ເລກລຳດັບທີ: 678
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເຄືອຕົດໝາ
Skunk-Vine
Paederia foetida L.
ພືດ
ພືດລົ້ມລຸກ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ເຄືອຕົດໝາ. ໄທ:ກຣະພັງໂຫມ, ຜັກໄໝ ( ຊຽງໃໝ່ ), ຕະມູກປາໄຫຼ ( ອຸດອນທານີ ), ກຣະຈຽວເຜືອ ( ສະກົນນະຄອນ ), ເຄືອໄສ້ປາໄຫຼ ( ມະຫາສາລະຄາມ ), ຕົດໝູ, ຕົດໝາ, ຜັກໄໝ ( ພາກເໜືອ )ກະຈຽວເຜືອ, ເຄືອໄສ້ປາໄຫຼ, ຕະມູກປາໄຫຼ ( ພາກອີສານ ), ກຣະພັງໂຫມ, ຕົດໝູ, ຕົດໝາ ( ພາກກາງ ) ຍ່ານພາໂຫມ ( ພາກໃຕ້ ).
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Rubiaceae
ສະກຸນ
Paederia
ຊະນິດ
Paederia foetida
ຊື່ພ້ອງ
Paederia foetida var. microcarpa Kurz
Paederia foetida f. microphylla (Honda) Tsukaya, Imaichi & J.Yokoy.
Paederia foetida var. sessiliflora (Poir.) Baker
ບັນຍາຍລັກສະນະທາງພືດສາດ
ເຄືອຕົດໝາຈັດເປັນພັນໄມ້ເຄືອປະເພດລົ້ມລຸກ, ເລືອພັນໄປຕາມພື້ນດິນ ຫຼື ເລືອພັນຕາມຕົ້ນໄມ້ອຶ່ນໆ, ລຳຕົ້ນມີຂະໜາດນ້ອຍ, ລຳຕົ້ນ ແລະ ໃບມີຢາງ ເມື່ອບີບ ຫຼື ຍ່ອງຈະມີກິ່ນເໝັນ. ຂະຫຍາຍພັນດ້ວຍວິທີການກ້າເມັດ. ພົບຂຶ້ນທົ່ວໄປຕາມປ່າທຳມະຊາດ.ມີຢູ່ດ້ວຍກັນຫຼາຍສາຍພັນເຊັ່ນ: ຊະນິດໃບໃຫຍ່ ລັກສະນະຂອງໃບຈະເປັນຮູບໄຂ່, ມີຂົນສັ້ນປົກຄຸມ, ຊະນິດໃບນ້ອຍ ລັກສະນະຂອງໃບຈະມີຮູບຮຽວຍາວ ຫຼື ຮູບຫອກ, ຊະນິດໃບຫຍ່ບໍ່ມີຢາງບໍ່ມີຂົນ, ມີກິ່ນເໝັນອ່ອນໆ. ດອກ: ອອກດອກເປັນຊໍ່ດອກນ້ອຍໆໂດຍຈະອອກຕາມຊອກໃບ ຫຼື ໂຄນກ້ານໃບ, ມີຊໍ່ລະປະມານ 2–3 ດອກ, ກີບລ້ຽງດອກຈະມີ 5 ກີບ, ມີຂະໜາດນ້ອຍ, ປາຍກີບແຍກກັນ, ກີບດ້ານນອກເປັນສີຂາວ, ສ່ວນກີບດ້ານໃນເປັນສີມ່ວງແດງ ຫຼື ສີຊົມພູ. ດອກມີເກສອນຜູ້ 5 ອັນ ແລະ ເກສອນແມ່ 1 ອັນຢູ່ກາງ. ໝາກ: ມີລັກສະນະກົມ, ໝາກອ່ອນເປັນສີຂຽວ. ເມື່ອແກ່ຈະເປັນສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໃບ ແລະ ເຄືອໃຊ້ກິນເປັນຢາແກ້ໄຂ້, ແກ້ໂຕຮ້ອນ, ໃຊ້ຕົ້ມນ້ຳດື່ມແກ້ພິດໄຂ້ ເມື່ອເວລາເປັນໄຂ້ໃຫ້ໃຊ້ນ້ຳຕົ້ມຈາກເຄືອ ຫຼື ໃບ ນຳມາເຊັດໂຕ ຫຼື ນຳຜ້າສະອາດມາຈຸ່ມນ້ຳນຳມາວາງໄວ້ເທີງຫົວກໍ່ຈະເຮັດໃຫ້ອາການໄຂ້ຫຼຸດລົງໄດ້ເປັນຢ່າງດີ.ທັງຕົ້ນໃຊ້ຕົ້ມດື່ມເປັນຢາຂັບປັດສະວະ, ຊ່ວຍແກ້ພິດຕ່າງໆ. ໝໍຢາພື້ນບ້ານໃນປະເທດຟີລິບປີນຈະນຳໃບມາຕົ້ມ ແລະ ນຳມາຕຳໃຫ້ແຫຼກແລ້ວນຳມາໂພະລົງເທີງທ້ອງຈະຊ່ວຍແກ້ຍ່ຽວຢັດເຮັດໃຫ້ສາມາດຂັບປັດສະວະອອກມາໄດ້. ນອກນັ້ນຍັງນຳໃບມາຕົ້ມດື່ມກໍ່ຊ່ວຍຂັບໜີ້ວອອກຈາກກະເພາະປັດສະວະໄດ້ດ້ວຍ.ປະຊາຊົນລາວສະໄໝກ່ອນໄດ້ນຳໃຊ້ຮາກເຄືອຕົດໝາປະສົມ ຫຼື ນວດກັບແປ້ງເຂົ້າຂຽບເຮັດໃຫ້ແປ້ງເຂົ້າຂຽບໂພງດີ. ປະໂຫຍດທາງດ້ານການປິ່ນປົວສາມາດນຳໃຊ້ໝົດເກືອບທຸກສ່ວນສາມາດປົວພະຍາດໄດ້ເຊັ່ນ: ກະເພາະລົມ, ທ້ອງອືດ, ທ້ອງຍື່ງ. ໂດຍນຳເອົາເຄືອຕົດໝາ 1 ກຳມືປະສົມກັບຜັກບົ່ວເລືອດ ( ຫວ້ານຈອດ ) 3 ຫົວ, ຂີ້ໝີ້ນ 7 ປ່ຽງ, ຫວ້ານຕູບໝູບ 7 ຫົວ ແລະ ຫວ້ານໄພ 7 ປ່ຽງ. ເອົາທັງໝົ້ດປະສົມກັນນຳໄປຕົ້ມກັບນ້ຳ 1,5 ລິດໃຫ້ຟົດ, ຕອງດ້ວຍແພຂາວສະອາດແລ້ວແບ່ງດື່ມ 3 ເວລາ ( ເຊົ້າ, ສວຍ, ແລງ ) ຈົນກວ່າອາການຈະດີຂຶ້ນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,