ເລກລຳດັບທີ: 676
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນໝາກກ້ອງໃບ
Seed Under Leaf
Phyllanthus amarus Schumach. & Thonn.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ໝາກກ້ອງໃບ ໄທ: ຕົ້ນໃຕ້ໃບ, ຫຍ້າລູກໃຕ້ໃບ, ໝາກໄຂ່ຫຼັງ, ຫຍ້າໃຕ້ໃບ ຈີນ: ຈູກ່ວຍເຊົ່າ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malpighiales
ຊື່ສະກຸນ
Phyllanthaceae
ສະກຸນ
Phyllanthus
ຊະນິດ
Phyllanthus amarus
ຊື່ພ້ອງ
Diasperus nanus (Hook.f.) Kuntze
Phyllanthus amarus subsp. amarus
Phyllanthus amarus var. baronianus Leandri
Phyllanthus nanus Hook.f.
Phyllanthus niruri var. amarus (Schumach. & Thonn.) Leandri
Phyllanthus niruri var. genuinus Beille
Phyllanthus niruri var. scabrellus (Webb) Müll.Arg.
Phyllanthus scabrellus Webb
Phyllanthus swartzii Kostel.
ບັນຍາຍລັກສະນະທາງພືດສາດ
ຕົ້ນໝາກກ້ອງໃບຈັດເປັນພືດລົ້ມລຸກມີອາຍຸພຽງປີດຽວ, ສູງປະມານ 10–60 ຊັງຕີແມັດ, ແຕກກິ່ງກ້ານສາຂາຫຼາຍ, ລຳຕົ້ນບໍ່ມີຂົນ ແລະ ທຸກສ່ວນຂອງລຳຕົ້ນມີຣົດຂົມ. ໃບ: ເປັນໃບປະກອບແບບຂົນນົກຊັ້ນດຽວປາຍຄີ່, ມີໃບຍ່ອຍປະມານ 23–25 ໃບ. ລັກສະນະຂອງໃບຍ່ອຍເປັນຮູບຂອບຂະໜານແກມຮູບໄຂ່ກັບ, ໂຄນໃບມົນແຄບ ສ່ວນປາຍໃບມົນກວ້າງ, ໃບມີຂະໜາດກວ້າງປະມານ 3–4 ມິນລີແມັດ ແລະ ຍາວປະມານ 5–10 ມີນລີແມັດ, ມີກ້ານໃບສັ້ນ, ມີຫູໃບສີຂາວນວນລັກສະນະເປັນຮູບ 3 ຫຼ່ຽມປາຍແຫຼມເກາະຕິດຢູ່ 2 ອັນ. ດອກ: ເປັນແບບແຍກເພດມີຂະໜາດສີຂາວ, ເສັ້ນຜ່າສູນກາງປະມານ 0.08 ຊັງຕີແມັດ. ດອກເພດແມ່ມັກຈະຢູ່ບໍລິເວນໂຄນກ້ານໃບ. ສ່ວນດອກເພດຜູ້ຈະຢູ່ບໍລິເວນສ່ວນປາຍຂອງກ້ານໃບ. ໂດຍດອກເພດແມ່ຈະມີຂະໜາດໃຫຍ່ກວ່າດອກເພດຜູ້ 2 ເທົ່າ, ເກສອນຜູ້ຈະມີ 3 ກ້ານ, ໂຄນກ້ານເກສອນເຊື່ອມກັນເລັກນ້ອຍແຕກຢູ່ຕາມແນວນອນ. ສ່ວນກີບຮອງ ແລະ ກີບດອກເປັນຮູບໄຂ່ ແລະ ຂອບກີບມີສີອ່ອນ. ໝາກ: ລັກສະນະເປັນຮູບຊົງກົມ, ຜີວລຽບມີສີຂຽວອ່ອນ, ໝາກມີຂະໜາດປະມານ 0.15 ຊັງຕີແມັດ. ໂດຍໝາກກຈະຕິດເກາະຢູ່ບໍລິເວນໃຕ້ໂຄນຂອງໃບຍ່ອຍ ແລະ ຢູ່ໃນບໍລິເວນກາງກ້ານໃບ, ໝາກເມື່ອແກ່ແຕກເປັນ 6 ຫ້ອງ, ແຕ່ລະຫ້ອງມີເມັດ 1 ແມັດ ສີນ້ຳຕານມີລັກສະນະເປັນຮູບສ້ຽວ 1/6 ຂອງຮູບຊົງກົມ, ມີສັນຕາມຍາວທາງດ້ານຫຼັງ ແລະ ມີຂະໜາດນ້ອຍ ປະມານ 0.1 ຊັງຕີແມັດ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ໝາກກ້ອງໃບເປັນສະໝຸນໄພທີ່ມີລິດຊ່ວຍຄວບຄຸມ ແລະ ຫຼຸດລະດັບນ້ຳຕານໃນເລືອດໄດ້ ຈິ່ງເປັນປະໂຫຍດຕໍ່ຜູ້ທີ່ເປັນພະຍາດເບົາຫວານ. ແຕ່ມີຂໍ້ແນະນຳສຳລັບຜູ້ປ່ວຍເບົາຫວານວ່າຕ້ອງຮັບປະທານຢາແຜນປັດຈຸບັນຕາມທີ່ແພດສັ່ງ ແລະ ຄວນມັ່ນກວດລະດັບນ້ຳຕານໃນເລືອດຢ່າງສະໝ່ຳສະເໝີໂດຍໃຫ້ໃຊ້ທັງຕົ້ນຂອງໝາກກ້ອງໃບຊະນິດ P. urinaria ຈຳນວນ 1 ກຳມືນຳມາຕົມດື່ມ. ຕົ້ນ ແລະ ຮາກ ຊ່ວຍຂັບໜີ່ວໃນໜາກໄຂ່ຫຼັງ, ຮັກສາໜີ່ວໃນຖົງນ້ຳດີ ຫຼື ໃຊ້ທັງຕົ້ນ ຊະນິດ P. urinaria ຈຳນວນ 1 ກຳມືຕຳໃຫ້ແຫຼກຄັ້ນເອົານ້ຳ ແລະ ໃຫ້ເອົາສານສົ້ມຂະໜາດປາຍນີ້ວກ້ອຍລະລາຍລົງໄປແລ້ວດື່ມກ່ອນອາຫານໃຫ້ໝົດຄັ້ງລະເຄິ່ງຖ້ວຍນ້ອຍ ວັນລະ 3 ຄັ້ງ, ໂດຍໃຫ້ດື່ມຕິດຕໍ່ກັນ 3 ວັນ. ຈາກນັ້ນໃຫ້ໃຊ້ທັງຕົ້ນຈຳນວນ 1 ກຳມືນຳມາຕົ້ມກັບນ້ຳຕານຊາຍແດງໃຫ້ພໍຫວານໃຊ້ດື່ມຕາງນ້ຳຕິດຕໍ່ກັນ 3 ວັນ ເມື່ອຮອດມື້ທີ 7 ກໍ່ໃຫ້ດື່ມນ້ຳອ້ອຍສົດ ວັນ 1 ຈອກຕໍ່ໄປອີກ 3 ວັນເພື່ອຊ່ວຍລ້າງນີ້ວເປັນຂັ້ນຕອນສຸດທ້າຍ. ທັງຕົ້ນໃຊ້ຕົ້ມນ້ຳດື່ມຕິດຕໍ່ກັນ 1 ອາທິດ ຈະຊ່ວຍກຳຈັດພິດອອກຈາກຕັບ ປ້ອງກັນບໍ່ໃຫ້ຕັບຖືກທຳລາຍຈາກສານພິດຕ່າງໆ ແລະ ຊ່ວຍບຳລຸງຕັບ. ນອກຈາກນີ້ຍັງສາມາດຊ່ວຍຮັກສາພະຍາດໄວຣັສໃນຕັບໃຫ້ເປັນປົກກະຕິ ຈິ່ງຊ່ວຍໃນການທຳງານຂອງໝາກໄຂຫຼັງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,