ເລກລຳດັບທີ: 693
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກກະສັງ
Shiny Leave
Peperomia pellucida (L.) Kunth
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຜັກກະສັງ ໄທ: ຜັກກະສັງ, ຜັກຣາດຊະວົງ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Piperales
ຊື່ສະກຸນ
Piperaceae
ສະກຸນ
Peperomia
ຊະນິດ
Peperomia pellucida
ຊື່ພ້ອງ
Peperomia pellucida var. minor Miq.
Peperomia pellucida var. pellucida
Peperomia pellucida var. pygmaea Willd. ex Miq.
ບັນຍາຍລັກສະນະທາງພືດສາດ
ຜັກກະສັງຈັດເປັນພືດລົ້ມລຸກລຳຕົ້ນອ່ອນບາງຫັກງ່າຍ, ມີຄວາມສູງປະມານ 15–30 ຊັງຕີແມັດ. ລຳຕົ້ນ ແລະ ໃບເປັນສີຂຽວ ແລະ ອວບນ້ຳ. ໃບດ່ຽວຈັບລຽງສະຫຼັບໂດຍຈະອອກຈາກລຳຕົ້ນໃນລັກສະນະກົງກັນຂ້າມ, ລັກສະນະຂອງໃບເປັນຮູບຫົວໃຈ, ປາຍໃບແຫຼມ, ສ່ວນຂອບໃບລຽບ, ມີຕ່ອມໂປ່ງແສງ, ແຜ່ນໃບໜາເປັນຄື່ນເລັກນ້ອຍ, ຜີວໃບດ້ານເທີງມັນ, ດ້ານລຸ່ມຂຸ່ນ ແລະ ມີສີອ່ອນກວ່າ, ໃບມີຂະໜາດກວ້າງປະມານ 1–3 ຊັງຕີແມັດ ແລະ ຍາວປະມານ 1–4 ຊັງຕີແມັດ. ດອກເປັນຊໍ່ຕາມຊອກ ແລະ ຢູ່ປາຍກິ່ງ. ຊໍ່ດອກເປັນສີຂຽວອ່ອນ ຫຼື ສີຄີມ, ຊໍ່ດອກຈະອອກບໍລິເວນຂໍ້ກົງກັນຂ້າມກັບໃບປະກອບໄປດ້ວຍດອກນ້ອຍໆທີ່ບໍ່ມີກ້ານ, ມີດອກຍ່ອຍຈຳນວນຫຼາຍວຽນຮອບແກນ. ດອກເປັນດອກສົມບູນເພດບໍ່ມີກີບດອກ ແລະ ກີບລ້ຽງ, ມີໃບປະດັບດອກລະ 1 ອັນ. ໃບດອກມີເກສອນເພດຜູ້ 2 ອັນຢູ່ຂ້າງຮັງໄຂ່ເປັນສີຂາວກ້ານສັ້ນ, ເກສອນແມ່ 1 ອັນ, ຮັງໄຂ່ມີລັກສະນະກົມຢູ່ເໜືອຖານດອກ. ໝາກສົດມີລັກສະນະກົມ. ພາຍໃນໝາກມີເມັດ 1 ເມັດ, ເມັດເປັນສີດຳກົມ ແລະ ມີຂະໜາດນ້ອຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ໃບນຳມາຕຳໃຫ້ແຫຼກໃຊ້ເປັນຢາແກ້ປວດຫົວ, ໃຊ້ເປັນຢາແກ້ໄຂ້, ແກ້ອັກເສບໄດ້, ໃບໃຊ້ກິນເປັນຜັກສົດຈະມີສັບພະຄຸນເປັນຢາໂຣກເລືອດອອກຕາມແຂ້ວເນື່ອງຈາກມີວິຕາມີນຊີສູງ. ໃບໃຊ້ຕຳໂພະຝີ ແລະ ແຜ ຫຼື ຄັ້ນເອົານ້ຳທາຝີທີ່ມີໜອງຈະຊ່ວຍຮັກສາຝີໜອງໄດ້. ໝໍຢາພື້ນເມືອງບາງຄົນຈະກິນຜັກກະສັງເປັນຢາແກ້ປວດຂໍ້. ຊື່ງໃນປະເທດຟີລິບປິນຈະມີການກິນຜັກກະສັງສົດໆ ຫຼື ນຳມາຕົ້ມກິນເພື່ອຮັກສາປະດົງຂໍ້, ອາການປວດຂໍ້ ແລະ ຂໍ້ອັກເສບ. ໂດຍນຳຜັກກະສັງຕົ້ນຍາວປະມານ 20 ຊັງຕີແມັດ ນຳມາຕົ້ມກັບນ້ຳ 2 ຈອກໃຫ້ເຫຼືອປະມານ 1 ຈອກໃຊ້ແບ່ງຮັບປະມານຄັ້ງລະເຄິ່ງຈອກເຊົາແລງ (ໃນປະຈຸບັນປະເທດຟີລິບປິນກຳລັງສຶກສາວິໄຈເພື່ອໃຊ້ເປັນຢາຮັກສາພະຍາດຂໍ້ອັກເສບລວມທັງປະດົງ. ຈາກການທີ່ຜັກກະສັງສາມາດຫຼຸດປະລິມານຢູຣິກໃນກະແສເລືອດ). ນອກຈາກນີ້ມີລິດຕ້ານການອັກເສບ ແລະ ຕ້ານແບັກທີເຣຍໄດ້ຫຼາຍຊະນິດທັງຍັງມີລິດເປັນກົດອ່ອນໆຊື່ງຈະຊ່ວຍກຳຈັດເນື້ອຕາຍເຮັດໃຫ້ຝີແຕກໄດ້ໂດຍງ່າຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,