ເລກລຳດັບທີ: 617
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-10-24

ກະຊາຍຂາວ
Fingerroot

Boesenbergia rotunda (L.) Mansf.


ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ

1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4


ຊື່ທ້ອງຖີ່ນ:
ກະຊາຍ, ກະຊາງ, ຫົວກະຊາງ ( Chinese Ginger, Chinese-keys, Rotund Boesenbergia)

ຊື່ພ້ອງ :
Boesenbergia cochinchinensis (Gagnep.) Loes.
Boesenbergia pandurata (Roxb.) Schltr.
Curcuma rotunda L.
Gastrochilus panduratus (Roxb.) Ridl.
Gastrochilus rotundus (L.) Alston
Kaempferia cochinchinensis Gagnep.
Kaempferia ovata Roscoe
Kaempferia pandurata Roxb.

ຊື່ສະກຸນ:
Zingiberaceae

ຊະນິດໃກ້ຄຽງ:
ກະຊາຍບົວ/ Pink Fingerroot Ginger
ກະຊາຍຫີນ/ Rocky Fingerroot Ginger
ກະຊາຍຈືດ/ Slender Fingerroot Ginger
ກະຊາຍໃບດ່າງ/ Variegated Leaf Fingerroot Ginger
ກະຊາຍແດງຈຳປາສັກ/ Champasak's Fingerroot Ginger
ກະຊາຍແດງເມືອງຫຼວງ/ Laungprabang's Fingerroot Ginger

ບັນຍາຍລັກສະນະທາງພືດສາດ:
ລຳຕົ້ນສູງໄດ້ຮອດ 50 ຊມ ມີລຳຕົ້ນໃຕ້ດິນສີເຫຼືອງສົດ, ຮູບກົມເອີ້ນວ່າເຫງົ້າ, ມີກິ່ນສຸນ, ຮາກໜາ ແລະ ແຂງແຮງ.
ໂດຍທົ່ວໄປມີໃບ 3 ຫາ 4 ໃບ, ສ່ວນທີ່ຫຸ້ມຫໍກາບໃບ (ກາບໃບ), ຈະມີສີແດງ ບໍລິເວນເຊື່ອມຕໍ່ລະຫວ່າງແຜ່ນໃບກັບກ້ານໃບຈະມີລິກຸນ ( ligule) ມີຂະໜາດນ້ອຍສອງສ່ວນ, ຍາວປະມານ 5 ມມ. ກ້ານໃບຍາວ 7 ຫາ 16 ຊມ ແລະ ມີຮ່ອງໃບມີສີຂຽວເຂັ້ມທັງສອງດ້ານ, ຮູບໄຂ່ ຫຼື ຮູບຫອກ, ຍາວ 25 ຫາ 50 ຊມ, ກວ້າງ 7 ຫາ 12 ຊມ, ສ່ວນໃຫຍ່ໃບລຽບຍົກເວັ້ນຂົນບາງໆ ຕາມແນວສັນກາາງກາງໃບດ້ານລຸ່ມ, ໂຄນໃບມົນ ຫຼື ຮູບຫຼິ່ມ, ປາຍແຫຼມ.
ດອກຈະເລີນເຕີບໂຕບໍລິເວນສ່ວນເທິງຂອງໂຄງສ້າງທີ່ຄ້າຍລຳຕົ້ນ (ລຳຕົ້ນທຽມ) ໂດຍຈະແຕກອອກບໍລິເວນກາບໃບດ້າເທິງ. ດອກຈະອອກໃກ້ກັບລຳຕົ້ນ (ກ້ານອອ່ນ) ແລະ ມີຂະໜາດ 3 ຫາ 7 ຊມ. ເປືອກຫຸ້ມຄ້າຍໃບ (ໃບປະດັບ ຮອບດອກເປັນຮູບຫອກ, ຍາວ 4 ຫາ 5 ຊມ, ມີກິ່ນຫອມ. ດອກຊັ້ນນອກຍາວ 1,5 ຫາ 2 ຊມ, ປາຍແຍກອອກເປັນ 2 ສ່ວນ, ກີບດອກສີບົວ, ໂຄນເປັນຫຼອດຍາວ 4,5 ຫາ 5,5 ຊມ. ກາບດອກຮູບຂອບຂະໜານ, ຍາວ 1,5 ຫາ 2 ຊມ, ເກສອນເພດຜູ້ດ້ານຂ້າງເປັນໝັ່ນສີບົວ, ມີແຖບສີມ່ວງຮູບຄ້າຍໄວໂອຣີນ, ຍາວ 2,5 ຫາ 3,5 ຊມ ໂຄ້ງເຂົ້າດ້ານໃນ, ເລັກນ້ອຍ, ຂບຍັກເລັກນ້ອຍ, ປາຍລຽບ, ກ້ານເກສອນສັ້ນ ແລະ ມີຕິງຂະໜາດນ້ອຍໂຄ້ງງໍ, ແບ່ງອອກເປັນສອງສ່ວນ, ຍາວ 1 ຫາ 3 ມມ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Andaman Is., Assam, Cambodia, China South-Central, Jawa, Lesser Sunda Is., Malaya, Laos, Myanmar, Sumatera, Thailand, Vietnam. [2]

Global distribution of Boesenbergia rotunda between 1862 to 2025. Source: [3]

ເຂດກະຈາຍພັນໃນລາວ :
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ປ່າດົງດິບ
ປ່າປະສົມປ່ຽນໃບ
ຜາ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ເຫງົ້າ ແລະ ຍອດອ່ອນສາມາດນຳມາປຸ່ງເປັນຜັກ ຫຼື ກິນດິບໄດ້, ເຫງົ້າຍັງໃຊ້ເປັນເຄື່ອງປຸ່ງຣົດທີ່ໃຫ້ຄວາມເຜັດຮ້ອນໃນອາຫານ ແລະ ຜັກດອງຫຼາຍຊະນິດ, [10]. ເຫງົ້າຂອງກະຊາຍມີກິ່ນຫອມຫຼາຍ ແລະ ໃຫ້ຣົດຊາດທີ່ເຜັດ, ສຸນ ແລະ ສົ້ມກັບອາຫານຫຼາຍຊະນິດລວມທັງແກງ, ນ້ຳຊຸບ ແລະ ຕຸນ ໂດຍສະເພາະແມ່ນອາຫານປະເພດນ້ຳເຂົ້າປຸ້ນ, ແກງກະຫຼີ່. [11]
ສະໝຸນໄພ: ໃນຕຳລາສະໝຸນໄພພື້ນພື້ນ ເຫງົ້າ ແລະ ຮາກຖືກນຳມາໃຊ້ໃນແມ່ຫຼັງຄອດເພື່ອຊ່ວຍຍ່ອຍອາຫານ, ນອກຈາກນີ້ຍັງໃຊ້ຮັກສາອາການໄອ, ແຜໃນປາກ, ແກ້ອາການຈຸກສຽດ ແລະ ກາກເກືອນ, [10]. ສະໝຸນໄພຊະນິດນີ້ຖືກນຳໄປໃຊ້ປະໂຫຍດເປັນຈໍານວນຫຼາຍໃນຢາພື້ນເມືອງລາວ ໂດຍແນະນຳໃຊ້ຮັກສາພະຍາດໃນຊ່ອງປາກ, ແຜໃນກະເພາະອາຫານ ແລະ ການຕິດເຊື້ອຕ່າງໆ, ຍັງເຊ່ອກັນວ່າຊ່ວຍໃນການຍ່ອຍອາຫານ ແລະບັນເທົາອາການຜິດປົກກະຕິຂອງລຳໄສ້. ນອກຈາກນີ້ຍັງມີຊື່ສຽງທາງດ້ານການນຳໃຊ້ເປັນຢາກະຕຸ້ນອາລົມທາງເພດຢູ່ໃນພູມີພາກ. ນອກຈາກນີ້ຍັງເຮັດໃຫ້ເກີດຄວາມສົນໃຈ ແລະ ການຄາດການໃນຕະຫຼາດຊະໝຸນໄພເປັນຈຳນວນຫຼາຍ. [11]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ໄພຂົ່ມຂູ່: ພືດຊະນິດນີ້ພົບກັບໄພຂົ່ມຂູ່ທົ່ວໄປຈາກການສູນເສຍຖິ່ນທີ່ຢູ່ອາໄສ ເນື່ອງຈາກາການຂະຫຍາຍຕົວຂອງການຂະຫຍາຍຕົວຂອງມະນຸດ, ເຖິ່ງແມ່ນວ່າຈະໄດ້ຮັບການເພາະປູກ ແລະ ມີຄຸນຄ່າທາງດ້ານການປຸ່ງແຕ່ງອາຫານ ແລະ ສະມຸນໄພ, ແຕ່ຜົນກະທົບຈາກການເກັບເກັບກ່ຽວຈາກທຳມະຊາດຂອງຈຳນວນປະຊາກອນຍັງຄົງບໍ່ຊັດເຈນ. [7]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 29 September 2025 by kanjana. Available: https://www.inaturalist.org/observations/317472258. [Accessed 16 October 2025].
[2] iNaturalist [Online]. Uploaded on 14 July 2020 by Mitchell Scott. Available: https://www.inaturalist.org/observations/53036933. [Accessed 16 October 2025].
[3] iNaturalist [Online]. Uploaded on 31 January 2023 by Guillaume Léotard. Available: https://www.inaturalist.org/observations/147718961. [Accessed 16 October 2025].

ອ້າງອິງ:
[1] “Flora of China: taxon 200028353,” Flora of China (eFloras). [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200028353. [Accessed: 16-Oct-2025].
[2] R. Govaerts et al., Plants of the World Online, urn:lsid:ipni.org:names:872224-1, Kew. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:872224-1. [Accessed: 16-Oct-2025].
[3] Boesenbergia rotunda (L.) Mansf., GBIF Backbone Taxonomy, species 2758480. [Online]. Available: https://www.gbif.org/species/2758480. [Accessed: 16-Oct-2025].
[4] M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, A Checklist of the Vascular Plants of Lao PDR. Edinburgh, UK: Royal Botanic Garden Edinburgh, 2007. [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf [Accessed: 16-Oct-2025].
[5] Y. M. Lee, H.-Y. Jin, T.-H. Ahn, H.-J. Lee, J. H. Song, C. H. Lee, Y. J. Kim, J. W. Yoon, H. S. Kang, H. Cheng, J. H. Park, M. Bang, B. Bouahom, C. Phongoudome, V. Thammavong, T. Phasaysombath, K. Chanthavongsa, S. Lanorsavanh, S. Sayyalath, C. Bounithiphonh, P. Phomephanome, A Checklist of Plants in Lao PDR. [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf [Accessed: 16-Oct-2025].
[6]. Nafri and CDE, “wild food assessment” AFN II, 2025
[7] Rhacophorus catamitus, The IUCN Red List of Threatened Species 2025: e.T44392164A44540996. [Online]. Available: https://www.iucnredlist.org/species/44392164/44540996#habitat-ecology. [Accessed: 17-Oct-2025].
[8] Boesenbergia rotunda, Useful Tropical Plants Database. [Online]. Available: https://tropical.theferns.info/viewtropical.php?id=Boesenbergia+rotunda. [Accessed: 17-Oct-2025]
[9] (In Lao) ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ I, II ແລະ II. [Online]. Available: https://phakhaolao.la/wp-content/uploads/2024/11/ … pdf [Accessed: 17-Oct-2025].
[10] Flora & Fauna Web, National Parks Board, Singapore. [Online]. Available: https://www.nparks.gov.sg/florafaunaweb/flora/4/8/4849. [Accessed: 17-Oct-2025].

ຜູ້ສ້າງ Factsheet:
Keooudone Souvannakhoummane

ຜູ້ກວດສອບ Factsheet:
,