ເລກລຳດັບທີ: 658
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກພິລາ
Pomegranate
Punica granatum L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນໝາກພິລາ ໄທ: ທັບທີມ, ພິລາ, ພິລາຂາວ, ມະກ່ອງແກ້ວ, ມະເກາະ, ໝາກຈັງ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Myrtales
ຊື່ສະກຸນ
Lythraceae
ສະກຸນ
Punica
ຊະນິດ
Punica granatum
ຊື່ພ້ອງ
Punica florida Salisb.
Punica grandiflora Steud.
Punica nana L.
Punica spinosa Lam.
Rhoea punica St.-Lag.
ບັນຍາຍລັກສະນະທາງພືດສາດ
ໄມ້ຢືນຕົ້ນຂະໜາດນ້ອຍ, ລຳຕົ້ນແຕກເປັນຫຼາຍລຳ, ສູງ 3–4 ແມັດ. ລຳຕົ້ນອອກສີນ້ຳຕານແກ່. ແຕ່ລະລຳແຕກອອກເປັນກິ່ງງ່າ. ຊື່ງມີໜາມ ຫຼື ບໍ່ມີແລ້ວແຕ່ພັນ, ງ່ານ້ອຍມີລັກສະນະຍູ່ຍີ່ ແລະ ຫ່ຽວແຫ້ງ. ໃບ: ແມ່ນໃບປະເພດດ່ຽວ, ມີຮູບຍາວແຫຼມ, ລວງຍາວ 7–8 ຊັງຕີແມັດ, ກວ້າງ 2–2,5 ຊັງຕີແມັດ, ໃບຈັບພາບກັນ. ເນື້ອໃບເບື້ອງເທີງມີສີເຂັ້ມກວ່າເບື້ອງລຸ່ມ, ແຄມເນື້ອໃບກ້ຽງ, ກ້ານໃບສັ້ນປະມານ 0,5 ຊັງຕີແມັດ, ອອກສີສົ້ມປົນແດງ. ດອກ: ແມ່ນປະເພດດອກດ່ຽວ, ຈັບຢູ່ປາຍງ່ານ້ອຍ ຫຼື ຢູ່ຍອດ, ດອກອອກສີແສດ, ແມ່ນດອກສະໝ່ຳສະເໝີ, ຈຳນວນຂອງກີບດອກ ແລະ ກາບດອກບໍ່ຄົງທີ່, ກາບດອກ ແລະ ກີບດອກມີແຕ່ 4–8 ອັນ, ແມ່ນດອກທີ່ມີເພດຮ່ວມ. ກາບດອກໜຽວ, ໜາ ແລະ ຫຍາບ ຕິດກັນຢູ່ຕີນ,ປາຍແຍກກັນລຽບຕາມແຄມຂອງກາບດອກມີຂົນປ່ອຍຖ່າຍ ແລະ ຂົນຫຸ້ມຫໍ່ແຈກຢາຍທົ່ວໄປ. ກີບດອກອ່ອນ, ບາງ ແລະ ຍັບຍໍ່, ເກສອນມີຈຳນວນຫຼາຍ. ກ້ານເກສອນຍາວອອກສີສົ້ມອ່ອນໆ, ຮວຍເມັດລະອອງ ແລະ ເມັດລະອອງເອງກໍ່ອອກສີເຫຼືອງ. ເກສອນຈັບຢູ່ພື້ນຮອງອ້ອມຮອບເຕົ້າໄຂ່ ຊື່ງຈັບລຸ່ມແມ່ນປະເພດເຕົ້າໄຂ່ມີເນື້ອ ແລະ ມີໄຂ່ຫຼາຍ. ໝາກ: ມີຮູບກົມ, ຍາວ, ໃຫຍ່, ມີເປືອກແຂງ, ເຫຼື້ອມຢູ່ຂ້າງເທີງຂອງໝາກຍັງມີເສດເຫຼືອຂອງກາບດອກຕິດຄ້າງຢູ່. ເປືອກຂອງໝາກພິລາມີສີເຫຼືອງ ແລະ ມີຣົດຝາດ. ເມື່ອເວລາໝາກສຸກຈະມີສີເຫຼືອງປົນສີສົ້ມເຂັ້ມ, ພາຍໃນບັນຈຸແກ່ນຈຳນວນຫຼາຍ. ເປືອກນອກຂອງແກ່ນມີສີຂາວ-ສົ້ມ ຫຼື ເຫຼືອງ-ສົ້ມແດງ ມີຣົດຫວານກິນໄດ້.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໝາກໃຊ້ເປັນຢາບຳລຸງ, ຮາກ, ໝາກ ແລະ ໃບ ໃຊ້ປົວຖອກທ້ອງ, ທ້ອງບິດ, ເປືອກຂອງໝາກ, ຮາກ ແລະ ເປືອກຂອງລຳຕົ້ນໃຊ້ເປັນຢາຂ້າແມ່ທ້ອງໂຕກົມ ແລະ ພະຍາດໂຕຕິດ ດ້ວຍການນຳເປືອກຂອງຮາກ ແລະ ຕົ້ນທີ່ຍັງສົດໆປະມານເຄິ່ງກຳມືຕື່ມຕົ້ນດອກຈັນເລັກນ້ອຍເພື່ອແຕ່ງຣົດນຳມາຕົ້ມກັບນ້ຳ 3 ຖ້ວຍແກ້ວຈົນແຫ້ງເຫຼືອຖ້ວຍເຄິ່ງແລ້ວນຳມາຮັບປະທານຄັ້ງລະ 2 ບ່ວງ. ຫຼັງຈາກນັ້ນ 2 ຊົ່ວໂມງຈິ່ງຮັບປະທານຢາຖ່າຍເຊັ່ນ: ດີເກືອອີກ 2 ບ່ວງຕາມໄປອີກຄັ້ງໜຶ່ງ, ນ້ຳໝາກພິລາໃຊ້ເປັນຢາປົວເລືອດຈາງ. ນອກນັ້ນຍັງໃຊ້ຕົ້ນນີ້ປົວເລືອດດັງອອກ, ປົວລິດສີດວງທະວານ, ປົວອາການເຈັບໜ້າເອິກ, ແກ່ນໃຊ້ເປັນຢາບຳລຸງຫົວໃຈ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,