະແຂງ (ຄ້າຍໜັງ) 3 ຫາ 9 ໃບຮຽງຕົວສະຫຼັບໄປຕາມກ້ານໃບ.
ດອກມີຂະໜາດນ້ອຍ, ສີຂາວ ແລະ ບໍ່ມີກີບດອກ, ອອກເປັນຊໍ່ແບບກະຈຸກແຕກຂະແໜງບໍລິເວນປາຍກິ່ງ. ໝາກເປັນຮູບໄຂ່ຂະໜາດນ້ອຍ, ແຫ້ງ ແລະ ແປດ້ານຂ້າງ ມີຂະໜາດປະມານ 20 ມມ, ເມື່ອສຸກຈະປ່ຽນເປັນສີຟ້າດຳ. ເປືອກນອກຂອງໝາກແຫ້ງກອບ ແລະ ຖືກແກະອອກ. ແກ່ນມີລັກສະນະແປຕາມແນວຕັ້ງ, ຮູບສີຫຼ່ຽມຈະຕຸລັດ, ຂະໜາດເສັ້ນຜ່າສູນກາງ 7 ຫາ 8 ມມ, ໜາ 3 ມມ, ສີນ້ຳຕານມັນເງົາ ແລະ ຫຸ້ມດ້ວຍເນື້ອໝາກ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Borneo, Jawa, Malaya, Sumatera, Thailand. [2]

Global distribution of Dialium indum between 1867 to 2025. Source: [3]
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງພາກກາງ
ພົບພືດຊະນິດນີ້ໃນພາກກາງລົງໄປຮອດພາກໃຕ້ຂອງລາວ ເປັນຕົ້ນແມ່ນສະຫວັນນະເຂດ. [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ແຄມຝັ່ງນໍ້າ, ໜອງບຶງ ແລະ ດິນຖານຕົມ, ຜາ
ຕົ້ນໄມ້ຊະນິດນີ້ສ່ວນໃຫຍ່ຈະພົບໃນປ່າດັງເດີມໃນພື້ນທີ່ທົ່ງພຽງ ບາງຄັ້ງພົບໃນແຫຼ່ງທີ່ຢູ່ອາໄສທີ່ເປັນໜອງນ້ຳ ລວມທັງໜອງບຶງ [1]. ໝາກຂາມແພບພົບໄດ້ທັງໃນປ່າປ່ຽນໃບປະສົມ ແລະ ປ່າດົງດິບຊຸ່ມ [4]. ໂດຍທົ່ວໄປແລ້ວສາຍພັນນີ້ຈະເລີນເຕີບໂຕຕາມເນີນພູ ແລະ ສັນພູ, ຈະເລີນເຕີບໂຕໄດ້ດີໃນດິນທີ່ມີຄວາມຫຼາກຫຼາຍຕັ້ງແຕ່ດິນຊາຍໄປຈົນຮອດດິນໜຽວ ແຕ່ກໍ່ພົບໄດ້ໃນພື້ນທີ່ຫີນ (ultrabasic) ແລະ ຫີນປູນ (limestone) ໂດຍມີລັກສະນະເປັນປ່າປະສົມປ່ຽນໃບທີ່ບໍ່ຖືກລົບກວນ ແລະ ປ່າເຄິງພູ ທີ່ລະດັບຄວາມສູງ 1.200 ມ. [5]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃດໆ ພືດຊະນິດນີ້ຈຶ່ງໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳ [5]. ພືດຊະນິດນີ້ຈັດຢູ່ໃນບັນຊີທີ່ 2 ຂອງສະຖານະພາບການອານຸລັກແຫ່ງຊາດລາວ. [6]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ວັດທະນະທຳ ແລະ ຮີດຄອງ, ອາຫານ, ພືດເປັນຢາ
ອາຫານ: ໝາກຂາມແພບສາມາດກິນໄດ້ ມີຣົດຊາດຄ້າຍໝາກຂາມ ນິຍົມໃຊ້ໃນເຂົ້າໜົມຫວານ ຫຼື ໃຊ້ໃນການປຸ່ງອາຫານເພື່ອໃຫ້ໄດ້ຣົດຊາດຫວານອົມສົ້ມ. [4]
ສະໝຸນໄພ: ໝາກຂາມແພບໃຊ້ເປັນຢາສຳຫຼັບຮັກສາອາການຖອກທ້ອງ ແລະ ພະຍາດຈາກໄວຣັສ [4]. ໝາກໄມ້ຊະນິດນີ້ເປັນແຫຼ່ງສານຕ້ານອານຸມູນອິດສະຫຼະຕາມທຳມະຊາດທີ່ອຸດົມສົມບູນ ແລະ ອາດເປັນທາງເລືອກທີ່ດີໃນການປັບບຳລຸງສຸຂະພາບ, ນອກຈາກນີ້ຍັງຊ່ວຍຄວບຄຸມລະດັບຄໍເລສເຕີຣໍໂດຍປ້ອງກັນການດູດຊຶມກັບເຂົ້າສີຮ່າງກາຍ. ມີລາຍງານວ່າໝາກໄມ້ຊະນິດນີ້ຊ່ວຍເພີ່ມຄວາມແຂງແຮງໃນການຫົດຕົວຂອງຫົວໃຈ ແລະ ຊ່ວຍຄວບຄຸມຈັ່ງຫວະການເຕັ້ນຂອງຫົວໃຈ. ເປືອກ ແລະ ໃບຂອງໝາກຂາມແພບຖືກນຳມາໃຊ້ໃນຂັບພະຍາດຕົວກົມ, ອາການຖອກທ້ອງ ແລະ ພະຍາດເຣີ່ມມາແຕ່ບູຮານ. [1]
ວັດທະນະທຳ ແລະ ສາສະໜາ: ເປືອກໄມ້ເຊິ່ງອຸດົມໄປດ້ວຍແທນນິນ ບາງຄັ້ງຖືກຄ້ຽວແທນໝາກ. [4]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ບາງຄັ້ງຕົ້ນໄມ້ຊະນິດນີ້ຈະຖືກປູກເພື່ອເກັບໝາກ. [4]
ລະດູການເກັບກູ້
ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ໝາກໄມ້ຊິນິດນີ້ສ່ວນໃຫຍ່ຈະຂາຍໃຫ້ກັບນັກທ່ອງທ່ຽວ ເນື່ອງຈາກພຶດຕິກຳການອອກໝາກຈຳນວນຫຼາຍຂອງພືດຊະນິດນີ້ເຮັດໃຫ້ການເກັບກ່ຽວ ແລະ ລາຄາ ບໍ່ແນ່ນອນ ແລະ ສ່ວນໃຫຍ່ບໍລິໂພກກັນໃນທ້ອງຖິ່ນ. ໃນເມືອງສັງທອງ ເທດສະບານແຂວງນະຄອນຫຼວງວຽງຈັນ ມີການເກັບກ່ຽວໝາກຂາມແພບຈຳນວນຫຼາຍ ແລະ ຂາຍໃນລາຄາ 16.000 ກີບຕໍ່ກິໂລໃນປີ 2000 ຕັ້ງແຕ່ນັ້ນມາ ລາຄາໄດ້ຫຼຸດລົງ ແລະ ປັດຈຸບັນຜັນຜວນໄປຕາມຄຳສັ່ງຊື້ຂອງພໍ່ຄ້າ. ໃນນະຄອນຫຼວງວຽງຈັນ ລາຄາໝາກຂາມແພບແປຮູບໃນປັດຈຸບັນຢູ່ລະຫວ່າງ 5.000 ຫາ 8.000 ກີບຕໍ່ກິໂລ. [4]
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ເຂດນິເວດວິທະຍາ: ໃບຈະຫຼົ່ນໃນຊ່ວງລະດູຝົນ ພືດຊະນິດນີ້ທົນຕໍ່ດິນທີ່ມີການລະບາຍນໍ້າໄດ້ດີ ຫຼາຍປະເພດ ແລະ ໂດຍທົ່ວໄປທົນຕໍ່ຮົ່ມເງົາໄດ້ດີ, ໝາກຂາມແພບປະສົບຜົນສຳເລັດຢ່າງຜິດປົກກະຕິໃນການເກີດໃນພື້ນທີ່ຮົກເຮື້ອ ທີ່ຖືກລົບກວນ ເຖິ່ງແມ່ນວ່າຈະເຕີບໂຕຂ້ອນຂ້າງຊ້າກໍ່ຕາມ. [4]

ການກຽມພື້ນທີ່:
ແກ່ນຈະງອກຊ້າເວັ້ນແຕ່ຈະໄດ້ຮັບການບຳບັດລວ່ງໜ້າໂດຍການຂູດເປືອກແກ່ນກ່ອນ. ໃນເຮືອນເພາະກ້າແກ່ນຈະຖືກຫວ່ານໃຕ້ຜິວດິນເລັກນ້ອຍ ຫຼື ຄຸມດວ້ຍຂີ້ເລື່ອຍ, ຫົດນ້ຳວັນລະສອງຄັ້ງ ແລະ ເກັບໄວ້ໃນທີ່ຮົ່ມ. ປະລິມານນ້ຳຝົນທີ່ພຽງພໍຕໍ່ການອອກດອກ ເຊິ່ງຈະຊ່ວຍເລັ່ງການຕິດໝາກ ແຕ່ເມື່ອຄວາມຊຸ່ມບໍ່ພຽງພໍ ໝາກທີ່ກຳລັງຈະເລີນເຕີບໂຕຈະບໍ່ຕິດ ຫຼື ຈະຫຼົ່ນ. [4]

ການເກັບກ່ຽວ:
ໝາກໄມ້ສ່ວນໃຫຍ່ຈະຖືກເກັບກ່ຽວໂດຍການຕັດກິ່ງທີ່ມີໝາກ ເຊິ່ງຈະແຕກກິ່ງໃນພາຍຫຼັງ, ນອກຈາກນີ້ ບາງຄົນຈະປີນຂື້ນຕົ້ນໄມ້ ແລະ ສັ່ນກິ່ງທີ່ມີໝາກ ຈາກນັ້ນຈຶ່ງເກັບໝາກທີ່ຫຼົ່ນລົງພື້ນ. [4]
ການຈັດການຫຼັງການເກັບກ່ຽວ: ໝາກໄມ້ຕ້ອງແຫ້ງຊະນິດ ເພາະສະນັ້ນຈະໄດ້ຮັບຄວາມເສຍຫາຍຈາກສັດຕູພືດທີ່ຟັກອອກມາຈາກໄຂ່ທີ່ວາງໄວ້ພາຍໃນລະຫວ່າງການອອກດອກ. [4]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ພືດຊະນິດມີພື້ນທີ່ການກະຈາຍພັນ (EOO) of 2,996,701 ຕາລາງກິໂລແມັດ ບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃດໆ. [5]

ການເກັບກູ້ແບບຢືນຍົງ:
ເຖິງວ່າບາງຄັ້ງຕົ້ນໄມ້ຈະຖືກຕັດລົງເພື່ອເກັບໝາກ ແຕ່ໂດຍທົ່ວໄປການເກັບກ່ຽວກໍ່ມີຄວາມຢືນຍົງ, ແຕເຖິ່ງຢ່າງໃດກໍ່ຕາມ ຄວນມີການຄວບຄຸມການຕັດກິ່ງເພື່ອເກັບໝາກ ໃຫ້ແນ່ໃຈໃນການເກັບກ່ຽວໝາກໄມ້ໃນໄລ່ຍະຍາວ ແລະ ຄວາມອຸດົມສົມບູນຂອງປ່າ. [4]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 2.8 N/A
ຄາໂບໄຮເດຣດ 67.1 N/A
ໄຂມັນ 0.4 N/A
ວິຕາມິນ N/A Vitamin C 24mg, Vitamin B6 0.3 mg, Vitamin B3 1.2 mg
ແຮ່ທາດ N/A Iron 3.6 mg, Potassium 680 mg, Calcium 120 mg and Magnesium 95 mg.
ເສັ້ນໄຍ 6.5 N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ເດືອນເພັງ ສີຫາລາດ
ຜູ້ກວດສອບ Factsheet
,