ເລກລຳດັບທີ: 611
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-02-11

ຜັກຂະ
Climbing wattle

Senegalia pennata (L.) Maslin


ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ

1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4


ຊື່ທ້ອງຖີ່ນ:
ຜັກເນົ່າ, ຜັກລະ, ຜັກເໝັ້ນ

ຊື່ພ້ອງ :
Acacia amblycarpa Graham ex Wall.
Acacia canescens Graham
Acacia canescens Graham ex Gamble
Acacia canescens var. albida Haines
Acacia canescens var. canescens
Acacia canescens var. fulva Haines
Acacia concinna Wall.
Acacia grahamii Vajr.
Acacia pendata (L.) Willd.
Acacia pennata (L.) Willd.
Acacia pennata var. canescens Graham
Acacia pennata var. canescens Graham ex Baker
Acacia pennata var. canescens Graham ex Kurz
Acacia pennata var. heyneana Benth.
Acacia pennata var. pennata
Acacia pinnata Dalzell & A.Gibson
Acacia prensans Lowe
Acacia pterophylla Hoffmanns.
Acacia tomentella Zipp.
Albizia tenerrima DeVriese
Inga tenerrima Jungh.
Inga tenerrima Jungh. ex Benth.
Mimosa megalodena Poir.
Mimosa pennata L.
Senegalia pennata var. canescens (Graham ex Kurz) Sanjappa
Senegalia pennata var. heyneana (Benth.) Sanjappa
Sericandra pennata (L.) Raf.

ຊື່ສະກຸນ:
Fabaceae

ຊະນິດໃກ້ຄຽງ:
ກະຖິ່ນນະລົງ/ Earleaf Acacia, Wattle
ສີສຽດ/ Black Catechu
ຕົ້ນກະຖີ່ນເຖື່ອນ / Cassie Flower

ບັນຍາຍລັກສະນະທາງພືດສາດ:
ພືດຊະນິດນີ້ມີລັກສະນະເດັ່ນຄື ມີໜາມກະຈາຍຢູ່ຕາມລຳຕົ້ນ, ກິ່ງກ້ານ ແລະ ກ້ານໃບ, ມີຂົນສີນ້ຳຕານແດງປົກຄຸມຢູ່ທົ່ວ ເຮັດໃຫ້ມີລັກສະນະໂດດເດັ່ນສະເພາະຕົວ.
ໃບຂັ້ນສອງມີໂຄງສ້າງຂະໜາດນ້ອຍ, ໂຄນກ້ານໃບເປັນຮູບຫອກ ຫາ ຮູບໄຂ່ປົນຮູບຫອກ, ຍາວ 3 ຫາ 5 ຊມ., ກວ້າງ 1 ຫາ 1.5 ຊມ., ປາຍແຫຼມ. ໃບຍ່ອຍອອກຮຽງກົງກັນຂ້າມກັນ 8 ຫາ 22 ຄູ່ ແລະ ເປັນຮູບຂອບຂະໜານ, ຍາວ 5 ຫາ 10 ມມ. ກວ້າງ 0.5 ຫາ 1.5 ມມ., ໂຄນໃບຕັດ, ຂອບເປັນແສກແຂ້ວ ປລະ ປາຍແຫຼມ ເຮັດໃຫ້ມີລັກສະນະສະເພາະຕົວ.
ກ້ານດອກສັ້ນ ຫຼື ເກືອບຈະບໍມີກ້ານ, ກາບດອກເມີລັກສະນະເປັນຮູບລະຄັງ, ຍາວ 1.5 ຫາ 3.2 ມມ., ບາງດອກຈະມີຄວາມກວ້າງປະມານ 4.2 ມມ., ເຕົ້າໄຂ່ເປັນສ່ວນທີ່ພັດທະນາໄປເປັນໝາກ, ມີກ້າສັ້ນ ແລະ ປົກຄຸມດ້ວຍຂົນລະອຽດ.

ແຫຼ່ງທີ່ມາ: [1]

ພືດຊະນິດນີ້ເປັນໄມ້ເຄືອ ຫຼື ໄມ້ຟຸ່ມ, ໄມ້ເນື້ອແຂງ, ສາມາດເຕີບໂຕສູງຮອດ 5 ມ., ລຳຕົ້ນມີໜາມ ເຊິ່ງເປັນຄຸນສົມບັດທີ່ຊ່ວຍປ້ອງກັນຕົວ, ກິ່ງອ່ອນມີຂົນນຸ້ມລະອຽດປົກຄຸມ ເຮັດໃຫ້ເບິ່ງມີຂົນ.
ໃບຈະມີຕ່ອມຢູ່ເໜືອກ້ານໃບ ເຊິ່ງອາດມີຂະໜາດໃຫຍ່ຮອດ 5 ມມ., ໃບປະສົມ (ໃບລວມ) ຍາວ 9 ຫາ 29 ຊມ. ໃບຍ່ອຍມີ 8 ຫາ 18 ຄູ່, , ມີຂະໜາດນ້ອຍ, ຍາວ 2 ຫາ 6 ມມ., ແລະ ກວ້າງ 0.3 ຫາ 0.6 ມມ., ຂອບຂອງໃບບຍ່ອຍມີຂົນລະອຽດ.
ດອກສີເຫຼືອງອ່ອນ, ຍາວປະມານ 3 ມມ., ດອກອອກຮຽງກັນເປັນຊໍ່ກົມຂະໜາດໃຫຍ່, ມີລັກສະນະໂດດເດັ່ນເມື່ອອອກດອກ.
ໝາກເປັນຝັກແປ ແລະ ບາງ, ຍາວປະມານ 21 ຊມ. ກວ້າງ 2.9 ຊມ.
ແຫຼ່ງທີ່ມາ: [7]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Bhutan, Cambodia, China, India, Lao People's Democratic Republic, Malaysia, Myanmar, Nepal, Sri Lanka, Thailand, Timor-Leste, and Viet Nam. [3]
ຊະນິດພັນພື້ນໃນພູຖານ, ກຳປູເຈຍ, ຈີນ, ອິນເດຍ, ລາວ, ມາເລເຊຍ, ມຽນມາ, ເນປານ, ສີລັງກາ, ໄທ, ຕິມໍເລສເຕ ແລະ ວຽດນາມ. [3]

Global distribution between 2004 to 2024. Source: [2]
ເຂດກະຈາຍພັນທົ່ວໂລກຂອງຜັກຂະລະຫວ່າງປີ 2004 ຫາ 2024. ແຫຼ່ງທີ່ມາ: [2]

ເຂດກະຈາຍພັນໃນລາວ :
ລຽບແມ່ນ້ຳຂອງພາກເໜືອ
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ :
ແຄມຝັ່ງນໍ້າ
ອື່ນໆ
ເຂດຊຸມຊົນ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ບໍ່ແນະນຳໃຫ້ໃຊ້
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ເຖິງແມ້ວ່າໃບອ່ອນ ຈະມີກິ່ນທີ່ຄ່ອນຂ້າງແຮງຫຼາຍກໍ່ຕາມ ແຕ່ກໍ່ສາມາດນຳມາຮັບປະທານດິບ ຫຼື ລວກກິນກັບແຈ໋ວໄດ້ [7], [4]. ນອກນັ້ນ, ຍັງສາມາດນຳໄປປະກອບອາຫານໄດ້ຫຼາຍເມນູ ເຊັ່ນ ແກງ, ທອດ ກັບໄຂ່ ເປັນຕົ້ນ [4]. ສາມາດນຳໄປປຸງ ຫຼື ໜຶ້ງກິນກັບແຈ່ວໄດ້. ໃນລາຍການອາຫານລາວຍອດອ່ອນຊະນິດນີ້ມັກຖືກນຳມາແກງກັບໜໍ່ໄມ້. [5] ເປັນຢາ: ຜັກຂະໃຊ້ເປັນຢາ ເມື່ອປະສົມກັບນົມໂດຍໃຊ້ນ້ຳຄັ້ນຈາກໃບ ຈະຊ່ວຍຮັກສາອາການອາຫານບໍ່ຍ່ອຍໃນເດັກນ້ອຍໄດ້, ຮາກຂອງຜັກຂະຊ່ວຍຮັກສາອາການທ້ອງອືດ ແລະ ບັນເທົາອາການເຈັບໃນກະເພາະອາຫານ. ເປືອກຂອງຂອງຜັກຂະໃຊ້ຮັກສາພະຍາດກະເພາະອາຫານ, ພະຍາດຫຼອດເລືອດອັກເສບ ແລະ ຫອບຫືດໄດ້ອີກດ້ວຍ [5]. ໃບໃຊ້ເປັນຢາຮັກສາໄຂ້, ປັນຫາກ່ຽວກັບຖົງປັດສະຫວະ ແລະ ເລືອດອອກຕາມຫວ່າງແຂ້ວໄດ້, ບາງຄົນໃຊ້ໃບອ່ອນຕົ້ມກິນເພື່ອຮັກສາພະຍາດອາຫິວາຕົກໂຣກ, ອາການເຈັບຫົວ, ເຈັບເມືອຍຕາມຕົນໂຕ ແລະ ຖືກງູກັດ, ຮາກໃຊ້ຂັບລົມໃນລຳໄສ້ ແລະ ຮັກສາອາການເຈັບທ້ອງໄດ້. [7] ບໍ່ແນະນຳໃຫ້ໃຊ້: ອາດເປັນອັນຕະລາຍສຳຫຼັບແມ່ທີ່ເກີດລູກໃໝ່ ຫາກິນຍອດອ່ອນ ຫຼື ດົມກິ່ນຂອງຜັກຂະ. [7]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ເມສາ
ຕຸລາ
ພະຈິກ
ທັນວາ

ການຄຸ້ມຄອງຈັດການ:
ການເກັບກ່ຽວຍອດ ແລະ ໃບ ໂດຍປົກກະຕິຈະບໍ່ເປັນອັນຕະລາຍຕໍ່ຕົ້ນໄມ້. ການເກັບກ່ຽວເປືອກ ແລະ ຮາກ ຈະສ້າງຄວາມເສຍຫາຍຫຼາຍກ່ວາ ຍົກເວັ້ນຈະມີການຈັດການທີ່ດີ. [7]

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ວາງຂາຍຢູ່ຕະຫຼາດທ້ອງຖິ່ນຂອງລາວ ໃນລາຄາ 0,2 ຫາ 0,3 ດອນລາ ຕໍ່ກິໂລກຼາມ. [7]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
Shoot and young leave. [1] iNaturalist [Online]. Uploaded on 20 November 2022 by: pimcha. Available: www.inaturalist.org/photos/245505239. [Accessed: 24 September 2024]
Old leave. [2] iNaturalist [Online]. Uploaded on 03 September 2019 by: Manav Samiyani. Available: https://www.inaturalist.org/observations/32049868. [Accessed: 20 January 2025]
Inflorescence and Flower. [3] iNaturalist [Online]. Uploaded on 27 March 2021 by: Dinesh Valke. Available: https://www.inaturalist.org/observations/72142881. [Accessed: 20 January 2025]
Fruit or Pod. [4] iNaturalist [Online]. Uploaded on 17 November 2024 by: Edd Russell. Available: https://www.inaturalist.org/observations/252016911. [Accessed: 20 January 2025]

ອ້າງອິງ:
[1] FloraOfChina, “Flora Taxon,” [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200011857. [Accessed: 24 May 2024].
[2] Global Biodiversity Information Facility (GBIF), “Senegalia pennata (L.) Maslin,” [Online]. Available: https://www.gbif.org/species/8381471. [Accessed: 24 September 2024].
[3] IUCN Red List, “Senegalia pennata (L.) Maslin,” [Online]. Available: https://www.iucnredlist.org/species/188134/147629754. [Accessed: 24 September 2024].
[4] D. Culloty, “Food from Northern Laos: The Boat Landing Cook-book”, Laos: Galangal Press, 2010.
[5] Phatadke Botanical Garden, “phab tad ke,” [Online]. Available: https://www.pha-tad-ke.com/plant/piper-ribesioides/. [Accessed: 5 March 2024].
[6] Useful Tropical Plants, "Senegalia pennata," 2024. [Online]. Available: https://tropical.theferns.info/viewtropical.php?id=Senegalia+pennata. [Accessed: Jan. 20, 2025].
[7] "Non-timber forest products (NTFPs): Snapshot of emerging definitions," Phakhaolao, 2024. [Online]. Available: https://phakhaolao.la/wp-content/uploads/2024/11/100_NTFPs.pdf. [Accessed: Jan. 20, 2025].

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: