ເລກລຳດັບທີ: 689
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ແຜ່ນດິນເຢັນ
The Chinese Evergreen
Aglaonema modestum Schott ex Engl.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ແຜນດິນເຢັນ ໄທ: ຂຽວໝື່ນປີ. ວຽດນາມ: ລຸກກັນ. ຈີນ: ວັນ-ລຽນ-ຊີ່ງ, ເຈນເນນຈຽນ. ພາສາຈີນ ແປວ່າ ຂຽວ ສິບພັນປີ ແລະ ຕາມປະເພນີຈີນ ນັບຖືພືດຊະນິດນີ້ ເປັນພືດນຳໂຊກລາບທີ່ດີ ແກ່ເຂົາເຈົ້າເອງ. ອັງກິດ: Chinese evergreen, Japanese leaf, Malayan sword
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Alismatales
ຊື່ສະກຸນ
Araceae
ສະກຸນ
Aglaonema
ຊະນິດ
Aglaonema modestum
ຊື່ພ້ອງ
Aglaonema acutispathum N.E.Br.
Aglaonema costatum var. viride Engl.
Aglaonema laoticum Gagnep.
ບັນຍາຍລັກສະນະທາງພືດສາດ
ແຜ່ນດິນເຢັນ ຈັດເປັນພືດລົ້ມລຸກຂະໜາດນ້ອຍຈຳພວກຫວ້ານ. ລຳຕົ້ນຕັ້ງຊື່, ອາດສູງຮອດ 1-2 ແມັດ, ມີຢາສີຂາວ, ເປັນໄມ້ເນື້ອອ່ອນ, ມີຂໍ້ຖີ່, ບໍ່ແຕກກິ່ງ, ມີຫົວຢູ່ໃຕ້ດິນ, ຂະຍາຍພັຍດ້ວຍການແຕກໜໍ່. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຫອກຍາວ ຫຼື ຮູບໃບພາຍ, ກ້ວາງ 6-10 ຊມ, ຍາວ 10-25 ຊມ, ໂຄນໃບຮຽວຍາວຄ່ອຍໆຕິດກັບກ້ານ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບມີສີຂຽວເຂັ້ມສະຫຼັບກັບສີຂຽວປົນເທົາ. ກ້ານໃບຍາວ 8-10 ຊມ, ໂຄນກ້ານໃບເປັນກາບອວບຫຸ້ມລຳຕົ້ນ. ຊໍ່ດອກຄ້າຍກັບຊໍ່ດອກໃນຕະກຸນບອນທົ່ວໄປ ໂດຍຈະອອກບໍລິເວນງ່າມໃບ, ມີລັກສະນະເປັນຮູບຊົງກະບອກ ປະກອບດ້ວຍດອກເພດຜູ້ຢູ່ດ້ານເທິງ ແລະ ດອກເພດແມ່ຢູ່ດ້ານລຸ່ມ. ມີປະປະດັບຊໍ່ດອກຄ້າບດອກໜ້າງົວ, ຮູບໄຂ່ ຫຼື ຮູບຂ້ອນຂ້າງກົມ, ສີເຫຼືອງນວນ. ໝາກມີຂະໜາດ ແລະ ລັກສະນະຄ້າຍກັບຫວ້ານໃຫຍ່, ເມື່ອແກ່ຈະມີສີເຫຼືອງເຂັ້ມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ພົບເຫັນຢູ່ໃນທົ່ວໂລກ ຢູ່ໃນສວນ ຫຼື ຢູ່ຕາມເດີ່ນບ້ານ ເປັນໄມ້ປະດັບ. ພືດຊະນິດນີ້ມີລຳ ແລະ ຮາກທີ່ໃຊ້ກັນເປັນຢາພື້ນເມືອງເພື່ອແກ້ໃຂ້. ທຸກສ່ວນຂອງພືດເປັນພິດ: ຖ້ານໍ້າຂອງມັນຕິດກັບຜີວໜັງຈະເຮັດໃຫ້ຄັນ ແລະ ຖ້າຫຍ້າໃບຈະເຮັດໃຫ້ປາກ ແລະ ຄໍຄັນ. ໄດ້ມີການຄົ້ນພົບວ່າພືດຊະນິດນີ້ສາມາດດູດຊັບມົນລະພິດ ເຊັ່ນ: ອາຍຟອມມານດີຮາຍ (formaldehyde), ນໍ້າມັນແອດຊັງ ແລະ ກາກບອນໂມນົກຊາຍ (carbon monoxide) ຈາກອາກາດໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,