- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Magnoliales
- ຊື່ສະກຸນ
- Annonaceae
- ສະກຸນ
- Anomianthus
- ຊະນິດ
- Anomianthus dulcis
Anomianthus heterocarpus Zoll.
Uvaria heterocarpa Blume
ຄຸນລັກສະນະຂອງພືດຕົ້ນຕີນຕັ່ງ ເປັນພືດພຸ່ມ ຫຼື ເປັນເຄືອ ລຳເຄືອມີມືຈັບຂໍ ຫຼື ຕົ້ນໄມ້ຂະໜາດນ້ອຍ, ຫຼົ່ນໃບ, ສູງ 2-10 ມ, ຫຼື ເປັນເຄືອມີລຳຕົ້ນເປັນເນື້ອໄມ້ທີ່ສາມາດເຕີບໂຕໄດ້ຍາວເຖິງ 20-30 ມ ປີນກ້ຽວຕົ້ນໄມ້ອື່ນໆ ໃບດ່ຽວລຽງສະລັບ, ໃບຍາວ 9-11 ຊມ, ກວ້າງ 4-6 ຊມ. ແລະ ໜ້າຕັດລຳຕົ້ນ 10 ຊມ. ລຳຕົ້ນ, ສີດຳໝົ່ນ, ມີຂົນຄ້າຍຄືຮູບດາວ. ໃບເປັນແກກຮູບຫົວໃຈ ຢູ່ສ່ວນກົກ, ມີຂະໜາດ 11-15 x 4-6 ຊມ. ດອກມີກິ່ນຫອມ,ຊໍ່ດອກອອກດອກຕາມລຳງ່າ, ກີບດອກມີວົງລະ 3 ກີບ ມີ 6 ກີບ, ສີຊົມພູຈືດ ຫາ ສີນໍ້າຕານເຫຼືອງ ເກີດເປັນຈຸ້ມ 2–5 ດອກ, ອອກດອກເດືອນ 9-11 ແລະ ມີເສັ້ນຜ່າກາງ 2 ຊມ. ໝາກເປັນສີເຫຼືອງປົນສົ້ມ, ມີສີແດງເວລາສຸກ, ເປັນປະເພດໝາກແບຣີ ແລະ ມົນ ແລະ ມີຂະໜາດ 3-5 ຊມ. ເສົັ້ນຜ່າກາງ 1.5-2.4 ຊມ.
ເພິ່ນກິນພາກສ່ວນໃນຂອງໝາກຕີນຕັ່ງ ທີ່ມີລົດຊາດຫວານ. ໃບມີຄຸນສົມບັດເປັນຢາ.ໝາກສຸກກິນໄດ້ມີລົດຫວານ ແລະ ຫອມ, ໃບສົດ ຫຼື ໃບແຫ້ງນຳໃຊ້ຮ່ວມກັບຢາສະໜຸນໄພຊະນິດອື່ນໆແລ້ວປະກອບເປັນຢາຊຸມ. ລຳຕົ້ນສາມາດນຳມາໃຊ້ເຮັດເປັນເຄື່ອງຈັກສານໄດ້, ເຄືອຕີນຕັ່ງເປັນເນື້ອໄມ້ແຂງສາມາດນຳມາໃຊ້ເປັນຂອບກະບວຍວິດນໍ້າສຳລັບຕັກນໍ້າຫົດນໍ້າຜັກຫຼືຂອບເຄື່ອງຈັກສານ ເຮັດດາມມີດ, ເຄື່ອງຈັກສານ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
L. Ubonopas, P. Wongsinkongman, , W. Chuakul, K. Suwanborirux, K.H. Lee
and N. Soonthornchareonnon. 2014. Bioactive Flavonoids and Alkaloids from Anomianthus dulcis (Dunal) J. Sinclair Stem Bark. Mahidol University Journal of Pharmaceutical Sciences 2014; 41 (3), 13-22
NAFRI, NUoL, SNV. Non-Timber Forest Products in the Lao PDR. A Manual of 100 Commercial and Traditional Products. The National Agriculture and Forestry Research Institute
Tyozaburo Tanaka & Sauke Nakao (Editors), 1976. Tanaka's Cyclopedia of Edible Plants of the World. Keigaku Publishing Co., Tokyo. 924 pp.