ເລກລຳດັບທີ: 683
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ປິດປີ່ແດງ
Rosy-flowered Leadwort
Plumbago indica L.
ພືດ
ພືດລົ້ມລຸກ
ດອກໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ປິດປີ່ແດງ ໄທ: ຂຸຍວູ, ເສດຖາມັນພະເລີງແດງ, ຕັງຈູໂວ, ປິດປຽວແດງ, ໄຟໄຕ້ດິນ, ອຸບາກຸຊາ. ມຽນມາ: ຈູວອນດາໂກເວນລີ, ແຄນຈອບນີ, ເຄນກີໂອກີນີ. ວຽດນາມ: ຊິິກບົວຊາ, ດ້ອຍກົງນົວດໍ່. ຈີນ: ຊີຮົວດານ. ອັງກິດ: rosy-flowered leadwort, officinal leadwort, Indian leadwort, scarlet leadwort or whorled plantain.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Caryophyllales
ຊື່ສະກຸນ
Plumbaginaceae
ສະກຸນ
Plumbago
ຊະນິດ
Plumbago indica
ຊື່ພ້ອງ
Plumbago rosea L.
Thela coccinea Lour.
ບັນຍາຍລັກສະນະທາງພືດສາດ
ປິດປີ່ແດງ ເປັນພືດປະເພດພືດຜັກ, ບໍ່ຫຼົ່ນໃບ, ອາຍຸຂ້ອນຂ້າງຍືນ, ສູງ 1-2 ມ, ໜ້າຕັດຂອງລຳ 0.5 ຊມ ເສັ້ນຜ່າກາງປະມານ 0.3-0.5 ຊມ, ຍອດອ່ອນສີແດງ ແລະ ລຳຕົ້ນກົມເປັນປ້ອງສີຂຽວແກ່, ກິ່ງອ່ອນ ແລະ ໜໍ່ອ່ອນມີສີແດງ ແລະ ຂໍ້ສີແດງເຂັ້ມເກີດຕາມຂໍ້ຕິດດິນຄ້າຍເຄືອເຂົາ. ໃບແປ, ບາງ, ຮຽງສະລັບສ້ວຍຮູບໄຂ່-ຮີ, ຜີວໃບກ້ຽງ, ໜ້າໃບຂຽວເຂັ້ມ, ຫຼັງໃບມີສີຂຽວອ່ອນ, ຂອບໃບຍັກເປັນເຄືອ ປາຍໃບແຫຼມ ກົກໃບມົນ ໃບຍາວປະມານ 5-12 ຊມ.ກວ້າງ 3-5.5 ຊມ, ກ້ານໃບສີແດງເຂັ້ມມີຂະໜາດ. ຊໍ່ດອກເປັນພົ້ວເກີດຕາມປາຍກິ່ງ ຫຼື ງ່າມໃບ, ດອກສີແດງເຂັ້ມອອກດອກເດືອນ 3-5 . ຊໍ່ດອກຍາວ 10-30 ຊມ, ມີດອກຫອມ 20-90 ດອກ ທີ່ມີສີມ່ວງອ່ອນ ຫາແດງຊໍ້າ ຂະໜາດ ເສັ້ນຜ່າກາງ 2-2.5 ຊມ, ມີຂົນສີແດງ ໜຽວຕິດຢູ່ພື້ນດອກ. ໝາກເປັນແຄັບຊູນ (ກັບ). ໝາກກົມເປັນລອດຍາວປະມານ 0.5-1 ຊມ ໝາກແກ່ລະຫວ່າງເດືອນ 7-8.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ຮາກ, ໃບ ແລະ ລຳຕົ້ນ ຂອງປີດປີ່ແດງ ໃຊ້ເປັນຢາເພື່ອຟອກເລືອດ (ໂດຍສະເພາະໃນຜູ້ຍິງຖືພາ),ເປັນຢາຊ່ວຍຍ່ອຍອາຫານ, ແກ້ປວດ ແລະ ອາການບວມ. ຢ່າງໃດກໍດີ, ການນຳໃຊ້ພືດຊະນິດນີ້ບໍ່ແມ່ນຈະບໍ່ເປັນອັນຕະລາຍ. ຮາກຂອງມັນມີລົດຂົມ ສົ້ມ ສາມາດໃຊ້ບັນເທົາອາການທ້ອງຜູກ ແລະ ຈຸກສຽດ ແຕ່ອາດເຮັດໃຫ້ແທ້ງລູກໄດ້. ຢາຈາກປິດປີ່ແດງ ເປັນທີ່ຮູ້ກັນດີ ສຳລັບໃຊ້ຖ່າຍແມ່ທ້ອງ ແລະ ຂັບໄລ່ສານພິດ ເຊັ່ນ ສານນັກໂກຕິກ (ໃນຢາສູບ) ອອກຈາກຮ່າງກາຍ ທັງກະຕຸ້ນລະບົບປະສາດ ແລະ ເສີມກຳລັງ. ນອກຈາກນີ້, ມັນຍັງເປັນປະໂຫຍດຊ່ວຍລົດອາການຈຸກສຽດ,ອາການໄອ, ຫຼອດລົມອັກເສບ, ລິດສະດວງທະວານ, ພະຍາດຕີນຊ້າງ, ອາການໄຂ້ ແລະ ໂລກຂີ້ທູດ ແລະ ທັງຍັງຊ່ວຍຕຸດເລືອດໃນການລົງປະຈຳເດືອນຜູ້ຍີງ ແລະ ແກ້ເຈັບແຂ້ວອີກ. ປິດປີ່ແດງສາມາດໃຊ້ເປັນຢາປົວພະຍາດຜີວໜັງ ແລະ ເປັນພືດປະດັບໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,