ເລກລຳດັບທີ: 57
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-09-03
ເກດສະໜາ
Agarwood
Aquilaria crassna Pierre
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 6
Image 1
2 / 6
Image 2
3 / 6
Image 3
4 / 6
Image 4
5 / 6
Image 5
6 / 6
Image 6
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປໍເຫືອງ ແລະ ໄມ້ເກດສະໜາແກ່ນກ້ຽງ (Eagle Wood)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malvales
ຊື່ສະກຸນ
Thymelaeaceae
ສະກຸນ
Aquilaria
ຊະນິດ
Aquilaria crassna
ຊື່ພ້ອງ
Aquilaria crasna Pierre
Aquilaria crassna Pierre ex Lecomte
ບັນຍາຍລັກສະນະທາງພືດສາດ

ຕົ້ນໄມ້ຊະນິດນີ້ເປັນໄມ້ຢືນຕົ້ນຂະໜາດກາງ ຫາຂະໜາດໃຫຍ່, ບໍ່ປ່ຽນໃບ ໂດຍທົ່ວໄປສູງ 15-20 ມ (ບາງຄັ້ງສູງຮອດ 30 ມ), ລຳຕົ້ນຊື່. ເປືອກສີເທົາລຽບ ແຕ່ເມື່ອອາຍຸຫຼາຍຂື້ນຈະເລີ່ມເປັນເສັ້ນໃຍ, ເປືອກຊັ້ນໃນເປັນເສັ້ນໃຍ ແລະ ຖືກນຳມາໃຊ້ເຮັດກະດາດ ແລະ ເຊື້ອມາດົນ.

ໃບດ່ຽວ ອອກຮຽງສະຫຼັບກັນ, ຮູບຮີ ຫຼື ຮູບຫອກຍາວ, ຂະໜາດ 5-12 ຊມ., ຜິວໃບດ້ານເທິງເປັນສີຂຽວເຂັ້ມມັນເງົາ, ຜິວໃບດ້ານລຸ່ມເປັນສີຂຽວອອ່ນ ແລະ ມັກມີຂົນອອ່ນໆ ຂອບໃບລຽບ ແລະ ຮຽວແຫຼມ.

ດອກມີຂະໜາດນ້ອຍ ສີຂຽວອົມເຫຼືອງ ຫາ ສີຂຽວອົບຂາວ ແລະ ຈະເລີນເຕີບໂຕເປັນຊໍ່ (ຊໍ່ແບບດິ້ວຄັນຮົ່ມ), ອອກບໍລິເວນງ່າມໃບ ຫຼື ປາຍກິ່ງ. ກີບດອກມີ 5 ກີບກີບ, ມີກິ່ນຫອມ ແລະ ມັກຈະບານໃນຊ່ວງລະດູແລ້ງຫາຕົ້ນລະດູຝົນ ຂື້ນຢູ່ກັບພູມິພາກ.

ໝາກແຄບຊູນແຂງ, ຮູບຮ່າງຄ້າຍຮູບແພຄ້ຳລົງ ຫຼື ຮູບໄຂ່ປີ້ນ, ຍາວປະມານ 2,5-3,5 ຊມ, ເມື່ອສຸກຈະປຽນເປັນສີນໍ້າຕານ ແລະ ແຕກອອກເພື່ອປ່ອຍແກ່ນແກ່ນອອກ 1-2 ແກ່ນ. ແກ່ນມັກມີສ່ວນຢື່ນຄ້າຍຫາງທີ່ໂດດເດັ່ນ (caruncle) ເຊິ່ງຊ່ວຍໃນການກະຈາຍພັນ.

ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand; Viet Nam. [3]

Global distribution of Aquilaria crassna between 1923 to 2023. Source: [4]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດສາຍພູຫຼວງພາກເໜືອ

ເຂດກະຈາຍພັນ: ພົບໃນແຂວງຜົງສາລີ (ມ. ບຸນໃຕ້) ແລະ ແຂວງອຸດົມໄຊ (ມ. ໄຊ) [5]. ນອກຈາກນີ້ຍັງພົບໃນແຂວງ ບໍລິຄຳໄຊ [6] ແລະ ໃນແຂວງ ວຽງຈັນ (ມ. ປາກງຶມ). [7], [8]

ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ປ່າແປກປະສົມປ່າໃບກ້ວາງ, ປ່າປູກ, ແຄມຝັ່ງນໍ້າ, ປ່າເຫຼົ່າອ່ອນ, ປ່າເຫຼົ່າແກ່

ພືດຊະນິດນີ້ພົບເຫັນກະແຈກກະຈາຍຢູ່ໃນປ່າທຳມະຊາດ, ໂດຍປົກກະຕິແລ້ວຈະຢູ່ໃນດິນຕື້ນທີ່ມີຫີນ ferralitic ແລະ ມັກຈະພົບຢູ່ແຄມຫ້ວຍນ້ຳ [3]. ພົບ ກະຈາຍພັນຢູ່ໃນປ່າດົງດິບເຂດຮ້ອນທັງເກົ່າ ແລະ ປ່າໃໝ່ ແລະ ສາມາດປັບຕົວເຂົ້າກັບປ່າປ່ຽນໃບປະສົມໄດ້ງ່າຍ. ພືດຊະນິດນີ້ເຕີບໃຫຍ່ໄດ້ດີໃນລະດັບຄວາມສູງ 300–1,000 ແມັດຈາກລະດັບນ້ຳທະເລ, ໂດຍມີຄວາມໜາແໜ່ນທີ່ລະດັບຄວາມສູງປະມານ 700 ແມັດ. ໂດຍສະເພາະຈະເໝາະສົມສຳຫຼັບພື້ນທີ່ລາດຊັນ ທີ່ມີອຸນຫະພູມສະເລ່ຍຕໍ່ປີຕໍ່າສຸດ 25°C. ເຖິ່ງຢ່າງໃດກໍຕາມເກດສະໜາ ຍັງສາມາດເຕີບໃຫຍ່ໄດ້ຢ່າງສຳເລັດໃນລະດັບຄວາມສູງຕ່ຳ, ລົງເຖິງ 40 ແມັດຈາກລະດັບນ້ຳທະເລ [9]. ນອກຈາກນີ້ຍັງສັງເກດເຫັນວ່າມັນມີຢູ່ໃນປ່າເກົ່າ ແລະ ໃໝ່ໃນດິນທີ່ມີ ferralitic ທີ່ມີຫີນ, ຕື້ນ, ມັກຈະຢູ່ຕາມແຄມຫ້ວຍນ້ຳ, ໃນລະດັບຄວາມສູງສູງເຖິງ 1,000 ແມັດ [10].

ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນສູງສຸດ
ຊະນິດພັນ CITES
ບັນຊີທີ່ II
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ I (ຫາຍາກ / ໃກ້ສູນພັນ / ໄດ້ຮັບການຄຸ້ມຄອງ)
ບັນຊີໄມ້
ບັນຊີ I (ຫາຍາກ / ໃກ້ສູນພັນ / ໄດ້ຮັບການຄຸ້ມຄອງ)

ບັນຊີລາຍຊື່ IUCN: ຊະນິດນີ້ແມ່ນຖືກເກັບຢ່າງກວ້າງຂວາງສຳລັບ ເກັບຢາງທີ່ມີລາຄາ ເຊິ່ງເອີ້ນວ່າໄມ້ເກດສະໜາ. ຈາກການໃຊ້ປະໂຫຍດເປັນຈຳນວນຫຼາຍ ຄາດວ່າປະຊາກອນຂອງມັນຫຼຸດລົງຫຼາຍກ່ວາ 80% ໃນໄລຍະສາມລຸ້ນທີ່ຜ່ານມາ. ດັ່ງນັ້ນ, ມັນຈຶ່ງຖືກປະເມີນວ່າຈັດຢູ່ໃນສະຖານະໃກ້ສູນພັນຢ່າງສູງ. [3]

ບັນຊີລາຍຊື່ CITES: ເກດສະໜາ ຖືກລະບຸໄວ້ພາຍໃຕ້ບັນຊີທີ່ II ຂອງ CITES, ຊຶ່ງໝາຍຄວາມວ່າການຄ້າລະຫວ່າງປະເທດຂອງຊະນິດພັນນີ້ຖືກຄວບຄຸມເພື່ອປ້ອງກັນການຂຸດຄົ້ນຫຼາຍເກີນໄປ ແຕ່ບໍ່ໄດ້ຫ້າມຢ່າງສິ້ນເຊີງ. ບັນຊີນີ້ໃຊ້ໃຊ້ກັບພືດທຸກຊະນິດພັນ ໃນສະກຸນ Aquilaria ແລະ ຕ້ອງມີໃບອະນຸຍາດສຳລັບການສົ່ງອອກ/ນຳເຂົ້າເພື່ອຮັບປະກັນຄວາມຍືນຍົງ. [1]

ບັນຊີລາຍຊື່ເຄື່ອງປ່າຂອງດົງ (NTFP): ເກດສະໜາ ໃນທໍາມະຊາດໄດ້ຖືກລະບຸໄວ້ຢ່າງເປັນທາງການເປັນບັນຊີລາຍຊື່ທີ I ກ່ຽວກັບຊະນິດພັນຜະລິດຕະພັນປ່າໄມ້ທີ່ບໍ່ແມ່ນໄມ້ (NTFP) ໃນລາວ, ເຊິ່ງລວມຢູ່ພາຍໃຕ້ການຄຸ້ມຄອງເຄື່ອງປ່າຂອງດົງຂອງລັດຖະບານ. ມັນໄດ້ຮັບການຍອມຮັບວ່າມີມູນຄ່າທາງເສດຖະກິດສູງເນື່ອງຈາກຢາງໄມ້ເກດສະໜາ, ແລະ ບັນຊີລາຍຊື່ຂອງມັນຮັບປະກັນວ່າການເກັບກ່ຽວ, ການຄ້າ, ແລະ ການນຳໃຊ້ແມ່ນຂຶ້ນກັບການຕິດຕາມກວດກາ ແລະ ການຄວບຄຸມ. [11]

ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ບໍ່ແນະນຳໃຫ້ໃຊ້, ອຸປະກອນ ແລະ ເຄື່ອງມື, ກິດຈະກໍາເພື່ອຄວາມລື່ນເລີງ, ວັດທະນະທຳ ແລະ ຮີດຄອງ, ເຄື່ອງດື່ມ, ພືດເປັນຢາ, ເຄື່ອງສຳອາງ

ບັນຊີລາຍຊື່ CITES: ໃນບັນຊີລາຍຊື່ CITES ເກດສະໜາ ແມ່ນຈັດຢູ່ໃນບັນຊີທີ່ II, ຊຶ່ງໝາຍຄວາມວ່າມັນສາມາດນຳໃຊ້ ແລະ ຊື້ຂາຍໄດ້, ແຕ່ຕ້ອງຢູ່ພາຍໃຕ້ລະບຽບການທີ່ເຂັ້ມງວດເທົ່ານັ້ນ. ບັນຊີລາຍຊື່ບໍ່ໄດ້ຫ້າມການນຳໃຊ້ໂດຍກົງ; ແຕ່ກຳນົດໃຫ້ມີການຄ້າລະຫວ່າງປະເທດທັງໝົດຖືກຄວບຄຸມຜ່ານລະບົບໃບອະນຸຍາດເພື່ອຮັບປະກັນຄວາມຍືນຍົງ. [1]

ກົດໝາຍຂອງລາວ: ໃນລາວ, ຕົ້ນເກດສະໜາ ສາມາດນຳໃຊ້ໄດ້ຢ່າງຖືກຕ້ອງຕາມກົດໝາຍ, ແຕ່ຕ້ອງຢູ່ພາຍໃຕ້ລະບຽບການທີ່ເຂັ້ມງວດເທົ່ານັ້ນ: ການເກັບກ່ຽວຈາກປ່າທຳມະຊາດແມ່ນຖືກຫ້າມໂດຍບໍ່ໄດ້ຮັບອະນຸຍາດພິເສດ, ໃນຂະນະທີ່ໄມ້ເກດສະໜາທີ່ປູກໃນສວນແມ່ນອະນຸຍາດໃຫ້ນຳມາຄ້າຂາຍ ແລະ ສົ່ງອອກພາຍໃຕ້ໂຄຕ້າທີ່ລັດຖະບານອອກໃຫ້ [5].

ສະໝຸນໄພ: ນອກຈາກກິ່ນຫອມແລ້ວ, ໄມ້ເກດສະໜາຍັງຖືກນຳໃຊ້ເປັນຢາບຳລຸງຮ່າງກາຍ [6], [12]. ໄມ້ເກດສະໜາ ຍັງຖືກນຳໃຊ້ໃນຢາພື້ນເມືອງເພື່ອຊ່ວຍໃນການຍ່ອຍອາຫານ ແລະ ເປັນຢາລະງັບປະສາດ, ນອກຈາກນີ້ຍັງໃຊ້ໃນຮູບແບບຜົງ, ສາຍລະລາຍ ຫຼື ຢາທາເພື່ອປິ່ນປົວອາການເຈັບທ້ອງ, ປຸ້ນທ້ອງ, ປວດຮາກ ແລະ ຄວາມກັງວົນ [5], [12]. ຢາງໄມ້ເກດສະໜາມີສັບພະຄຸນຊ່ວຍບຳລຸງກະເພາະອາຫານ ແລະ ເຮັດໃຫ້ສະຫງົບ. ໃນຢາອາຍຸຣເວດ, ມັນຖືກນໍາໃຊ້ສໍາລັບພະຍາດທາງຈິດ ແລະ ຄວາມຜິດປົກກະຕິທາງລະບົບປະສາດ, ລວມທັງໂຣກປະສາດ, ພຶດຕິກຳຢ້ຳຄິດຢ້ຳທຳ ແລະ ຄວາມອິດເມື່ອຍ. ນອກຈາກນີ້ຍັງໃຊ້ຮັກສາພະຍາດຫອບຫືດ, ອາການແໜ້ນໜ້າເອິກ, ທ້ອງອືດ, ຖອກທ້ອງ, ບັນຫາໝາກໄຂ່ຫຼັງ, ປວດຮາກ, ແລະ ມະເຮັງບາງຊະນິດ. ໄກ້ເກດສະໜາເປັນໜຶ່ງໃນສາມຂອງສ່ວນປະກອບໃນຢາບຳລຸງຮ່າງກາຍທີ່ນິຍົມຂອງໄທ, ເຊິ່ງສະແດງໃຫ້ເຫັນໃນການທົດລອງເພື່ອເຮັດໃຫ້ລະດັບໄຂມັນເປັນປົກກະຕິ, ຫຼຸດຜ່ອນ LDL C ທີ່ເຮັດໃຫ້ເກີດໄຂມັນໃນເລືອດສູງ, ແລະ ເພີ່ມ HDL C ທີ່ເປັນປະໂຫຍດ. [10]

ເຄື່ອງດື່ມ: ໃບອ່ອນຂອງເກດສະໜາຖືກນຳໃຊ້ເພື່ອເຮັດຊາຂຽວທີ່ມີລົດຂົມ. [10]

ເຄື່ອງສຳອາງ: ນ້ຳມັນໄມ້ເກດສະໜາ ເປັນນ້ຳມັນຫອມລະເຫີຍທີ່ໄດ້ມາຈາກການກັ່ນດ້ວຍນ້ຳ ແລະ ໄອນ້ຳ. ມັນຖືກນໍາໃຊ້ໃນການຜະລິດນໍ້າຫອມທີ່ຫຼູຫຼາ, ໂດຍສະເພາະໃນຜະລິດຕະພັນຈາກຕາເວັນອອກ ປະເພດ aldehyde, chypres, ແລະ fougères. [10]

ວັດທະນະທຳ ແລະ ສາສະໜາ: ຕາມປະເພນີ, ໄມ້ເກດສະໜາຖືກນຳໃຊ້ໃນການເຮັດທູບ. ແຕ່ໃນລາວ, ເຖິງວ່າຈະມີຊັບພະຍາກອນພືດທີ່ອຸດົມສົມບູນ, ການນຳໃຊ້ທາງວັດທະນະທຳນີ້ຄ່ອຍໆສູນຫາຍໄປ ເນື່ອງຈາກຄວາມຕ້ອງການຂອງຕະຫຼາດ [6]. ກິ່ນຫອມຂອງໄມ້ເກດສະໜາທີ່ນຳມາຈູດແມ່ນມີຄຸນຄ່າສູງໃນພຸດທະສາສະໜາສຳລັບການເຮັດທູບພິທີກຳ. ໄມ້ທີ່ອີ່ມຕົວດ້ວຍຢາງບາງສ່ວນ ທີ່ຍັງມີກິ່ນຫອມ, ແລະ ບາງຄັ້ງກໍ່ມີສິ່ງເສດເຫຼືອຈາກການກັ່ນ, ຈະຖືກເຮັດເປັນໄມ້ທີ່ເອີ້ນວ່າ ທູບ ປjoss-sticks) ຫຼື ກຳຍານ (agarbattis), ເຊິ່ງຖືກເຜົາເປັນເຄື່ອງຫອມ. [12]

ການຜ່ອນຄາຍ: ໄມ້ເກດສະໜາເປັນຊະນິດໄມ້ທີ່ນິຍົມໃຊ້ສຳລັບການຝຶກສະມາທິ ເນື່ອງຈາກມີຊັບພະຄຸນໃນເລື່ອງ ກິ່ນທີ່ຫອມຫວານເມື່ອຈູດ. [5]

ເຄື່ອງມື ແລະ ອຸປະກອນ: ເປືອກຂອງຕົ້ນເກດສະໜາ ຖືກນໍາໃຊ້ເພື່ອເຮັດເຊືອກ ແລະ ເຈ້ຍ. [12]

ກິດຈະກຳໃນການເຮັດກະສິກຳ: ທູບໄມ້ເກດສະໜາຍັງຖືກນຳໃຊ້ເປັນຢາໄລ່ແມງໄມ້ໄດ້ອີກດ້ວຍ. [12]

ການປູກ ການລ້ຽງ
ປູກ ແລະ ທຳມະຊາດ

ໃນລາວ, “ໄມ້ເກດສະໜາ” (ລາວ: ketsana ຫຼື may dam) ແມ່ນເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງໃນດ້ານຄວາມສຳຄັນທາງດ້ານວັດທະນະທຳ ແລະ ເສດຖະກິດ. ມັນບໍ່ແມ່ນຕົວພືດ ແຕ່ເປັນຢາງເກີດໃນລຳຕົ້ນ ທີ່ມີມູນຄ່າຜະລິດ, ໂດຍຕົ້ນໄມ້ໃນສະກຸນ Aquilaria. ປະຈຸບັນໄມ້ເກດສະໜາກຳລັງໄດ້ຮັບການສົ່ງເສີມ ແລະ ຈັດຕັ້ງການປູກຢ່າງຫຼວງຫຼາຍ. [6]

ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ

ໄມ້ໃນສະກຸນ Aquilaria ຈະຜະລິດໄມ້ເກດສະໜາເມື່ອຕິດເຊື້ອໃນເນື້ອໄມ້, ເຊິ່ງນຳໄປສູ່ການສະສົມຢາງ. ແຕ່ໂດຍທົ່ວໄປຕົ້ນໄມ້ທີ່ໄດ້ຮັບຜົນກະທົບມັກຈະມີອາຍຸດົນ ຫຼື ຜຸພັງ. ຢາງຈະຊືມເຂົ້າໄປໃນຮູຂອງໄມ້ ເຮັດໃຫ້ເນື້ອເຫຍື້ອຕາຍ ແລະ ກາຍເປັນສີດຳ, ແຂງ, ແລະ ເກີດເປັນລວດລາຍຄ້າຍຄືຂົນນົກ. [5]

ການຄ້າຂາຍໄມ້ເກດສະໜາໃນ ສປປ ລາວ ໄດ້ເລີ່ມຕົ້ນໃນປີ 1975–1976 ແລະ ໃນຊຸມປີ 1980, ໄດ້ແຜ່ຂະຫຍາຍໄປທົ່ວປະເທດ [5]. ໃນຫຼາຍພາກພື້ນ, ການເກັບກ່ຽວ ແລະ ການຊື້ຂາຍໄດ້ກາຍເປັນແຫຼ່ງລາຍຮັບທີ່ສຳຄັນ. ຄຸນນະພາບຂອງຜະລິດຕະພັນມີຄວາມຜັນພວນ ໂດຍມີຄວາມແຕກຕ່າງກັນຢ່າງຫຼວງຫຼາຍໃນດ້ານຄຸນນະພາບ ແລະ ລາຄາ. ແກ່ນ ແລະ ເບ້ຍໄມ້ຖືກຂາຍໃນລາຄາສູງປະມານ 200–500 ໂດລາ (1,600,000-4,000,000 ກີບ) ຕໍ່ກິໂລ ແລະ 0.5 ໂດລາ (ປະມານ 5,000 ກີບ) ຕໍ່ເບ້ຍຕາມລໍາດັບ. ໄມ້ເກດສະໜາທີ່ມີຄຸນນະພາບດີອັນດັບໜຶ່ງຈາກອິນດູຈີນສາມາດຂາຍໃນໄດ້ລາຄາສູງເຖິງ 2000 ໂດລາ (ປະມານ 16,000,000 ກີບ) ຕໍ່ກິໂລໃນສິງກະໂປ [12].

ການຄຸ້ມຄອງຈັດການ

ຊະນິດພັນທີມີການປູກ:

ສະພາບໂດຍລວມ:

ສະພາບສະຖານທີ່: ສະຖານທີ່ປູກຄວນມີຄວາມລາດຊັນເລັກນ້ອຍ, ໂດຍມີຄວາມຊັນ 10–35° ຖືວ່າເໝາະສົມ. ພື້ນທີ່ດັ່ງກ່າວໂດຍທົ່ວໄປຈະເປັນພື້ນທີ່ແຫ້ງແລ້ງ, ເປັນເນີນພູ, ແລະ ເປັນປ່າທີ່ເສື່ອມໂຊມ. [14]

ດິນ: ຕົ້ນເກດສະໜາ ຂະຫຍາຍຕົວໄດ້ດີທີ່ສຸດໃນດິນທຳມະຊາດທີ່ອຸດົມສົມບູນ ແລະ ມີ pH ປະມານ 6.5. [14]

ແສງສະຫວ່າງ: ເມື່ອຍັງນ້ອຍ, ຕົ້ນເກດສະໜາຈະເລີນເຕີບໂຕໄດ້ບໍ່ດີໃນພື້ນທີ່ຮົ່ມ. ໃນໄລຍະການກ້າເບ້ຍ, ເບ້ຍໄມ້ຕ້ອງການແສງສະຫວ່າງ 60–70% ເປັນເວລາເຖິງຫົກເດືອນ. ເມື່ອມີອາຍຸສອງຫາສາມປີ, ເບ້ຍໄມ້ຍັງເຕີບໃຫຍ່ໄດ້ດີພາຍໃຕ້ຮົ່ມໄດ້ເຕັມທີ່. [9]

ອຸນຫະພູມ: ຕົ້ນເກດສະໜາຈະເລີນເຕີບໂຕໄດ້ດີລະຫວ່າງ 15°C - 30°C, ໂດຍມີລະດັບອຸນຫະພູມທີ່ດີທີ່ສຸດແມ່ນ 22–29°C. [9]

ການກຽມພື້ນທີ່: ກ່ອນການປູກ, ຄວນຖາງພື້ນທີ່ ຈາກວັດສະພືດເພື່ອໃຫ້ພືດຈະເລີນເຕີບໂຕໄດ້ດີ. [14]

ເທັກນິກການປູກ:

ການປູກຕົ້ນໄມ້ຕົ້ນດຽວ ແລະ ເປັນສວນບໍ່ມີບັນຫາໃນພື້ນທີ່ເຂດກະຈາຍພັນຕາມທຳມະຊາດ, ໂດຍໃຊ້ແກ່ນພັນຈາກພື້ນທີ່ທີ່ມີລະບົບນິເວດວິທະຍາຄ້າຍຄືກັນ. [12]

ເຕັກນິກການປູກ:

  • ການກ້າເບ້ຍ: ເມື່ອໝາກສຸກແລ້ວຈະແຕກອອກເປັນສອງສ່ວນ ແລະ ຍັງຄົງຢູ່ໄດ້ປະມານ 1-2 ອາທິດ. ໃບຈະເລີ່ມງອກໃນອາທິດທີສີ່.
  • ການກະຕຸ້ນການງອກຂອງແກ່ນ: ກະກຽມດິນທີ່ລະບາຍນໍ້າໄດ້ດີ ແລະ ມີອາກາດຖ່າຍເທ. ຫວ່ານແກ່ນໂດຍໃຫ້ຫົວແກ່ນຫັນຂຶ້ນ ແລະ ປົກດ້ວຍດິນຊາຍບາງໆ. ຫົດນ້ຳເຊົ້າ ແລະ ແລງເພື່ອຮັກສາຄວາມຊຸ່ມຊື່ນ. ແກ່ນຈະງອກພາຍໃນ 1-2 ອາທິດ.
  • ການຍ້າຍປູກ: ເບ້ຍໄມ້ບໍ່ຄວນຢູ່ໃນດິນດົນເກີນໄປ, ເພາະວ່າຮາກທີ່ຍາວອາດຈະຕິດ ແລະ ເສຍຫາຍໃນລະຫວ່າງການຫຼົກ. ຫາກປະໄວ້ດົນຈະເຮັດການຈະເລີນເຕີບໂຕໃນຖົງເພາະຊຳ ຊ້າລົງ.
  • ໄລຍະຫ່າງ: ໄລຍະຫ່າງທີ່ແນະນໍາໃຫ້ປູກແມ່ນ 8×8 ແມັດ, 4×4 ແມັດ, 3×3 ແມັດ, ຫຼື 2×2 ແມັດ, ຂຶ້ນກັບສະພາບສະຖານທີ່ ແລະ ຈຸດປະສົງການປູກ.
  • ການປູກ: ເບ້ຍຂອງເກດສະໜາຄວນສູງ 50–80 ຊມ ແລະ ບໍ່ເກີນ 8 ເດືອນ. ຂຸມປູກມີຄວາມກວ້າງປະມານ 50 ຊມ, ຍາວ, ແລະ ເລິກກວ່າຖົງປູກ. ແຍກໜ້າດິນອອກ, ປະສົມກັບສານອາຫານ (dolomite) 50–100 ກຣາມ, ແລະ ຕື່ມປຸ໋ຍອິນຊີໜຶ່ງສ່ວນສາມ (ປຸ໋ຍຄອກ, ປຸ໋ຍໝັກ ຫຼື ທີ່ຄ້າຍຄືກັນ) ກ່ອນທີ່ຈະຖົມລົງໄປ.

ທີ່ມາ: [14]

ການເບິ່ງແຍງ ແລະ ບຳລຸງຮັກສາ:

ການສ້າງຢາງ: ຜ່ານບາດແຜການກວດສອບໄມ້ກ່ອນເກັບກ່ຽວ ມັນໄດ້ຖືກຄົ້ນພົບວ່າຕົ້ນເກດສະໜາຄ່ອຍໆຜະລິດຢາງທີ່ຊຶມເຂົ້າໄປໃນເນື້ອໄມ້. ພາຍໃນ 6-8 ເດືອນ, ເນື້ອໄມ້ຈະປ່ຽນຈາກສີຂາວເປັນສີເຫຼືອງເຂັ້ມ ຫຼື ສີນ້ຳຕານອ່ອນ, ແລະ ຈະກາຍເປັນສີເຂັ້ມຂຶ້ນຕາມການເວລາ. ຫຼັງຈາກ 2-3 ປີ, ຢາງຈະກາຍເປັນເນື້ອດຽວ ແລະ ມີມູນສູງ. [14]

ການເກັບກ່ຽວ: ໄມ້ເກດສະໜາເຊື່ອກັນວ່າເປັນຜົນມາຈາກການປ້ອງກັນທາງເຄມີໃນໄມ້ ເຊິ່ງຜະລິດຢາງທີ່ມີກິ່ນຫອມສູງ. ໄມ້ທີ່ຕິດເຊື້ອ ແລະ ມີຢາງຈາກສ່ວນໃດສ່ວນໜຶ່ງຂອງຕົ້ນໄມ້ຈະຖືກເກັບກ່ຽວດ້ວຍຂວານ ແລະ ມີດ ແລະ ຂົນສົ່ງອອກຈາກປ່າ. ຜູ້ເກັບກ່ຽວມືອາຊີບຈະລະບຸສ່ວນທີ່ຕິດເຊື້ອໄດ້, ແຕ່ຜູ້ທີ່ບໍ່ແມ່ນຜູ້ຊ່ຽວຊານມັກຈະຕັດຕົ້ນໄມ້ທັງໝົດ ແລະ ຂຸດຮາກອອກໂດຍບໍ່ໄດ້ກວດສອບຢາງ. [12]

ຜົນຜະລິດ: ໄມ້ເກດສະໜາສົດຕົ້ນໜຶ່ງ ຈະມີນ້ຳໜັກຕັ້ງແຕ່ສອງສາມຮ້ອຍກຣາມຈົນເຖິງຫຼາຍກວ່າ 200 ກິໂລກຣາມ. ແຕ່ລະທ່ອນມີນ້ຳໜັກຕັ້ງແຕ່ສອງສາມກຣາມຈົນເຖິງ 40 ກິໂລກຣາມ. ການຕາກແຫ້ງຊ່ວຍຫຼຸດນ້ຳໜັກໄດ້ປະມານ 50%. [12]

ການເກັບກ່ຽວ: ໃນອະດີດ, ຜູ້ເກັບກ່ຽວຕົ້ນໄມ້ຈາກປ່າຈະໃຊ້ພ້າ ຫຼື ຂວານຕັດຕົ້ນເກດສະໜາເພື່ອກວດສອບໄມ້ທີ່ມີກິ່ນຫອມ. ຖ້າພົບເຫັນເນື້ອໄມ້ທີ່ມີຢາງ, ຕົ້ນໄມ້ມັກຈະຖືກຕັດລົງ; ຖ້າບໍ່ພົບ, ຕົ້ນໄມ້ຈະຖືກປະໄວ້ ແລະ ກວດສອບຄືນໃໝ່ໃນລະຫວ່າງການເກັບກ່ຽວຄັ້ງຕໍ່ໄປ. [14]

ຊະນິດພັນໃນປ່າ:

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ຊະນິດພັນນີ້ຖືກຄຸກຄາມຢ່າງຮ້າຍແຮງຈາກການຂຸດຄົ້ນໄມ້ເກດສະໜາຫຼາຍເກີນໄປ. ໃນປະເທດໄທ, ໄມ້ເກດສະໜາຖືກລັກລອບຂຸດຄົ້ນຢ່າງຫຼວງຫຼາຍໃນທົ່ວພື້ນທີ່ທີ່ຍັງເຫຼືອ [3]. ການເກັບກ່ຽວຈາກພື້ນທີ່ທຳມະຊາດມັກກໍ່ໃຫ້ເກີດຄວາມເສຍຫາຍ, ເນື່ອງຈາກຕົ້ນໄມ້ ບໍ່ໄດ້ຜະລິດຢາງທັງໝົດ, ແຕ່ຍັງມີການຕັດຕົ້ນໄມ້ຈຳນວນຫຼາຍ ໂດຍບໍ່ຄຳນຶງເຖິງຄວາມເສຍຫາຍ. [12]

ການຕິດຕາມປະຊາກອນ: ອີງຕາມສະຖານະພາບຂອງຊະນິດພັນໃນທົ່ວຂອບເຂດກະຈາຍພັນ ແລະ ການຄາດຄະເນການຫຼຸດລົງທີ່ລາຍງານໂດຍ Nghia (1998), ປະຊາກອນຂອງຕົ້ນເກດສະນາ ຄາດວ່າໄດ້ຫຼຸດລົງຫຼາຍກວ່າ 80% ໃນໄລຍະສາມລຸ້ນທີ່ຜ່ານມາ. [14]

ການເກັບກູ້ແບບຍືຍຍົງ: ຊະນິດພັນໃນສະກຸນ Aquilaria ທຸກຊະນິດໄດ້ຖືກລະບຸໄວ້ໃນ ບັນຊີທີ່ II ຂອງ CITES ຕັ້ງແຕ່ປີ 2005. ປື້ມຂໍ້ບັນຊີແດງຂອງຫວຽດນາມໄດ້ລະບຸວ່າຕົ້ນເກດສະໜາ ເປັນຊະນິດທີ່ໃກ້ຈະສູນພັນ ແລະ ຕ້ອງການການຄຸ້ມຄອງ. ໃນ ສປປ ລາວ ຕົ້ນເກດສະໜາ ຖືກປະເມີນວ່າເປັນຊະນິດທີ່ໃກ້ຈະສູນພັນ, ໂດຍມີພຽງແຕ່ 11–15% ຂອງຖິ່ນທີ່ຢູ່ອາໄສພາຍໃຕ້ການຄຸ້ມຄອງ. ໂຄງການການອານຸລັກແກ່ນພັນໄມ້ໃນຫວຽດນາມ ເພື່ອອານຸລັກເປັນ ຊັບພະຍາກອນພັນທຸກໍາ. [3]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ລິ້ງອື່ນໆ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,