ຕົ້ນໝາກແຕກ
Popping Pod
Ruellia tuberosa L.
ພືດ
ພືດລົ້ມລຸກ
ດອກໄມ້
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນໝາກແຕກ, ບັງງອບ, ບັງຊອນ, ໝາກແປບ.
ໄທ: ຕົ້ນຕ້ອຍຕິ່ງ, ນ້ຳດັບໄຟ, ຕ້ອຍຕິ່ງໄທ, ຕ້ອຍຕິ່ງນາ.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Lamiales
- ຊື່ສະກຸນ
- Acanthaceae
- ສະກຸນ
- Ruellia
- ຊະນິດ
- Ruellia tuberosa
ຊື່ພ້ອງ
Cryphiacanthus barbadensis Nees
Dipteracanthus clandestinus C.Presl
Dipteracanthus clandestinus C.Presl
ບັນຍາຍລັກສະນະທາງພືດສາດ
ຕົ້ນໝາກແຕກເປັນພືດລຳຫຍ້າ, ລົ້ມສູງ, ສູງປະມານ 20 – 40 ຊັງຕີແມັດ, ແຕກກິ່ງງ່າຫຼາຍ ແລະ ມີລັກສະນະເປັນຟຸ່ມ, ມີຮາກພົ້ວ, ມີລຳ 4 ຫຼ່ຽມ ເປັນຂໍ້ອອກສີຂຽວ. ຕີນຂໍ້ກົມ ແລະ ເປັນເປົ້າ, ມີຂົນຫຸ້ມຢ່າງແໜ້ນໜາ. ໃບ: ແມ່ນໃບປະເພດດ່ຽວ, ຈັບພາບກັນເປັນຄູ່, ໃບມີຮູບຍາວ, ມີຂະໜາດ ( 10-11 ) x ( 2-4 ) ຊັງຕີແມັດ, ກ້ານໃບຍາວ 1 – 1,5 ຊັງຕີແມັດ, ເປ ແລະ ເປັນຮ່ອງຢູ່ກາງ. ເນື້ອໃບເບື້ອງເທີງ ອອກສີຂຽວຊ້ຳກວ່າເບື້ອງລຸ່ມ. ກ່າງໃບໂຄ້ງ ແລະ ຕໍ່ກັນຢູ່ແຄມຂອງເນື້ອໃບ, ມີ 8 – 10 ຄູ່. ດອກ: ອອກເປັນຊໍ່, ແບບສຸດເປັນ, ຈັບຢູ່ຫຼືບໃບ, ແມ່ນດອກປະເພດ 5 ແລະ ມີເພດຮ່ວມ. ກີບດອກຕິດກັນເປັນທໍ່ເວລາບານຈະອອກສີອິດຍູ່ຍີ່, ປາຍທໍ່ແຍກເປັນ 5 ກີບ. ໝາກ: ເປັນຮູບທໍ່ກົມ, ຍາວ 3 – 4 ຊັງຕີແມັດ, ເວລາດິບມີສີຂຽວ, ເມື່ອແກ່ແລ້ວໝາກມີສີເຂືອງຊ້ຳ. ເມື່ອຖືກນ້ຳໝາກຈະແຕກເປັນສອງງີມ. ແກ່ນມີຂະໜາດນ້ອຍ, ມີຮູບແປ ແລະ ມີຂົນຈັບຢູ່ຕາມແຄມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ເມັດໃຊ້ປົວບາດແຜອັກເສບ, ຮາກມີຜົນກະຕຸ້ນໃຫ້ມີອາການປວດຮາກ, ໃບ້ດູດໜອງໃຊ້ພອກແຜ, ຊ່ວຍສະໝານບາດແຜ, ແຜມີຝ້າ, ມີໜອງ ໃບໃຊ້ປົວໂຣກກະເພາະອາຫານ, ຮາກນຳມາເປັນສ່ວນປະສົມຂອງຢາໃຊ້ດັບພິດປັດສະວະພິການ ແລະ ແກ້ພິດຕ່າງໆ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ສີສຸວັນ ກ. ພິນິດ, ບົວໄຂຄອນ ສະແຫວງສຶກສາ ແລະ ສີສຸພັນ ຫຼວງລາດ. 1995. ປື້ມຕົ້ນໄມ້ເປັນຢາບາງຊະນິດຢູ່ລາວ. ໜ້າ 11 - 12.
ຈຳລອງ ເພັງຄລ້າຍ ແລະ ໝູ່ຄະນະ, ກ້າວໄປສູ່ສະໝຸນໄພ.
ພຼະມະຫາ ຈະລຸນ ວະຊິລະລັງສີ ແລະ ຈັນມີ ສິດທິມະໂນທຳ. 1985. ຕຳລາແພດສາດພື້ນເມືອງລາວ, ສະພາວິທະຍາສາດ ແລະ ເຕັກນິກ ແຫ່ງລັດ.
ກຽດຕິກະເສດ ການຈະນະພິສຸດ ແລະ ຄະນະ ( 1988 )
BAILEY,L.H. (1961) Manual of cultivated plant the Macmillian Company, New – York
Biology teaching Group (1982) Some Common Flora and Fauna in Thailand Institute for promotion of teaching Science and Technology
DELAVEAU, P. et al (1985). Secrets et vertus des planted m’edicinales. S’election du Reader’s Digest, Paris.
DHAVADEE PONGLUX, et al (1987), Medicinal Plants, Victory Power Piont Crop. Thaland.
Des ABBAYES, H. et al (1963). Botaniqe, Anatomie, Cycle e’volutif syste’matique, Masson et Cie, paris.

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,