ເລກລຳດັບທີ: 680
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-07-08

ຢາຫົວ
Chinese smilax

Smilax glabra Roxb.


ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)

1 / 6
Image 1
2 / 6
Image 2
3 / 6
Image 3
4 / 6
Image 4
5 / 6
Image 5
6 / 6
Image 6


ຊື່ທ້ອງຖີ່ນ:
ເຂືອງລາຍ ( glabrous greenbrier)

ຊື່ພ້ອງ :
Smilax blinii H.Lév.
Smilax calophylla subsp. concolor C.H.Wright
Smilax calophylla var. concolor C.H.Wright
Smilax dunniana H.Lév.
Smilax glabra subsp. maculata H.Lév.
Smilax glabra var. maculata H.Lév.
Smilax hookeri Kunth
Smilax lanceolata Burm.f.
Smilax mengmaensis R.H.Miao
Smilax trigona Warb.

ຊື່ສະກຸນ:
Smilacaceae

ຊະນິດໃກ້ຄຽງ:
ຢາຫົວແດງ/ Red Smilax

ບັນຍາຍລັກສະນະທາງພືດສາດ:
ພືດຊະນິດນີ້ເປັນເຄືອທີ່ສາມາດເຕີບໂຕໄດ້ຍາວລະຫວ່າງ 1 ຫາ 4 ມ. ບໍ່ມີ, ໝາຍຄວາມວ່າບໍ່ມີໜາມ ຫຼື ໜາມແຫຼມ, ແຕກກິ່ງກ້ານເນື້ອໄມ້ແຂງ ແລະ ລຽບ, ຮູບຊົງກະບອກ.
ກ້ານໃບມີຂະໜາດລະຫວ່າງ 5 ຫາ 15 ຊມ. ແລະ ສາມາດຂະຍາຍອອກໄດ້ຮອດ 30 ຊມ, ມີປີກແຄບຕະຫຼອດຄວາມຍາວຂອງກ້ານ 0,25 ຫາ 0,6 ສວ່ນ, ໃບຈະຫຼົ່ນຈາກປາຍກ້ານ, ພືດຊະນິດນີ້ມີມືເກາະທີ່ພັດທະນາດີດ ເຊິ່ງຊ່ວຍໃຫ້ພືດໄຕ່ຂື້ນໄປໄດ້. ແຜ່ນໃບຮູບໄຂ່ ຫຼື ຮູບຫອກປົນຮູບໄຂ່, ມີຄວາມຍາວ 6 ຫາ 15 ຊມ ແລະ ກວ້າງ 1 ຫາ 7 ຊມ.
ຊໍ່ດອກອອກເປັ່ນຊໍ່ດ່ຽວ (ຊໍ່ດອກອອກຈຸດດຽວກັນ), ບໍ່ມີໃບປະດັບຊໍ່ດອກ ໂຄງສ້າງຄ້າຍໃບ) ຊ່ວຍພະຍຸງຊໍ່ດອກ, ຍາວ 1 ຫາ 5 ມມ ແລະ ສັ້ນກ່ວາກ້ານໃບຈົນສັງເກດເບໍ່ເຫັນ. ແຕ່ລະຊໍ່ຈະມີດອກເພດຜູ້ 10 ຫາ 30 ດອກ, ມີຖານດອກໜາຂື້ນ ແລະ ມີໃບປະດັບດອກ (ໂຄງສ້າງຄ້າຍໃບຂະໜາດນ້ອຍ) ຈຳນວນຫຼາຍ, ດອກເພດຜູ້ຈະອອກບໍລິເວນດ້າຍນອກຂອງດອກ, ເອີ້ນວ່າກາບດອກ, ສີຂາວອົມຂຽວ, ມີລັກສະນະເປັນ 6 ຫຼຽມເລັກນ້ອຍ, ກີບດອກຊັ້ນນອກ (ສ່ວນທີ່ຄ້າຍກີບດອກ) ຮູບໄຂ່ປີ້ນ ຫຼື ຮູບກົມກວ້າງ, ມີຂະໜາດປະມານ 2x3 ມມ. ກີບດອກດ້ານລຸ່ມຈະມີຮ່ອງເລິກ, ກີບດອກຊັ້ນໃນກວ້າງປະມານ 1 ມມ ແລະ ມີຂອບເປັນແສກບໍ່ສະໝ່ຳສະເໝີ. ດອກເພດແມ່, ກີບດ້ານໃນຂອງດອກເພດແມ່ຂອບຈະລຽບ ແລະ ມີເກສອນເພດຜູ້ 3 ອັນ.
ໝາກມີລັກສະນະຄ້າຍໝາກເບີລີ້ສີນ້ຳເງິນປົນດຳ, ມີເສັ້ນຜ່າສູນກາງລະຫວ່າງ 6 ຫາ 10 ມມ. ມີຊັ້ນເຄືອບສີຂາວຄ້າຍແປ້ງ.
ແຫຼ່ງຂໍ້ມູນ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Assam, Bangladesh, Cambodia, China North-Central, China South-Central, China Southeast, Hainan, Laos, Myanmar, Taiwan, Thailand, Tibet, Vietnam. [3]

Global distribution of Smilax glabra bestween 1887 to 2025. Source: [4]

ເຂດກະຈາຍພັນໃນລາວ :
ເຂດສາຍພູຫຼວງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ :
ປ່າເຫຼົ່າແກ່
ປ່າດົງດິບ
ປ່າປະສົມປ່ຽນໃບ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ບໍ່ມີຄວາມສ່ຽງ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ເຄື່ອງດື່ມ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ໝາກສາມາດກິນໄດ້. [1]
ເຄື່ອງດື່ມ: ລຳຕົ້ນໃຊ້ເຄື່ອງດືມເປີດຕ່ອມຮັບລົດ ຫຼື ເຫຼົ້າທີ່ຊ່ວຍໃນການຍ່ອຍ. [1]
ສະໝຸນໄພ: ຫົວຂອງເຄືອຢາຫົວໃຊ້ໃນຢາແຜນບູຮານ ແລະ ໃຊ້ເຮັດສະໝຸນໄພສຳຫຼັບຮັກສາບັນຫາກ່ຽວກັບໝາກໄຂ່ຫຼັງ ແລະ ການການເຈັບຂໍ້. ຊາງບັານມັກຈະໃຊ້ຫົວໃນການຊົງຊາດື່ມທຸກມື້ ສ່ວນໃຫຍ່ຈະໃຫ້ຜູ້ຍິງທີ່ເກດີລູກໃໝ່ດື່ມ [1]. ຖືກສະເໜີໃຫ້ໃຊ້ເປັນຢາປຸກອາລົມທາງເພດ ເປັນຢາເສີມສະມັດທະພາບທາງເພດ ໂດຍສະເພາະສຳຫຼັບແມ່ຍິງທີ່ເກີດລູກໃໝ່ [6]. ສານສະກັດ SGB (ສານສະກັດເລົ້າ ແລະ ນ້ຳ) ແລະ ສານປະກອບຕ່າງໆ, ອອກລິດທາງຊີວະພາບ ແລະ ເພສັດວິທະຍາຕ່າງໆ ເຊັ່ນ ຕ້ານການຕິດເຊື້ອ, ຕ້ານມະເຮັງ, ຕ້ານການອັກເສບ, ຕ້ານອານຸມູນອິດສະຫຼະ, ປ້ອງກັນຫຼອດເລືອດ ແລະ ຫົວໃຈ, ປົກປ້ອງຕັບ, ຫຼຸດກົດຢູຣິກ ແລະ ມີຜົນອື່ນໆ. [7]
ເຄື່ອງມື ແລະ ອຸປະກອນ: ພືດຊະນິດນີ້ໄດ້ຮັບການຂື້ນທະບຽນວ່ານອກຈາກຈະມີສະພະຄຸນທາງການຢາແລ້ວ ຍັງນຳມາໃຊ້ເຮັດເຄື່ອງຈັກສານຕ່າງໆ ໂດຍສະເພາະອຸປະກອນຮອງກົ້ນໝໍ້. [6]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ເມສາ
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ພະຈິກ
ທັນວາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ຕະຫຼາດໃນລາວມັກມີກ່ນຊື້ຂາຍຢາຫົວໃນທ້ອງຖິ່ນ ແລະ ການນຳໄປປະສົມໃນຢາແຜນບູຮານ, ໃນປີ 2004 ລາຄາຢາຫົວຢູ່ທີ່ 4,000 ກີບ ຫຼື ບາງພື້ນທີ່ຢູ່ທີ່ 4.000 ຫາ 28.000 ພັນ ຕໍ່ກິໂລກຼາມ [1]. ຕາຂໍ້ມູນການປະເມີນອາຫານປ່າຢາຫົວມີລາຄາຢູ່ທີ່ 1,500 ຫາ 2,000 ກີບ ຕໍ່ກິໂລ. [10]

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] GBIF. [Online]. Uploaded on 27 April 2023 by Jianstargazer. Available: https://www.gbif.org/occurrence/4121232581. [Accessed 17 December 2024].
[2] GBIF. [Online]. Uploaded on 12 August 2021 by Jacy Chen. Available: https://www.gbif.org/occurrence/4407159384. [Accessed 17 December 2024].
[3] GBIF. [Online]. Uploaded on 26 August 2020 by MP Zhou. Available: https://www.gbif.org/occurrence/4116048397. [Accessed 17 December 2024].
[4] GBIF. [Online]. Uploaded on 30 September 2023 by lii_plum. Available: https://www.gbif.org/occurrence/4421126571. [Accessed 17 December 2024].
[5] GBIF. [Online]. Uploaded on 30 January 2021 by Toby Y. Available: https://www.gbif.org/occurrence/3039153921. [Accessed 17 December 2024].
[6] GBIF. [Online]. Uploaded on 31 January 2023 by Jianstargazer. Available: https://www.gbif.org/occurrence/4076226874. [Accessed 17 December 2024].

ອ້າງອິງ:
[1] Phakhaolao, "Non-timber forest products (NTFPs): Snapshot of emerging definitions," 2024. [Online]. Available: https://phakhaolao.la/wp-content/uploads/2024/11/100_NTFPs.pdf. [Accessed: Dec. 18, 2024].
[2] eFloras, "Flora of China: Taxon details for 200027918," 2024. [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200027918. [Accessed: Dec. 18, 2024].
[3] Kew Science, "Smilax glabra Roxb.," 2024. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:541462-1. [Accessed: Dec. 18, 2024].
[4] GBIF, "Species details for 5295506," 2024. [Online]. Available: https://www.gbif.org/species/5295506. [Accessed: Dec. 18, 2024].
[5] "Document Title," Phakhaolao. [Online]. Available: https://shorturl.at/1Qejk. [Accessed: Dec. 18, 2024].
[6] Pha Tad Ke, "Smilax glabra," 2024. [Online]. Available: https://www.pha-tad-ke.com/plant/smilax-glabra/. [Accessed: Dec. 18, 2024].
[7] Hao W., Yu W., Bing Z., Yao-lei L., Zhi-xin R., Jing-jian H., Zhi-qi Zh., Zhi-jian L., Xiao-meng Zh., "Smilax glabra Roxb.: A Review of Its Tradi-tional Usages, Phytochemical Constituents, Pharmacological Proper-ties, and Clinical Applications," 2024. [Online]. Available: file:///C:/Users/duang/Downloads/Smilax_glabra_Roxb_A_Review_of_Its_Traditional_Usa.pdf. [Accessed: Dec. 18, 2024].
[8]. M. F. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, *A Checklist of the Vascular Plants of Lao PDR*, Edinburgh: Royal Botanic Garden Edinburgh & IUCN Lao PDR, 2007. [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf. [Accessed: Jul. 7, 2025].
[9] Pha Khao Lao, “Checklist of Plants in Laos,” Pha Khao Lao, Lao PDR, Sep. 2024. [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf. [Accessed: Jul. 7, 2025].
[10]. Nafri and CDE, “wild food assessment” AFN II, 2025.

ຜູ້ສ້າງ Factsheet:
Shevilay Inthavong

ຜູ້ກວດສອບ Factsheet:
,