ເລກລຳດັບທີ: 4917
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-08-20
ເສືອດາວ
Asian Golden Cat
Catopuma temminckii (Vigors & Horsfield, 1827)
ສັດ
ສັດລ້ຽງລູກດ້ວຍນົມ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Golden Cat, Temminck's Cat, Temminck's golden cat and Temminck’s Cat.)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Mammalia
ອັນດັບ
Carnivora
ຊື່ສະກຸນ
Felidae
ສະກຸນ
Catopuma
ຊະນິດ
Catopuma temminckii (Vigors & Horsfield, 1827)
ຊະນິດຍ່ອຍ
Catopuma temminckii moormensis
Catopuma temminckii temminckii
ຊື່ພ້ອງ
Felis temminckii Vigors & Horsfield, 1827
Pardofelis temminckii (Vigors & Horsfield, 1827) Johnson et al., 2006
Pardofelis temminckii (Vigors & Horsfield, 1827)
Profelis temminckii (Vigors & Horsfield, 1827) Pocock, 1932
Felis moormensis var. nigrescens (Hodgson, 1896) Pousargues, 1896
Felis nigrescens Gray, 1863
Felis semenovi Satunin, 1905
Felis temminckii badiodorsalis Howell, 1926
Felis temminckii bansei Sowerby, 1924
Felis temminckii mitchelli Lydekker, 1908
ບັນຍາຍລັກສະນະທາງພືດສາດ

ລັກສະນະທົ່ວໄປ: ນີ້ແມ່ນແມວປ່າຂະໜາດກາງ ທີ່ມີລຳຕົວແຂງແຮງທີ່ແຂງແກ່ງ. ຂາ ແລະ ຫາງຍາວ, ຫົວຂ້ອນຂ້າງນ້ອຍ, ມີດັງທີ່ໃຫຍ່ ແລະ ໜາ.

ຫົວ: ມີແຖບສີຂາວ ຫຼື ສີເຫຼືອງອອ່ນບໍລິເວນແກ້ມ, ຂອບສີດຳ, ມີແຖບສີຂາວຊັດເຈນບໍລິເວນມຸມຕາດ້ານໃນ ແລະ ຂອບດ້ານລຸ່ມຂອງຕາ, ຄາງສີຂາວ. ດັງ (ແຜ່ນຮອງດັງ) ມີສີເນື້ອຂອບເທິງສີດຳ.

ຕາ: ມ່ານຕາເປັນສີຂຽວປົນສີເທົາ ຫຼື ສີເຫຼືອງ, ຮູມ່ານຕາແຄບລົງເປັນຮູບວົງຮີ ຫຼື ວົງກົມແນວຕັ້ງ (ບໍ່ແມ່ນຮອຍກີດ).

ຫູ: ມີຮູບຊົງກົມ, ດ້ານຫຼັງຂອງໃບຫູເປັນສີດຳ, ມີຈຸດສີຂາວຈືດຢູ່ບໍລິເວນກາງ (ບໍ່ແມ່ນຈຸດທີ່ເຫັນໄດ້ຊັດເຈນ).

ຂາ ແລະ ຕີນ: ຂາໜາ ແລະ ຍາວ, ປາຍຂາເປັນອຸ້ງຕີນຂະໜາດໃຫຍ່ ແລະ ມີແຜ່ນຮອງນຸ້ມ.

ຫາງ: ມີຄວາມຍາວປະມານເຄິ່ງ ຫາສອງໃນສາມຂອງຄວາມຍາວລຳຕົວ ສ່ວນປາຍຫາງດ້ານລຸ່ມຈະມີສີຂາວ, ໃນຂະນະທີປາຍຫາງຈະມີສີເຂັ້ມ.

ຂົນ: ຂົນຍາວປານກາງ, ໜາ ແລະ ຂ້ອນຂ້າງຍາບ ເມື່ອສຳພັດ, ຂົນບໍລິເວນຫຼັງຄໍ ແລະ ລຳຄໍຮຽງຕົວໄປໃນທິດທາງປົກກະຕິ (ບໍ່ຊີ້ຍ້ອນກັບ), ສີຂົນແຕກຕ່າງກັນຫຼາຍໃນແຕ່ລະຕົວ, ລຳຕົວສ່ວນເທິງອາດເປັນສີແດງ, ສີນ້ຳຕານ ຫຼື ສີເທົາລ້ວນ ຫຼື ມີຈຸດລາຍໜາແໜ່ນ, ໜ້າເອິກ, ທ້ອງ ແລະ ຂາດ້ານໃນ ເປັນສີຄີມ ຫຼື ຂາວ, ມັກມີຈຸດສີດຳທີ່ມີຄວາມຊັດເຈນແຕກຕ່າງກັນ.

ຂະໜາດລຳຕົວ: ຄວາມຍາວລຳຕົວ 75-105 ຊມ, ຄວາມຍາວຫາງ 49-56 ຊມ. ຄວາມຍາວຕີນຫຼັງປະມານ 17-18 ຊມ. ນ້ຳໜັກຕົວປະມານ 7-15 ກກ.

ເພດຜູ້ ແລະ ເພດແມ່: ລັກສະນະພາຍນອກຂອງເພດຜູ້ ແລະ ເພດແມ່ແນວໂນ້ມວ່າຈະມີຂະໜາດຕົວທີ່ນ້ອຍກ່ວາ ແລະ ນ້ຳໜັກເບົາກ່ວາເລັກນ້ອຍ.

ລູກເສືອດາວ (ໄວໜຸ່ມ): ລູກເສືອດາວຈະມີສີເຂັ້ມກ່ວາຕົວເຕັມໄວ, ເມື່ອອາຍຸ 6 ອາທິດຈະມີນ້ຳໜັກປະມານ 750 ກຼາມ ແລະ ເມືອອາຍຸ 3 ເດືອນ ຈະມີນ້ຳໜັກປະມານ 1,5-2 ກິໂລກຼາມ.

ແຫຼ່ງທີ່ມາ: [1]

ພຶດຕິກຳ: ເສືອດາວເປັນສັດຫວງຖິ່ນ ແລະ ມັກຢູ່ໂດດດ່ຽວ, ຍົກເວັ້ນຊ່ວງລະດູປະສົມພັນ. ມີການລາຍງານມາກ່ອນໜ້ານີ້ລະບຸວ່າພວກມັນເປັນຫາກິນກາງຄືນ ແລະ ປີນໄຕ່ເກັ່ງ [2], ແຕ່ການສຶກສາໃນພາຍຫຼັງສະແດງໃຫ້ເຫັນວ່າພວກມັນສ່ວນໃຫຍ່ອອກຫາກິນໃນເວລາກາງເວັນ ແລະ ຄ່ຳ ໂດຍມີກິດຈະກຳສູງສຸດ ໃນຊ່ວງຕອນເຊົ້າ (8:00–10:00 ເຊົ້າ) ແລະ ຊ່ວງແລງ (4:00–6:00 ໂມງແລງ). ລະດັບກິດຈະກຳສູງສຸດໃນເດືອນກໍລະກົດ ແລະ ຕ່ຳສຸດໃນເດືອນມີນາ. [3]

ອາຫານ: ເສືອດາວລ່າເຫຍື່ອຫຼາກຫຼາຍຊະນິດ ລວມທັງນົກ, ກະຕ່າຍ, ໜູ, ສັດເລືອຄານ ແລະ ສັດຕີນກີບຂະໜາດນ້ອຍ ເຊັ່ນ ກວາງມຸນເຈັກ (muntjacs) ແລະ ລູກກວາງແຊມບາ (sambar). ພວກມັນສາມາດຂ້າສັດທີ່ໃຫຍ່ກ່ວາຕົວເອງໄດ້ ເຊັ່ນ ລູກຄວາຍບ້ານ ແລະ ມີລາຍງານວ່າພວກມັນລ່າ ກວາງ (ghoral) [2]. ການລ່າຂອງພວກມັນເປັນແບບສວຍໂອກາດ ມັກປະກອບດ້ວຍເຫຍື່ອຂະໜາດນ້ອຍ ເຊັ່ນ ກະຮອກດິນ ຫຼື ກະຮອກອິນດູຈີນ, ກວາງ ແລະ ງູ, ລວມທັງໜູ, ນົກ, ສັດເລືອຄານ ແລະ ລູກກະຕ່າຍ. [4]

ການສືບພັນ: ເສືອດາວເພດແມ່ຈະເຂົ້າສູ່ໄວຈະເລີນພັນເມືອອາຍຸ 18-24 ເດືອນ ໃນຂະນະທີ່ເພດຜູ້ຈະເຂົ້າສູ່ໄວຈະເລີນພັນເມື່ອອາຍຸປະມານ 24 ເດືອນ. ການເປັນສັດ (ພ້ອມປະສົມພັນ) ເກີດຂ້ນທຸກໆ 39 ວັນ ໂດຍສັງເກດຈາກການເຮັດເຄື່ອງໝາຍ ໂດຍກິ່ນ ແລະ ການສະແດງທ່າທາງພ້ອມປະສົມພັນ. ການປະສົມພັນກ່ຽວຂ້ອງກັບການທີ່ຕົວຜູ້ໃຊ້ແຂ້ວກັດບໍລິເວນຄໍຂອງຕົວແມ່. ຫຼັງຈາກຖືພາ 78-80 ວັນ, ຕົວແມ່ຈະເກີດລູກ 1-3 ໂຕໃນພື້ນທີ່ກຳບັງ. ລູກເສືອດາວມີນ້ຳໜັກແລກເກີດ 220-250 ກຼາມ ແລະ ຈະໃຫຍ່ຂື້ນສາມເທົ່າພາຍໃນ 8 ອາທິດ ໂດຍຈະມີລວດລາຍຂົນຄ້າຍແມວໂຕເຕັມໄວ, ຈະມືນຕາຫຼັງຈາກ 6-12 ວັນ. ໃນກົງລ້ຽງເສືອດາວແຕ່ລະໂຕຈະມີອາຍຸຍືນໄດ້ຮອດ 20 ປີ. [2], [4]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Bangladesh; Bhutan; Cambodia; China; India; Indonesia; Lao People's Democratic Republic; Malaysia; Myanmar; Nepal; Thailand. Possibly Extinct in Viet Nam and Extinct in Singapore. [5], [6]

Global distribution of Catopuma temminckii between 1905 to 2025. Source: [7]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້

ຂໍ້ມູນຈາກການບັນທຶກ GBIF ລະບຸຖິ່ນທີ່ຢູ່ຂອງສາຍພັນນີ້ຢູ່ໃນເຂດອຸທິຍານແຫ່ງຊາດນ້ຳກະດິງ, ເມືອງປາກະດິງ ແລະ ເມືອງຄຳເກີດ, ແຂວງ ບໍລິຄຳໄຊ; ເຂດອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ ເຊິ່ງກວມເອົາພື້ນທີ່ເມືອງ ນາກາຍ, ຍົມມະລາດ ແລະ ເມືອງ ບົວລະພາ, ແຂວງຄຳມ່ວນ; ເຂດອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ເຊິ່ງກວເອົາພື້ນທີ່ເມືອງຊຳເໜືອ, ຫົວເມືອງ, ວຽງໄຊ, ເມືອງຫ້ຽມ ແລະ ເມືອງ ແອດ, ແຂວງຫົວພັນ; ເມືອງວຽງຄຳ ແຂວງຫຼວງພະບາງ; ເມືອງຄຳ ແຂວງຊຽງຂວາງ ແລະ ເມືອງຜົງສາລີ, ເມືອງຜົງສາລີ. [7]

ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ປ່າໂຄກ, ປ່າປູກ, ຜາ, ທົ່ງຫຍ້າ

ເສືອດາວມີຄວາມກ່ຽວຂ້ອງກັບປ່າໜາທຶບ ແລະ ພົບໄດ້ໃນເຂດຮ້ອນ, ເຄິ່ງເຂດຮ້ອນ, ປ່າເຄິ່ງປ່າຟຸ່ມ ແລະ ຖິ່ນທີ່ຢູ່ອາໃສເສື່ອມໂຊມ [3], [5], [6]. ມີການບັນທຶກຈາກປ່າເປີດໂລ່ງ ເຊັ່ນປ່າປ່ຽນໃບແຫ້ງຂ້ອນຂ້າງຫາຍາກ, ພົບເຫັນໄດ້ເປັນຄັ້ງຄາວໃນພື້ນທີ່ປ່າເປີດທີ່ໃກ້ຄຽງ ລວມທັງຟຸ່ມໄມ້, ທົ່ງຫຍ້າ, ປ່າຟຸ່ມເຂດເນີນສູງ ແລະ ພື້ນທີ່ຜາຫີນ. ກ້ອງດັກຈັບຍັງບັນທຶກພາບຂອງພວກມັນໃກ້ສວນປາມນ້ຳມັນ ແລະ ສວນກາແຟເທິງເກາະສຸມາຕຣາ [3]. ສາຍພັນນີ້ຄວບຄຸມຊ່ວງລະດັບຄວາມສູງທີ່ກວ້າງ ໂດຍສະເພາະໃນພູເຂົາຫິມາໄລຕາເວັນອອກ, ຕັ້ງແຕ່ຕ່ຳກ່ວາ 100 ແມັດ ຫາປະມານ 4,600 ແມັດ ເໜືອລະດັບນ້ຳທະເລ. [3], [5], [6]

ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງສູນພັນ
ຊະນິດພັນ CITES
ບັນຊີທີ່ I
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
N/A
ບັນຊີໄມ້
N/A

ບັນຊີ IUCN: ສັດຊະນິດນີ້ຖືກຈັດຢູ່ໃນກຸ່ມສ່ຽງຕໍ່ການສູນພັນພາຍໃຕ້ເກນ A2cd, ໂດຍພິຈາລະນາຈາກຈຳນວນປະຊາກອນ ແລະ ພື້ນທີ່ຢູ່ອາໃສທີ່ຄາດວ່າຈະຫຼຸດລົງ ໃນຊ່ວງສາມຊົ່ວອາຍຸຄົນທີ່ຜ່ານມາ (20 ປີ). ສັດຊະນິດນີ້ຖືກຈຳກັດໃຫ້ຢູ່ໃນ “ພື້ນທີ່ລົບໄພ” ຫຼາຍຂື້ນ (ພູເຂົາຫິມາໄລຕາເວັນອອກ, ໄທ, ມາເລເຊຍ, ສຸມາຕຣາ) ການຄາດການການຫຼຸດລົງຂອງພື້ນທີ່ຫາກິນ (AOO) ຮ້ອຍລະ 10 ໃນອີກສາມຊົ່ວອາຍຸຄົນ ຂ້ອນຂ້າງບໍ່ໜ້າຈະເຮັດໃຫ້ຈັດຢູ່ໃນເກນ A3. [5], [6]

ບັນຊີ CITES: ເສືອດາວ ຈັດຢູ່ໃນບັນຊີທີ່ I ຂອງ CITES, ເຊິ່ງໝາຍຄວາມວ່າໄດ້ຮັບການຄຸ້ມຄອງທາງການຄ້າໃນລະດັບສູງສຸດລະຫວ່າງປະເທດ, ກົດໝາຍນີ້ຫ້າມການຄ້າສັດທີ່ມີຊີວິດ, ໜັງ ຫຼື ຊິ້ນສ່ວນຕ່າງໆ ໃນທາງການຄ້າ ໂດຍມີຂໍ້ຍົກເວັ້ນຈຳກັດ ສຳຫຼັບການໃຊ້ງານ ທີ່ບໍ່ແມ່ນທາງການຄ້າ ເຊັ່ນ ການສຶກສາທາງວິທະຍາສາດ. ເສືອດາວໄດ້ຮັບການຍອມຮັບເຂົ້າກັບບັນຊີທີ່ I ຂອງ CITES ໃນປີ 1975 ໃນຊ່ວງປີທຳອິດ ຂອງການດຳເນີນການຕາມອານຸສັນຍາ ເຊິ່ງສະທ້ອນໃຫ້ເຫັນເຖິ່ງຄວາມອອ່ນໄຫວ ຕໍ່ແຮງກົດດັນທາງການຄ້າລະຫວ່າງປະເທດ. [1]

ບັນຊີລາຍຊື່ສັດປ່າຂອງລາວ, 2024: ໃນລາວ ເສືອດາວ ຖືກຈັດຢູ່ໃນປະເພດທີ່ I ຂອງສັດຫວງຫ້າມ ຕາມກົດໝາຍວ່າດ້ວຍສັດປ່າ ແລະ ສັດນ້ຳຂອງລາວ. ໝາຍຄວາມວ່າໄດ້ຮັບການຄຸ້ມຄອງຢ່າງເດັດຂາດທົ່ວປະເທດ, ການລ່າ, ການຈັບ, ການຄ້າ, ການຂົນສົ່ງ ຫຼື ການຄອບຄອງຕົວທີ່ມີຊີວິດ ແລະ ສິ້ນສ່ວນຂອງຮ່າງກາຍ. ໄດ້ຮັບການຍອມຮັບຕາມກົດໝາຍໃນປະເທດລາວວ່າ ເປັນສັດຕ້ອງຫ້າມບັນຊີທີ່ I ນັບຕັ້ງແຕ່ມີການນຳໃຊ້ກົດໝາຍສັດປ່າ ແລະ ສັດນໍ້າຂອງລາວ ມາໃຊ້ໃນປີ 2007, ເຊິ່ງມີຜົນບັງຄັບໃຊ້ໃນ ເດືອນມີນາ 2008. ສາຖານະນີ້ໄດ້ຮັບການຍືນຍັນອີກຄັ້ງໃນກົດໝາຍຄຸ້ມຄອງສັດປ່າຂອງລາວ ສະບັບແກ້ໄຂທີ່ໄດ້ຮັບການອານຸມັດຈາກສະພາແຫ່ງຊາດໃນ ເດືອນກໍລະກົດ 2023 ແລະ ປະກາດໃຊ້ໃນເດືອນ ສິງຫາ 2023. [8]

ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ຫ້າມນຳໃຊ້

ຂໍ້ຫ້າມໃນການນຳໃຊ້:

ບັນຊີ CITES: ການໃຊ້ປະໂຫຍດເພື່ອການບໍລິໂພກທຸກຮູບແບບ (ໜັງ, ກະດູກ, ການລ່າ) ຖືກຈຳກັດຢ່າງເຂັ້ມງວດ ຫຼື ຫ້າມພາຍໃຕ້ບັນຊີທີ່ I ຂອງ CITES ການໃຊ້ປະໂຫຍດທີ່ບໍ່ແມ່ນໃຊ້ເພື່ອການບໍລິໂພກ (ການທ່ອງທ່ຽວທາງນິເວດ, ສັນຍາລັກທາງວັດທະນະທຳ, ບົດບາດທາງນິເວດວິທະຍາ) ໄດ້ຮັບການສົ່ງເສີມໃຫ້ເປັນທາງເລືອກທີ່ຍືນຍົງ. [1]

ກົດໝາຍລາວ: ພາຍໃຕ້ກົດໝາຍວ່າດ້ວຍສັດປ່າ ແລະ ສັດນ້ຳຂອງລາວ ເສືອດາວ (Catopuma temminckii) ຖືກຈັດຢູ່ໃນບັນຊີທີ່ I (ປະເພດທີ່ I ເປັນສັດຫວງຫ້າມ) ເຊິ່ງເປັນລະດັບການຄຸ້ມຄອງສູງສຸດໃນລາວ ທຽບເທົ່າກັບການຫ້າມທີ່ເຂັ້ມງວດທີ່ສຸດ. [9]

  • ຫ້າມລ່າ ຫຼື ຈັບ: ບຸກຄົນທົ່ວໄປຫ້າມຂ້າ, ດັກຈັບ ຫຼື ລ່າເສືອລາຍຫີນອອ່ນ ເດັດຂາດ.
  • ຫ້າມຄ້າຂາຍ ຫຼື ຂົນສົ່ງ: ການຂາຍ, ການຊື້, ການຂົນສົ່ງ ຫຼື ການແລກປ່ຽນເສືອລາຍຫີນອອ່ນ ຫຼື ສິ້ນສ່ວນຂອງເສືອລາຍຫີນອອ່ນເປັນສິ່ງຜິດກົດໝາຍ.
  • ຫ້າມຄອບຄອງ: ການລ້ຽງເສືອລາຍຫີນອອ່ນ ບໍ່ວ່າຈະຍັງມີຊີວິດຢູ່ ຫຼື ຕາຍແລ້ວ ຫຼື ສິ້ນສ່ວນໃດໆ ຂອງຮ່າງກາຍຂອງມັນ ຖືເປັນສິ່ງຕ້ອງຫ້າມ.
  • ຫ້າມນຳໃຊ້ໃນຜະລິດຕະພັນ: ໜັງ, ກະດູກ ຫຼື ອານຸພັນອື່ນໆ, ຫ້າມນຳໄປໃຊ້ເພື່ອການຄ້າ ຫຼື ສ່ວນບຸກຄົນ.
  • ບົດລົງໂທດທີ່ເຂັ້ມງວດ: ການຝ່າຝືນອາດສົ່ງຜົນໃຫ້ຖືກປັບເປັນຈຳນວນຫຼາຍ ແລະ ຕິດຄຸກຕາມກົດໝາຍລາວ.

ທີມງານຂອງພາເຂົ້າລາວຂໍປະຕິເສດຢ່າງເດັດຂາດຕໍ່ການລ່າ ຫຼື ການໃຊ້ສັດປ່າ ຫຼື ສັດສາຍພັນທີ່ໃກ້ສູນພັນ ເຊິ່ງຖືກລະບຸວ່າເປັນສັດຕ້ອງຫ້າມໃນລາຍຊື່ລະຫວ່າງປະເທດ ຫຼື ໃນກົດໝາຍຂອງ ສປປ ລາວ.

ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ

ຊະນິດພັນໃນປ່າ:

ສະພາບໂດຍລວມ: ເສືອດາວອາຊີຈັດຢູ່ໃນບັນຊີທີ່ I ຂອງ CITES ແລະ ໄດ້ຮັບການຄຸ້ມຄອງໂດຍກົດໝາຍລະດັບຊາດ, ແຕ່ການບັງຄັບໃຊ້ກົດໝາຍຍັງອອ່ນແອ ເນື່ອງຈາກຊັບພະຍາກອນມີຈຳກັດ ແລະ ບັນຫາດ້ານການຄຸ້ມຄອງ. ພື້ນທີ່ປ່າສະຫງວນເປັນມາດຕະການປ້ອງກັນຫຼັກ ແລະ ການປັບປຸ່ງການຈັດການພື້ນທີ່ປ່າສະຫງວນເຮັດໄດ້ງ່າຍກ່ວາ ການຂະຫຍາຍພື້ນທີ່ປ່າສະຫງວນ. ເນື່ອງຈາກຖິ່ນທີ່ຢູ່ອາໃສສ່ວນໃຫຍ່ຢູ່ໃນພື້ນທີ່ຂ້າມພົບແດນ ຈຶ່ງຄວນລວມສາຍພັນນີ້ໄວ້ໃນແຜນການອານຸລັກຂ້າມພົມແດນ. [5], [6]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ເສືອດາວພົບກະໄພຂົ່ມຂູ່ທີ່ຮ້າຍແຮງ, ແຮງກົດດັນຫຼັກຄືການສູນເສຍຖິ່ນທີ່ຢູ່ອາໃສ ແລະ ການລ່າສັດຜິດກົດໝາຍ. ເນື່ອງຈາກເປັນສັດທີ່ອາໃສປ່າໄມ້ ຈຶ່ງໄດ້ຮັບຜົນກະທົບຈາກການທຳລາຍປ່າ ທີ່ເກີດຈາກການເຮັດກະສິກຳ, ການຕັດໄມ້, ເຮັດເໝືອງ ແລະ ໂຄງການສ້າງພື້ນຖານໂຄງລ່າງ. ການຕັດໄມ້ທຳລາຍປ່າມັກເຮັດໃຫ້ເກີດການລ່າສັດເພີ່ມຂື້ນ ບໍ່ວ່າຈະແມ່ນຄົນງານ ຫຼື ການເຂົ້າເຖິ່ງພື້ນທີ່ໃຫມ່ຂອງກຸ່ມທີ່ລັກລອບລ່າສັດ. ການແຕກແຍກຂອງຖິ່ນທີ່ຢູ່ອາໃສຫຼຸດການເຊື່ອມຕໍ່ ເຮັດໃຫ້ຄວາມຢູ່ລອດຂອງປະຊາກອນຫຼຸດລົງ. ໄພຂົ່ມຂູ່ອື່ນໆ ທີ່ອາດເກີດຂື້ນໄດ້ແກ່ ການຂ້າເພື່ອແກ້ແຄ້ນຫຼັງຈາກການທຳລາຍສັດລ້ຽງ, ການຫຼຸດລົງຂອງເຫຍື່ອ ແລະ ການປະສົມພັນໃນສາຍເລືອດດຽວກັນ. ບັນຫາເຫຼົ່ານີ້ເປັນບັນຫາທີ່ເກີດຂື້ນສະເພາະບາງພື້ນທີ່ ແລະ ຈຳເປັນຕ້ອງມີການສຶກສາເພີ່ມເຕີມ. [5], [6]

ການຕິດຕາມປະຊາກອນ: ປະຊາກອນຂອງເສືອດາວທົ່ວໂລກຄາດວ່າມີປະມານ 7,000 ຕົວເຕັມໄວ ເຖິ່ງວ່າຄວາມເປັນໄປໄດ້ອາດຮອດ (1,000-12,000 ຕົວ). ຈາກການຄາດການວ່າຫຼຸດລົງ 34% ໃນຊ່ວງ 20 ປີ ທີ່ຜ່ານມາ, ປະຊາກອນໃນປີ 2000 ມີຢູ່ປະມານ 10,000 ຕົວ (1,000 ຫາ 18,000 ຕົວ). ເຊິ່ງຊີ້ໃຫ້ເຫັນວ່າມີການສູນເສຍສະເລ່ຍປີລະ 150 ຕົວເຕັວໄວ. [5], [6]

ກົດໝາຍ ແລະ ນະໂຍບາຍ:

1. ຂໍບັງຄັບພາຍໃຕ້ກົດໝາຍໃນບັນຊີທີ່ I ຂອງ CITES:

  • ຂໍ້ຫ້າມໃນການຄ້າຂາຍເຂົາແຮດທົ່ວໂລກ: ບໍ່ມີຕະຫຼາດລະຫວ່າງປະເທດທີ່ຖືກົດໝາຍສຳຫຼັບເຂົາແຮດນໍດຽວ ຫຼື ອານຸພາກຕ່າງໆຂອງແຮນໍດຽວ.
  • ຂໍ້ຈຳກັດໃນການເພາະລ້ຽງໃນກົງ: ການເຄື່ອນຫຍ້າຍສັດແຕ່ລະຕົວເພື່ອວັດຖຸປະສົງໃນການອານຸລັກ ຈະຕ້ອງໄດ້ຮັບການຄວບຄຸມ ແລະ ອານຸຍາດຢ່າງເຂັ້ມງວດພາຍໃຕ້ CITES.
  • ລຳດບຄວາມສຳຄັນໃນການບັງຄັບໃຊ້ກົດໝາຍ: ປະເທດຕ່າງໆ (ເຊັ່ນ: ອິນໂດເນເຊຍ) ຈຳເປັນຕ້ອງຖືວ່າການລ່າສັດ ແລະ ການຄ້າສັດປ່າຜິດກົດໝາຍເປັນອາດສະຍາກຳທີ່ຮ້າຍແຮງກ່ຽວກັບສັດປ່າ.

ແຫຼ່ງຂໍ້ມູນ: [1]

2. ກົດໝາຍລາວ:

ບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ຖືກຫ້າມບໍ່ໃຫ້ມີການກະທຳໃດໆຕໍ່ໄປນີ້:

  1. ການສະເໜີສິນບົນ ຫຼື ເປັນຕົວກາງໃນການສະເໜີ ຫຼື ຮັບສິນບົນ.
  2. ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ
  3. ການຄອບຄອງ, ຊື້-ຂາຍ, ລ່າ, ນຳເຂົ້າ-ສົ່ງອອກ ຫຼື ການເຄື່ອນຫຍ້າຍສັດປ່າຢ່າງຜິດກົດໝາຍ ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ.
  4. ການທາລຸນນະກຳສັດທຸກຮູບແບບ
  5. ການມີສ່ວນຮ່ວມໃນການຜະລິດ ນຳເຂົ້າ, ຈຳນ່າຍ ແລະ ໃຊ້ອາວຸດລ່າສັດ ຫຼື ເຄື່ອງມືທີ່ມີລັກສະນະທຳລາຍລ້າງ ເຊັ່ນ ອຸປະກອນລະເບີດ, ສານເຄມີ, ສານພິດ, ໄຟຟ້າ, ແສງ, ສຽງ, ຄື້ນ ແລະ ອື່ນໆ.
  6. ການບຸກລຸກ ແລະ ການທຳລາຍເຂດອານຸລັກສັດປ່າ, ຖິ່ນທີ່ຢູ່ອາໄສຂອງສັດປ່າ ແລະ ແຫຼ່ງອາຫານສັດປ່າທາງຕົງ ຫຼື ທາງອອ້ມ.
  7. ການປ່ອຍສັດປ່າຕ່າງຖິ່ນທີ່ມີຄວາມສ່ຽງທີ່ຈະກໍໃຫ້ເກີດອັນຕະລາຍຕໍ່ສັດປ່າພື້ນເມືອງ ແລະ ລະບົບນິເວດ.
  8. ການເຄື່ອນຫຍາຍ, ຫານປ່ຽນແປງ ຫຼື ການທຳລາຍເຄື່ອງໝາຍເຂດແດນຂອງຂອບເຂດອານຸລັກສັດປ່າ.
  9. ພຶດຕິກຳອື່ນໆທີ່ຝ່າຝືນກົດໝາຍ.

ແຫຼ່ງຂໍ້ມູນ: [9]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ລິ້ງອື່ນໆ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,