ເລກລຳດັບທີ: 648
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຂີງປ່າຂຽວ
Phu Phane Ginger
Zingiber parishii subsp. phuphanense Triboun & K.Larsen
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Zingiberales
ຊື່ສະກຸນ
Zingiberaceae
ສະກຸນ
Zingiber
ຊະນິດ
Zingiber parishii
ຊະນິດຍ່ອຍ
Zingiber parishii parishii
Zingiber parishii phuphanense
ບັນຍາຍລັກສະນະທາງພືດສາດ
ເປັນລົ້ມລຸກຫຼາຍປີມີເຫງົ້າໃຕ້ດິນ, ສີມ່ວງອ່ອນ, ມີເກີດດຽວ ຫຼື ເກີດສຸ່ມຂະໜາດນ້ອຍ, ລຳຕົ້ນສູງ 1,3-2 ຊມ, ມີໃບ 14-30 ໃບ. ໃບຈັບລຽງລະນາບດຽວ, ແຜ່ນໃບຮູບຂອບຂະໜານ-ຮູບໃບຫອກ, ກວ້າງ 2-4 ຊມ, ຍາວ 30-40 ຊມ, ປາຍຮຽວແຫຼມ, ໂຄນມົນ, ຂອບໃບເປັນຄື້ນເລັກນ້ອຍ, ດ້ານລຸ່ມມີຂົນ. ກ້ານໃບຍາວປະມານ 2 ມມ. ລີ້ນໃບແຍກເປັນສອງແສກ ຍາວ 2-3 ຊມ. ຊໍ່ດອກຕັ້ງຊື່ເກີດຈາກຫົວໃຕ້ດິນ, ຮູບໄຂ່ ຫຼື ຮູບຊົງກະບອກ, ກວ້າງ 3-6 ຊມ, ຍາວ 10-20 ຊມ. ກ້ານຊໍ່ດອກຍາວ 10-40 ຊມ. ໃບປະດັບຮູບໄຂ່ກັບ ຫຼື ຮູບເກືອບກົມ, ກວ້າງ 2-2,5ຊມ, ຍາວ 3-4 ຊມ, ໃບປະດັບຍ່ອຍຮູບຂອບຂະໜານ ຍາວ 2-3 ຊມ. ດອກສີເຫຼືອງອ່ອນ ມີລາຍຈຸດສີມ່ວງອົມແດງຢູ່ໂຄນກິບ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດ, ຍາວປະມານ 8 ມມ, ປາຍແຍກເປັນແສກເລີກດ້ານດຽວ, ຍາວ ປະມານ 5-7 ມມ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດຍາວ 2-4 ຊມ, ປາຍແຍກເປັນສາມແສກ ຮູບຂອບຂະໜານແກມຮູບໄຂ່ຍາວ 2,2-4 ຊມ. ກິບປາກສີເຫຼືອງນວນອົມຂາວ, ໂຄນເປັນສີມ່ວງ, ຮູບໄຂ່ກວ້າງ, ກວ້າງ ແລະ ຍາວ 1-2 ຊມ, ປາຍມົນຕັດ, ກິບຄູ່ຂ້າງທີ່ເກີດຈາກເກສອນເພດຜູ້ທີ່ເປັນໜັນຮູບໄຂ່ກວ້າງ. ເກສອນເພດຜູ້ມີຈະງອຍສີເຫຼືອງ, ຍາວປະມານ 1,2 ຊມ. ເຕົ້າໄຂ່ຍາວປະມານ 3,5 ມມ. ໝາກເປັນຮູບໄຂ່ຍາວ 2 ຊມ, ສີຂຽວເມື່ອຍັງອ່ອນ, ເມື່ອແກ່ເປັນສີເຫຼືອງທາງດ້ານເປັນສີສົ້ມ. ເມັດສີດຳເມື່ອແກ່ແລ້ວມີເຍື້ອຫຸ້ມສີຂາວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໃບ ຫຼື ຍອດອ່ອນສາມາດກີນສົດໄດ້ໂດຍເອົາມາກັບແຈ່ວປາ, ກັບແຈ່ວໜໍ່ໄມ້ສົ້ມເຊີ່ງຫຼວງພະບາງຈະມັກກີນ, ໃບຂອງມັນມີກີ່ນຫອມອ່ອນໆ. ຊໍ່ດອກອ່ອນກໍ່ໃຊ້ເປັນຜັກກັບເຊັ່ນດຽວກັນ, ແຕ່ສ່ວນຫຼາຍແລ້ວເພີ່ນຈະມັກເອົາມາປີ່ງ ຫຼື ເຜົາ ໃຫ້ສຸກດີແລ້ວເອົາມາຕ່ຳເປັນແຈ່ວ ຫຼື ຕໍ່າແຈ່ວປະສົມກັບປາ ແລະ ອື່ນໆ, ຈະມີລົດຊາດຫອມອ່ອນໆ. ດອກຂີງຊະນີດສາມາດປູກເປັນສີນຄ້າ ຫຼື ເປັນຜະລິດຕະພັນເຄື່ອງປ່າຂອງດົງອີກຊະນິດໜື່ງທີ່ມີແນວໂນ້ມເປັນພືດຜັກທາງດ້ານເສດຖະກິດ, ເພາະໃນຊ່ວງລະດູຝົນຈະເຫັນວ່າງຂາຍເປັນຈຳນວນຫຼວງຫຼາຍໃນຕະຫຼາດເມືອງຫຼວງພະບາງ, ແຕ່ວ່າສ່ວນຫຼາຍແມ່ນເກັບມາຈາກຝັ່ງເມືອງຈອມເພັດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,