ເລກລຳດັບທີ: 666
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-09
ຕົ້ນໝາກເຍົາເລືອດ
Bellyache Bush
Jatropha gossypiifolia L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ຊື່ທ້ອງຖີ່ນ:
ລາວ: ໝາກເຍົາເລືອດ, ໝາກເຍົາແດງ
ໄທ: ສະບູ່ແດງ, ລະຫຸ່ງແດງ, ສະລອດແດງ, ສະບູ່ເລືອດ, ຫົງແດງ, ມະຫຸ່ງແດງ, ສີລອດ, ຍາເກາະ, ເຍົາປ່າ
Eng: bellyache bush, black physicnut or cotton-leaf physicnut
ຊື່ພ້ອງ
:
Adenoropium gossypiifolium (L.) Pohl
Adenoropium jacquinii Pohl
Jatropha elegans Kl.
Jatropha gossypiifolia f. angustiloba Chodat & Hassl.
Jatropha gossypiifolia var. gossypiifolia
Jatropha gossypiifolia subsp. heterophylla Chodat & Hassl.
Jatropha gossypiifolia var. staphysagriifolia (Mill.) Müll.Arg.
Jatropha jacquinii Baill.
Jatropha staphysagriifolia Mill.
Manihot gossypiifolia (L.) Crantz

ຊື່ສະກຸນ:
Euphorbiaceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ພືດລຳໄມ້ຢືນຕົ້ນປະເພດແຕກຟຸ່ມຂະໜາດນ້ອຍ, ສູງປະມານ 2 ແມັດ, ລຳຕົ້ນໜຽວ, ອອກສີຂາວ, ມີຕູດ ແລະ ຕຸ່ມນ້ອຍແຈກຢາຍທົ່ວໄປ. ຍອດອ່ອນ, ລຳ, ກ້ານໃບ, ເນື້ອໃບ ແລະ ກ້ານໃບອອກສີແດງຊ້ຳ. ໃບ: ແມ່ນໃບປະເພດດ່ຽວສັບຊ້ອນແບບສະຫຼັບ, ຈັບຢູ່ຕາມລຳ ແລະ ງ່າ, ເນື້ອໃບແບ່ງເປັນ 3 ຫຼື 5 ສ່ວນ ແລະ ມີລັກສະນະຈ່າງອອກຄ້າຍຄືມື, ມີຂະໜາດກວ້າງ 15–20 ຊັງຕີແມັດ, ຍາວ 12–17 ຊັງຕີແມັດເນື້ອໃບອອກສີຂຽວອົມແດງຊ້ຳ, ສ່ວນໃບອ່ອນຈຳນວນໜຶ່ງທີ່ຢູ່ຍອດອອກສີແດງຊ້ຳ, ກ່າງໃບຈະແຈ້ງທາງເບື້ອງເທີງ ແລະ ເບື້ອງລຸ່ມ. ເນື້ອໃບເບື້ອງເທີງເຫຼື້ອມ, ມີຂົນຫຸ້ມ ແລະ ຂົນປປ່ອຍຖ່າຍຈັດລຽງກັນຢູ່ແຄມໃບ. ກ້ານໃບກົມ, ຍາວ 15–17 ຊັງຕີແມັດ, ອອກສີແດງຊ້ຳຢູ່ເບື້ອງໜ້າ ແລະ ເບື້ອງຫຼັງ. ຢູ່ເບື້ອງໜ້າຂອງກ້ານໃບມີຂົນປ່ອຍຖ່າຍແຈກຢາຍເປັນຈຸ້ມລຽນເປັນແຖວຍາວຕາມກ້ານໃບ. ຈຸ້ມຂົນດັ່ງກ່າວຍັງແຈກຢາຍລັກສະນະເປັນຈຸ້ມຢູ່ລະດັບກິ່ງງ່າອີກດ້ວຍ. ດອກ: ອອກເປັນພວງຢູ່ປາຍຍອດ, ມີສີແດງ. ແມ່ນດອກປະເພດ 5 ເປັນດອກທີ່ມີເຕົ້າໄຂ່ຈັບເທີງ ແລະ ມີເພດແຍກພາຍໃນຕົ້ນດຽວ, ຢູ່ຕາມແຄມຂອງກາບດອກມີຂົນຫຸ້ມຫໍ່ ແລະ ຂົນປ່ອຍຖ່າຍຈັບຢູ່ເຊັ່ນກັນ. ໝາກ: ມີຮູບກົມ, ມີເສັ້ນຜ່າກາງປະມານ 1 ຊັງຕີແມັດ, ເບິ່ງຮູບນອກ, ໝາກແບ່ງເປັນ 6 ປ່ຽງ, ຖ້າຜ່າເບິ່ງຈະເຫັນວ່າແບ່ງອອກເປັນ 3 ຫ້ອງ, ແຕ່ລະຫ້ອງບັນຈຸແກ່ນ 1 ອັນ. ແກ່ນຍາວ 0.7–0.8 ຊັງຕີແມັດ. ແຕ່ລະແກ່ນມີປີກສີຂາວ. ໝົດທຸກພາກສ່ວນຂອງຕົ້ນບັນຈຸທາດໄສໆ ພືດຊະນິດນີ້ມີຖິ່ນກຳເນີດຢູ່ທະວີບອາເມລິກາເຂດຮ້ອນ ແລະ ຊຸ່ມ. ປະຈຸບັນເກີດຢູ່ທົ່ວໄປຢູ່ຕາມບ່ອນຮົກເຮື້ອ. ລະດູອອກດອກແມ່ນ ເດືອນ ເມສາ ຫາ ເດືອນ ມິຖຸນາ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ລຽບແມ່ນ້ຳຂອງພາກເໜືອ
ທົ່ງພຽງວຽງຈັນ
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ
ບັນຍາຍການນຳໃຊ້:
ໃບໃຊ້ເປັນຢາລະບາຍ, ແກ້ໄຂ້, ແກ້ອາການເຈັບທ້ອງ ໂດຍການຕົ້ມນ້ຳກິນ ຫຼື ຈະໃຊ້ເມັດນຳມາເຜົາໃຫ້ສຸກແລ້ວກິນເປັນຢາຖ່າຍ, ຢາລະບາຍກໍ່ໄດ້ເຊັ່ນກັນແຕ່ຄວນໃຊ້ແຕ່ນ້ອຍ, ນ້ຳມັນຈາກເມັດໃຊ້ເປັນຢາຖ່າຍ, ຊ່ວຍຂັບຖ່າຍພະຍາດ, ຂັບຖ່າຍນ້ຳເຫຼືອງເສຍ, ໃບໃຊ້ຕຳແກ້ອາການຜື່ນຄັນ, ແກ້ຝີ. ຖ້ານຳໃບມາຕົ້ມນ້ຳອາບຈະຊ່ວຍບັນເທົາອາການປວດເມື່ອຍໄດ້.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
ສີສຸວັນ ກ. ພິນິດ, ອາຈານ ບົວໄຂຄອນ ສະແຫວງສຶກສາ ແລະ ນາງ ສີສຸພັນ ຫຼວງລາດ. 1995. ປື້ມຕົ້ນໄມ້ເປັນຢາບາງຊະນິດຢູ່ລາວ, ໜ້າ, ໜ້າ 43-44.
Juliana Félix-Silva, Raquel Brandt Giordani, Arnóbio Antonio da Silva-Jr, Silvana Maria Zucolotto, and Matheus de Freitas Fernandes-Pedrosa. 2014. Jatropha gossypiifolia L. (Euphorbiaceae): A Review of Traditional Uses, Phytochemistry, Pharmacology, and Toxicology of This Medicinal Plant. Evid Based Complement Alternat Med. 2014: 369204.
Juliana Félix-Silva,Raquel Brandt Giordani, Arnóbio Antonio da Silva-Jr, Silvana Maria Zucolotto and Matheus de Freitas Fernandes-Pedrosa. 2014. Jatropha gossypiifolia L. (Euphorbiaceae): A Review of Traditional Uses, Phytochemistry, Pharmacology, and Toxicology of This Medicinal Plant. Evidence-based Complementary and Alternative Medicine 2014(3):369204
ນ. ກຸນທິດາ ປານສີຣິ, ການສຶກສາປະລິມານນ້ຳມັນ ແລະ ສານພິດຟໍບອນເອສເທີຊະນິດ DHPB ໃນສ່ວນຕ່າງໆ ຂອງຝິ່ນຕົ້ນ (Jatropha multifida L) ແລະ ສະບູ່ແດງ. (Jatropha gossypifolia L.) , ໜ້າ 20 - 21.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: