ເລກລຳດັບທີ: 659
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນງວງຊ້າງ
Indian Heliotrope
Heliotropium indicum L.
ພືດ
ພືດລົ້ມລຸກ
ດອກໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນງວງຊ້າງ, ຫຍ້າງວງຊ້າງ. ໄທ: ຜັກແພວຂາວ, ຫວາຍງວງຊ້າງ, ຫຍ້າງວງຊ້າງນ້ອຍ, ຫຍ້າງວງຊ້າງ. ຈີນ: ໄຕ໊ບ໋ວຍອ້ຽວ, ເສ່ຍຜີເຊົ່າ, ງຽວບ໋ວຍເຊົ່າ, ຕ້າເຫວີຍອ້ຽວ, ຊ່ຽງປີ້ເສົ່າ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Boraginales
ຊື່ສະກຸນ
Heliotropiaceae
ສະກຸນ
Heliotropium
ຊະນິດ
Heliotropium indicum
ຊື່ພ້ອງ
Eliopia riparia Raf.
Eliopia serrata Raf.
Heliophytum indicum (L.) DC.
Heliophytum velutinum DC.
Heliotropium africanum Schumach. & Thonn.
Heliotropium anisophyllum P.Beauv.
Heliotropium cordifolium Moench
Heliotropium foetidum Salisb.
Heliotropium horminifolium Mill.
Tiaridium anisophyllum G.Don
Tiaridium indicum (L.) Lehm.
Tiaridium velutinum Lehm.
ບັນຍາຍລັກສະນະທາງພືດສາດ
ພືດລົ້ມລຸກ, ມີລຳຕົ້ນອວບນ້ຳພໍຄວນ, ລຳຕົ້ນແຕກເປັນຫຼາຍກິ່ງຫຼາຍງ່າ, ເປັນຟຸ່ມ, ສູງ 50 ຊັງຕີແມັດ, ພືດຊະນິດນີ້ມີຂົນແຈກຢາຍທົ່ວໄປໂດຍສະເພາະຢູ່ຕາມໃບ. ໃບ: ແມ່ນໃບປະເພດດ່ຽວ, ຈັບແບບສະຫຼັບ, ຫຼື ເກືອບກົງກັນຂ້າມກັນຢູ່ຕາມງ່າ ແລະ ລຳຕົ້ນ, ໃບມີຮູບໄຂ່ ຫຼື ຮູບຫົວໃຈ, ຍາວ 6–8 ຊັງຕີແມັດ, ກວ້າງ 4–7 ຊັງຕີແມັດ, ປາຍໃບສ້ວຍ, ຕີນໃບມົນ ຫຼື ບ້ຽວ ແລະ ເປັນປີກຍາວລົງໄປຕາມກ້ານໃບ, ຂອບເປັນຢັກ, ກ້ານໃບຍາວ 3–5 ຊັງຕີແມັດ, ຜິວໃບບໍ່ລຽບມີຮອຍຢູ່ຢີ່ ແລະ ມີຂົນຢາຍຢູ່ທົ່ວ. ດອກ: ອອກຢູ່ຍອດ, ຮວງດອກອາດຍາວເຖີງ 20 ຊັງຕີແມັດ, ປາຍຂອງຮວງດອກມ້ວນເຂົ້າອັນພາໃຫ້ມີລັກສະນະຄ້າຍຄືງວງຊ້າງ. ພາຍໃນຮວງດອກ, ດອກຈັດລຽງກັນເປັນ 3–4 ແຖວຢູ່ດ້ານດຽວ, ດອກມີຂະໜາດນ້ອຍອອກສີຂາວ ຫຼື ສີມ່ວງອ່ອນໆ, ດອກແມ່ນດອກປະເພດ 5 ແລະ ມີເພດຮ່ວມ. ກາບດອກມີສີຂຽວ ແລະ ແຍກກັນເປັນ 5 ແຂ້ວຈະແຈ້ງ, ຍາວປະມານ 0,15 ຊັງຕີແມັດ, ກີບດອກມີລັກສະນະເປັນຮູບທໍ່ຍາວ, ລວງຍາວປະມານ 0,3 ຊັງຕີແມັດ, ຢູ່ປາຍທໍ່ແຍກເປັນ 5 ກີບ, ເວລາບານປາຍຂອງກີບດອກແບອອກກ້ວາງປະມານ 0,2 ຊັງຕີແມັດ, ທົ່ວກາບດອກ ແລະ ກີບດອກຫຸ້ມຫໍ່ດ້ວຍຂົນ. ໝາກ: ຈັດກັນຢູ່ເປັນຮວງຢ່າງໜາແໜ້ນ, ມີຂະໜາດນ້ອຍ, ມີຮູບໄຂ່, ມີເປືອກແຂງຢູ່ຕິດກັນເປັນຄູ່. ພາຍໃນແຕ່ລະໝາກແບ່ງເປັນ 2 ຫ້ອງ, ແຕ່ລະຫ້ອງມີແກ່ນ 1 ອັນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້
ປະເພດການນຳໃຊ້
ພືດເປັນຢາ

ນ້ຳຈາກໃບງວງຊ້າງມີສັບພະຄຸນຊ່ວຍຫຼຸດນ້ຳຕານໃນເລືອດ, ທັ້ງຕົ້ນໃຊ້ເປັນແກ້ພະຍາດຊັກໃນເດັກ, ແກ້ໄຂ້, ລົດໄຂ້, ຊ່ວຍດັບພິດຮ້ອນ, ແກ້ອາການຫອບຫືດ, ຖອນພິດໄຂ້ດ້ວຍການໃຊ້ລຳຕົ້ນສົດນຳມາຕົ້ມເອົາແຕ່ນ້ຳກິນເປັນຢາ, ຊ່ວຍແກ້ເດັກນ້ອຍຕົກໃຈໃນເວລາກາງຄືນ, ໃບສົດນຳມາຕຳໃຫ້ລະອຽດຄັ້ນເອົາແຕ່ນ້ຳໃຊ້ເປັນຢາຢອດຫູ, ນ້ຳຈາກໃບໃຊ້ເປັນຢາຢອດຕາແກ້ຕາມົວສ່ວນທັງຕົ້ນກໍ່ມີສັບພະຄຸນໃຊ້ເປັນຢາແກ້ຕາມົວເຊັ່ນກັນ (ນ້ຳຈາກໃບ, ໝົດຕົ້ນ), ຮາກສົດນຳມາຕຳຄັ້ນເອົາແຕ່ນ້ຳໃຊ້ຢອດຕາແກ້ຕາອັກເສບ, ຕາມົວ, ເຈັບຕາ, ຊ່ວຍແກ້ອາການປາກເປື່ອຍດ້ວຍການໃຊ້ຕົ້ນສົດມາຕຳໃຫ້ລະອຽດຄັ້ນເອົາແຕ່ນ້ຳໃຊ້ບ້ວນປາກ, ກົ້ວຄໍ ວັນລະ 4–6 ຄັ້ງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,