ເລກລຳດັບທີ: 66
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-07-09

ຫວາຍແຍ້
Wai nyair

Calamus tenuis Roxb.


ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)

1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4


ຊື່ທ້ອງຖີ່ນ:
ຫວາຍນ້ຳເຜິ້ງ, ຫວາຍນ້ຳ. ( Lizard Rattan)

ຊື່ພ້ອງ :
Calamus amarus Lour.
Calamus delessertianus Becc.
Calamus heliotropium Buch.-Ham.
Calamus heliotropium Buch.-Ham. ex Kunth
Calamus heliotropium Buch.-Ham. ex Mart.
Calamus royleanus Griff.
Calamus stolonifer Teijsm. & Binn.
Calamus stoloniferus Teijsm. & Binn.
Palmijuncus amarus (Lour.) Kuntze
Palmijuncus heliotropium (Buch.-Ham. ex Mart.) Kuntze
Palmijuncus royleanus (Griff.) Kuntze
Palmijuncus tenuis (Roxb.) Kuntze
Rotang royleanus (Griff.) Baill.

ຊື່ສະກຸນ:
Arecaceae

ຊະນິດໃກ້ຄຽງ:
ຫວາຍເຕ້ຍ / Shortly Stem Rattane
ຫວາຍຫອມ / Coriander Rattan
ຫວາຍໂຕ່ນ/ Osier-like rattan palm
ຫວາຍໝົ່ນ/ Boun Rattan
ຫວາຍຫາງໜູນາ / Rice Rat Tail Rattane
ຫວາຍຫຼືມ / Evans's Rattane
ຫວາຍໜາມຫຼວງ / Asian Rattan
ຫວາຍນົກຂໍ່ / Bird Break Rattan
ຫວາຍບຸ່ນຫວານ / Chinese Rattan Palm
ຫວາຍກຳເຫຼົ້າ / Thorn Red Rattan
ຫວາຍໜາມລີ້ / Henry’s Ratan
ຫວາຍກະທີງ / Bull Rattan
ຫວາຍນອງ / Modern Rattan
ຫວາຍໜາມໄຊ / Erect Stem Rattane
ຫວາຍບອງເອິ / Rattan Palm
ຫວາຍແດງ / Red Rattan
ຫວາຍສຸຍ / Clump Rattan
ຫວາຍຫາງໜູ / Rat Tail Rattan

ບັນຍາຍລັກສະນະທາງພືດສາດ:
ຫວາຍຊະນິດເປັຫວາຍທີ່ເລືອພັນເປັນກຸ່ມ ມັກກໍ່ຕົວເປັນຟຸ່ມໜາແນ່ນ. ລຳຕົ້ນອາດຍາວໄດ້ຮອດ 20 ແມັດ ແລະ ມີເສັ້ນຜ່ານສູນກາງປະມານ 2.5 ຊມ.
ກາບໃບເປັນສີຂຽວ ແລະ ປົກຄຸມດ້ວຍຂົນສີນ້ຳຕານຂາວ. ໃນບາງຄັ້ງມີສັນນູນຂື້ນ ແລະ ມີໜາມແຫຼມບາງໆ ຮຽງເປັນແຖວ, ຍາວໄດ້ຮອດ 2 ຊມ ເປັນສີນ້ຳຕານປົນຂຽວ ຫຼື ສີດຳ, ບໍລິເວນໂຄນຂອງໜາມຈະມີຮູບຄ້າຍເຄິ່ງວົງກົມ ແລະ ຂອບບໍ່ມີຂົນ ໂດຍສະເພາະເມື່ອຍັງອ່ອນ.
ໃບມີຂະໜາດນ້ອຍ ບາງຄ້າຍກພດາດ, ມີຂໍ້ (knee) ທີ່ເຫັນໄດ້ຊັດ (ມີລັກສະນະບວມຄ້າຍຂໍ້ຕໍ່ບໍລິເວນໂຄນໃບ), ມີແສ້ (flagella) ທີ່ມີຄວາມຍາວເຖິງ 2.5 ແມັດ. ກ້ານໃບ (petiole) ຍາວເຖິງ 25 ຊມ ແລະ ແກ່ນກາງໃບ (rachis) ຍາວຮອດ 1 ແມັດ. ໂດຍມີໃບຍ່ອຍແຄບຈຳນວນ 31 ຫາ 42 ຄູ່ຕໍ່ຂ້າງ, ຮູບຂອບຂະໜານ ຫຼື ຮູບຫອກ, ຈັດຮຽງຢ່າງແນ່ນ ແລະ ເປັນລະບຽບ ເຮັດໃຫ້ມີ ລັກສະນະຄ້າຍຂົນນົກ. ພືດຊະນິດນີ້ບໍ່ມີ cirri (ສ່ວນທີ່ຢືນອອກປາຍໃບທີ່ມີລັກສະນະເປັນຂໍ).
ຊໍ່ດອກ (inflorescences) ສາມາດຍາວໄດ້ເຖິງ 2.5 ແມັດ ແລະ ມີແສ້ (fla-gella). ໃບປະດັບ (ໂຄງສ້າງທີ່ຄ້າຍໃບບໍລິເວນໂຄນດອກ) ມີລັກສະນະເປັນທໍ່.
ໝາກຮູບກົມ ຫຼື ຮູບຮີເລັກນ້ອຍ, ຍາວຮອດ 1.6 ຊມ ແລະ ກວ້າງ 1.2 ຊມ, ມີສີຂາວ ຫຼື ສີນ້ຳຕານເຫຼືອງ.
ແຫຼ່ງທີ່ມາ: [10]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Bangladesh, Cambodia, India, Indonesia, Lao People's Democratic Republic, Myanmar, Thailand, Viet Nam. [2]
ຊະນິດພັນພື້ນໃນບັງກຣາເດດ, ກຳປູເຈຍ, ອິນເດຍ, ອິນໂດເນເຊຍ, າວ, ມຽນມາ, ໄທ ແລະ ຫວຽດນາມ. [2]

Global distribution of Calamus tenuis between 1864 to 2024. Source: [3]
ເຂດກະຈາຍພັນທົ່ວໂລກຂອງຫວາຍແຍ້ລະຫວ່າງປີ 1864 ຫາ 2024. ແຫຼ່ງທີ່ມາ: [3]

ເຂດກະຈາຍພັນໃນລາວ :
ລຽບແມ່ນ້ຳຂອງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ :
ແຄມຝັ່ງນໍ້າ
ປ່າປູກ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ

ການນຳໃຊ້
ປະເພດການນຳໃຊ້:
ອຸປະກອນ ແລະ ເຄື່ອງມື
ອາຫານ

ບັນຍາຍການນຳໃຊ້:
ອາຫານ: ຫວາຍຊະນິດນິຍົມນຳມາປຸ່ງແຕ່ງອາຫານພື້ນເມືອງໄດ້ຫຼາຍເມນູ ເຊັ່ນ ແກງຫວາຍໃສ່ປາ, ແກງຫວາຍໃສ່ປູແດງ ແລະ ເປັດພະໂລ້ກັບໜໍ່ຫວາຍເຜົາ. [1], [7]

ເຄື່ອງມື ແລະ ອຸປະກອນ: ລຳຕົ້ນມີຄຸນນະພາບສູງ ເໝາະສຳຫຼັບເຮັດຫັດທະກຳ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງໃນດ້ານເສດຖະກິດ. [2], [8]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ເມສາ
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ພະຈິກ
ທັນວາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ໜໍ່ຂອງຫວາຍແຍ້ 1 ໜໍ່ໂດຍທົ່ວໄປຂາຍໄດ້ໃນລາຄາ 300 ຫາ 1,000 ກີບ(0,04 ຫາ 0,12 ດອນລາ) ຂື້ນຢູ່ກັບຂະໜາດ. [7]

ການຄຸ້ມຄອງຈັດການ
ຊະນິດພັນທີມີການປູກ:

ສະພາບໂດຍລວມ:
ສາມາດເກັບໜໍ່ໄດ້ຕະຫຼອດທັງປີ ແຕ່ຈະມີຫຼາຍໃນຊ່ວງລະດູຝົນ ຕັ້ງແຕ່ເດືອນ ພຶດສະພາ ຫາ ສິງຫາ. [7]
ການປູກຫວາຍແຍ້ມີຢູ່ 2 ຈຸດປະສົມຄື: ປູກເພື່ອຈຸດປະສົ່ງສຳຫຼັບ ງານຫັດທະກຳ ແລະ ເຄື່ອງຈັກສານ ແລະ ການປູກເພື່ອເກັບໜໍ່ກິນ, ການຂາຍ ຫຼື ການແປຮູບເປັນຜະລິດຕະພັນເພື່ອເກັບຮັກສາ ແລະ ສົ່ງອອກຂາຍ. [9]
ການຄັດເລືອກພື້ນທີ່ປູກ: ພື້ນທີ່ປູກຫວາຍແຍ້ຄວນເປັນພື້ນທີ່ທີ່ອຸດົມສົມບູນ, ໃກ້ແຫຼ່ງນ້ຳ ແລະ ອາດມີນ້ຳຖ້ວມເປັນຄັ້ງຄາວ. ສຳຫຼັບຫວາຍທີ່ປູກເພື່ອເກັບໜໍ່ ຄວນປູກໃນພື້ນທີ່ເປີດໂລ່ງ, ສ່ວນຫວາຍທີ່ປູກເພື່ອເກັບລຳຕົ້ນ ຄວນປູກໃນພື້ນທີ່ທີ່ມີຕົ້ນໄມ້ຈະເໝາະສົມກ່ວາ. [9]
ລະດູການປູກທີ່ເໝາະສົມແມ່ນຕົ້ນເດືອນ ພຶດສະພາ. [9]

ການຄັດເລືອກສາຍພັນ: ເບ້ຍຫວາຍແຍ້ທີ່ຈະນຳມາປູກຄວນມີອາຍຸ 9 ຫາ 12 ເດືອນ ກ່ອນຍ້າຍລົງປູກ. [9]

ການກຽມພື້ນທີ່:
ການກຽມພື້ນທີ່ປູກ ໂດຍເວັ້ນໄລຍະຫ່າງລະຫວ່າງຕົ້ນ 2X3 ມ ແລະ ຂຸດຂຸມປູກຂະໜາດ 30x30x30 ຊມ. [9]

ການເບິ່ງແຍງ ແລະ ບຳລຸງຮັກສາ:
ການຫົດນ້ຳ: ຫົດນ້ຳອາທິດລະ 1 ຫາ 2 ຄັ້ງ ຫຼັງຈາກປູກຍົກເວັ້ນຖ້າມີຝົນຕົກ. [9]
ການໃສ່ຝຸ່ນ: ຫຼັງຈາກປູກຫວາຍ 3 ເດືອນໃຫ້ໃສ່ປຸ່ຍໃນອັດຕາ 1 ກລ ຕໍ່ຕົ້ນສຳຫຼັບຝຸ່ນອິນຊີ ຫຼື ຝຸນຄອກ ແລະ 200 ກຼາມຕໍ່ຕົ້ນສຳຫຼັບຝຸ່ນເຄມີ (ສູນທີ່ແນະນຳ 15-15-15 or 18-64-00). [9]
ການຄວບຄຸມວັດສະພືດ: ຄວບຄຸມວັດສະພືດຢ່າງສະໝ່ຳສະເໝີໃນສ່ວນຫວາຍເກົ່າ ໃຫ້ໃຊ້ຟາງ ຫຼື ດິນຄຸມຮອບໆໂຄນຕົ້ນຫວາຍເພື່ອຊ່ວຍຮັກສາຄວາມຊຸ່ມ ສົ່ງເສີມການຈະເລີນເຕີບໂຕໃຫ້ຫວາຍແຂງແຮງ ແລະ ສົ່ງເສີມການພັດທະນາຂອງໜໍ່ໃໝ່. ຫຼັງຈາກປູກໄດ້ປະມານ 7 ເດືອນ ຫວາຍແຕ່ລະຕົ້ນມັກຈະແຕກໜໍ່ໄດ້ 3 ຫາ 5 ໜໍ່. [9]

ການເກັບກ່ຽວ:
ວິທີຕັດໜໍ່ຫວາຍ: [9]
- ທຳອິດແມ່ນໃຫ້ຕັດຫວາຍທີ່ໃຫຍ່ ລວມທັງໜໍ່ທີ່ໃຊ້ປູກ ເຊິ່ງບໍ່ສາມາດເຕີບໂຕ ຫຼື ຂະຫຍາຍໃຫຍ່ໄດ້ອີກ.
- ເລືອກຍອດທີ່ໃບຍັງບໍ່ທັນບານ ແລະ ຄວນມີຄວາມຍາວປະມານ 20 ຊມ ຫຼື ມີຄວາມຍາວຈົນເຫັນໄດ້ຊັດເຈນ.
- ເລືອກຍອດທີ່ມີສີຂຽວປົນສີເທົາ ແລະ ມີຄວາມຍາວຕັ້ງແຕ່ 1 ຫາ 1,5 ມ.
- ການເກັບກ່ຽວໃນລະດູຝົນຈະເຮັດໃຫ້ໄດ້ຍອດທີ່ໃຫຍ່ ແລະ ມີໜໍ່ອ່ອນຈຳນວນຫຼາຍ

ຊະນິດພັນໃນປ່າ:

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ສາຍພັນນີ້ຖືກຂົ່ມຂູ່ຢ່າງຮຸນແຮງໃນ ຊາວາ ໂດຍການທຳລາຍຖິ່ນທີ່ຢູ່ອາໄສ, ນອກຈາກນີ້ກໍບໍ່ມີໄພຄຸກຄາມທີ່ສະເພາະເຈາະຈົງໃດໆ ທີ່ພົບ. [2]

ການຕິດຕາມປະຊາກອນ:
ມີຈຳນວນປະຊາກອນຄົງທີ່. [2]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 09 August 2020 by Sabarni Sarker. Available: https://www.inaturalist.org/observations/55887666. [Accessed: 25 June 202].
[2] iNaturalist [Online]. Uploaded on 10 March 2021 by Le_verrier. Available: https://www.inaturalist.org/observations/55887666. [Accessed: 25 June 202].
[3] Palmpedia, “Calamus tenuis,” Palm Grower's Guide (online), Palmpedia – Palm Grower's Guide. [Online]. Available: https://www.palmpedia.net/wiki/Calamus_tenuis. Accessed: Jun. 25, 2025.

ອ້າງອິງ:
[1] Forest Herbarium, Department of National Parks, Wildlife and Plant Conservation, “Calamus tenuis,” *e‑Flora of Thailand*. [Online]. Available: https://botany.dnp.go.th/eflora/floraspecies.html?factsheet=tenuis. [Accessed: Jun. 25, 2025]
[2] R. V. Lansdown, “Calamus tenuis,” *The IUCN Red List of Threat-ened Species* 2011: e.T199688A9117768 (online), 2011. [Online]. Available: https://www.iucnredlist.org/species/199688/9117768. [Ac-cessed]: Jun. 25, 2025.
[3] Global Biodiversity Information Facility, “Calamus tenuis Roxb.,” GBIF Backbone Taxonomy. [Online]. Available: https://www.gbif.org/species/5294018. [Accessed: Jun. 25, 2025]
[4] ສູນຄົ້ນຄ້ວາປ່າໄມ້ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ, 2025. “ຫວາຍແຍ້”. ໂຄງການກະສິກຳເພື່ອໂພຊະນາການ ໄລຍະ II.
[5] Phakhaolao, “Checklist of Plants of Laos,” Phakhaolao (online PDF), Sep. 2024. [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf. [Accessed: Jun. 25, 2025.]
[6] Pha Khao Lao (NTFP Practice Area, SNV Netherlands Develop-ment Organisation, Lao PDR), “100 Non‑Timber Forest Products,” Pha Khao Lao (online PDF), Nov. 2024. [Online]. Available: https://phakhaolao.la/wp-content/uploads/2024/11/100_NTFPs.pdf. [Accessed: Jun. 25, 2025]
[7] A. Hett et al., “The economic potential of rattan shoot produc-tion in Lao PDR,” technical report, NAFRI‑LAD, Vientiane, Lao PDR, 2021. [Online]. Available: http://lad.nafri.org.la/fulltext/2106-1.pdf. [Accessed: Jun. 25, 2025.]
[8] Palmpedia – Palm Grower's Guide, “Calamus tenuis,” last modi-fied Jan. 4, 2016 (online). [Online]. Available: https://www.palmpedia.net/wiki/Calamus_tenuis. [Accessed: Jun. 25, 2025.]
[9] L. Xayphong, K. Somphong, and S. Vongxay, “Assessment of bamboo resources in Northern Laos,” technical report, NAFRI–Lao Agri-Development, Vientiane, Lao PDR, 2020. [Online]. Available: http://lad.nafri.org.la/fulltext/1598-0.pdf. [Accessed: Jun. 25, 2025.]
[10] C. M. Peters and A. Henderson, *Systematics, Ecology and
Management of Rattans in Cambodia, Laos and Vietnam: The Biological Bases of Sustainable Use*, WWF‑Greater Mekong & The New York Botanical Garden, 2014 (online PDF). [Online]. Available: https://wwfasia.awsassets.panda.org/downloads/guide_book_systematic__ecology_and_management_of_rattans_in_cambodia__laos_and_vietnam.pdf. [Accessed: Jun. 25, 2025.]

ຜູ້ສ້າງ Factsheet:
Manoluck bounsihalath

ຜູ້ກວດສອບ Factsheet:
,