ເລກລຳດັບທີ: 657
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນ ຫວ້ານຊົນ
Spider Lily
Hymenocallis littoralis (Jacq.) Salisb.
ພືດ
ພືດລົ້ມລຸກ
ດອກໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຫວ້ານຊົນ, ພັບພຶງ. ໄທ: ພັບພຣືງຕີນເປັດ. Eng: Beach Spiderlily
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Asparagales
ຊື່ສະກຸນ
Amaryllidaceae
ສະກຸນ
Hymenocallis
ຊະນິດ
Hymenocallis littoralis
ຊື່ພ້ອງ
Hymenocallis littoralis var. acutifolia Herb. ex Sims.
Hymenocallis littoralis var. disticha (Sims) Herb. ex Sims & Curtis.
Hymenocallis littoralis var. dryanderi (Ker Gawl.) Herb. ex Sims.
Hymenocallis littoralis var. dryandri (Ker Gawl.) Herb.
Hymenocallis littoralis var. longituba Herb.
ບັນຍາຍລັກສະນະທາງພືດສາດ
ພືດລຳຫຍ້າຢືນຕົ້ນ ແລະ ແຜ່ຂະຫຍາຍດ້ວຍຫົວ, ຕົ້ນເປັນສຸມ, ສູງປະມານ 1,50 ແມັດ. ລຳຕົ້ນມີສີຂາວ, ກົມ, ຍາວ 30 ຊັງຕີແມັດ, ຕໍ່ຈາກຫົວໂດຍກົງ, ໃບໃຫຍ່, ຍາວ ແລະ ປົ່ງຕັ້ງຊື່ຈາກລຳຕົ້ນ, ຍາວປະມານ 1,20 ແມັດ, ເນື້ອໃບສີຂຽວ, ຂອບໃບກ້ຽງ, ກ່າງໃບຂະໜານກັນ. ດອກອອກເປັນພົ້ວ, ຂະໜາດໃຫຍ່, ກ້ານຂອງພົ້ວດອກປົ່ງອອກຈາກລຳຕົ້ນຢູ່ໃນຫຼືບຂອງກາບໃບ, ຍາວ 90–100 ຊັງຕີແມັດ, ມີດອກຈັບຈູ້ມກັນເປັນພົ້ວຢູ່ປາຍ, ມີ 1–2 ພົ້ວຕໍ່ຕົ້ນ, ພົ້ວດອກເມື່ອຍັງຈູມມີໃບຊ້ອນບາງໆສີຂຽວອົມຂາວຫຸ້ມໄວ້, ແມ່ນດອກປະເພດ 3 ແລະ ເປັນດອກທີ່ມີເພດຮ່ວມ. ກາບດອກ ແລະ ກີບດອກອອກສີຂາວ, ເວລາຈູມກາບດອກ ແລະ ກີບດອກຈະເຕື່ອຍລົງລຸ່ມສັບປົນກັບກ້ານເກສອນຊຶ່ງອອກສີອິດ. ເຕົ້າໄຂ່ມີຮູບກົມ, ຍາວ ແລະ ຈັບລຸ່ມ, ຄໍເຕົ້າໄຂ່ຍາວອອກສີອິດຢູ່ເບື້ອງປາຍ. ໝາກນ້ອຍ, ມີຮູບກົມ, ອອກສີຂຽວ. ຕົ້ນຫວ້ານຊົນມີ 2 ພັນຄື: ພັນດອກສີຂາວ ແລະ ພັນດອກສີມ່ວງ. ສ່ວນພັນດອກສີມ່ວງຈະມີລຳຕົ້ນ, ໃບ ແລະ ດອກໃຫຍ່ກວ່າພັນດອກສີຂາວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້
ປະເພດການນຳໃຊ້
ພືດເປັນຢາ, ພືດປະດັບ

ໃບນຳມາຂາງໄຟໃຊ້ພັນແກ້ອາການບວມ, ໄຄ່ ແລະ ຟົກຊ້ຳຍ້ອນລົ້ມ ຫຼື ຖືກກະທົບ, ໃຊ້ປົວປະດົງ, ໃຊຈອດກະດູກຫັກ, ກະດູກຫຼຸດໂບກ. ຫົວໃຊ້ເປັນຢາຂັບຂີ້ກະເຮີ້, ຫົວໃນປະເທດອິນເດຍໃຊ້ເປັນຢາລະບາຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,