ເລກລຳດັບທີ: 563
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-09-16
ໄມ້ແດງ
Burma Ironwood
Xylia xylocarpa (Roxb.) W.Theob.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 6
Image 1
2 / 6
Image 2
3 / 6
Image 3
4 / 6
Image 4
5 / 6
Image 5
6 / 6
Image 6
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Ironwood of Burma)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Xylia
ຊະນິດ
Xylia xylocarpa
ຊະນິດຍ່ອຍ
Xylia xylocarpa var. kerrii
Xylia xylocarpa var. xylocarpa
ຊື່ພ້ອງ
Inga xylocarpa (Roxb.) DC.
Mimosa xylocarpa Roxb.Original name usage
Acacia xylocarpa (Roxb.) Willd.
Esclerona montanta Raf.
ຊະນິດໃກ້ຄຽງ
ໄມ້ແດງ/ Burma Ironwood
ບັນຍາຍລັກສະນະທາງພືດສາດ

ໄມ້ແດງເປັນໄມ້ຢືນຕົ້ນຜັດໃບທີ່ອາດສູງໄດ້ຮອດປະມານ 30 ມ., ລຳຕົ້ນມີຮ່ອງເລິກຕາມລວງຍາວ, ເປືອກໜາໄດ້ຮອດ 15 ມມ, ຜິວເປືອກຂຸຂະ ແລະ ມັກມີສີນ້ຳຕານອົມແດງ ຫຼື ສີເທົາ, ກິ່ງອ່ອນ ແລະ ສ່ວນອື່ນໆທີ່ຍັງອອ່ນຈະມີຂົນລະອຽດອ່ອນນຸ້ມປົກຄຸມ.

ໃບປະສົມແບບຂົນນົກຂັ້ນສອງ, ອອກຮຽງສະຫຼັບ, ຍາວປະມານ 5,5-30 ຊມ.ໂດຍປົກກະຕິແຕ່ລະໃບຈະມີກ້ານໃບຍ່ອຍຄູ່ທຳອິດ ( pinnae) 2 ກ້ານທີ່ອອກຮຽງກົງກັນຂ້າມກັນ ແລະ ບໍລິເວນແກ່ນກາງໃບ (rachis) ຈະມີຕ່ອມຂະໜາດນ້ອຍຢູ່ໃກ້ສ່ວນປາຍຂອງດ້ານໃບຍອ່ຍເຫຼົ່ານັ້ນ, ໃບອ່ອນຈະນຸ້ມ ແລະ ມີສີ້ນຳຕານອ່ອນ.

ໃບຍ່ອຍຂັ້ນສອງຈະປະກອບດ້ວຍໃບຍ່ອຍຂະໜາດນ້ອຍ (leaflets) ອອກຮຽງກົງກັນຂ້າມ ຈຳນວນ 2-10 ຄູ່, ໃບຍ່ອຍເຫຼົ່ານີ້ຍາວປະມານ 3,5-16,5 ຊມ ແລະ ກວ້າງ 1,8-6,7 ຊມ. ຮູບໃບມີຄວາມຫຼາກຫຼາຍຕັ້ງແຕ່ຮູບໄຂ່ປີ້ນ, ຮູບຮີ, ຮູບໄຂ່ ລວມທັງຮູບຊົງຂ້ອນຂ້າງແຄບ. ຂອບໃບລຽບ, ປາຍໃບອາດແຫຼມ ຫຼື ມົນ (ພົບໄດ້ໜ້ອຍກ່ວາ), ໂຄນໃບູບຫຼີ່ມ ຫຼື ຮູບມົນ, ແຜ່ນໃບໜາຄ້າຍໜັງ, ຜິບໃບລຽບ ແລະ ບໍ່ມີຂົນ. ກ້ານໃບຍ່ອຍສັ້ນຫຼາຍ ຍາວປະມານ 0,2-0,5 ຊມ ແລະ ມີຫູໃງບຂະໜາດນ້ອຍເຊິ່ງຈະຫຼົ່ນໄປແຕ່ໄລຍະທຳອິດ.

ຊໍ່ດອກອອກບໍລິເວນງ່າມໃບ ໂດຍມີກ້ານຊໍ່ດອກຮຽວນ້ອຍ, ຊໍ່ດອກຈະຮວມກັນເປັນຊໍ່ກົມແໜ່ນ ປຊໍ່ລວມ), ເສັ້ນຜ່າສູນກາງ 1-1,5 ຊມ. ກ້ານຊໍ່ດອກຍາວ 5-8 ຊມ ແລະ ອາດໜາຂື້ນເມື່ອຕິດໝາກ. ຊໍ່ດອກມັກອອກລວມເປັນກຸ່ມ ຫຼື ເປັນຊໍ່ລວມແບບກະຈະສັ້ນ.

ດອກເປັນດອກສົມບູນເພດ ແລະ ມັກບໍ່ມີກ້ານດອກ ( sessile), ສີຂາວຄີມ, ເຫຼືອງ ຫຼື ສີຂາວອົມເລືອງ. ແຕ່ລະດອກຈະມີໃບປະດັບຍ່ອຍຂະນ້ອຍຮູບທໍ່. ກາບດອກມີຄວາມຍາວປະມານ0,2-0,3 ຊມ, ມີລັກສະນະເປັນຫຼອດ ຫຼື ຮູບລະຄັງ ແລະ ປາຍແຍກອອກເປັນ 5 ແສກ. ກີບດອກມີຄວາມຍາວປະມານ 0,3-0,4 ຊມ, ປາຍແຍກອອກເປັນ 5 ກີບ ແຕ່ລະເຊື່ອກັນເລັກນ້ອຍບໍລິເວນໂຄນ.

ເກສອນເພດຜູ້ແຍກເປັນອິດສະຫຼະຈຳນວນ 10 ອັນ, ຍື່ນຍາວພົ້ນກີບດອກອອກມາ, ກ້ານຊູຖົງລະອອກເກສອນມີລບັກສະນະຮຽວບາງ ສ່ວນຖົງລະອອງໃນໄລຍະແລກສ່ວນປາຍຈະເປັນເສັ້ນນ້ອຍໆ ແລະ ມີຕ່ອມທີ່ມີກ້ານຕິດຢູ່ ເຊິ່ງຈະຫຼຸດຫຼົ່ນໄປພາຍຫຼັງ. ເກອນເພດແມ່ປະກອບດ້ວຍເຕົ້າໄຂ່ທີ່ບໍ່ມີກ້ານ ( sessile ovary) ຄໍເຕົ້າໄຂ່ມີລັກສະນະຮຽວນ້ອຍຄ້າຍເສັ້ນດ້າຍ ແລະ ປາຍເກສອນເພດແມ່ມີຂະໜາດນ້ອຍຫຼາຍຢູ່ບໍ່ລະເວນປາຍສຸດ, ພາຍໃນເຕົ້າໄຂ່ຈະມີແມັດໄຂ່ຈຳນວນຫຼາຍ.

ໝາກມີລັກສະນະເປັນຝັກແຂງຄ້າຍໄມ້, ຍາວປະມານ 12,5-16 ຊມ. ແລະ ກວ້າງ 3,5-6,5 ຊມ., ຝັກມີລັກສະະແປ ຮູບຂອບຂະໜານ ຫຼື ໂຄ້ງງໍຄ້າຍຄຽວ (falcate), ຜິວຝັກມີຂົນລະອຍດສີນໍ້າຕານອົມແດງປົກຄຸມ ພາຍໃນຝັກມີຜະໜັງກັ້ນລະຫວ່າງແກ່ນ ແລະ ຈະແຕກແມ່ແກ່ເພື່ອປ່ອຍແກ່ນ.

ແຕ່ລະຝັກຈະມີແກ່ນປະມານ 4-10 ແກ່ນ, ຍາວປະມານ 0,9-1,5 ຊມ, ກວ້າງ 0,5-1 ຊມ, ຮູບຮີປົນຮູບຂອບຂະນານດ, ຂ້ອນຂ້າງແປ , ຜິວລຽບເປັນມັນ ແລະ ມີສີນ້ຳຕານ.

ແຫຼ່ງທີ່ມາ: [1], [2], [3]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Assam, Bangladesh, Cambodia, India, Laos, Myanmar, Thailand, Vietnam. [4]

Global distribution of Xylia xylocarpa between 1899 to 2026. Source: [5]
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້

ຂໍ້ມູນການກະຈາຍພັນຈາກ GBIF ຊີ້ໃຫ້ເຫັນເຖິງການພົບເຫັນພືດຊະນິດນີ້ຢູ່ໃນແຂວງຄຳມ່ວນ, ຈຳປາສັກ (ເມືອງໂພນທອງ ແລະ ເມືອງໂຂງ) ແລະ ສະຫວັນນະເຂດ (ເມືອງສອງຄອນ) [5]. ນອກຈາກນີ້, ເອກະສານກ່ຽວກັບບັນຊີລາຍຊື່ພືດໃນລາວຍັງລະບຸວ່າ ມີການພົບເຫັນພືດຊະນິດນີ້ຢູ່ໃນນະຄອນຫຼວງວຽງຈັນອີກດ້ວຍ [6], [7].

ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ປ່າໂຄກ, ຜາ, ເຂດກະສິກຳເນີນສູງ

ພືດຊະນິດນີ້ພົບເຫັນຢູ່ໃນປ່າດິບແຫ້ງ, ປ່າປະສົມຜັດໃບ ແລະ ປ່າໂຄກ (ປ່າດິບແຫ້ງປະເພດດິບແລ້ງທີ່ມີໄມ້ວົງຢາງ) [8]. ໄມ້ແດງ (Xylia xylocarpa) ພົບເຫັນຢູ່ໃນປ່າຜັດໃບບາງສ່ວນທາງພາກໃຕ້ຂອງລາວ, ໂດຍມັນຈະເຕີບໂຕໄດ້ທັງໃນດິນຊາຍ ແລະ ດິນທີ່ມີຫີນປົນ [9]. ນອກຈາກນີ້, ມັນຍັງພົບເຫັນຢູ່ໃນປ່າດິບແຫ້ງ ແລະ ປ່າປະສົມຜັດໃບ, ເຖິງແມ່ນວ່າການເຕີບໂຕຈະບໍ່ດີປານໃດໃນປ່າໂຄກ, ປ່າໃນເຂດທີ່ມີລະດັບຄວາມສູງ ແລະ ປ່າໄຜ່ທີ່ມີຄວາມຊຸ່ມສູງ. ມັກພົບເຫັນໄມ້ຊະນິດນີ້ຢູ່ໃນບໍລິເວນພື້ນທີ່ທີ່ເຄີຍເປັນບ່ອນປູກຝັງມາກ່ອນ ແລະ ບໍລິເວນເນີນພູຕ່ຳ [10].

ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ I (ຫາຍາກ / ໃກ້ສູນພັນ / ໄດ້ຮັບການຄຸ້ມຄອງ)

ບັນຊີລາຍຊື່ຂອງ IUCN:ເຖິງແມ່ນວ່າຈຳນວນປະຊາກອນອາດຈະຫຼຸດລົງຢ່າງຊ້າໆເນື່ອງຈາກໄພຂົ່ມຂູ່ທີ່ມີຢູ່, ແຕ່ຍັງຕ້ອງການຂໍ້ມູນເພີ່ມເຕີມເພື່ອວັດແທກລະດັບຂອງທ່າອ່ຽງດັ່ງກ່າວ. ດ້ວຍການກະຈາຍຕົວທີ່ກວ້າງຂວາງ ເຊິ່ງມີຂອບເຂດການພົບເຫັນກວມເອົາພື້ນທີ່ຫຼາຍກວ່າ 4 ລ້ານຕາລາງກິໂລແມັດ ແລະ ການບໍ່ພົບໄພຂົ່ມຂູ່ສະເພາະເຈາະຈົງຕໍ່ພືດຊະນິດນີ້, ປະຈຸບັນມັນຈຶ່ງຖືກປະເມີນໃນລະດັບສາກົນວ່າເປັນຊະນິດພັນທີ່ມີຄວາມສ່ຽງຕໍ່າ (Least Concern). [8]

ສະຖານະການອານຸລັກໃນລາວ: ໄມ້ແດງ (Xylia xylocarpa) ໄດ້ຖືກຈັດຢູ່ໃນບັນຊີໄມ້ທີ່ໄດ້ຮັບການຄຸ້ມຄອງ ແລະ ປົກປັກຮັກສາ ປະເພດທີ I ຕາມກົດໝາຍວ່າດ້ວຍປ່າໄມ້ຂອງ ສປປ ລາວ, ຊຶ່ງໝາຍຄວາມວ່າໄມ້ຊະນິດນີ້ຢູ່ພາຍໃຕ້ມາດຕະການອະນຸລັກທີ່ເຂັ້ມງວດ ແລະ ມີຂໍ້ຈຳກັດໃນການຕັດ ຫຼື ນຳໃຊ້ ເນື່ອງຈາກມັນມີມູນຄ່າທາງເສດຖະກິດສູງ ແລະ ມີຄວາມສ່ຽງທີ່ຈະຖືກນຳໃຊ້ເກີນຂອບເຂດ. [12]

ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ຫ້າມນຳໃຊ້, ສິ່ງປູກສ້າງ, ອຸປະກອນ ແລະ ເຄື່ອງມື, ການຍ້ອມສີ, ອາຫານ, ພືດເປັນຢາ

ຫ້າມນຳໃຊ້ໃນລາວ: ໄມ້ແດງ ຖືກຈັດເປັນໄມ້ທີ່ຫາຍາກ ແລະ ໃກ້ສູນພັນຢ່າງສູງ, ເຊິ່ງລະບຸໄວ້ໃນບັນຊີໄມ້ແຫ່ງຊາດລາວ ບັນຊີທີ I (ຫາຍາກ/ໃກ້ຈະສູນພັນ/ປົກປ້ອງ). ການເກັບກ່ຽວ ແລະ ການນຳໃຊ້ຊະນິດພັນຈາກທຳມະຊາດ ແມ່ນຖືກຫ້າມຢ່າງເຂັ້ມງວດພາຍໃຕ້ລະບຽບການແຫ່ງຊາດ. [7]

ການກໍ່ສ້າງ: ໄມ້ຈາກຕົ້ນໄມ້ຊະນິດນີ້ມີຄວາມແຂງແຮງ ແລະ ຖືກນຳໄປໃຊ້ໃນການກໍ່ສ້າງຂົວ, ອາຄານ, ຮົ້ວ, ເຮືອ ແລະ ເຮືອຂະໜາດໃຫຍ່ [8], [1]. ນອກຈາກນີ້, ໄມ້ດັ່ງກ່າວຍັງຖືກນຳໄປໃຊ້ຢ່າງກວ້າງຂວາງສຳລັບເຮັດໝອນຮອງລາງລົດໄຟ, ເສົາຄ້ຳໃນບໍ່ແຮ່, ເຮືອ ແລະ ອຸປະກອນອື່ນໆທີ່ຕ້ອງການວັດສະດຸທີ່ມີຄວາມທົນທານ [9].

ອາຫານ: ໝາກຂອງມັນສາມາດກິນໄດ້ ແລະ ເມັດກໍຖືວ່າມີຄຸນຄ່າໃນຖານະເປັນແຫຼ່ງອາຫານທີ່ມີທ່າແຮງ ເນື່ອງຈາກມີປະລິມານໂປຣຕີນສູງ ແລະ ມີກົດອະມິໂນທີ່ຈຳເປັນ [1].ໃນປະເທດລາວ, ໃບອ່ອນຈະຖືກນຳມາບໍລິໂພກເມື່ອມີ [9],ແລະ ເມັດດິບກໍຍັງຖືກນຳມາກິນເປັນຜັກອີກດ້ວຍ [10].

ດ້ານພືດສະໝຸນໄພ: ພືດຊະນິດນີ້ຖືກນຳໃຊ້ຢ່າງກວ້າງຂວາງໃນຢາພື້ນເມືອງທົ່ວປະເທດອິນເດຍ ແລະ ອາຊີຕາເວັນອອກສຽງໃຕ້. ນ້ຳຕົ້ມຈາກເປືອກ ແລະ ໃບ ຖືກນຳມາໃຊ້ປິ່ນປົວອາການຖອກທ້ອງ, ອາການຮາກ, ພະຍາດກາຝາກໃນລຳໄສ້ ແລະ ແຜຕ່າງໆ ໂດຍມີຄຸນສົມບັດໃນການຊ່ວຍສະໝານແຜ (astringent), ຕ້ານເຊື້ອຈຸລິນຊີ ແລະ ຕ້ານການອັກເສບ [1], [2].ນອກຈາກນີ້, ເປືອກຍັງຖືກນຳໃຊ້ກັບບາດແຜ ແລະ ພະຍາດຜິວໜັງ ເຊັ່ນ: ພະຍາດເຮື້ອນ ແລະ ແຜຕ່າງໆ, ໃນຂະນະທີ່ນ້ຳມັນຈາກເມັດຖືກນຳໃຊ້ເພື່ອປິ່ນປົວພະຍາດຂໍ້ອັກເສບ (rheumatism), ພະຍາດລິດສີດວງທະວານ ແລະ ພະຍາດເຮື້ອນ [10].ສ່ວນດອກທີ່ນຳໄປແຊ່ໃນໃນນ້ຳ (maceration) ກໍໄດ້ຖືກນຳໃຊ້ເປັນຢາບຳລຸງຫົວໃຈ [9].

ເຄື່ອງມື ແລະ ອຸປະກອນຕ່າງໆ: ໄມ້ຊະນິດນີ້ຖືກນຳມາໃຊ້ເຮັດເຄື່ອງມືການກະເສດ ແລະ ເຄື່ອງໃຊ້ໃນຄົວເຮືອນ, ຂື່, ລໍ້ລົດເຂັນ, ພື້ນລະບຽງ, ໄມ້ພາຍ ແລະ ສິ່ງຂອງອື່ນໆທີ່ມີຄວາມທົນທານ [8].

ພະລັງງານ ແລະ ແສງສະຫວ່າງ: ໄມ້ຊະນິດນີ້ຖືກເກັບມາໃຊ້ເປັນເຊື້ອເພີງ [1], [8],ແລະ ເສດໄມ້ທີ່ເຫຼືອກໍສາມາດນຳມາຜະລິດເປັນຖ່ານທີ່ມີຄຸນນະພາບດີໄດ້. ນອກຈາກນີ້, ມັນຍັງສາມາດນຳໄປປຸງແຕ່ງເປັນເນື້ອເຍື່ອເຈ້ຍ, ແລະ ຕົ້ນໄມ້ຊະນິດນີ້ຍັງມີຄຸນສົມບັດທີ່ໂດດເດັ່ນໃນດ້ານຄວາມທົນທານຕໍ່ໄຟ [9].

ກິດຈະກຳການປູກຝັງ: ການໃຊ້ນ້ຳມັນ ແລະ ຢາງເປັນປຸ໋ຍພືດສົດ [8],ໃນຂະນະທີ່ໃບຖືກນຳມາໃຊ້ເປັນປຸ໋ຍ ແລະ ອາຫານສັດ [1].

ສີ ແລະ ສານຍ້ອມ: ໄມ້ຊະນິດນີ້ມີສານແທນນິນ (tannins) ເຊິ່ງມີຄຸນສົມບັດຝາດ, ເຮັດໃຫ້ມັນເໝາະສົມສຳລັບນຳມາໃຊ້ໃນການຍ້ອມສີ [9].

ທີມງານພາເຂົ້າລາວປະຕິເສດຕໍ່ການເກັບກ່ຽວ ແລະ ການນຳໃຊ້ຊະນິດພັນທີ່ລະບຸໄວ້ພາຍໃຕ້ກົດໝາຍວ່າດ້ວຍການອະນຸລັກປ່າໄມ້ ແລະ ສັດປ່າຂອງ ສ.ປ.ປ. ລາວ. ຊະນິດພັນເຫຼົ່ານີ້ແມ່ນໄດ້ຮັບການປົກປ້ອງຕາມກົດໝາຍ, ແລະ ການຂຸດຄົ້ນຈາກປະຊາກອນສັດປ່າແມ່ນຖືກຫ້າມພາຍໃຕ້ລະບຽບການແຫ່ງຊາດ.

ການປູກ ການລ້ຽງ
ປູກ ແລະ ທຳມະຊາດ

ພືດຊະນິດນີ້ມີຖິ່ນກຳເນີດທີ່ກະຈາຍເປັນວົງກວ້າງ ແລະ ຍັງມີການປູກໃນພາກສ່ວນອື່ນໆຂອງອາຊີ ແລະ ອາຟຣິກາອີກດ້ວຍ. [8]

ລະດູການເກັບກູ້
ມີນາ, ເມສາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ

ຊະນິດພັນທີມີການປູກ:

ການປູກຝັງ: ພືດຊະນິດນີ້ມັກຂຶ້ນໃນເຂດຮ້ອນທີ່ທົ່ງພຽງ ແລະ ມີຄວາມຊຸ່ມສູງ, ບາງຄັ້ງພົບເຫັນໄດ້ໃນລະດັບຄວາມສູງເຖິງ 850 ແມັດ [1]. ມັກພົບໃນພື້ນທີ່ທີ່ມີແສງແດດສ່ອງເຖິງ ແຕ່ກໍສາມາດທົນຕໍ່ສະພາບທີ່ມີຮົ່ມເງົາບາງສ່ວນໄດ້. ມັກຈະເລີນເຕີບໂຕໄດ້ດີໃນດິນຊາຍທີ່ມີຄວາມເລິກ ແລະ ລະບາຍນ້ຳໄດ້ດີ, ເຖິງແມ່ນວ່າມັນຈະສາມາດປັບຕົວເຂົ້າກັບສະພາບແວດລ້ອມທີ່ຫຼາກຫຼາຍໄດ້ກໍຕາມ. ຄ່າ pH ທີ່ເໝາະສົມທີ່ສຸດແມ່ນ 5–6, ແຕ່ສາມາດທົນຕໍ່ຄ່າ pH ໄດ້ໃນຊ່ວງ 4.5–6.5. [10]

ອຸນຫະພູມ: ພົບພືດຊະນິດນີ້ຢູ່ໃນພື້ນທີ່ທີ່ມີອຸນຫະພູມເວລາກາງເວັນຕະຫຼອດປີຢູ່ລະຫວ່າງ 16–35 ອົງສາ, ເຖິງແມ່ນວ່າສາຍພັນນີ້ສາມາດທົນຕໍ່ອຸນຫະພູມໃນຊ່ວງ 8–35 ອົງສາກໍຕາມ [10].

ປະລິມານນ້ຳຝົນ: ຕ້ອງການປະລິມານນ້ຳຝົນສະເລ່ຍຕໍ່ປີຢູ່ທີ່ 1,700–4,500 ມມ, ແຕ່ສາມາດທົນຕໍ່ລະດັບ 1,300–5,000 ມມ ໄດ້ [10]. ມັກຈະເລີນເຕີບໂຕໄດ້ດີໃນພື້ນທີ່ທີ່ມີ ຫຼື ບໍ່ມີລະດູແລ້ງທີ່ຊັດເຈນ, ໂດຍສະພາບທີ່ເໝາະສົມທີ່ສຸດແມ່ນມີລະດູແຫ້ງແລ້ງປະມານ 3–5 ເດືອນ. ປະລິມານນ້ຳຝົນສະເລ່ຍຕໍ່ປີໃນບາງພາກພື້ນແມ່ນ 1,200–1,700 ມມ [1].

ການຂະຫຍາຍພັນ: ແກ່ນສົດຂອງຕົ້ນໄມ້ແດງມີອັດຕາການງອກປະມານ 72% ໂດຍບໍ່ຈໍາເປັນຕ້ອງຜ່ານຂັ້ນຕອນການກະກຽມເມັດກ່ອນປູກ. ອັດຕາການງອກຈະຫຼຸດລົງຫຼັງຈາກການເກັບຮັກສາເມັດໄວ້ເປັນເວລາ 3 ເດືອນ [1]. ເມັດທີ່ເກັບຮັກສາໄວ້ຄວນຜ່ານການແຊ່ນ້ຳກ່ອນນຳໄປຫວ່ານ ຫຼື ປູກ ໂດຍເລີ່ມຈາກການແຊ່ໃນນ້ຳທີ່ຮ້ອນເກືອບຟົດເປັນເວລາສັ້ນໆ (ໂດຍຕ້ອງລະມັດລະວັງບໍ່ໃຫ້ເມັດສຸກ) ແລະ ຈາກນັ້ນຈຶ່ງແຊ່ໃນນໍ້າອຸ່ນຕໍ່ອີກປະມານ 12–24 ຊົ່ວໂມງ ຈົນກວ່າເມັດຈະດູດຊຶມຄວາມຊຸ່ມ ແລະ ພອງໂຕຂຶ້ນ; ເມັດທີ່ຜ່ານຂັ້ນຕອນນີ້ຈະມີຄວາມສາມາດໃນການງອກສູງ ແລະ ງອກໄດ້ດີເມື່ອນຳໄປປູກໃນບ່ອນທີ່ມີຮົ່ມ ແລະ ໄດ້ຮັບນ້ຳຢ່າງພຽງພໍ. [10]

ເຕັກນິກການປູກ: ເມັດຈະງອກພາຍໃນ 3–4 ມື້ ຫາກຫວ່ານລົງດິນໂດຍກົງ; ແນະນຳໃຫ້ໃຊ້ການຫວ່ານໂດຍກົງ ເນື່ອງຈາກຕົ້ນກ້າບໍ່ທົນທານຕໍ່ການກະທົບກະເທືອນໃນເວລາຢ້າຍຕົ້ນກ້າປູກ, ເຊິ່ງອາດເປັນຍ້ອນການຈະເລີນເຕີບໂຕຢ່າງໄວວາຂອງຮາກແກ້ວ ທີ່ສາມາດຍາວໄດ້ເຖິງປະມານ 30 ຊັງຕີແມັດ ພາຍໃນໄລຍະເວລາ 1–2 ເດືອນ. [10]

ຊະນິດພັນໃນປ່າ:

ໄພຂົ່ມຂູ່: ໄພຂົ່ມຂູ່ທີ່ມີຕໍ່ພືດຊະນິດນີ້ໃນປັດຈຸບັນຍັງບໍ່ທັນຊັດເຈນ. ເຖິງຢ່າງໃດກໍຕາມ, ມັນມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບທາງລົບຈາກການຂະຫຍາຍຕົວຂອງການເຮັດກະສິກຳ ແລະ ການຕັດໄມ້ທຳລາຍປ່າໃນພື້ນທີ່ເຂດກະຈາຍພັນ, ເນື່ອງຈາກມີການປ່ຽນແປງການນຳໃຊ້ທີ່ດິນກຳລັງເພີ່ມຂຶ້ນວ່ອງໄວໃນບັນດາປະເທດທີ່ເປັນຖິ່ນກຳເນີດຂອງມັນ. ການຕັດໄມ້ຊະນິດນີ້ກໍອາດເປັນໄພຂົ່ມຂູ່ທີ່ອາດເກີດຂຶ້ນໄດ້ເຊັ່ນກັນ. ຈຳເປັນຕ້ອງມີຂໍ້ມູນເພີ່ມເຕີມເພື່ອປະເມີນຂອບເຂດ ແລະ ຜົນກະທົບຂອງກິດຈະກຳເຫຼົ່ານີ້ທີ່ມີຕໍ່ພືດຊະນິດດັ່ງກ່າວ. [8]

ການຕິດຕາມປະຊາກອນ: ບໍ່ມີຂໍ້ມູນກ່ຽວກັບຈຳນວນປະຊາກອນສະເພາະຂອງຊະນິດພັນນີ້. ຕົ້ນໄມ້ຊະນິດນີ້ຖືກຕັດເພື່ອເອົາໄມ້ ແລະ ພົບເຫັນຢູ່ໃນເຂດທີ່ມີອັດຕາການສູນເສຍປ່າໄມ້ສູງ, ເຊິ່ງຊີ້ໃຫ້ເຫັນວ່າຈຳນວນປະຊາກອນອາດຈະກຳລັງຫຼຸດລົງ. ເຖິງຢ່າງໃດກໍຕາມ, ຍັງຕ້ອງການຂໍ້ມູນເພີ່ມເຕີມເພື່ອຢືນຢັນແນວໂນ້ມດັ່ງກ່າວ. [8]

ການເກັບກູ້ແບບຍືຍຍົ:

ຊະນິດພັນນີ້ໄດ້ຮັບການອະນຸລັກຮັກສາໄວ້ໃນແຫຼ່ງເກັບຮັກສາພັນພືດນອກຖິ່ນກຳເນີດ (ex-situ collections) ຈຳນວນ 6 ແຫ່ງ. ມັນໄດ້ຖືກກຳນົດໃຫ້ເປັນຊະນິດພັນທີ່ມີຄວາມສຳຄັນບຸລິມະສິດ ໂດຍໂຄງການຊັບພະຍາກອນພັນທຸກຳປ່າໄມ້ພາກພື້ນອາຊີ ແລະ ປາຊີຟິກ (Asian and Pacific Forest Genetic Resources Programme), ເຊິ່ງເປັນໂຄງການທີ່ດຳເນີນງານເພື່ອເສີມສ້າງວຽກງານການອະນຸລັກ ແລະ ສົ່ງເສີມການນຳໃຊ້ຊັບພະຍາກອນພັນທຸກຳປ່າໄມ້ຢ່າງຍືນຍົງໃນທົ່ວພາກພື້ນ. [8]

ໂຄງການ "ຕົ້ນແດງ" ເປັນສ່ວນໜຶ່ງຂອງໂຄງການແນວພັນໄມ້ລາວ (Lao Tree-Seed Project) ເຊິ່ງມີຈຸດປະສົງເພື່ອສົ່ງເສີມການປູກປ່າຄືນໃໝ່ໃນເຂດທີ່ໄດ້ຮັບຜົນກະທົບຈາກການຕັດໄມ້ທຳລາຍປ່າຢ່າງໜັກໜ່ວງ ແລະ ຟື້ນຟູພັນໄມ້ພື້ນເມືອງໂດຍຜ່ານການປູກຄືນໃໝ່ແບບມີເປົ້າໝາຍ. [8]

ກົດໝາຍ ແລະ ນະໂຍບາຍ: ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ). [11]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ລິ້ງອື່ນໆ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,