ເລກລຳດັບທີ: 615
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-03-25

ຜັກບອນໜາມ
Geli-geli

Lasia spinosa (L.) Thwaites


ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
ຜັກໜາມ ( Bekil, Spiny Lasia)

ຊື່ພ້ອງ :
Dracontium spinosum L.
Lasia aculeata Lour.
Lasia crassifolia Engl.
Lasia crassifolia f. angustisecta Engl.
Lasia crassifolia f. latisecta Engl.
Lasia crassifolia subsp. angustisecta Engl.
Lasia crassifolia subsp. latisecta Engl.
Lasia desciscens Schott
Lasia hermannii Schott
Lasia heterophylla (Roxb.) Schott
Lasia jenkinsii Schott
Lasia loureiroi Schott
Lasia roxburghii Griff.
Lasia zollingeri Schott
Pothos heterophyllus Roxb.
Pothos lasia Roxb.
Pothos spinosus Buch.-Ham.
Pothos spinosus Buch.-Ham. ex Wall.

ຊື່ສະກຸນ:
Araceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ພືດຊະນິດສາມາດເຕີບໂຕໄດ້ສູງຮອດ 1 ຫາ 2 ຊມ. ລຳຕົ້ນເດປັນລຳເລືອຍາວ ແລະ ແຜ່ກວ້າງ, ຕັ້ງຂື້ນເລັກນ້ອຍ, ເສັ້ນຜ່າສູງການ 2,5 ຊມ. ແລະ ມີໜາມແຫຼມ ຂື້ນກະຈາຍຢູ່ທົ່ວ, ກ້ານໃບຍາວ 32 ຫາ 125 ຊມ. ແລະ ມີໜາມແຫຼມ ບາງຄັ້ງກໍ່ເກືອບລຽບ. ແຜ່ນໃບມີຂະໜາດແຕກຕ່າງກັນ ຕັ້ງແຕ່ 35x65 ຫາ 20x60 ຊມ., ກວ້າງ ແລະ ອາດເປັນໃບດ່ຽວ ຫຼື ແຍກອອກເປັນສອງສ່ວນ. ຊໍ່ດອກຍາວໄດ້ຮອດ 47 ຊມ. ແລະ ມີໜາມແຫຼມເລັກນ້ອຍ, ກາບໃບ ເປັນສ່ວນທີ່ມີສີສົ້ມເຂັ້ມ ຫຼື ສີແດງດຳ, ດ້ານໃນເປັນສີເຫຼືອງເຂັ້ມຈົນເຖິ່ງສີແດງເຂັ້ມ, ຍາ 18 ຫາ 35 ຊມ. ສ່ວນທີ່ຢື່ນອອກມາຄ້າຍຫາງມີຄວາມຍາວຮອດ 28 ຊມ. ແລະ ກວ້າງ 3 ຫາ 10 ຊມ. [1]
ກີບດອກຊັ້ນນອກເປັນຮູບຮູ ແລະ ມີຂະໜາດ 1,5 ຫາ 3 ມມ. ມີປາຍກີບເປັນຮູບສາມຫຼ່ຽມ ແລະ ມີໂຄງສ້າງເປັນສັນນູນ. ຖົງລະອອງເກສອນມີຂະໜາດປະມານ 0,8 ມມ., ເຕົ້າໄຂ່ເປັນຮູບໄຂ່ ສູງປະມານ 1,5 ມມ., ກວ້າງ 1 ມມ. ມີຫູດໜາແໜ້ນ ແລະ ມີຊໍ່ໝາກທີ່ບໍ່ສະໝໍ່ຳສະເໝີເມື່ອແຫ້ງ. ແກ່ນຮູບໄຂ່ ຫຼື ຮູບຫົວໃຈ, ມີຂະໜາດ 5 ຫາ 7 ມມ. [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Assam, Bangladesh, Borneo, Cambodia, China South-Central, China Southeast, East Himalaya, Hainan, India, Jawa, Laos, Malaya, Maluku, Myanmar, Nepal, New Guinea, Sri Lanka, Sumatera, Taiwan, Thailand, Tibet, Vietnam. [5]
ມີຖິ່ນກຳເນີດໃນອັສສຳ, ບັງຄລາເທດ, ບອຣເນວ, ກຳປູເຈຍ, ຈີຕອນໃຕ້-ຕອນກາງ, ຈີນຕາເວັນອອກສ່ຽງໃຕ້, ຫິມາໄລຕາເັວນອອກ, ໄຫ່ໜານ, ອິນເດຍ, ຊາວາ, ລາວ, ມາລາຍາ, ມາລູກູ, ມຽນມາ, ເນປານ, ນິວກີນີ, ສຸມາຕຣາ, ໄຕ້ຫວັນ, ໄທ, ຕິເບດ ແລະ ຫວຽດນາມ. [5]

Global distribution between 2004 to 2024. Source: [2]
ເຂດກະຈາຍພັນທົ່ວໂລກ ລະຫວ່າງປີ 2004 ຫາ 2024. ແຫຼ່ງທີ່ມາ: [2]

ເຂດກະຈາຍພັນໃນລາວ :
ລຽບແມ່ນ້ຳຂອງພາກເໜືອ
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ :
ທະເລສາບ ແລະ ສະນ້ຳ
ໜອງບຶງ ແລະ ດິນຖານຕົມ
ແຄມຝັ່ງນໍ້າ
ປ່າໂຄກ
ທົ່ງນາ
ແມ່ນ້ຳ ແລະ ລຳທານ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ໃບອ່ອນນຳມາໃຊ້ເປັນຜັກໂດຍຈະຕົ້ມກິນກັບແຈ່ວ ຫຼື ເຮັດຊຸບຜັກ. [7]
ສະໝຸນໄພ: ທຸກພາກສ່ວນສາມາດນຳມາໃຊ້ເປັນສະໝຸນໄພພື້ນບ້ານ ເພື່ອຮັກສາອາການຕ່າງໆ ເຊັ່ນ ປອດອັກເສບ, ໄອມີເລືອດອອກ, ລິດຊີດວງທະວານ, ແລະ ພະຍາດລຳໄສ້. ເຫງົ້າໃຊ້ຮັກສາຕ່ອມນ້ຳເຫຼືອງບວມ, ງູ ແລະ ແມງໄມ້ກັດ, ບາດແຜ ແລະ ພະຍາດຂໍ້ອັກເສບ. ນອກຈາກນີ້ຍັງໃຊ້ຮັກສາອາການເຈັບທ້ອງ ແລະ ຈຸກເສດ. [3]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ເມສາ
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ພະຈິກ
ທັນວາ

ການຄຸ້ມຄອງຈັດການ:
ໄພຂົ່ມຂູ່: ບໍ່ມີການລາຍງານໄພຂົ່ມຂູ່ທີ່ສຳຄັນ. [3]

ການຕິດຕາມປະຊາກອນ: ພືດນ້ຳເຂດຮ້ອນຮ້ອນນີ້ແຜ່ຫຼາຍ ແລະ ພົບໄດ້ທົ່ວໄປໃນແຫຼ່ງທີ່ຢູ່ອາໄສທີ່ເໝາະົສມ ແລະ ໃນສ່ວນ. [3]

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ 17.6 N/A
ຄາໂບໄຮເດຣດ 35.7 N/A
ໄຂມັນ 1.16 N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
Geli-Geli plant in nature. [1] iNaturalist [Online]. Uploaded on 5 June 2022 by: ruddy2410. Available: www.inaturalist.org/photos/203386532. [Accessed: 25 October 2024]
Leaves of the Geli-Geli plant up close. [2] iNaturalist [Online]. Uploaded on 4 July 2020 by: wcyongwc. Available: www.inaturalist.org/photos/285472638. [Accessed: 25 October 2024]
Prickles of the Geli-Geli plant up close. [3] iNaturalist [Online]. Uploaded on 4 July 2020 by: wcyongwc. Available: www.inaturalist.org/photos/285472621. [Accessed: 25 October 2024]

ອ້າງອິງ:
[1] C. Shu et al., "LASIA Loureiro, Fl. Cochinch. Flora of China," vol. 16, 2010
[2] Global Biodiversity Information Facility, “Lasia spinosa (L.) Thwaites” [Online]. Available: https://www.gbif.org/species/5330870. [Accessed: 25 Octo-ber 2024]
[3] IUCN Red List of Threatened Species, “Lasia spinosa,” [Online]. Available: https://www.iucnredlist.org/species/168997/6560395#habitat-ecology. [Accessed: 6 March 2024]
[4] R. Hossain. et al., "Lasia spinosa Chemical Composition and Therapeutic Potential: A Literature-Based Review," Oxida-tive Medicine and Cellular Longevity, pp. 1-12, 2021.
[5] "Lasia spinosa (L.) Thwaites," Plants of the World Online, Kew Science, 2024. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:87418-1. [Accessed: Feb. 14, 2025].

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: