ເລກລຳດັບທີ: 58
ລະດັບການຮວບຮວມຂໍ້ມູນ: ບາງສ່ວນ
ປັບປູງຄັ້ງລ່າສຸດ: 2025-09-30

ຫຍ້າໃບລາຍ
Jewel orchid

Anoectochilus lylei Rolfe ex Downie


ພືດ
ພືດລົ້ມລຸກ
ດອກໄມ້

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
ຫຍ້າຂຸນລູ, ຫຍ້ານາງອົ້ວ ( Trade restrictions)

ຊື່ພ້ອງ :
Anoectochilus lylei Rolfe

ຊື່ສະກຸນ:
Orchidaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ພືດຊະນິດນີ້ມີໃບຍາວ 2 ຫາ 6 ຊມ, ກວ້າງ 2.8 ຫາ 3.5 ຊມ, ໃບສີຂຽວເຂັ້ມຈົນເຖິງສີມ່ວງດຳ ແລະ ມີເສັ້ນໃບສີເຫຼືອງ ແລະ ສີບົວສະຫຼັບກັນເປັນຕາຄ່າຍ.
ດອກຈະບິລະຫວ່າງການຈະເລີນເຕີບໂຕ ເຮັດໃຫ້ເບິ່ງງ່າຍຂື້ນ, ກີບດອກດ້ານເທິງເອີ້ນວ່າກາບດອກຫຼັງ, ມີລັກສະນະເປັນຮູບໄຂ່ ປາຍມົນ, ສີຂຽວປາຍສີນ້ຳຕານ, ກີບດອກໂຄ້ງ ແລະ ແຫຼມ, ມີຕັ້ງແຕ່ສີຂຽວເຂັ້ມໄປຫາສີນ້ຳຕານປາຍຂາວ, ປາກດອກມີກີບດອກຮູບຄ້າຍສາຍຮັດຂະໜາດນ້ອຍ, ປາຍມົນ, ບໍລິເວນກາງປາກດອກມີສີຂາວ, ມີຂອບດ້ານຂ້າງຂະໜາດນ້ອຍ, ມີແສກແຂ້ວຂະໜາດນ້ອຍຜິດປົກກະຕິ 1 ຫາ 3 ຊີ່, ຍາວປະມານ 0.5 ມມ, ມີເດືອຍແຫຼມຮູບຈວຍ, ຍາວ 3 ຫາ 3.5 ມມ, ຕັ້ງຊຶ່ ແລະ ມີສີຂາວ ມີສວນນູນເລັກນ້ອຍຄ້າຍໃບພັດສອງໃບເອີ້ນວ່າ ແຄລລັສ (calli). ກ້ານດອກມີປີກຮູບສາມຫຼ່ຽມສະຫຼ່ຽງ, ດ້ານລຸ່ມມີຮູບຮີຍາວ.
ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to China South-Central, Myanmar, Thailand and Laos. [3]

Global distribution of Anoectochilus lylei between 1971 to 2006. Source: [4]

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :
ປ່າດົງດິບ
ປ່າແປກປະສົມປ່າໃບກ້ວາງ
ແຄມຝັ່ງນໍ້າ
ຜາ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ

ການນຳໃຊ້
ປະເພດການນຳໃຊ້:
ພືດປະດັບ
ພືດເປັນຢາ

ບັນຍາຍການນຳໃຊ້:
ສະໝຸນໄພ: ພືດຊະນິດມີສັບພະຄຸນທາງສະໝຸນໄພ ແລະ ເຊື່ອກັນວ່າມີສັບພະຄຸນຊ່ວຍສະລໍໄວ. [6]
ພືດປະດັບ: ພືດຊະນິດນີ້ມີຄຸນຄ່າທາງດ້ານຄວາມສວຍງາມ ແລະ ພືດປະດັບ. [6]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ມັງກອນ
ກຸມພາ
ພະຈິກ
ທັນວາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ຫຍ້າໃບລາຍຈຳນ່າຍສົດ ຫຼື ດອງເຫຼົ້າ, ທາງພາກເໜືອຂອງລາວ, ພໍ່ຄ້າບາງຄົນນຳຫຍ້າໃບລາຍໄປອົບແຫ້ງ. ໃນບ້ານທາງພາກເໜືອຫຍ້າໃບລາຍສົດ 1 ກິໂລ ລາຄາປະມານ 88.000 ຫາ 150.000 ກີບ, ເມື່ອທຽບກັບພາກໃຕ້ມີລາຄາ 22.000 ຫາ 44.000 ກີບ, ສ່ວນໃບແຫ້ງ 1 ກິໂລ ລາຄາສູງຮອດ 1.400.000 ກີບ. [6]

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] “Anoectochilus lylei Rolfe ex Downie,” ePharmacognosy, Mar. 2021. [Online]. Available: http://www.epharmacognosy.com/2021/03/anoectochilus-lylei-rolfe-ex-downie.html. [Accessed: 29-Sep-2025].
[2] iNaturalist [Online]. Uploaded on 09 September 2025 by lecanorchis. Available: https://www.inaturalist.org/observations/316461741. [Accessed 29 December 2025].

ອ້າງອິງ:
[1] J. Huang, C. Li, Y. Liu, H. Jiang, A. Schuiteman, P. Kumar, A. Bhattacharjee, and H. Tian, “Taxonomic notes on An-oectochilus (Orchidaceae),” Kew Bulletin. [Online]. Available: https://www.researchgate.net/publication/388456249_Taxonomic_notes_on_Anoectochilus_Orchidaceae. [Accessed: 29-Sep-2025].
[2] “e-Flora of Thailand,” Botany Division, Department of National Parks, Wildlife and Plant Conservation, Thailand. [Online]. Available: https://botany.dnp.go.th/eflora/floraspecies.html?tdcode=05488. [Accessed: 29-Sep-2025].
[3] “Anoectochilus lylei Rolfe ex Downie,” Plants of the World Online, Kew. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:616601-1. [Accessed: 29-Sep-2025].
[4] “Anoectochilus lylei Rolfe ex Downie,” GBIF. [Online]. Available: https://www.gbif.org/species/5308500. [Accessed: 29-Sep-2025].
[5] V. Lamxay, S. Lanorsavanh, K. Chanthavong, K. Souvanna-khoummane, and S. Bounphanmy, A Checklist of the Vascu-lar Plants of Lao PDR, version 1.0. [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf. [Accessed: 29-Sep-2025].
[6] “100 NTFPs,” PhakhaoLao, Nov. 2024. [Online]. Available: https://phakhaolao.la/wp-content/uploads/2024/11/100_NTFPs.pdf. [Accessed: 29-Sep-2025].

ຜູ້ສ້າງ Factsheet:
Duangkhae KEONOY

ຜູ້ກວດສອບ Factsheet:
,