ເລກລຳດັບທີ: 688
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຫຍ້າຂີວ
Siam Weed
Chromolaena odorata (L.) R.M.King & H.Rob.
ພືດ
ພືດລົ້ມລຸກ
ດອກໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຫຍ້າຂີວ, ຫຍ້າຂີ້ຫຼໍ່, ຫຍ້າຝຣັ່ງ, ຫຍ້າເພີນ, ຫຍ້າສາມແຫ້ງ. ໄທ: ສາບເສືອ, ຫຍ້າເສືອໝອບ, ຫຍ້າດົງຮ້າງ, ຫຍ້າດອກຂາວ, ບ້ານຮ້າງ, ໝາຫຼົງ ຈີນ: ຮຽງເຈັກລັ້ງ, ປວຍກີ່ເຊົ່າ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Asteraceae
ສະກຸນ
Chromolaena
ຊະນິດ
Chromolaena odorata
ຊື່ພ້ອງ
Chromolaena odorata f. odorata
Chromolaena odorata f. squarrosa S.Garg
ບັນຍາຍລັກສະນະທາງພືດສາດ
ພືດລົ້ມລຸກ, ເປັນພືດທີ່ແຕກກິ່ງກ້ານຫຼາຍຈົນເປັນຟຸ່ມ, ກິ່ງກ້ານ ແລະ ລຳຕົ້ນຈະປົກຄຸມໄປດ້ວນຂົນນຸ່ມອ່ອນໆ, ມີລຳຕົ້ນສູງປະມານ 1–2 ແມັດ. ໃບ: ມີໃບເປັນໃບດ່ຽວອອກຈາກລຳຕົ້ນຢູ່ຂໍ້ແບບສະຫຼັບກັນ, ໃບມີສີຂຽວອ່ອນລັກສະນະຮູບສາມຫຼ໋ຽມ, ປາຍໃບແຫຼມ, ໂຄນໃບກວ້າງ, ໃບຮຽວ, ມີຂອບໃບເປັນຢັກຢູ່ທີ່ໃບເຫັນຢ່າງຈະແຈ້ງ 3 ເສັ້ນ, ຜີວໃບທັງສອງດ້ານມີຂົນອ່ອນປົກຄຸມ. ໃບ ແລະ ກ້ານເມື່ອນຳມາບົດ ຫຼື ຕຳ ຈະມີກິ່ນແຮງຄ້າຍກິ່ນຂີ້ວ. ດອກ: ອອກເປັນຊໍ່ມີສີຂາວ ຫຼື ສີຟ້າອົມມ່ວງ, ມີດອກຍ່ອຍປະມານ 30–35 ດອກ. ໂດຍດອກວົງນອກຈະບານກ່ອນດອກວົງໃນ. ກີບດອກລວມກັນເປັນຫຼອດ. ໝາກ: ເປັນໝາກຂະໜາດນ້ອຍມີຮູບຮ່າງຄ້າຍຮູບ 5 ຫຼ່ຽມ ມີສີນ້ຳຕານ ຫຼື ສີດຳ, ມີໜາມແຂງເທີງເສັ້ນຂອງໝາກ ຢູ່ປາຍໝາກມີຂົນສີຂາວ, ເມັດສາມາດປີວໄປຕາມລົມໄດ້.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດລຽບແມ່ນ້ຳຂອງພາກໃຕ້, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ພູພຽງບໍລິເວນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ໃບໃຊ້ເປັນຢາຫ້າມເລືອດດ້ວຍການໃຊ້ໃບນຳມາຕຳ ຫຼື ບົດ ແລ້ວນຳມາໂພະບໍລິເວນບາດແຜກໍ່ຈະຊ່ວຍຫ້າມເລືອດໄດ້ເປັນຢ່າງດີເພາະຫຍ້າຂີວມີສານສຳຄັນຫຼາຍຢ່າງທີ່ມີລິດເຮັດໃຫ້ເສັ້ນເລືອດຫົດຕົວ ແລະ ໄປຊ່ວຍກະຕຸ້ນສານທີ່ເຮັດໃຫ້ເລືອດແຂງຕົວໄດ້ໄວຍິ່ງຂຶ້ນ. ແຕ່ອາດຈະແສບ, ເມື່ອແຜຫາຍແລ້ວຈະຊ່ວຍປ້ອງກັນແຜໄດ້ອີກດ້ວຍ. ສານສະກັດຈາກກິ່ງ ແລະ ໃບມີສານທີ່ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອແບັກທີເຣຍ Staphylococcus aureus ແລະ Bacillus subtilis ຊື່ງເປັນສາເຫດທີ່ເຮັດໃຫ້ເກີດໜອງ. ຮາກໃຊ້ປະສົມກັບຮາກໝາກນາວ ແລະ ຮາກຢານາງນຳມາຕົ້ມເປັນນ້ຳດື່ມຊ່ວຍຮັກສາໄຂ້ປ່າໄດ້. ໃຊ້ຮາກຕົ້ມກັບນ້ຳດື່ມຊ່ວຍແກ້ໂຣກກະເພາະໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,