ເລກລຳດັບທີ: 624
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຝາງແດງ
Sappanwood
Biancaea sappan (L.) Tod.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Eng: Rainbow wood Chinese: 苏木 [su mu]
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Biancaea
ຊະນິດ
Biancaea sappan
ຊື່ພ້ອງ
Caesalpinia sappan L.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ພຸ່ມກຶ່ງໄມ້ເຄືອ, ລຳຕົ້ນມີໜາມໂຄ້ງສັ້ນໆ ແລະ ແຂງຕາມລຳຕົ້ນ, ໃນທຳມະຊາດອາດຈະພົບເປັນໄມ້ເຄືອຂະໜາດໃຫຍ່. ໃບເປັນໃບປະສົມແບບຂົນນົກ 2 ຊັ້ນ, ຈັບຮຽງສະຫຼັບກັນ, ໃບຍ່ອຍຮູບໄຂ່ ຫຼື ຮູບຂອບຂະໜານກ້ວາງ 0.6-0.8 ຊມ, ຍາວ 1.5-1.8 ຊມ, ຖານໃບສະຫຼຽງ. ດອກ ສີເຫຼືອງອອກລວມກັນເປັນຊໍ່ບໍ່ແຍກແໜງຕາມປາຍກິ່ງ ແລະ ງ່າມໃບໃກ້ໆປາຍກິ່ງ. ກາບດອກມີ 5 ກາບ, ຂອບກາບເກີຍຊ້ອນທັບກັນ, ກາບລຸ່ມສຸດໂຄ້ງງໍ ແລະ ຂະໜາດໃຫຍ່ກ່ວາກາບອື່ນ. ກີບດອກມີ 5 ກີບ, ຮູບໄຂ່ກັບ, ເກສອນຜູ້ມີ 10 ອັນແຍກເປັນອິດສະຫຼະ. ໝາກ ເປັນຝັກແປແຂງ, ຖານຈະສອບອຽງເລັກນ້ອຍ, ປາຍຝັກຈະແຜ່ກ້ວາງ, ປາຍຝັກເປັນລັກສະນະຄ້າຍຈະງອຍແຫຼມ, ແຕ່ລະຝັກຈະມີ 2-4 ແກ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ປິ່ນປົວພະຍາດ: ເປັນຢາຂັບປະຈຳເດືອນ ແລະ ແກ້ເຈັບທ້ອງ ຖອກທ້ອງ. ສ່ວນທີ່ໃຊ້: ແກນທີ່ມີສີແດງ. ວິທີການນຳໃຊ້: ສຳລັບຢາຂັບປະຈຳເດືອນແມ່ນໃຊ້ແກນ 5-15 ກຣາມ ຫຼື 5-8 ອັນ ໃສ່ນ້ຳປະມານ 1 ລິດ ຕື່ມໝາກຂາມປະມານ 4 ໜ່ວຍເອົາແກ່ນອອກ ຕົ້ມກິນເຊົ້າແລງ. ສຳລັບແກ້ເຈັບ, ທ້ອງຖອກທ້ອງ ໃຊ້ແກນ 3-9 ກຣາມ ຫຼື 4-6 ອັນ ຕົ້ມກັບນ້ຳ 1 ລິດ ຕົ້ມໃຫ້ເຫຼືອປະມານ 0.5 ລິດ ດຶ່ມເວລາທີ່ເຈັບທ້ອງ. ຝາງແດງຍັງນຳໃຊ້ເປັນສີຍ້ອມຜ້າທີ່ດີອິກດ້ວຍ.
ການປູກຂະຫຍາຍພັນ: ຝາງແດງເປັນພືດທີ່ເກີດຂຶ້ນເອງຕາມທຳມະຊາດ, ທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ, ມັກເກີດຕາມປ່າປະສົມ ຫຼື ປ່າປ່ຽນໃບ, ສາມາດຂະຫຍາຍພັນດ້ວຍການຕັດຊຳກິ່ງຫງ່າ ແລະ ກ້າແກ່ນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,