ເລກລຳດັບທີ: 662
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຫ້ອມແກ້ວ
False Daisy
Eclipta alba (L.) Hassk.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນຫ້ອມແກ່ວ, ຕົ້ນຫ້ອມກ່ຽວໄທ: ມະເມັງ, ກາເມັງ, ຄັດເມັງ, ຫຍ້າສັບ, ຮ່ອມກ່ຽວ, ຫ້ອມກ້ຽວຈີນ: ບັງກີເຊົ່າ, ຮັ່ນເຫຼີ, ຍົນເສົ່າ, ບັກອັ່ງເນີ້ຍ, ອົ້ວໂໜ່ຍເຊົ່າ (鳢肠 [li chang])
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Asteraceae
ສະກຸນ
Eclipta
ຊະນິດ
Eclipta alba
ຊື່ພ້ອງ
Acmella lanceolata Link ex Spreng.
Amellus carolinianus Walter
Anthemis abyssinica J.Gay ex A.Rich.
Anthemis abyssinica var. abyssinica
ບັນຍາຍລັກສະນະທາງພືດສາດ
ພືດລຳຫຍ້າຍາວນານ, ສູງ 30 -40 ຊັງຕີແມັດ, ລຳເປັນຫຼ່ຽມອອກສີຂຽວປະສົມສີອິດ ແລະ ມີຂົນ. ໃບ: ແມ່ນໃບປະເພດດ່ຽວຈັບພາບກັນເປັນຄູ່, ມີຂົນທັງ 2 ເບື້ອງ, ຂອບໃບເປັນວັກຫ່າງປະມານ 2–3 ວັກຊ່ວງປາຍໃບ, ຂອບໃບທັງສອງດ້ານມີຂົນສັ້ນໆ ສີຂາວ, ໃບກວ້າງປະມານ 0,8–2 ຊັງຕີແມັດ ແລະ ຍາວປະມານ 4–10 ຊັງຕີແມັດ, ບໍ່ມີກ້ານໃບ ( ຖ້າເກີດຢູ່ບ່ອນແຫ້ງແລ້ງໃບຈະມີຂະໜາດນ້ອຍ. ແຕ່ຖ້າເກີດໃນພື້ນທີ່ຊຸ່ມ, ມີນ້ຳ ໃບຈະໃຫຍ່). ດອກ: ແມ່ນຫົວດອກແບບປະສົມ, ດອກສະໝ່ຳສະເໝີ ແລະ ດອກບໍ່ສະໝ່ຳສະເໝີ. ຫົວດອກອອກຢູ່ຂ້າງໃບ ຫຼື ຢູ່ປາຍງ່າ, ດອກມີສີຂາວ ແລະ ຂະໜາດນ້ອຍ. ແມ່ນດອກປະເພດ 5 ແລະ ມີເພດຮ່ວມ. ໝາກ: ແມ່ນປະເພດໝາກແຫ້ງ, ເປັນຫຼ່ຽມ, ໄຂບໍ່ໄດ້.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ໃຊ້ເປັນຢາບຳລຸງຮ່າງກາຍໃຫ້ແຂງແຮງ, ແກ້ອາການປວດເມື່ອຍໂດຍໃຊ້ຕົ້ນປະສົມກັບພິກໄທ ແລະ ນ້ຳເຜີ້ງ ແລ້ວປັ້ນເປັນລູກນ້ອຍໆ, ຮາກໃຊ້ຕົ້ມເອົາແຕ່ນ້ຳກິນຊ່ວຍແກ້ໂຣກໂລຫິດຈາງ, ຮັກສາໂຣກເບົາຫວານໂດຍການນຳຕົ້ນຫ້ອມແກ່ວມາຕາກແດດໃຫ້ແຫ້ງແລ້ວນຳໄປຂົ້ວໃຫ້ພໍຫອມນຳມາຊົງກັບນ້ຳຮ້ອນໃຊ້ດື່ມເປັນຊາ, ຊ່ວຍຮັກສາອາການທາງປະສາດ, ເປັນລົມວິນວຽນ, ມີອາການຊັກເກງ, ມືເກງ ແລະ ກ່ຽວກັນ ( ອາການຄ້າຍໂຣກ Hyperventilation ). ໂດຍໃຊ້ຫ້ອມແກ່ວເປັນຢາຫຼັກນຳມາຕຳຄັ້ນເອົານ້ຳປະສົມກັບສະໝຸນໄພທີ່ມີກິ່ນຫອມອຶ່ນໆເຊັ່ນ: ຫວ້ານຫອມເປຣາະ, ຂິງ ເປັນຕົ້ນ. ແລ້ວນຳນ້ຳຄັ້ນມາຈິບກິນ ແລະ ໃຊ້ຜ້າຊຸບນ້ຳປະສົມກັບນ້ຳຄັ້ນດັ່ງກ່າວນຳມາເຊັດໜ້າ ແລະ ຄຸມຫົວໄວ້. ນອກນັ້ນຍັງຊ່ວຍຮັກສາໂຣກກ່ຽວກັບຕາ, ແກ້ອາການເຈັບຕາ, ແກ້ຕາແດງ ດ້ວຍການໃຊ້ທັ້ງຕົ້ນປະມານ 1 ກຳມືນຳມາຕົ້ມໃສ່ນ້ຳຕານພໍຫວານເລັກນ້ອຍ, ຕົ້ມໃຫ້ຟົດປະມານ 15 ນາທີແລ້ວນຳມາດື່ມຄັ້ງລະ 1 ແກ້ວ, ວັນລະ 3 – 4 ຄັ້ງ

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,