ຜັກຕຳນິນ
Carlet-fruited Gourd
Coccinia grandis (L.) Voigt
ພືດ
ພືດລົ້ມລຸກ
ພືດເຄືອ (ບໍ່ມີເນື້ອໄມ້)
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຜັກຕຳນິນ
ໄທ: ຜັກຕຳລຶງ, ແຄໂດ, ຜັກແຄບ.
ກຳປູເຈຍ: ສະເລິກບາ.
ຈີນ: ຮົງກົວ.
ອັງກິດ: carlet-fruited gourd, ivy gourd, perennial cucumber.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Cucurbitales
- ຊື່ສະກຸນ
- Cucurbitaceae
- ສະກຸນ
- Coccinia
- ຊະນິດ
- Coccinia grandis
ຊື່ພ້ອງ
Coccinia grandis var. wightiana (M.Roem.) Greb.
ບັນຍາຍລັກສະນະທາງພືດສາດ
ຜັກຕຳນິນ ເປັນພືດເຄືອ ທີ່ປົ່ງຄືນໃໝ່ທຸກໆປີ ຈາກຂໍ້ຂອງເຄືອໃນຊ່ວງລະດູຝົນ. ມືກ້ຽວຂອງມັນມີຫຼາຍງ່າ ແລະ ມີຮາກແຂງແຮງ. ໃບຂອງມັນເປັນຮູບຫົວໃຈ, ເບິ່ງຄ້າຍຄືໃບຕານ ແລະ ມີແຄມໃບເປັນວັກ ມີຂະໜາດ 5-10 ຊມ, ກ້ານໃບຍາວແຕ່ 1-5 ຊມ. ດອກຜູ້ເປັນສີຂາວ ຫຼື ເຫຼືອງເລັກນ້ອຍເປັນຮູບກະດິ່ງ ຂະໜາດຄວາມຍາວ 2.5-3.5 ຊມ ແລະ ກວ້າງ 1.2 ຊມ, ສ່ວນດອກແມ່ ມີຄວາມຍາວແຕ່ 1-3 ຊມ. ໝາກຂອງມັນເປັນຮູບໄຂ່ ຂະໜາດ 2.5-6 x 1.5-3.5 ຊມ, ມີນວນສົດ, ເວລາສຸກ ຈະເປັນສີແດງ, ສ່ວນແກ່ນຈະເປັນສີເຫຼືອງ ມີຂະໜາດ 7 x 3 ມມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ຍອດອ່ອນຂອງຜັກຕຳນິນ ມັກໃຊ້ໜື້ງ ຫຼື ລວກ ກິນກັບແຈ່ວ, ເຮັດຊຸບ, ແກງຈືດ, ແກງໃສ່ເສັ້ນໝີ່.ຢູ່ໃນປະເທດໄທ ເພິ່ນມັກເອົາໝາກອ່ອນມາກິນສົດ ຫຼື ມາດອງ, ບາງເທື່ອກໍໃຊ້ເຮັດແກງ ຫຼືນຳມາກິນສົດ ໃສ່ຍຳສະລັດ ເສີບເປັນອາຫານເບົາ. ສ່ວນຫຼາຍມັກເກັບເອົາໝາກ ຂະໜາດ 2.5-7.5 ຊມ ມາປຸງແຕ່ງເປັນແຈ່ວດອງ. ໝາກທີ່ສຸກ ຈະເປັນສີແດງ ແລະ ມີລົດຊາດຂົມໂພດຈຶ່ງບໍ່ມັກບໍລິໂພກກັນ. ສຳລັບຢູ່ລາວເຮົາ ແມ່ນບໍ່ນິຍົມກິນໝາກຂອງມັນ. ໃບດິບຂອງຜັກຕຳນິນ ເຊື່ອກັນວ່າ ສາມາດຕ້ານໂລກມະເຮັງໄດ້ ພ້ອມທັງມີຄວາມສາມາດໃນການປິ່ນປົວໂລກເບົາຫວານໄດ
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
NAFRI, NUoL,SNV. Non-Timber Forest Products in the Lao PDR. A Manual of 100 Commercial and Traditional Products. The National Agriculture and Forestry Research Institute
ອະຣ່າມ ຄຸ້ມຊັບ/ພືດຜັກ , ໜ້າທີ 113-114
Plant Resources of South-East Asia, PROSEA, Bogor, Indonesia. http://www. Proseanet.org
ອະຣ່າມ ຄຸ້ມຊັບ/ພືດຜັກ , ໜ້າທີ 113-114
Plant Resources of South-East Asia, PROSEA, Bogor, Indonesia. http://www. Proseanet.org
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,