ຕົ້ນຈຳປາ
Frangipani Tree
Plumeria rubra L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນຈຳປາ
ໄທ: ລັ່ນທົມ, ລີລາວະດີ, ຈົງປ່າ, ຈຳປາຂອມ
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Gentianales
- ຊື່ສະກຸນ
- Apocynaceae
- ສະກຸນ
- Plumeria
- ຊະນິດ
- Plumeria rubra
ຊື່ພ້ອງ
Plumeria acuminata W.T.Aiton
Plumeria acutifolia Poir.
Plumeria acutifolia var. gasparrinii A.DC.
Plumeria angustifolia A.DC.
Plumeria acutifolia Poir.
Plumeria acutifolia var. gasparrinii A.DC.
Plumeria angustifolia A.DC.
ບັນຍາຍລັກສະນະທາງພືດສາດ
ໄມ້ຢືນຕົ້ນ, ສູງ 5–10 ແມັດ, ລຳຕົ້ນກົມ, ໜາ ແຕ່ບໍ່ແຂງ, ແຕກເປັນຫຼາຍກິ່ງຫຼາຍງ່າ, ລຳແກ່ມີສີເຂືອງອ່ອນມີລີງລາຍຢູ່ຕາມເປືອກນອກຊຶ່ງເກີດມາຈາກຮອຍຈັບຂອງກ້ານໃບ. ໃບແມ່ນໃບປະເພດດ່ຽວຈັບແບບສະຫຼັບ, ຈັດກັນເປັນວົງຢູ່ປາຍງ່າ, ມີຮູບຄັນຫຼາວຍາວ 5–40 ຊັງຕີແມັດ, ຕີນໃບແຄບແຕ່ເຫວີອອກຢູ່ກາງ, ສ່ວນປາຍໃບແຫຼມ, ແຄມໃບພຽງ ແລະ ກ້ຽງ. ເນື້ອໃບໜາອອກສີຂຽວ, ໃບເບື້ອງລຸ່ມເຫຼື້ອມ ແລະ ມີສີອ່ອນກວ່າເບື້ອງເທີງ, ກ່າງໃບຟູຢູ່ເບື້ອງລຸ່ມຫຼາຍກວ່າເບື້ອງເທີງ, ກ່າງຂັ້ນສອງອອກຈາກກ່າງໃຫຍ່ ແລະ ຂະໜານກັນກັບແຄມໃບ, ມີຫຼາຍກວ່າ 20 ຄູ່, ກ່າງໝົດທຸກຄູ່ຈອດກັນຢູ່ກ່າງຂະໜານ, ກ່າງນ້ອຍແບ່ງເປັນຫຼາຍແງ່ມເປັນຫ້ອງນ້ອຍໆອີກ. ກ້ານໃບກົມຈັບກັບກິ່ງງ່າໂດຍກົງ. ດອກອອກເປັນພົ້ວຢູ່ປາຍງ່າ ຫຼື ຢູ່ງ່າຂ້າງ, ແມ່ນດອກປະເພດ 5 ແລະ ມີເພດຮ່ວມ. ແຕ່ລະດອກມີກ້ານຍາວ 2–3 ຊັງຕີແມັດ, ເວລາດອກຍັງຈູມກີບດອກມີລັກສະນະຊ້ອນກ້ຽວກັນເປັນຮູບທໍ່ຍາວ, ເວລາບານກີບດອກແບອອກ ແລະ ຊ້ອນໄຂ່ວກັນ, ຕີນຂອງກີບດອກເປັນທໍ່, ກາບດອກມີຂະໜາດນ້ອຍຫຼາຍ ແລະ ຊ້ອນໄຂ່ວກັນຢູ່ຕີນຂອງທໍ່ກີບແມ່ນດອກທີ່ມີເຕົ້າຈັບໄຂ່ລຸ່ມ ແລະ ຮວຍເກສອນຈັບຢູ່ລະດັບຕີນຂອງທໍ່ກີບດອກ. ໝາກ: ແມ່ນປະເພດໝາກແຫ້ງ ແລະ ໄຂເອງໄດ້, ໝາກຢູ່ຕິດກັນເປັນຄູ່, ແຕ່ລະໝາກມີຮູບກົມ, ຍາວ 20–30 ຊັງຕີແມັດ, ກວ້າງ 2–2,5 ຊັງຕີແມັດ, ເວລາແກ່ອອກສີດຳ, ມີເປືອກນອກກ້ຽງ, ບາງເທື່ອມີຕຸ່ມຊາຢາຍທົ່ວໄປ. ເມື່ອໝາກແກ່ດີຈະແຕກອອກຕາມລວງຍາວຂອງຮອຍຈີກ, ແຕ່ລະໝາກບັນຈຸແກ່ນຈຳນວນຫຼາຍ, ແກ່ນມີສີດຳ - ເຂື້ອງ, ຍາວ 2,8–3,5 ຊັງຕີແມັດ, ກວ້າງ 0,5–0,7 ຊັງຕີແມັດ, ມີປີກບາງຊຶ່ງມີຂະໜາດເຄິ່ງໜຶ່ງຂອງແກ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້
ປະເພດການນຳໃຊ້
ພືດເປັນຢາ
ດອກຈຳປາໃຊ້ປະສົມກັບໃບພູເປັນຢາແກ້ໄຂ້ ແລະ ໄຂ້ມາເລເຣຍ. ໃບແຫ້ງຊ່ວຍຮັກສາຫອບຫືດໂດຍການນຳໃບແຫ້ງມາແຊ່ນ້ຳຮ້ອນດື່ມ. ຢາງດອກຈຳປາໃຊ້ປະສົມກັບໄມ້ຈັນ ຫຼື ກາລະບູນເປັນຢາແກ້ອາການປວດແຂ້ວ. ເປືອກໃຊ້ປະສົມກັບນ້ຳມັນໝາກພ້າວ, ນ້ຳມັນເນີຍ ແລະ ນ້ຳມັນເຂົ້າ ເຮັດເປັນຢາແກ້ທ້ອງເດີນ, ເປັນຢາຂັບປັດສະວະ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ສີສຸວັນ ກ. ພິນິດ, ບົວໄຂຄອນ ສະແຫວງສຶກສາ ແລະ ສີສຸພັນ ຫຼວງລາດ. 1995. ປື້ມຕົ້ນໄມ້ເປັນຢາບາງຊະນິດຢູ່ລາວ.
Kalantri Manisha and Aher AN. 2016. Review on traditional medicinal plant: Plumeria rubra. Journal of Medicinal Plants Studies 2016; 4(6): 204-207
Gilman, Edward F.; Watson, Dennis G. 1994. "Fact Sheet ST-491 Plumeria rubra Frangipani". Environmental Horticulture website. Gainesville, FL: University of Florida. Retrieved 22 July 2018
Kalantri Manisha and Aher AN. 2016. Review on traditional medicinal plant: Plumeria rubra. Journal of Medicinal Plants Studies 2016; 4(6): 204-207
Gilman, Edward F.; Watson, Dennis G. 1994. "Fact Sheet ST-491 Plumeria rubra Frangipani". Environmental Horticulture website. Gainesville, FL: University of Florida. Retrieved 22 July 2018
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,