ຜັກກະເພົາ
Holy Basil
Ocimum caryophyllinum F.Muell.
Ocimum sanctum var. cubensis Gomes
Ocimum sanctum var. hirsutum (Benth.) Hook.f.
ນິເວດວິທະຍາ
ການນຳໃຊ້
ພືດເປັນຢາ
ໃບສົດມີນ້ຳມັນຫອມລະເຫີຍຢູ່ຊື່ງປະກອບດ້ວຍ linalool ແລະ methyl chavicol ເປັນຢາແກ້ຂັບລົມ, ທ້ອງອືດ, ເຈັບທ້ອງ, ບຳລຸງທາດ, ແກ້ອາການຈຸກສຽດໃນທ້ອງ, ແກ້ປວດຮາກ, ໃຫ້ໃຊ້ໃບສົດ ຫຼື ຍອດອ່ອນ 1 ກຳມືມາຕົ້ມກັບນ້ຳໃຫ້ຟົດແລ້ວຕອງເອົາແຕ່ນ້ຳດື່ມ ແຕ່ຖ້າໃຊ້ກັບເດັກນ້ອຍໃຫ້ນຳເອົາຜ້າມາຕຳລະອຽດຄັ້ນເອົານ້ຳນຳມາປະສົມກັບນ້ຳຢາມະຫາຫິງແລ້ວໃຊ້ທາບໍລິເວນຮອບໆສະບື ແລະ ຝາຕີນ ຈະແກ້ອາການເຈັບທ້ອງຂອງເດັກໄດ້. ແລະ ນ້ຳທີ່ເຮົາເອົາມາຄັ້ນອອກຈາກໃບຍັງໃຊ້ຂັບຂີ້ກະເທີ່, ເຫື່ອ ຫຼື ໃຊ້ທາພາຍນອກແກ້ໂຣກຜີວໜັງໄດ້. ນອກຈາກນີ້ໃບສົດຍັງນຳມາຜັດ ຫຼື ນຳມາແກງເປັນອາຫານໄດ້ອີກດ້ວຍ. ສຳລັບໃບແຫ້ງໃຊ້ຊົງກິນກັບນ້ຳແກ້ທ້ອງຂຶ້ນ ແລະ ນ້ຳມັນທີ່ໄດ້ຈາກໃບກະເພົານັນສາມາດຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອໂຣກບາງຊະນິດ. ຊ່ວຍຂ້າຈຸລິນຊີບາງຢ່າງ ແລະ ມີລິດຂ້າຍູງໄດ້ ຊື່ງຈະມີລິດໄດ້ດົນເຖີງ 2 ຊົ່ວໂມງ. ເມັດເມື່ອນຳໄປແຊ່ນ້ຳມັນກໍ່ຈະໂພງເປັນເມືອກຂາວໃຫ້ໃຊ້ໂພະໃນບໍລິເວນຕາ. ເມື່ອຕາມີຜົງ ຫຼື ຝຸ່ນລະອອງເຂົ້າ. ຜົງ ຫຼື ຝຸ່ນລະອອງນັ້ນຈະອອກມາຊື່ງຈະບໍ່ເຮັດໃຫ້ຕາເຮົາຊ້ຳອີກດ້ວຍ. ຮາກໃຊ້ຮາກທີ່ແຫ້ງແລ້ວຕົ້ມກັບນ້ຳຮ້ອນດື່ມແກ້ໂຣກທາດພິການ.
ການຄຸ້ມຄອງຈັດການ
ໂພຊະນາການ
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ນາງສາວດວງຣັດ ຄົງດີ. 2015. ກໍລະນີສຶກສາ ແລະ ໃຊ້ປະໂຫຍດຊັບພະຍາກອນທ້ອງຸຖີ່ນຄອງຊະອຸ່ນ: ກະເພົາຂາວ.
ສຸກັນຍາ ຂຽວສະອາດ. ວາລະສານວິທະຍາສາດລາດກະບັງ ປີທີ່ 21 ສະບັບທີ 2 ເດືອນ ກໍລະກົດ ຫາ ເດືອນ ທັນວາ 2012. ກະເພົາກັບການຕ້ານອະນຸມູນອິດສະຫຼະ. ໜ້າ 55–65.
Surender Singh, Manish Taneja and Dipak K Majumder. 2007. Indian Journal of Experimental Biology Vol. 45, May 2007, Biological activities of Ocimum sanctum L. fixed oil - An overview. pp 403-412.