ເລກລຳດັບທີ: 614
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເຄືອໝໍນ້ອຍ
Icevine
Cissampelos pareira L.
ພືດ
ພືດລົ້ມລຸກ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Eng: Pareira barva
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Ranunculales
ຊື່ສະກຸນ
Menispermaceae
ສະກຸນ
Cissampelos
ຊະນິດ
Cissampelos pareira
ຊື່ພ້ອງ
Cissampelos poilanei Gagnep.
Cissampelos pareira var. hirsuta (Buch.-Ham. ex DC.) Forman
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ເຄືອທີ່ມີເນື້ອໄມ້ແຂງ, ມີຂົນທົ່ວໄປ, ມີຮາກສະສົມອາຫານຢູ່ໃຕ້ດີນຂະໜາດໃຫຍ່. ໃບເປັນໃບດ່ຽວ, ຈັບແບບສະລັບ, ມີຫຼາຍຮູບແບບເຊັ່ນ: ຮູບຫົວໃຈ, ຮູບໄຕ, ຮູບກົມ, ຮູບໄຂ່ກວ້າງ, ກວ້າງ 5-12 ຊມ, ຍາວ 5-11 ຊມ, ປາຍໃບມົນ ຫຼື ຮຽວແຫຼມ, ໂຄນໃບກົມຕັດ, ຫຼື ຮູບຫົວໃຈ, ຂອບໃບລຽບ, ເນື້ອບາງຄ້າຍເຈ້ຍ, ມີຂົນນຸ່ມສັ້ນກະຈາຍ, ທັ້ງຫຼັງໃໃບ ແລະ ທ້ອງໃບ, ໃບເມື່ອຍັງອ່ອນຈະມີຂົນອ່ອນນຸ່ມປົກຄຸມຢູ່ທັງສອງດ້ານ ແລະ ຕາມຂອບໃບ ແຕ່ຈະລົ້ນໄປເມື່ອໃບແກ່, ເສັ້ນໃບອອກຈາກໂຄນໃບຮູບຝ່າມື, ກ້ານໃບຍາວ 2-9 ຊມ, ຂົນນຸ່ມສັ້ນ, ເກືອບກ້ຽງ. ດອກອອກເປັນຊໍ່ສີຂາວ, ຂະໜາດນ້ອຍ, ດອກແຍກເພດ ແລະ ຢູ່ຕ່າງເຄືອ,ມີຂົນນຸ່ມສັ້ນ, ອອກ, ກ້ານຊໍ່ດອກແຕກຂະແໜງ, ປະກອບດ້ວຍກະຈຸກຢູ່ຕາມງ່າມໃບປະດັບ, ໃບປະດັບກົມ ແລະ ຂະຫຍາຍໃຫຍ່ຂື້ນ. ດອກເພດຜູ້ ສີຂຽວ ຫຼື ສີເຫຼືອງ ກ້ານດອກຍ່ອຍຍາວ 1-2 ມມ, ກາບ 4 ອັນ, ຮູບໄຂ່ກັບ, ຍາວ 1,25-1,5 ມມ, ດ້ານນອກມີຂົນຍາວຫ່າງ, ກິບດອກເຊື່ອຕິດກັນເປັນຮູບຖ້ວຍ, ຍາວປະມານ 0,5 ມມ ດ້ານນອກມີຂົນ, ເກສອນເພດຜູ້ເຊື່ອມຕິດກັນ. ໝາກ ມີກ້ານອວບໃຫຍ່ ກົມເມື່ອຍັງອ່ອນສີຂຽວ, ເມື່ອແກ່ແລ້ວເປັນສີເຫຼືອງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໃບຂອງມັນຖືກເກັບກູ້ໂດຍການຕັດເອົາທັ້ງເຄືອເຮັດໃຫ້ພວກມັນຂະຫຍາຍພັນບໍ່ທັນຕໍ່ຄວາມຕ້ອງການ, ໃບຂອງມັນສາມາດນຳເອົາມາຄັ້ນນ້ຳປະສົມກັບເຄື່ອງປຸ່ງຕ່າງໆຈະເປັນຄ້າຍວຸ້ນເມື່ອມັນເປັນຕອນແລ້ວກໍ່ສາມາດກິນໄດ້. ນອກນັ້ນຍັງມີສັບພະຄູນທາງຢາທີ່ມີຄູນຄ່າສູງເຊັ່ນ: ຂັບນ້ຳປັດສະວະ, ລະລາຍນີ້ວ, ຮັກສາໄຂ້ມາເລເຣຍ, ແກ້ໄອເຈັບໜ້າເອິກ, ແກ້ຮ້ອນໃນ, ຕ້ານເຊື້ອມະເຮັງ, ຮັກສາພະຍາດເລືອດຈາງ ແລະ ອື່ນໆ.
ການປູກຂະຫຍາຍພັນ: ສາມາດປູກດ້ວຍເມັດ, ສັງເກດໝາກທີ່ສຸກຈະເປັນສີເຫຼືອງ, ແລ້ວເອົາມາລ້າງນ້ຳເອົາເນື້ອໝາກເອົາ, ແລ້ວເອົາໄປເບີຍລົ້ມໃຫ້ແຫ້ງ, ແລ້ວເອົາແກ່ນມາກ້າ, ອີກທາງໜື່ງສາມາດເກັບຕົ້ນເບ້ຍຈາກປ່າມາປູກໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,