ເລກລຳດັບທີ: 566
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໄມ້ຕິນເປັດ
Duck Feeth Wood Tree
Alstonia rostrata C.E.C.Fisch.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: 盆架树 [pen jia shu]
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Apocynaceae
ສະກຸນ
Alstonia
ຊະນິດ
Alstonia rostrata
ຊື່ພ້ອງ
Alstonia glaucescens Monach.
Alstonia pachycarpa Merr. & Chun
Alstonia undulifolia Kochummen & K.M.Wong
Alyxia calophylla Wall.
Alyxia glaucescens G.Don
Winchia calophylla A.DC.
Winchia glaucescens K.Schum.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນ ສູງເຖິງ 30 ແມັດ, ງ່າຕັ້ງຊັນຂຶ້ນ. ໂດຍທົ່ວໄປ ລຳຕົ້ນ ປຸ້ງທີ່ໂຄນ. ເປືອກໄມ້ ມີຮອຍແຕກ, ມີຊ່ອງອາກາດ ຈັດ ຕາມລວງຍາວ, ເປືອກມີສີເຫຼືອງຈືດໆ, ເປືອກຊັ້ນໃນ ສີເຫຼືອງ ແກມສີອອກນ້ຳຕານ. ງ່າ ແລະ ກິ່ງນ້ອຍ ເປັນທໍ່ກົມ, ບໍ່ສະໝຳ່ ສະເໝີ ແລະ ກ້ຽງ ບໍ່ມີຂົນ, ເວລາແຫ້ງ ອອກສີນ້ຳຕານໃໝ້, ມີ ຊ່ອງອາກາດຈຳນວນຫຼາຍ. ທາດແຫຼວທີ່ລະບາຍອອກ ມີສີຂາວ ອອກຕາມລຳຕົ້ນ ແລະ ໃບ. ໃບ ດ່ຽວ, ຂະໜາດ ຍາວ 5 -14, ກວ້າງ 1.6 - 5.5 ຊມ, ຈັບເປັນວົງ, ຮູບຂອບ ຂະໜານ ຫຼື ຮູບສ້ວຍ, ປາຍໃບ ສ້ວຍແຫຼມຕິ່ງ ຫຼື ແຫຼມຕິ່ງແຮງ, ກົກໃບຮຽວແຫຼມ ແລະ ບໍ່ມີຈຸດເຊ່ືອມຕໍ່ກັບກ້ານໃບ, ແຄມໃບເປັນຄື້ນໆ, ໃບອ່ອນມີສີອອກສີ ນ້ຳຕານໃໝ້, ແຜ່ນໃບ ໜຽວແຂງ ແລະ ກ້ຽງ ບໍ່ມີຂົນ. ກ່າງກາງ ຮາບພຽງ ຢູ່ດ້ານເທິງຂອງໃບ ແຕ່ ດູນຂຶ້ນສູງຢູ່ດ້ານລຸ່ມ, ກ່າງຂັ້ນສອງຂະໜານກັນຖ່ີໆ, ມີ 35 - 56 ຄູ່. ມີຫູນ້ອຍໆຈັບຢູ່ໂຄນ ລະຫວ່າງກ້ານໃບ ແລະ ມີ ກ້ານລວມ ຄ້າຍເກັດ ຢູ່ດ້ານຂ້າງ. ດອກ ສີຂາວ ເປັນຈຸ້ມຄ້າຍຈຸ້ມດອກຜັກຊີ, ມີ ຫຼອດກີບ, ກີບດອກ ເຕັງເລ່ືອນກັນ, ມີຂົນບົ່ວອ່ອນໆ ຢູ່ຕາມສອງດ້ານ, ມີກິ່ນຫອມ ອ່ອນໆ. ໝາກ ແມ່ນໝາກແຫ້ງໄຂໄດ້ແບບໂຟລິເກິນ, ອອກດ່ຽວ, ຂະໜາດ ຍາວ 12-19.5 ຊມ, ເສັ້ນຜ່າສູນກາງ 0.7-0.8 ຊມ, ເປືອກໜາ ແລະ ກ້ຽງ ບໍ່ມີຂົນ. ມີແກ່ນ ຈຳນວນ ຫຼາຍ, ຂະໜາດ ຍາວ 1 ຊມ ກວ້າງ 0.25 ຊມ, ກ້ຽງ ບໍ່ມີຂົນຕາມຕົວແກ່ນ ແຕ່ມີຂົນຝອຍຢູ່ສອງສົ້ນ. (ຂໍ້ມູນຈາກໂຄງການໄບໂອຕິກ)
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ III (ຍືນຍົງ / ທົ່ວໄປ)
ການນຳໃຊ້
ປະເພດການນຳໃຊ້
ພືດເປັນຢາ, ສິ່ງປູກສ້າງ

ລັກສະນະພິເສດຂອງໄມ້ຕີນເປັດແມ່ນມີເນື້ອໄມ້ເບົາ ແລະ ມີຄວາທົນທານສູງ. ຕົ້ນທີ່ມີໜ້າຕ່າງໃຫຍ່ ມັກຈະຖືກນຳໃຊ້ເຮັດເປັນໄມ້ແອ້ມຝາເຮືອນ, ໄມ້ຂື່ເຮືອນ ແລະ ເຄື່ອງເຟີນິເຈີຕ່າງໆ. ເປືອກຂົມ ແລະ ຢາງເຮັດໃຫ້ຢາຕ້ານເຊື້ອ ແລະ ຢາຕ້ານເຊື້ອ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,