ເລກລຳດັບທີ: 642
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ມານຂ່າ
Smaller Banana Flower Galangal
Alpinia roxburghii Sweet
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Vietnamese: họ Gừng
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Zingiberales
ຊື່ສະກຸນ
Zingiberaceae
ສະກຸນ
Alpinia
ຊະນິດ
Alpinia roxburghii
ຊື່ພ້ອງ
Alpinia blepharocalyx K.Schum.
Alpinia blepharocalyx var. glabrior (Hand.-Mazz.) T.L.Wu
Alpinia bracteata Roxb.
Languas blepharocalyx (K.Schum.) Hand.-Mazz.
Languas blepharocalyx var. glabrior Hand.-Mazz.
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກຫຼາຍປີ, ມີເຫງົ້າໃຕ້ດິນເປັນເຫງົ້າຂະໜາດໃຫຍ່, ລຳຕົ້ນສູງປະມານ 1,4-3 ມ, ມັກເກີດເປັນສຸ່ມ, ມີໃບ 7-12 ໃບ. ໃບຈັບເປັນລະນາບດຽວ, ແຜ່ນໃບຮູບຂອບຂະໜາດ ກວ້າງ 7-12 ຊມ, ຍາວ 60-72 ຊມ, ປາຍຮຽວແຫຼມ, ໂຄນໃບຕັດມົນ, ຂອບໃບລຽບ, ດ້ານນອກກ້ຽງ, ດ້ານລຸ່ມມີຂົນນຸ່ມ, ກ້ານໃບຍາວໄດ້ເຖີງ 3 ຊມ. ລີ້ນໃບຮູບຄ້າຍສາມຫຼ່ຽມກົກກວ້າງ, ຍາວປະມານ 1 ຊມ. ຊໍ່ດອກແບບຊໍ່ກະຈະ ເກີດທີ່ປາຍລຳຕົ້ນ, ຮູບຊົງກະບອກຍາວ 20-35 ຊມ. ໃບປະດັບຊໍ່ດອກຮູບຮີແກມຮູບຂອບຂະໜານ ຍາວປະມານ 3,8 ຊມ, ໃບປະດັບຍ່ອຍສັ້ນໆ. ກ້ານຊໍ່ດອກຍາວປະມານ 6 ຊມ, ກາບດອກສີນ້ຳຕານ, ຈະລ່ວງຫຼົ່ນເມື່ອດອກບານ. ດອກສີຂາວປົນສີເຫຼືອງ ທາງດ້ານໃນສີແດງ. ກາບດອກເປັນຫຼອດເຊື່ອມຕິດກັນຍາວປະມານ 6 ມມ, ປາຍແຍກເປັນສາມແສກ, ສີຂາວ, ຮູບຂອບຂະໜານແຄບ ກວ້າງ 1-1,8 ຊມ, ຍາວ 2,3 ຊມ, ປາຍສຸດມີສາມແສກ. ກິບດອກໂຄນເຊື່ອມຕິດກັນເປັນຫຼອດຍາວ 1,2 ຊມ, ປາຍແຍກເປັນສາມແສກສີຂາວ, ຮູບຂອບຂະໜານແຄບ, ກວ້າງ 1,6 ຊມ, ຍາວ 3-4 ຊມ, ປາຍມົນໂຄ້ງ. ກິບປາກສີເຫຼືອງ, ມີເສັ້ນສີແດງຫ່າງໆ ຂ້າງແຜ່ນກິບທັ້ງສອງຂ້າງ, ກິບຄ້າຍຮູບຫົວໃຈກັບ ກວ້າງ ແລະຍາວປະມານ 5 ຊມ, ປາຍຮຽວແຫຼມ ຫຼື ມັນ, ກິບຄູ່ຂ້າງທີ່ເກີດຈາກເກສອນເພດຜູ້ທີ່ເປັນໜັນຮູບແຖບ, ຍາວປະມານ 8 ມມ, ເກສອນເພດຜູ້ຍາວປະມານ 3,6 ຊມ. ເຕົ້າໄຂ່ຍາວປະມານ 7 ມມ. ໝາກມົນກົມ, ເສັ້ນຜ່ານສູນກາງປະມານ 1 ຊມ, ເປືອກໜາແຂງ, ມີຂົນ. ແກ່ນສີດຳອົມນ້ຳຕານເມື່ອແກ່ນແກ່ແລ້ວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ດອກອອກ ແລະ ຊໍ່ດອກອ່ອນແມ່ນຖືກເກັບກູ້ຈຳນວນຫຼວງຫຼາຍໃນແຕ່ລະປີເຮັດໃຫ້ພວກມັນບໍ່ສາມາດຂະຫຍາຍພັນດ້ວຍແກ່ນໄດ້ເພາະດອກອ່ອນທີ່ຈະສ້າງເປັນເມັດຈະຖືກເອົາໄປກີນ ແລະ ຂາຍໝົດ, ຕາມຕະຫຼາດໃນຊົນນະບົດ ຫຼື ຂ້າງທາງທາງພາກເໜືອຂອງລາວຈະພົບວ່າຖືກເກັບມາຂາຍໂດຍເຮັດເປັນມັດໆ, ເຊິ່ງມັດໜື່ງຈະມີຢູ່ປະມານ 15-20 ຊໍ່ດອກອ່ອນ, ທີ່ເຮັດເປັນມັດນັ້ນແມ່ນເພື່ອເອົາມາຂາຍ. ແຕ່ເລື່ອງມາເຮັດກີນແມ່ນເພີ່ນໄດ້ເອົາມາລວກກັບແຈ່ວ ຫຼື ປີ່ງໃຫ້ສຸກແລ້ວເອົາມາເຮັດແຈ່ວດອກຂ່າຈະມີລົດຊາດເພັດເລັກນ້ອຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,