ເລກລຳດັບທີ: 660
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຄູນ
Golden Rain Tree
Cassia fistula L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນຄູນ. ໄທ: ກຸເພຍະ ( ກະຫຼ່ຽງ - ການຈະນະບູລີ ), ປູໂຍ, ປືຢູ, ເປີໂຊ, ແມະຫຼ່າຢູ ( ກະຫຼ່ຽງ - ແມ່ຮ່ອງສອນ ), ລັກເກຼືອ, ລັກເຄີຍ ( ກະຫຼ່ຽງ ), ລາດຊະພຶກ, ໄຊຍະພຶກ ( ພາກກາງ ), ລົມແລ້ງ ( ພາກເໜືອ ), ລາດຊະພຶກ ( ພາກໃຕ້ ), ຕົ້ນຄູນ ຊື່ເອີ້ນທົ່ວໄປ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Cassia
ຊະນິດ
Cassia fistula
ຊື່ພ້ອງ
Bactyrilobium fistula Willd.
Cassia bonplandiana DC.
Cassia excelsa Kunth
Cassia fistuloides Collad.
Cassia rhombifolia Roxb.
Cathartocarpus excelsus G.Don
Cathartocarpus fistula Pers.
Cathartocarpus fistuloides (Collad.) G.Don
Cathartocarpus rhombifolius G.Don
ບັນຍາຍລັກສະນະທາງພືດສາດ
ພືດລຳໄມ້ຍາວນານຂະໜາດກາງ, ສູງ 10–15 ແມັດ. ໃບ: ແມ່ນໃບປະສົມ, ປະກອບດ້ວຍບິ້ງ 3–8 ຄູ່, ບິ້ງໃບມີຮູບສ້ວຍປາຍແຫຼມ, ໃບອ່ອນມີຂົນອ່ອນໆ ແລະ ມີສີຂາວເຫຼື້ອມ, ໃບແກ່ກໍ່ມີຂົນແຕ່ໜ້ອຍກວ່າ. ດອກ: ອອກເປັນຮວງ, ຮວງດອກຢ່ອນລົງເປັນຍອຍມີສີເຫຼືອງ, ຍາວ 20–40 ຊັງຕີແມັດ, ແຕ່ລະຮວງບັນຈຸດອກນ້ອຍຈຳນວນຫຼາຍ, ແມ່ນດອກປະເພດ 5 , ດອກບໍ່ສະໝ່ຳສະເໝີ ແລະ ມີເພດຮ່ວມ. ໝາກ: ແມ່ນປະເພດໝາກແຫ້ງ, ເປັນຝັກກົມຍາວ, ລວງຍາວ 20–60 ຊັງຕີແມັດ ແລະ ມີເສັ້ນຜ່າກາງ 1.5–2 ຊັງຕີແມັດ, ເວລາແກ່ໝາກອອກສີດຳ. ໝາກບັນຈຸເມັດຈຳນວນຫຼາຍ, ເມັດມີຂະໜາດ 0.5–1 ຊັງຕີແມັດ, ມີຮູບສ້ວຍ, ແປ, ເປືອກຂອງເມັດອອກສີກະເບົາ ແລະ ມີຮອຍຍູຍີ່ເປັນບາງບ່ອນ, ມີແຜ່ນບາງໆຂັ້ນແຕ່ລະເມັດ. ຕົ້ນຄູນເປັນຕົ້ນໄມ້ພື້ນບ້ານ, ເກີດທົ່ວໄປ. ລະດູອອກດອກແມ່ນແຕ່ເດືອນ ມີນາ ຫາເດືອນມິຖຸນາ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ເຂດສາຍພູຫຼວງພາກກາງ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສານສະກັດຈາກລຳຕົ້ນ ແລະ ໃບຂອງຕົ້ນຄູນຊ່ວນຕໍ່ຕ້ານອະນູມູນອິດສະຫຼະ, ສານສະກັດຈາກເມັດມີລິດຊ່ວຍຫຼຸດລະດັບຄໍເລດເຕີລໍ, ຝັກໝາກຄູນມີສັບພະຄຸນທາງຢາແກ້ໄຂ້ມາເລເຣຍ, ໃບອ່ອນຊ່ວຍແກ້ໄຂ້ຣູມາຕິກໂດຍການນຳມາຕົ້ມກັບນ້ຳດື່ມ, ຝັກອ່ອນມີຣົດຫວານອົມສົ້ມເລັກນ້ອຍ, ມີກິ່ນເໝັກອຽນ, ເຢັນຈັດ ສັບພະຄຸນສາມາດໃຊ້ຂັບຂີ້ກະເຮີະໄດ້, ເປືອກເມັດ ແລະ ເປືອກໝາກມີສັບພະຄຸນຊ່ວຍຖອນພິດ, ເຮັດໃຫ້ອາຈຽນ ຫຼື ຈະໃຊ້ເມັດປະມານ 5 – 6 ເມັດນຳມາບົດເປັນຜົງແລ້ວຮັບປະທານ. ໝາກແກ່ໃຊ້ເປັນຢາລະບາຍຊ່ວຍໃນການຂັບຖ່າຍເຮັດໃຫ້ຖ່າຍສະດວກບໍ່ມວນທ້ອງ, ແກ້ອາການຜູກທ້ອງ ເໝາະສຳລັບຜູ້ທີ່ມີອາການຜູກທ້ອງ ແລະ ສະຕີມີຄັນ ເພາະມີສານແອນທຣາຄີວໂນນ (Anthraquinone glycoside) ເປັນຕົວຊ່ວຍລະບາຍ. ສຳລັບວິທີການໃຊ້ໃຫ້ໃຊ້ໝາກແກ່ຂະໜາດກ້ອນເທົ່າຫົວໂປ້ມື ( ໜັກປະມານ 4 ກຼາມ ) ແລະ ນ້ຳອີກ 1 ຖ້ວຍແກ້ວໃສ່ໝໍ້ຕົ້ມແລ້ວປະສົມເກືອເລັກນ້ອຍໃຊ້ດື່ມກ່ອນອາຫານເຊົ້າ ຫຼື ຊ່ວງກ່ອນນອນພຽງຄັ້ງດຽວ ( ໝາກແກ່, ດອກ, ເນື້ອໃນໝາກ, ຮາກ ແລະ ແກ່ນ ). ໃບ: ຕົ້ມດື່ມເປັນຢາລະບາຍ, ດອກໃຊ້ແກ້ໄຂ້, ເປັນຢາລະບາຍ, ຮັກສາແຜຊ້ຳເຮື້ອ, ເນື້ອໃນຝັກແກ້ລົມແໜ້ນໜ້າເອິກ, ຮາກຝົນທາຮັກສາຂີ້ກາກ, ຮາກ ແລະ ແກ່ນເປັນຢາຂັບພະຍາ, ຕ້ານເຊື້ອແບັກທີເຣຍ, ເຊື້ອຣາ ແລະ ໄວຣິສ ຢັບຢັ້ງການກໍ່ກາຍພັນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,