ໄມ້ຍົມຜາ
Mattipal Tree
Ailanthus triphysa (Dennst.) Alston
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Malayalam: Dhup, Matti, Mattipal, Mattipala, Perumarom, Pongallyam
Kannada: Guggul dhup
ຊື່ລາວ: ໄມ້ຍົມຜ່າ, ໝາກຍົມປ່າ.
ຊື່ໄທ: ຍົມຜ່າ, ກອມຂົນ, ໝາກກອມ, ດີງູຕັນ, ໝາກແຕງ, ໝູສີ, ໂອໂລດ, ຍົມຫາງໄກ່, ໝາກແງ່ມ, ຍົມຫຍວກ, ໝາກຍົມຫອມ ແລະ ໝາກຍົມປ່າ.
ຊື່ສາມັນ: White palle.
ຊື່ຈີນ: 岭南臭椿 (Malayalam: Dhup, Matti, Mattipal, Mattipala, Perumarom, Pongallyam
Kannada: Guggul dhup
ຊື່ລາວ: ໄມ້ຍົມຜ່າ, ໝາກຍົມປ່າ.
ຊື່ໄທ: ຍົມຜ່າ, ກອມຂົນ, ໝາກກອມ, ດີງູຕັນ, ໝາກແຕງ, ໝູສີ, ໂອໂລດ, ຍົມຫາງໄກ່, ໝາກແງ່ມ, ຍົມຫຍວກ, ໝາກຍົມຫອມ ແລະ ໝາກຍົມປ່າ.
ຊື່ສາມັນ: White palle.
ຊື່ຈີນ: 岭南臭椿)
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Sapindales
- ຊື່ສະກຸນ
- Simaroubaceae
- ສະກຸນ
- Ailanthus
- ຊະນິດ
- Ailanthus triphysa
ຊື່ພ້ອງ
Adenanthera triphysa Dennst.
Ailanthus malabarica DC.
Ailanthus malabarica DC.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢື່ນຕົ້ນ. ລຳຕົ້ນສູງ 25-30 ມ, ພາກສ່ວນແກ່ມີສີເທົາ ຫຼື ສີນ້ຳຕານ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄຶກ, ອອກວຽນສະຫຼັບ, ຍາວ 5-26 ຊມ. ໃບຍ່ອຍມີ 6-30 ຄູ່, ຮູບໄຂ່, ຮູບຫອກ ຫຼື ຮູບຂອບຂະໜານ, ກ້ວາງ 3-4 ຊມ, ຍາວ 5-10 ຊມ, ໂຄນໃບບ້ຽວ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ ຫຼື ຕິ່ງໜາມ, ໃບແຫ້ງມີສີແດງ. ກ້ານໃບຮູບກົມ, ຍາວ 5-7 ມມ. ຊໍ່ດອກແບບກະຈະ, ຍາວ 20-40 ຊມ, ມີຂົນກະຈາຍຢູ່ທົ່ວຊໍ່ດອກ. ດອກແຍກເພດຕ່າງຕົ້ນກັນ, ໃບປະດັບດອກຂະໜາດນ້ອຍຫຼົ່ນງ່າຍ. ກ້ານດອກຍາວ 3-4 ມມ. ດອກເພດຜູ້ມີຂະໜາດໃຫຍ່ກ່ວາ, ກາບດອກເຊື່ອມຕິດກັນເປັນຫຼອດສັ້ນ, ປາຍແຍກ ອອກເປັນ 5 ແສກ, ຮູບສາມຫຼ່ຽມ, ດ້ານນອກມີຂົນຍາວ. ກີບດອກມີ 5 ກີບ, ຮູບໄຂ່, ຍາວ 3-5 ມມ. ເກສອນເພດຜູ້ມີ 10 ອັນຕິດໃຕ້ຖານຮອງດອກ, ກ້ານຊູຖົງລະອອງຍາວ 3-6 ມມ, ໂຄນກ້ານຊູຖົງລະອອງມີຂົນຍາວ. ດອກເພດແມ່ຫຼຸດຂະໜາດລົງ, ສ່ວນຫຼາຍເຕົ້າໄຂ່ມີ 3 ຫ້ອງ, ຜິວກ້ຽງ, ຄໍເຕົ້າໄຂ່ແຍກກັນ ຫຼື ເຊື່ອມຕິດກັນບໍລິເວນໂຄນ, ປາຍຮວງຮັບແຍກອອກເປັນສາມພູ, ມີເສັ້ນຜ່າສູນກາງປະມານ 2 ມມ. ໝາກມີປະມານ 3 ໝາກຍ່ອຍ, ມີປີກດຽວ, ຍາວ 4.5-8 ຊມ, ປາຍມົນ. ແກ່ນມີ 1 ແກ່ນຕໍ່ໜຶ່ງໝາກຍ່ອຍ, ຮູບແປ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ເປັນອາຫານ: ໃບອ່ອນຮັບປະທານໄດ້.
ສັບພະຄຸນ: ເປືອກຕົ້ນ: ຊ່ວຍປັບ ແລະ ບຳລຸງກຳລັງຫຼັງຄອດ. ໃບ: ຮັກສາອາການເຈັບກະເພາະມ ໃບ ແລະ ເປືອກຍັງໃຊ້ເປັນສີຍ້ອມຜ້າ. ນ້ຳມັນຫອມ: ຢາງ ນຳມາເຜົາເປັນເຄື່ອງຫອມ ຫຼື ເປັນນ້ຳມັນຫອມຊ່ວຍໄລ່ຍຸງ. ເນື້ອໄມ້: ມີກິ່ນຫອມໃຊ້ເຮັດເປັນທູບໄລ່ຍຸງ ຫຼື ນຳເປັນຜະລິດເຈ້ຍເພື່ອເປັນສິນຄ້າ. ໄມ້ຍັງໃຊ້ເປັນອຸປະກອນຕ່າງໆເຊັ່ນຄັນເບັດ ແລະ ເຄື່ອງເຟີນິເຈີຕ່າງໆ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Burkill, I.H., 1966. A dictionary of the economic products of the Malay Peninsula. Revised reprint. 2 volumes. Ministry of Agriculture and Co-operatives, Kuala Lumpur, Malaysia. Vol. 1 (A-H) pp. 1-1240, Vol. 2 (I-Z) pp. 1241-2444.
Hiroyuki, A., Koike, K., Kaneko, J., Ohmoto, T. 1994. Alkaloids and quassinoids from Ailanthus malabarica. Phytochemistry. 37 (2): 579–584.
Jain, D. 1991. Women's role in dynamic forest-based small scale enterprises. Food and Agriculture Organization of the United Nations. p. 27. Retrieved 9 September 2013
Roberts, M. F. 1991. Ailanthus altissima (the Tree of Heaven): In Vitro Culture and the Formation of Alkaloids and Quassinoids. Biotechnology in Agriculture and Forestry. 15. pp. 39–57.
Hiroyuki, A., Koike, K., Kaneko, J., Ohmoto, T. 1994. Alkaloids and quassinoids from Ailanthus malabarica. Phytochemistry. 37 (2): 579–584.
Jain, D. 1991. Women's role in dynamic forest-based small scale enterprises. Food and Agriculture Organization of the United Nations. p. 27. Retrieved 9 September 2013
Roberts, M. F. 1991. Ailanthus altissima (the Tree of Heaven): In Vitro Culture and the Formation of Alkaloids and Quassinoids. Biotechnology in Agriculture and Forestry. 15. pp. 39–57.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,