ເລກລຳດັບທີ: 651
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-03-23
ໝາກເຟືອງ
Starfruit
Averrhoa carambola L.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 6
Image 1
2 / 6
Image 2
3 / 6
Image 3
4 / 6
Image 4
5 / 6
Image 5
6 / 6
Image 6
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໝາກເຟືອງປ່າ (Carambola, blimbing, caramba, five-corner and Star pickle, Kamranga)
ອະນຸກົມວິຖານ
ຊື່ສະກຸນ
Oxalidaceae
ຊື່ພ້ອງ
Averrhoa acutangula Stokes
Averrhoa microphylla Tardieu
Averrhoa pentandra Blanco
Connaropsis philippica Fern.-Vill.
Sarcotheca philippica (Fern.-Vill.) Hallier fil.
ຊະນິດໃກ້ຄຽງ
ໝາກເຟືອງຝຣັ່ງ/ Bilimbi
ຕົ້ນໝາກຍົມ/ Star gooseberry
ບັນຍາຍລັກສະນະທາງພືດສາດ
ພືດຊະນິດນີ້ມີລຳຕົ້ນສູງ 3 ຫາ 12 ມ ແລະ ແຕກກິ່ງກ້ານສາຂາໜາແໜ້ນ, ສວ່ນອອ່ນຂອງພືດອາດມີຂົນລະອຽດ (ມີຂົນ) ຫຼື ລຽບ (ບໍ່ມີຂົນ).
ໃບປະສົມມີຄວາມຍາວ 7 ຫາ 25 ຊມ, ກ້ານໃບຍາວ 2 ຫາ 8 ຊມ. ໃບຍ່ອຍມີ 5 ຫາ 13 ໃບ, ຈັບຢູ່ກາງໃບລວມດ້ວຍກ້ານໃບສັ້ນ, ຍາວ 1 ຫາ 2.5 ມມ, ໃບຍ່ອຍຮູບໄຂ່ ຫຼື ຮູບຮີ, ຍາວ 3 ຫາ 8 ຊມ ແລະ ກວ້າງ 1.5 ຫາ 4.5 ຊມ, ຜິວໃບດ້ານລຸ່ມອາດມີຂົນ (ມີຂົນປົກຄຸມ) ຫຼື ເກືອບລຽບ (ເກືອບບໍ່ມີຂົນ) ໂຄນໃບກົມ ແລະ ບໍສະໝ່ຳສະເໝີ, ປາຍໃບແຫຼມ (ປາຍໃບແຫຼມ ຫາ ຮຽວແຫຼມ).
ດອກອອກເປັນຊໍ່ (ຊໍ່ດອກ) ອອກຕາມງ່າມໃບ ຫຼື ຕາມກິ່ງ, ຊໍ່ດອກເຫຼົ່ານີ້ອາດເປັນຊໍ່ແບບແຕກແໜ່ງ (panicles) ຫຼື ຊໍ່ແບບ ຄັນຮົ່ມ (cymes). ກິ່ງ ແລະ ດອກບານມີສີແດງເຂັ້ມ. ດອກຍ່ອຍມີຈຳນວນຫຼາຍ ແລະ ມີຂະໜາດນ້ອຍ. ກາບດອກຮູບຮີແຄບ, ຍາວ 3 ຫາ 5 ມມ, ແລະ ມີຂົນເລັກນ້ອຍບໍລິເວນໂຄນ. ກີບດອກສີຂາວ ມີລາຍສີມ່ວງ ຫຼື ສີຊົມພູຫາແດງ, ມີລາຍສີເຂັ້ມກວ່າ, ຍາວ 6 ຫາ 9 ມມ ແລະ ກວ້າງ 3 ຫາ 4 ມມ. ເກສອນເພດຜູ້ບາງສວ່ນເປັນໝັນ ແຕ່ບາງຄັ້ງອາດມີ 1 ຫາ 2 ອັນທີ່ສາມາດປະສົມເກສອນໄດ້. ເຕົ້າໄຂ່ມີຂົນປົກຄຸມ.
ໝາກມີລັກສະນະເປັນໝາກແບບເຊີຣີ່, ສີເຫຼືອງ ຫຼື ສີນ້ຳຕານ, ຮູບຮີຍາວ 7 ຫາ 13 ຊມ ແລະ ກວ້າງ 5 ຫາ 8 ຊມ, ມີຮ່ອງເລິກ 5 ຮ່ອງ (ຫຼືບາງຄັ້ງມີ 6) ແລະ ມີລັກສະນເປັນຮູບດາວເມື່ອເບິ່ງຈາກດ້ານຂ້າງ, ໝາກມີເນື້ອຫຼາຍ ແລະ ແກ່ນສີນ້ຳຕານດຳຈຳນວນຫຼາຍ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Jawa, Maluku, Sulawesi. [2]

Global distribution of Averrhoa carambola between in 1840 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຈາກການສຳຫຼວດໃນ ສປປ ລາວ ແລະ ການສຳຫຼວດພືດມີທໍ່ລຳລຽງໃນ ສປປ ລາວຢືນຢັນເຂດກະຈາຍພັນຂອງພືດຊະນິດນີ້ໃນລາວ ແຕ່ບໍ່ມີຂໍ້ມູນລາຍລະອຽດເຂດກະຈາຍພັນຂອງພືດຊະນິດນີ້ໃນລາວ [4], [5]. ໃນທາງກົງກັນຂ້າມຂໍ້ມູນຈາກ GBIF ລະບຸເຂດກະຈາຍພົນຂອງພືດຊະນິດນີ້ໃນແຂວງອຸດົມໄຊ (ມ. ແບງ), ຫຼວງພະບາງ (ມ. ຫຼວງພະບາງ), ຈຳປາສັກ (ມ. ບາງຈຽງ), ນະຄອນຫຼວງວຽງຈັນ ແລະ ຄຳມ່ວນ. [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ແຄມຝັ່ງນໍ້າ, ສວນຄົວ
ຕົ້ນໝາກເຟືອງພົບໄດ້ໃນປ່າດົງດິບຊຸ່ມ, ປ່າປະສົມ ແລະ ປ່າດົງດິບຊຸ່ມບໍລິເວນເນີນພູ [6]. ໄມ້ຟຸ່ມ ຫຼື ຕົ້ນໄມ້ຂະໜາດນ້ອຍພົບໄດ້ໃນປ່າທີ່ທົ່ງພຽງ ຈົນຮອດລະດັບຄວາມສູງ 1.000 ມ ແລະ ມັກພົບຕາມແຄມຫວ້ຍ, ເນີນພູ, ທັງໃນປ່າເກົ່າ ແລະ ປ່າປູກທົດແທນ. [7]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ເປັນຊະນິດທີ່ນຳເຂົ້າມາປູກໃນ Andaman Is., Assam, Bangladesh, Belize, Bolivia, Borneo, Brazil North, Brazil Northeast, Brazil West-Central, Cambodia, Caroline Is., China South-Central, China Southeast, Comoros, Costa Rica, East Himalaya, Ecuador, El Salvador, Gulf of Guinea Is., Hainan, Laos, Marianas, Myanmar, Nicobar Is., Paraguay, Philippines, Samoa, Society Is., Solomon Is., Taiwan, Thailand, Vietnam. [2]
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ແຫຼ່ງກຳເນີດຂອງພືດຊະນິດນີ້ຍັງຄົງບໍ່ເປັນທີ່ຊັດເຈນ ເນື່ອງຈາກການເພາະປູກຢ່າງແຜ່ຫຼາຍທົ່ວເຂດຮ້ອນ, ແຫຼງຂໍ້ມູນບາງພື້ນທີ່ຖືວ່າມີຖິ່ນກຳເນີດໃນສະເພາະໃນອິນໂດເນຍເຊຍເທົ່ານັ້ນ ເຖິ່ງຢ່າງໃດກໍ່ຕາມ ການເພາະປູກທີ່ກວ້າງຂວາງເຮັດໃຫ້ຍາກຕໍ່ການຈຳແນກປະຊາກອນອອກຈາກຊະນິດທີ່ເພາະປູກ. ໃນບັນທຶກເຂດກະຈາຍພັນ ຈົນກ່ວາສາມາດຊີແຈງຄວາມແຕກຕ່າງນີ້ໄດ້, ພືດຊະນິດນີ້ຈຶ່ງຖືກປະເມີນວ່າມີຂໍ້ມູນບໍ່ພຽງພໍ ເນື່ອງຈາກອາດມີຂອບເຂດທາງພູມສາດທີ່ຈຳກັດ ຫຼື ແພ່ກະຈາຍຫຼາຍກ່ວາທີ່ເຂົ້າໃຈໃນປັດຈຸບັນ [7]. ນອກຈາກນີ້ພືດຊະນິດນີ້ຈັດຢູ່ໃນສະຖານະພາບການອານຸຮັກແຫ່ງຊາດລາວ. [8].
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອຸປະກອນທຳຄວາມສະອາດ, ພະລັງງານ ແລະ ແສງສະຫວ່າງ, ກິດຈະກຳການກະເສດ, ອຸປະກອນ ແລະ ເຄື່ອງມື, ອາຫານ, ພືດເປັນຢາ
ອາຫານ: ຫຼາຍພາກສວ່ນຂອງພືດສາມາດກິນໄດ້, ໝາກສາມາດກິນສົດ ຫຼື ດອກ [7]. ໝາກເຟືອງຍັງໃຊ້ໃນສະຫຼັດ, ນ້ຳໝາກໄມ້, ອາຫານແປຮູບ, ແຍມ ແລະ ໄວນ໌ ຫຼື ກິນສົດກັບເກືອ. ຍອດອອ່ນສາມາດກິນໄດ້ ແລະ ຍິຍົມໃຊ້ໃນລາບ ແລະ ແກງ [6]. ໝາກຍັງຂຽວ ສາມາດນຳໄປໃສ່ແກງສົ້ມໄດ້ ໃນຂະນະທີ່ໝາກສຸກສາມາດກິນເປັນຜັກ ຫຼື ໝາກໄມ້ໄດ້, ເມື່ອຊອຍຕາມລວງຂວາງ ໝາກເຟືອງຈະກາຍເປັນຮູບດາວທີ່ໃຊ້ຕົບແຕ່ງເຄັກ ແລະ ຂແງຫວານ, ນອກຈາກນນີ້ຍັງນິຍົມໃຊ້ເຮັດແຍມອີກດວ້ຍ, ໃນຫຼວງພະບາງໝາກເຟືອງໃຊ້ເປັນສ່ວນປະກອບໃນໝ້ຽງ ຊື່ງເປັນອາຫານພື້ນເມືອງທີ່ເຮັດຈາກ “ຂີງ, ໝາກເຜັດ, ກະທຽມ, ຫົວສີໄຄ, ໝາກເຟືອງ, ກວ້ຍດິບ ແລະ ນ້ຳປາຫໍດ້ວຍໃບຊາ” [9].
ສະໝຸນໄພ: ໃບ ແລະ ໝາກຖືກນຳມາໃຊ້ຮັກສາໄຂ້, ເຈັບຄໍ, ອີ່ສຸກອີ່ໃສ, ຂີ້ກາກ, ອາການເຈັບຫົວ, ເລືອດອອກຕາມເຫງືອກ, ໂຣກບິດ ແລະ ລິດຊີດວງທະວານ [7]. ມີລາຍງານວ່າໝາກໄມ້ຊະນິດນີ້ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຍັງຖືເປັນຢາແກ້ເມົາຄ້າງອີກດ້ວຍ, ໃນທ້ອງຖິ່ນຮູ້ຈັກກັນໃນຊື່ໝາກເຟືອງ ແຕ່ແນະນຳໃຫ້ແມ່ຍິງທີ່ກຳລັງມີປະຈຳເດືອນຫ້າມກິນ. ໃບ ແລະ ຮາກໃຊ້ຮັກສາອາການຟົກຊ້ຳ. ໃບຕົ້ມໃຊ້ນ້ຳຢາອາບເພື່ອບຳລຸງຜິວພັນ ໃນຂະນະທີ່ຮາກໃຊ້ເພື່ອແກ້ພິດ ແລະ ບັນເທົາອາການອາການເຈັບກ້າມເນື້ອ [6]. ກ່າວກັນວ່າດອກມີຄຸນສົມບັດໃນການຂັບພະຍາດພິດ ແລະ ຮາກເມື່ອໃຊ້ຮ່ວມກັບພືດຊະນິດອື່ນໆ ສາມາດໃຊ້ເປັນຢາແກ້ພິດໄດ້. ໝາກ ຫຼື ໃບສາມາດນຳມາຖູບົນຜິວໜັງເພື່ອບັນເທົາອາການຜື່ນລົມພິດ. ນອກຈາກນີ້ ໝາກຍັງຖືກນຳມາໃຊ້ເປັນຢາທີ່ຊ່ວຍໃຫ້ຮູ້ສຶກສົດຊື່ນ ແລະ ປ້ອງກັນພະຍາດເລືອດອອກຕາມເຫງືອກ, ໃນອາດີດທັງໝາກເຟືອງ ແລະ ໝາກສະລິນປີງ ມີສັບພະຄຸນໃນການຕໍ້ສູ້ກັບພະຍາດເລືອກອອກຕາມເຫງືອກ. [9]
ເຄື່ອງໃຊ້ ແລະ ພະລັງງານ: ສາມາດຕັດ ແລະ ໃຊ້ໄມ້ຊະນິດນີ້ມາເຮັດເຄື່ອງໃຊ້ຂະໜາດນ້ອຍ ແລະ ໃຊ້ເຮັດຟືນໄດ້. [7]
ກິດຈະກຳທາງກະສິກຳ: ງົວ ແລະ ແບ້ທີ່ໄດ້ຮັບຜົນກະທົບຈາກພະຍາດປາກ ແລະ ຕີນເປື່ອຍ ສາມາດໃຊ້ຮັກສາໂດ້ໂດຍໃຊ້ໝາກເຟືອງມາຕັດລ້າງທຳຄວາມສະອາດບໍລິເວນບາດແຜທີ່ຕິດເຊື້ອໃນປາກ. [6]
ອຸປະກອນທຳຄວາມສະອາດ: ເນື່ອງຈາກເປັນໝາກໄມ້ທີ່ມີກົດສູງ ຈຶ່ງຖືກນຳມາໃຊ້ຄ້າຍນ້ຳສົມສາຍຊູ ຫຼື ໝາກນາວ ເພື່ອກຳຈັດຮອຍເຂົ້າໝ້ຽງ ແລະ ທຳຄວາມສະອາດໂລຫະ. [9]
ວັດທະນາທຳ ແລະ ສາສະໜາ: ໃບຂອງໝາກເຟືອງໃຊ້ໃນພິທີກຳການພົມນ້ຳມົນ. [9]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ມີການເພາະປູກຢ່າງແພ່ຫຼາຍ ແລະ ມັກກະຈາຍຕົວຕາມໃນປ່າ. [6]
ລະດູການເກັບກູ້
ກໍລະກົດ, ສິງຫາ, ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ໝາກເຟືອງໃຊ້ ແລະ ຈຳນ່າຍໃນຖ້ອງຖິ່ນໃນປະລິມານທີ່ນ້ອຍກ່ວາ, ໝາກເຟືອງພື້ນທີ່ອື່ນໆຂອງອາຊີມີການປູກເພື່ອໃຊ້ໃນເຊີງພານິດເພື່ອສົ່ງອອກໝາກໄມ້. [6]
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ໝາກເຟືອງມັກສະພາບອາກາດທີ່ມີລະດູແລ້ງທີ່ຊັດເຈນ ແລະ ຈະເລີນເຕີບໂຕໄດ້ດີໃນດິນທີ່ຊຸ່ມເປັນກົດ (ພີສ) ຫຼື ດິນປະສົມ. [6]

ການເກັບກ່ຽວ:
ໝາກຈະຖືກເກັບດ້ວຍມືເມື່ອຍັງເປັນສີຂຽວ, ການເກັບໃບ ແລະ ຮາກສາມາດເກັບໄດ້ຕະຫຼອດປີຕາມຄວາມຈຳເປັນ. [6]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການຕັດໄມ້ທຳລາຍປ່າໃນພື້ນທີ່ຕ່ຳໄດ້ຫຼຸດເຂດທີ່ຢູ່ອາໄສຕາມທຳມະຊາດເປັນຈຳນວນຫຼາຍ, ປ່າສ່ວນໃຫຍ່ຖືກປ່ຽນໄປເປັນພື້ນທີ່ຕົວເມືອງ, ເຮັດກະສິກຳ ແລະ ການພັດທະນາໂຄງສ້າງພື້ນຖານ ເນື່ອງຈາກສາຍພັນນີ້ໄດ້ຮັບການປູກຝັງຢ່າງກວ້າງຂວາງ ແລະ ສາມາດເຕີບໂຕໄດ້ໃນຖິ່ນທີ່ຢູ່ອາໄສຮອງ, ການສູນເສຍປ່າສົ່ງຜົນກະທົບຕໍ່ປະຊາກອນໃນປ່າຈຶ່ງຍັງບໍ່ແນ່ນອນ ແລະ ຕ້ອງມີການສຶກສາເພີ່ມເຕີມ. [7]

ການຕິດຕາມປະຊາກອນ:
ບໍ່ມີຂໍ້ມູນກ່ຽວກັບພືດສາຍພັນນີ້ໃນທຳມະຊາດ. [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 0.38 N/A
ຄາໂບໄຮເດຣດ 9.38 N/A
ໄຂມັນ 0.8 N/A
ວິຕາມິນ N/A thiamine (Vit. B1) 0.038 mg, riboflavin (Vit. B2) 0.03 mg, niacin (Vit. B3) 0.38 mg.
ແຮ່ທາດ N/A calcium 6.0 mg, iron 1.65 mg, phosphorus 21.0 mg, potassium 2.35 mg, carotene 0.552 mg, tartaric acid 4.37 mg, oxalic acid 9.6 mg, 𝛼-ketoglutaric acid 2.2 mg and citric acid 1.32 mg.
ເສັ້ນໄຍ 0.9 N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ສຸລິວົງ ກອງມະນີວົງ
ຜູ້ກວດສອບ Factsheet
,