ເລກລຳດັບທີ: 672
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-11-06
ຕິ້ວສົ້ມ
Mempat
Cratoxylum formosum (Jack) Benth. & Hook.fil. ex Dyer
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ຊື່ທ້ອງຖີ່ນ:
ຕິ້ວຂາວ, ຕິ້ວແດງ ( Pink Mempat)
ຊື່ພ້ອງ
:
Cratoxylum formosum (Jack) Benth. & Hook.fil.
Elodea formosa Jack
Hypericum aegypticum Blanco
Elodea formosa Jack
Hypericum aegypticum Blanco
ຊື່ສະກຸນ:
Hypericaceae
ຊະນິດໃກ້ຄຽງ:
ຕົ້ນຕິ້ວມ່ອນ / Yellow Cow Wood
ບັນຍາຍລັກສະນະທາງພືດສາດ:
ເປັນຕົ້ນໄມ້ຂະໜາດກາງ ຫາ ຂະໜາດໃຫຍ່, ສາມາດສູງໄດ້ຮອດ 45 ມ, ເປືອກມີສີເທົາ ແລະ ມີເກັດ.
ໃບອອກເປັນຄູ່ກົງກັນຂ້າມກັນ ແລະ ມີກ້ານໃບຍາວ, ແຜ່ນໃບມີເນື້ອນຸ້ມ ຫຼື ຄ້າຍກະດາດ, ຮູບຮີແຄບ ຫາ ກວ້າງ, ຍາວ 3.5 ຫາ 18 ຊມ, ກວ້າງ 1 ຫາ 7,6 ຊມ, ເມື່ອຍັງອ່ອນ, ໃບມີສີບົວປົນແດງ ແຕ່ເມື່ອໃຫຍ່ເຕັມທີຈະປ່ຽນເປັນສີຂຽວເຂັ້ມດ້ານເທິງ ແລະ ຜິວໃບດ້ານລຸ່ມເປັນສີຂຽວອ່ອນ.
ດອກມີສີບົວອ່ອນ, ກວ້າງ 1.3 ຫາ 2.5 ຊມ, ອອກດອກເປັນກະຈຸກນ້ອຍ 1 ຫາ 6 ດອກ, ອອກຕາມງ່າມໃບທີ່ຫຼົ່ນ ຫຼື ອອກຕາມຊອກກິ່ງທີ່ບໍ່ມີໃບ.
ໝາກສີນ້ຳຕານເຂັ້ມ, ຮູບຮີ, ຍາວ 10 ຫາ 19 ມມ, ກວ້າງ 4 ຫາ 6 ມມ, ເມື່ອສຸກໝາກຈະແຕກອອກເປັນ 3 ສ່ວນ, ເພື່ອປ່ອຍແກ່ນທີ່ມີປີກອອກມາ. ກາບດອກປົກຄຸມໂຄນໝາກເກືອບເຄິ່ງໜຶ່ງ. ແກ່ນມີສີນ້ຳຕານ, ຮູບຍົດນຳແຄບ, ຍາວ 6 ຫາ 7.5 ມມ, ກວ້າງ 2 ຫາ 4 ມມ, ແຕ່ລະໝາກມີແກ່ນເປັນຈຳນວນຫຼາຍ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Andaman Is., Assam, Borneo, Cambodia, China South-Central, China Southeast, Hainan, Jawa, Laos, Malaya, Myanmar, Philippines, Sulawesi, Sumatera, Thailand, Vietnam. [2]
Global distribution of Cratoxylum formosum between 1900 to 2025. Source: [3]

ເຂດກະຈາຍພັນໃນລາວ
:
ເຂດສາຍພູຫຼວງພາກເໜືອ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
:
ປ່າດົງດິບ
ປ່າປະສົມປ່ຽນໃບ
ແຄມຝັ່ງນໍ້າ
ແມ່ນ້ຳ ແລະ ລຳທານ
ທະເລສາບ ແລະ ສະນ້ຳ
ຜາ
ເຂດຜະລິດພືດຜົນເນີນສູງ
ປ່າເຫຼົ່າອ່ອນ
ປ່າເຫຼົ່າແກ່
ສວນຄົວ
ສວນສາທາລະນະ ແລະ ພື້ນທີ່ສາທາລະນະ
ປ່າປະສົມປ່ຽນໃບ
ແຄມຝັ່ງນໍ້າ
ແມ່ນ້ຳ ແລະ ລຳທານ
ທະເລສາບ ແລະ ສະນ້ຳ
ຜາ
ເຂດຜະລິດພືດຜົນເນີນສູງ
ປ່າເຫຼົ່າອ່ອນ
ປ່າເຫຼົ່າແກ່
ສວນຄົວ
ສວນສາທາລະນະ ແລະ ພື້ນທີ່ສາທາລະນະ
ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບໍ່ຖືກລະບຸໃນບັນຊີປະເພດໃດ
ການນຳໃຊ້
ປະເພດການນຳໃຊ້:
ກິດຈະກຳການກະເສດ
ອຸປະກອນ ແລະ ເຄື່ອງມື
ອາຫານ
ພືດເປັນຢາ
ອຸປະກອນ ແລະ ເຄື່ອງມື
ອາຫານ
ພືດເປັນຢາ
ບັນຍາຍການນຳໃຊ້:
ອາຫານ: ໃບ ແລະ ດອກອ່ອນຂອງຕິ້ວສົ້ມສາມາດກິນດິບກັບລາບ ຫຼື ໃສ່ໃນແກງປາ ແລະ ຊຸບ ເຊິ່ງຊ່ວຍເຮັດໃຫ້ມີຣົດຊາດສົ້ມ, ຫອມ ແລະ ຄ້າຍແທນນິນ, ຖືເປັນຜັກທີ່ມີຣົດສົ້ມ ເຊື່ອກັນວ່າມີປະໂຫຍດຕໍ່ສຸຂະພາບ ແລະ ມັກກິນຄູ່ກັບຊີ້ນປີ້ງ, [7], [9]
ສະໝຸນໄພ: ໃບ, ເປືອກ ແລະ ຮາກຂອງຕິ້ວສົ້ມແຫ້ງ ນຳມາຊົງເປັນຊາສະໝຸນໄພສຳຫຼັບບັນຫາທາງເດີນອາຫານ. ຢ່າງເປືອກໃຊ້ຮັກສາຕີນແຫ້ງແຕກ, ກຳຈັດໜັງດ້ານ ແລະ ບັນເທົາອາການຄັນ. ເປືອກ ແລະ ໃບ ໃຊ້ປະສົມກັບນ້ຳມັນໝາກພ້າວບັດລະອຽດ ນຳມາພອກເພື່ອແກ້ບັນຫາທາງຜິວໜັງ, ໃນຂະນະທີ່ຢາງເປືອກຍັງໃຊ້ຮັກສາອາການແຂ້ວພຸໄດ້ອີກດ້ວຍ. [7], [9]
ເຄື່ອງມື ແລະ ອຸປະກອນ: ໄມ້ຮູ້ຈັກກັນໃນນາມເປັນພືດເສດຖະກິດ, ລຳຕົ້ນເປັນໄມ້ເນື້ອແຂງ, ມີນ້ຳໜັກປານກາງ ໃຊ້ໃນງານແກະສະຫຼັກ, ເຟີນິເຈີ, ກໍ່ສ້າງເຮືອນ, ເສົາ ແລະ ໄມ້ຄ້ຳ. [7], [9]
ພະລັງງານ ແລະ ແສງສະຫວ່າງ: ເນື້ອໄມ້ມີປະໂຫຍດໃນການເຮັດຖ່ານ ແລະ ຟືນໄດ້. [7], [9]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ
ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ເມສາ
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ພະຈິກ
ທັນວາ
ກຸມພາ
ມີນາ
ເມສາ
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ພະຈິກ
ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ຜັກຕິ້ວສົ້ມໃຊ້ກັນຢ່າງແພ່ຫຼາຍ ແລະ ຈຳນ່າຍທົ່ວປະເທດລາວ, ມີຈຳນ່າຍຢູ່ວຽງຈັນໃນລາຄາ 5.000 ກີບຕໍ່ມັດ, ປະມານ 20 ຫາ 25 ຍອດ. [9]
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ພືດຊະນິດນີ້ສາມາດຂະຫຍາຍພັນໄດ້ໂດຍແກ່ນ ແລະ ການປັກຊຳກິ່ງ, ເຖິງແມ່ນວ່າອັດຕາການງອກຂອງແກ່ນຈະຕ່ຳກໍ່ຕາມ ຄວນເບິ່ງແຍງຢ່າງລະມັດລະວັງລະຫວ່າງການຍ້າຍປູກ ເນື່ອງຈາກອາດມີໜາມບໍລິເວນລຳຕົ້ນ ຄວາມສາມາດໃນການປັບຕົວໃຫ້ເຂົ້າກັບລະດັບຄວາມຊຸ່ມ ໃນດິນທີ່ຫຼາກຫຼາຍ ເຮັດໃຫ້ເໝາະສົມສຳຫຼັບພື້ນທີ່ຊຸ່ມ ແລະ ເປັນຊາຍ. [1]
ການເກັບກ່ຽວ: ໃບ ແລະ ຍອດສາມາດເກັບກ່ຽວໄດ້ຕະຫຼອດປີ. [8]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ພືດຊະນິດແພ່ຫຼາຍ ແລະ ກວ້າງຂວາງ ແລະ ບໍ່ມີໄພຂົ່ມຂູ່ທີ່ສຳຄັນ, ອາກມີການຫຼຸດລົງ ຂອງປະຊາກອນໃນບາງພື້ນທີ່ ເນື່ອງຈາກການໃຊ້ງານ, ການຄ້າ ແລະ ການປ່ຽນແປງ ການໃຊ້ທີ່ດິນ. [8]
ການຕິດຕາມປະຊາກອນ: ຄາດວ່າປະຊາກອນຈະມີຈຳນວນຫຼາຍ. [8]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 05 November 2023 by zicky Curator. Available: https://www.inaturalist.org/observations/155454513. [Accessed 05 November 2025].
[2] iNaturalist [Online]. Uploaded on 18 July 2025 by Alponsin. Available: https://www.inaturalist.org/observations/298843474. [Accessed 05 November 2025].
[3] iNaturalist [Online]. Uploaded on 12 March 2025 by Lanna Mountains Charlie. Available: https://www.inaturalist.org/observations/265053137. [Accessed 05 November 2025].
[4] iNaturalist [Online]. Uploaded on 27 May 2023 by Nik Faizu Nik Hassan. Available: https://www.inaturalist.org/observations/163913099. [Accessed 05 November 2025].

ອ້າງອິງ:
[1] Cratoxylum formosum (Jack) Dyer, National Parks Board — Flora & Fauna Web. [Online]. Available: https://www.nparks.gov.sg/florafaunaweb/flora/2/8/2830. [Accessed: 05-Nov-2025].
[2] Cratoxylum formosum (Jack) Benth. & Hook.f. ex Dyer, Royal Botanic Gardens, Kew — Plants of the World Online, taxon urn:lsid:ipni.org:names:433057-1. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:433057-1. [Accessed: 05-Nov-2025].
[3] Cratoxylum formosum, GBIF Backbone Taxonomy, species 7330024. [Online]. Available: https://www.gbif.org/species/7330024. [Accessed: 05-Nov-2025].
[4] A Checklist of the Vascular Plants of Lao PDR”, [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf. [Accessed: 5-Nov-2025]
[5] M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, A Checklist of the Vascular Plants of Lao PDR. Edinburgh, UK: Royal Botanic Garden Edinburgh, 2007. [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf. [Accessed: 05-Nov-2025].
[6]. Nafri and CDE, “wild food assessment” AFN II, 2025.
[7] C. Schmidt, “100 NTFPs: Local livelihoods, ecosystem services and biodiversity — a handbook for Lao PDR,” Pha Khao Lao (Library / CDE Library), 2024. [Online]. Available: https://phakhaolao.la/wp-content/uploads/2024/11/100_NTFPs.pdf. [Accessed: 6-Nov-2025]
[8] Cratoxylum formosum, The IUCN Red List of Threatened Species 1998: e.T33354A212030377. [Online]. Available: https://www.iucnredlist.org/species/33354/212030377#habitat-ecology. [Accessed: 06-Nov-2025]
[9] Pha Tad Ke Botanical Garden (Laos), Cratoxylum formosum — Plant profile. [Online]. Available: https://www.pha-tad-ke.com/plant/cratoxylum-formosum/. [Accessed: 06 Nov 2025].
[10] Cratoxylum formosum, Flora of China, vol. 2. [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200014169. [Accessed: 06-Nov-2025].

ຜູ້ສ້າງ Factsheet:
Keooudone Souvannakhoummane
ຜູ້ກວດສອບ Factsheet:
,