ເລກລຳດັບທີ: 495
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕີນເປັດ
Tin Pet
Alstonia scholaris (L.) R. Br.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕີນເປັດ, ຈາບາ, ພະຍາຊາຕາບານ, ຕີນເປັດຂາວ, ບາ-ຊາ, ປູ-ລາ, ຊາຕາບານ. ຫວຽດນາມ: ມົ້ວ ກົວ, ໂມ້ກົວ, ເຊືອ, ນັງຕລັງ. ກຳປູເຈຍ: ໂປປີນເຄະ. ຈີນ: ຕັງ ຈຽວ ຊູ. ອັງກິດ: pulai, devil tree, blackboard tree, devil’s bark, milky pine, white cheese wood, pagoda tree. (Thai: teen pet, chaba, phayasataban, tin pet khao, ba-sa, pu-la, sattaban Vietnamese: mua cua, mo cua, sua, nangtrung Cambodian: popeal khe Chinese: tang jiao shu English: pulai, devil tree, blackboard tree, devil’s bark, milky pine, white cheesewood, pagoda tree)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Apocynaceae
ສະກຸນ
Alstonia
ຊະນິດ
Alstonia scholaris
ຊື່ພ້ອງ
Echites scholaris L.
ບັນຍາຍລັກສະນະທາງພືດສາດ
ຕົ້ນຕີນເປັດ ເປັນໄມ້ຫຼົ່ນໃບເລັກນ້ອຍ, ສູງເຖິງ 40 ມ ແລະ ມີໜ້າຕ້າງເຖິງ 75 ຊມ, ລຳຕົ້ນ ມັກເປັນຮ່ອງຫຼຸບວໍ້າເຂົ້າຢູ່ສ່ວນກົກ. ໃບເກີດເປັນວຽນ ແຕ່ 4 ຫາ 8 ໃບ ແລະ ມີຂະໜາດ 4-32 x 1.2-8.7 ຊມ. ຊໍ່ດອກເປັນຂົນ, ຍາວ 3-10 ຊມ, ແລະ ມີດອກສີຂາວ-ຂຽວ ທີ່ມີກິ່ຫອມ ຫຼາຍໆດອກເກີດເປັນຈຸ້ມຢູ່ປາຍກິ່ງ, ແຕ່ລະດອກຍາວ 1 ຊມ. ໝາກເກີດເປັນເປັນຝັກຄູ່, ແຕກອ້າອອກເປັນສອງງີມ, ຂະໜາດ 20-56 x 2-3 ຊມ, ມີແກ່ນຫຼາຍ (ຂະໜາດ 3.9-7.5 x 1.4-1.9 ມມ) ແຕ່ລະແກ່ນ ມີຂົນ (ຍາວ 1-2 ມມ) ເກີດເປັນປຸ້ມຢູ່ແຕ່ລະສົ້ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ III (ຍືນຍົງ / ທົ່ວໄປ)
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ, ສິ່ງປູກສ້າງ

ໝາກ ແລະ ຮາກ ຂອງຕົ້ນຕີນເປັດ ນຳໃຊ້ເຮັດຢາແຜນບູຮານ ດື່ມເພື່ອລົດໄຂ້ຮ້ອນ, ປົວພະຍາດຖອກທ້ອງ ແລະ ພະຍາດມາເລເລຍ ແລະ ປົວອາການປວດອະໄວຍະວະສືບພັນຊາຍ, ອາການເຈັບຫົວ ແລະ ປອດບວມ. ສານສະກັດຈາກເປືອກຂອງມັນ ມີຄຸນສົມບັດຕ້ານພະຍາດມະເລັງ, ລົດຜ່ອນທາດນໍ້າຕານຢູ່ໃນເລືອດ ແລະ ບັນເທົາອາການປວດຂໍ້ຕ່າງໆ. ຢາງຂາວຂອງມັນ ສາມາດໃຊ້ທາບາດເພື່ອໄລ່ໜອນອອກ ແລະ ສາມາດໃຊ້ຜະລິດຊີວິງໂກມ (chewing gum) ຄຸນນະພາບດີ. ໃບຂອງມັນນຳໃຊ້ເຂົ້າໃນການປົວໂລກຫອນໄກ່ (syphilis) ແລະ ປົວບວມ. ຢູ່ປະເທດວຽດນາມ, ເຂົາເຈົ້າເຜົາໃບແຫ້ງ ຫຼື ໃບດິບ ໃສ່ກ້ອງຕຽງຂອງແມ່ຍີງທີ່ອອກລູກໃໝ່ ແລ້ວເອົາທາໃສ່ຫຼັງແມ່ລູກອ່ອນ ເພື່ອກະຕຸ້ນເຮັດໃຫ້ມີນໍ້ານົມ. ເປືອກຂອງມັນໃຫ້ເສັ້ນໃຍ, ຕົ້ນຂອງມັນປູກເປັນຕົ້ນໄມ້ປະດັບ ແລະ ເປັນໄມ້ຟືນທີ່ດີ. ບາງເທື່ອເພີ່ນກໍ່ໃຊ້ຖ່ານໄມ້ຕີນເປັດນີ້ຕຳເຮັດໝື້ປືນ ແລະ ກໍ່ເຄີຍຖືກໃຊ້ເຮັດແຜ່ນກະດານດຳຂຽນ ຕາມໂຮງຮຽນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,