ເລກລຳດັບທີ: 606
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ຜັກສົ້ມປ່ອຍ
Soap-Pod

Senegalia rugata (Lam.) Britton & Rose


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 1
Image 1


ຊື່ທ້ອງຖີ່ນ:
Chinese: 藤金合欢 [teng jin he huan] Eng: Shikakai,

ຊື່ພ້ອງ :
Acacia concinna var. rugata (Benth.) Baker
Acacia hooperiana Miq.
Acacia hooperiana var. glabriuscula Miq.
Acacia hooperiana var. subcuneata Miq.
Acacia philippinarium Benth.
Acacia poilanei Gagnep.
Acacia polycephala DC.
Acacia quisumbingii Merr.
Acacia rugata (Lam.) Merr.
Guilandina microphylla DC.
Mimosa concinna Willd.
Mimosa rugata Lam.
Nygae sylvarum-minimae Rumph.

ຊື່ສະກຸນ:
Fabaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ເປັນໄມ້ພຸ່ມ ສູງປະມານ 4 ມ ຫຼື ເຄິ່ງໄມ້ເຄືອເກາະກ່າຍໄປຕາມຕົ້ນໄມ້ອື່ນ, ເປືອກດ້ານນອກສີເທົາ, ດ້ານໃນສີຂາວອົມແດງ, ມີເນື້ອໄມ້ແຂງແກ່ນ, ລຳຕົ້ນມີໜາມທຸກພາກສ່ວນ; ຍອດອ່ອນມີສີແດງຄ້ຳ. ໃບ ເປັນໃບປະສົມແບບຂົນນົກສອງຊັ້ນ, ໃບປະສົມຊັ້ນທີ 1 ໃບມີ 5-10 ຄູ່, ໃບປະສົມຊັ້ນທີ 2 ໃບມີ 10-35 ຄູ່, ກ້ານໃບປະສົມຊັ້ນທີ 1 ຍາວ 6-16 ຊມ, ກ້ານໃບປະສົມຊັ້ນທີ 2 ຍາວ 4-7 ຊມ, ແຜ່ນໃບຮູບຂອບຂະໜານ, ຂະໜາດ 1-2 x 6-8 ມມ. ດອກ ເປັນຊໍ່ກະຈຸກແໜ້ນອອກຕາມງ່າມໃບຄ້າຍຄືດອກກະຖິນ, ມີສີເຫຼືອງອ່ອນ. ໝາກ ເປັນຝັກ, ຮູບຂອບຂະໜານ, ກ້ວາງ 1.5-3 ຊມ, ຍາວ 10-15 ຊມ, ຜິວຝັກເປັນຄື້ນ, ເປືອກຝັກອ່ອນສີຂຽວອົມແດງເມື່ອແກ່ຈະເປັນສີນ້ຳຕານເຂັ້ມ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ສົ້ມປ່ອຍສ່ວນຫຼາຍເພີ່ນນຳເອົາຍອດອ່ອນມາເປັນສ່ວນປະກອບຂອງແກ້ງຊະນິດຕ່າງໆເຊັ່ນ ແກ້ງເຫັດ, ແກ້ງປ່າ, ຕົ້ມສົ້ມກົບ ແລະ ອື່ນໆ. ຍອດອ່ອນຈະມີລົດຊາດສົ້ມອ່ອນໆ ເພີ່ນຈະບໍ່ໃນສຫຼາຍເພາະວ່າມັນຈະສົ້ມໂພດ ແຕ່ສ່ວນອື່ນກໍ່ຍັງໃສ່ເປັນຢາ. ມີວິທີການນຳໃຊ້ທາງຢາ: ແກ້ໄອໃຊ້ໝາກແກ່ປີ້ງໃຫ້ເຫຼືອງແຊ່ໃສ່ນ້ຳກິນ, ແກ້ເຈັບທ້ອງໃຊ້ຮາກຕົ້ມນ້ຳກິນ, ຂັບນ້ຳຍ່ຽວໃຊ້ໃບອ່ອນມາຕົ້ມນ້ຳ ແລະ ຜະສົມນ້ຳເຜີ້ງກິນ, ເຮັດໃຫ້ຜູ້ຍິງອອກລູກງ່າຍໂດຍຄົນບູຮານເຊື່ອວ່າໃຊ້ໝາກສົ້ມປ່ອຍ 3-7 ຂໍ້ ຕົ້ມນ້ຳອາບຕອນແລງ ແລະ ມັກອາບກ່ອນກຳນົດອອກລູກ 2-3 ວັນ ແຕ່ບໍ່ໃຫ້ອາບຫຼາຍເພາະຈະເຮັດໃຫ້ຮູ້ສຶກຮ້ອນ. ນອກຈາກນີ້ໃບສົ້ມປ່ອຍຍັງເປັນເຄືອງປຸງເພີ່ມລົດຊາດອາຫານໃຫ້ມີລົດສົ້ມໄດ້ ແລະ ໝາກຍັງນຳໃຊ້ໃນພິທີກຳທາງສາດສະໜາ.



ການປູກຂະຫຍາຍພັນ: ສົ້ມປ່ອຍເປັນໄມ້ທີ່ພົບໃນທຳມະຊາດຕາມປ່າດິບແລ້ງ, ປ່າເລົ່າ ການຂະຫຍາຍພັນສົ້ມປ່ອຍເຮັດໄດ້ 2 ວິທີ ຄື: ຕັດຊຳ ແລະ ກ້າແກ່ນ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
NAFRI, NUoL, SNV. 2007. Non-Timber Forest Products in the Lao PDR. A Manual of 100 Commercial and Traditional Products. The National Agriculture and Forestry Research Institute.
Kukhetpitakwong R, Hahnvajanawong C, Homchampa P, Leelavatcharamas V, Satra J, Khunkitti W. 2006. Immunological adjuvant activities of saponin extracts from the pods of Acacia concinna. Int Immunopharmacol. 2006 Nov;6(11):1729-35. Epub 2006 Aug 4.
Mansuang Wuthi-udomlert and Omboon Vallisuta. 2011. In vitro Effectiveness of Acacia concinna Extract against Dermatomycotic Pathogens. Pharmacognosy Journal | January 2011 | Vol 3 | Issue 19

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: