ປິດປີ່ຂາວ
Ceylon leadwort
Plumbago zeylanica L.
ພືດ
ພືດລົ້ມລຸກ
ດອກໄມ້
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: 白花丹 bai hua dan
Eng: Ceylon leadwort, doctorbush or wild leadwort
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Caryophyllales
- ຊື່ສະກຸນ
- Plumbaginaceae
- ສະກຸນ
- Plumbago
- ຊະນິດ
- Plumbago zeylanica
ຊື່ພ້ອງ
Findlaya alba Bowdich
Molubda scandens (L.) Raf.
Plumbagidium scandens (L.) Spach
Plumbago scandens L.
Plumbago viscosa Blanco
Plumbago zeylanica var. zeylanica
Thela alba Lour.
Molubda scandens (L.) Raf.
Plumbagidium scandens (L.) Spach
Plumbago scandens L.
Plumbago viscosa Blanco
Plumbago zeylanica var. zeylanica
Thela alba Lour.
ບັນຍາຍລັກສະນະທາງພືດສາດ
ເປັນພືືດລົ້ມລຸກອາຍຸຫຼາຍປີ ຫຼື ໄມ້ພຸ່ມ, ສູງ 1-3 ມ, ກິ່ງກ້ານມັກຍືນແຜ່ອອກ. ໃບດ່ຽວ, ຮູບໄຂ່, ຂອບໃບລຽບ, ປາຍໃບແຫຼມມີຕິ່ງຢູ່ສ່ວນປາຍ, ຖານໃບຮູບຫຼິ້ມ, ດອກອອກເປັນຊໍ່ແບບກະຈະ; ກ້ານດອກຍາວ 0.5-1.5 ຊມ, ມີຕ່ອມ; ໃບປະດັບຮູບໄຂ່ ຂະໜາດ 4-6 x 1.5-2 ມມ, ປາຍຮຽວແຫຼມ; ເສັ້ນໃບມີ 6-8 ຄູ່. ໃບປະດັບຍ່ອຍຮູບແຂບ ຂະໜາດ 2 x 0.5 ມມ, ວົງກາບດອກຂະໜາດ 1-1.2 ຊມ, ວົງກີບດອກສີຂາວເຖີງສີຂຽວອ່ອນ, ເປັນຫຼອດຍາວ 1.8-2.2 ຊມ, ປາຍແຍກເປັນ 5 ແສກ, ຮູບໄຂ່ປີ້ນ ຫຼື ຮູບຂອບຂະໜານແກມຮູບຫອກ, ຂະໜາດ 7 x 4 ມມ. ເກສອນຜູ້ມີ 5 ອັນ, ຖົງລະອອງເກສອນມີສີຟ້າ, ເຕົ້າໄຂ່ຮູບກັບສ້ວຍ, ມີ 5 ລ່ຽມ. ໝາກ ເປັນ ໝາກແບບແຫ້ງແຕກ, ສີເຫຼືອງຈາງ ຫຼື ສີນ້ຳຕານ, ຮູບຂອບຂະໜານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ, ພືດປະດັບ
ປິ່ນປົວພະຍາດ: ແກ້ຂີ້ກາກ, ຂີ້ກ້ຽນ ແລະ ເປັນຢາຂັບປະຈຳເດືອນ, ສ່ວນທີ່ໃຊ້: ຮາກ, ວິທີການນຳໃຊ້: ແກ້ຂີ້ກາກ, ຂີ້ກ້ຽນແມ່ນໃຊ້ຮາກສົດ 1-2 ຮາກຕຳໃຫ້ລະອຽດ ປະສົມກັບນ້ຳ ຫຼື ເຫຼົ້າເລັກນ້ອຍແລ້ວທາບໍລິວຽນທີ່ເປັນ. ສຳລັບຢາຂັບປະຈຳເດືອນແມ່ນໃຊ້ຮາກແຫ້ງ 30 ກຣາມ ແລະ ຊີ້ນໝູສ່ວນທີ່ມີສີແດງ 60 ກຣາມ ຕົ້ມນ້ຳກິນ ແຕ່ຫ້າມໃຊ້ໃນຜູ້ຍິງຖືພາຈະເຮັດໃຫ້ແທ້ງລູກໄດ້ ເພາະມີລິດຮ້ອນ ແລະ ບີບມົດລູກ.
ການປູກຂະຫຍາຍພັນ: ປິດປີ່ຂາວເປັນວັດສະພືດທີ່ເກີດຂື້ນເອງຕາມທຳມະຊາດ ສາມາດຂະຫຍາຍພັນໄດ້ໂດຍການກ້າແກ່ນ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
R. Rajakrishnan, R. Lekshmi, P.B. Benil, J. Thomas, A.H. AlFarhan, V. Rakesh, and S. Khalaf. 2017. Phytochemical evaluation of roots of Plumbago zeylanica L. and assessment of its potential as a nephroprotective agent. Saudi J Biol Sci. 2017 May; 24(4): 760–766. Published online 2017 Jan 8. doi: 10.1016/j.sjbs.2017.01.001
Yuvaraj D. Mandavkar and Sunil S. Jalalpure. 2011. A comprehensive review on Plumbago zeylanica Linn. African Journal of Pharmacy and Pharmacology Vol. 5(25), pp. 2738-2747, 30 December, 2011
R. Tyagi, E. Menghani. A Review on Plumabgo zeylanica : A Compelling Herb. International Journal of Pharma Sciences and Research Vol 5 No 04 Apr 2014
Kumar Ganesan and Sharmila Banu Gani. 2013. Ethnomedical and Pharmacological Potentials of Plumbago zeylanica L- A Review. American Journal of Phytomedicine and Clinical Therapeutics AJPCT1[3][2013]313-337
Yuvaraj D. Mandavkar and Sunil S. Jalalpure. 2011. A comprehensive review on Plumbago zeylanica Linn. African Journal of Pharmacy and Pharmacology Vol. 5(25), pp. 2738-2747, 30 December, 2011
R. Tyagi, E. Menghani. A Review on Plumabgo zeylanica : A Compelling Herb. International Journal of Pharma Sciences and Research Vol 5 No 04 Apr 2014
Kumar Ganesan and Sharmila Banu Gani. 2013. Ethnomedical and Pharmacological Potentials of Plumbago zeylanica L- A Review. American Journal of Phytomedicine and Clinical Therapeutics AJPCT1[3][2013]313-337
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,