- ອານາຈັກ
- Animalia
- ເຫຼົາ
- Chordata
- ຊັ້ນ
- Mammalia
- ອັນດັບ
- Carnivora
- ຊື່ສະກຸນ
- Felidae
- ສະກຸນ
- Pardofelis
- ຊະນິດ
- Pardofelis marmorata (Martin, 1837)
Pardofelis marmorata marmorata
ລັກສະນະທົ່ວໄປ: ເປັນແມວປ່າຂະໜາດນ້ອຍທີ່ມີໃບໜ້າກວ້າງ ແລະ ໃຫຍ່ຜິດປົກກະຕິ.
ຫົວ: ກວ້າງ ແລະ ແປດ້ານເທິງ, ຫູຢູ່ຕ່ຳແນບຂ້າງຫົວ, ດັງ (ແຜ່ນຮອງດັງ) ມີສີນ້ຳຕານເຂັ້ມ, ແກ້ມມີແຖບສີສົ້ມແດງ (ສີນ້ຳຕານປົນສີເຫຼືອງ).
ຕາ: ມີແກ້ວມ່ານຕາສີຂຽວປົນສີເຫຼືອງ ຄືກັນແມວຂະໜາດນ້ອຍສ່ວນໃຫຍ່, ແກ້ວມ່ານຕາຈະແຄບລົງເປັນເສັ້ນຊື່ຕັ້ງເມື່ອຢູ່ໃນພື້ນທີ່ແສງແຈ້ງ (ແທນທີ່ຈະຍັງເປັນຮູບກົມຄືກັບແມວໃຫຍ່ ເຊັ່ນ ສິງໂຕ).
ຫູ: ມີຂະໜາດໃຫຍ່ປະມານ 68-74 ມມ. ແລະ ກວ້າງ, ປາຍແຫຼມ ມີຈຸດສີດຳຊັດເຈນ, ດ້ານຫຼັງຂອງຫູມີສີນ້ຳຕານແດງ (ສີນ້ຳຕານປົນສີແດງ).
ຂາ ແລະ ຕີນ: ຂາຂ້ອນຂ້າງສັ້ນ. ສ່ວນເທິງຂອງຕີນມີສີຈາງຫຼາຍເກືອບຂາວ, ຝາຕີນມີຂົນໜາຍາວ (20 ມມ. ຂື້ນໄປ), ສີເຫຼືອງອົມຂຽວໝາກກອກຄຸມຢູ່ ແລະ ມີແຜ່ນຮອງອຸ້ງຕີນເຊື່ອງໄວ້ ເຊິ່ງອາດຈະເປັນການປັບໃຫ້ເຂົ້າກັບການຢາງຕາມຊາຍ ຫຼື ຫິມະ, ມີແຖບສີເຂັ້ມສອງແຖບພາດຜ່ານບໍລິເວນ ‘’ຂໍ້ສອກ’’ ຂອງບໍລິເວນດ້ານໜ້າ ເຊິ່ງເຮັດໃຫ້ເດັ່ນຊັດຈາກຂົນສີອອ່ນກ່ວາ.
ຫາງ: ຍາວປະມານເຄິ່ງໜຶ່ງຂອງລຳຕົວ, ປາຍຫາງຮຽວເລັກນ້ອຍ, ມີລາຍວົງແຫວນໃກ້ບໍລິເວນປາຍ ແລະ ມີປາຍຫາງສີດຳ.
ຂົນ: ອອ່ນນຸ້ມ ແລະ ໜາ, ມີຂົນຊັ້ນໃນໜາແໜ່ນຄ້າຍຂົນແກະ ເພື່ອຊ່ວຍເກັບຄວາມອົບອຸ່ນ, ສີໂດຍລວມເປັນສີຊາຍອອ່ນ, ສີຄີມ ຫຼື ສີເຟືອງອົມສີເທົາ, ມີແຖບສີເຂັ້ມຈາງໆ ພາດລົງຕາມກະດຸກສັນຫຼັງ, ມີລາຍ ແລະ ຈຸດຈາງໆ ກະຈາຍຢູ່ທົ່ວລຳຕົວ (ບໍ່ຊັດເຈນເທົ່າກັບແມວລາວຈຸດສ່ວນໃຫຍ່), ທ້ອງ ແລະ ບໍລິເວນໃນຂອງຂາມີສີຂາວ.
ຂະໜາດ: ລຳຕົວ ແລະ ຫົວລວມກັນຍາວ 35-55 ຊມ. ຫາງຍາວ 23-34 ຊມ. ຂາຫຼັງຍາວ 10-13 ຊມ.
ນ້ຳໜັກ: ລະຫວ່າງ 1,4-3,5 ກກ. ໂດຍປະມານເທົ່າກັບແມວບ້ານໂຕໃຫຍ່.
ຄວາມແຕກຕ່າງລະຫວ່າງເພດຜູ້ ແລະ ເພດແມ່: ບໍ່ມີເພດຜູ້ ແລະ ເພດແມ່ທີ່ມີລັກສະນະຄ້າຍກັນ ໂດຍພື້ນຖານ.
ລູກແມວ: ມີຈຸດ ແລະ ລາຍທີ່ຊັດເຈນກ່ວາໂຕເຕັມໄວ ແລະ ຈະຈາງລົງເລັກນ້ອຍເມື່ອໂຕເຕັມໄວ.
ແຫຼ່ງທີ່ມາ: [1], [2]
ພຶດຕິກຳ: ແມວລາຍຫີນອອ່ນເປັນສັດທີ່ບໍ່ຄ່ອຍເປັນທີ່ຮູ້ຈັກ, ອາໃສຢູ່ໃນປ່າ ແລະ ມີນິໄສສັນໂດດ, ເຄີຍຄິດວ່າອອກຫາກິນໃນເວລາຕອນຄ່ຳ ແລະ ກາງຄືນ, ແຕ່ຫຼັກຖານບົ່ງຊີ້ວ່າ ມັນອອກຫາກິນໃນເວລາກາງເວັນເປັນຫຼັກ, ມັກອາໃສຢູ່ເທິງຕົ້ນໄມ້ເປັນສ່ວນໃຫຍ່, ສາມາດລົງຈາກຕົ້ນໄມ້ໂດຍເອົາຫົວລົງກ່ອນໄດ້ ແລະ ໄດ້ຮັບສາຍາວ່າ “Old-World margay” ເນື່ອງຈາກຄວາມສາມາດໃນການປີນໄຕ່. ເຖິ່ງວ່າພວກມັນຈະມັກອາໃສຢູ່ເທິງຕົ້ນໄມ້ ເຊິ່ງເຮັດໃຫ້ສາມາດພົບເຫັນພວກມັນໄດ້ຍາກ ແຕ່ພວກມັນກໍໃຊ້ເວລາອາໃສ່ຢູ່ພື້ນດິນຄືກັນ. [3]
ອາຫານ: ແມວລາຍຫີນອອ່ນເປັນນັກລ່າທີ່ມັກສວຍໂອກາດ ໂດຍຈັບເຫຍື່ອເປັນສ່ວນໃຫຍ່ຈາກປາຍຍອດຕົ້ນໄມ້ໃນປ່າ. ອາຫານຂອງພວກມັນໄດ້ແກ່ ນົກ, ກະຮອກ, ໜູ, ສັດເລືອຄານ ແລະ ອາດລວມເຖິ່ງລິງຂະໜາດນ້ອຍ. ທັກສະການປີນໄຕ່ທີ່ດີຍ້ຽມ ເຮັດໃຫ້ພວກມັນສາມາດສຸ້ມໂຈມຕີເຫຍື່ອຈາກດ້ານເທິງ, ເຊິ່ງເຮັດໃຫ້ພວກມັນໄດ້ປຽບເໜືອນັກລ່າຊະນິດອື່ນໃນປ່າ. [4], [5]
ການສືບພັນ: ເຊື່ອກັນວ່າແມວລາຍຫີນອອ່ນສືບພັນໃນປ່າໜາທຶບ, ລ້ຽງລູກອອ່ນໃນໂພງຕົ້ນໄມ້ ຫຼື ຮູໃຕ້ດິນ. ຄອກໜຶ່ງມີລູກຕັ້ງແຕ່ 1-4 ໂຕ ເຊິ່ງແມ່ຈະເປັນຜູ້ເບິ່ງແຍງທັງໝົດ [5]. ມີໄລຍະເວລາການຖືພາ 66-82 ວັນ, ໂດຍທົ່ວໄປແລ້ວລູກຄອກໜຶ່ງຈະມີລູກຕັ້ງແຕ່ 2 ຕົວ ຈະມີນ້ຳໜັກ 61-85 ກຼາມ, ລູກແມວຈະມືນຕາໃນເມື່ອອາຍຸປະມານ 12 ວັນ, ເລີ່ມກິນອາຫານແຂງໄດ້ເມື່ອອາຍຸ 21-22 ເດືອນ. ອາຍຸໄຂໃນປ່າຍັງບໍ່ເປັນທີ່ຮູ້ຊັດເຈນ ແຕ່ໃນພື້ນທີ່ລ້ຽງເສືອລາຍຫີນອອ່ນຈະມີອາຍຸໄດ້ຮອດ 12 ປີ. [4]
Global distribution of Pardofelis marmorata between 1845 t0 2026. Source: [7]
ຂໍ້ມູນທີ່ບັນທຶກຈາກ GBIF ລະບຸວ່າທີ່ຢູ່ຂອງສາຍພັນນີ້ຢູ່ໃນເຂດອຸທິຍານແຫ່ງຊາດນ້ຳກະດິງ, ເມືອງ ປາກກະດິງ, ແຂວງບໍລິຄຳໄຊ; ເຂດອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ ເຊິ່ງກວມເອົາພື້ນທີ່ເມືອງນາການ, ຍົມມະລາດ ແລະ ບົວລະພາ, ແຂວງຄຳມ່ວນ; ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ເຊິ່ງກວມເອົາພື້ນທີ່ເມືອງ ຊຳເໜືອ, ຫົວເມືອງ, ວຽງໄຊ, ເມືອງຫ້ຽມ ແລະ ເມືອງແອດ, ແຂວງຫົວພັນ; ວຽງຄຳ, ຫຼວງພະບາງ ແລະ ເມືອງຄຳ, ແຂວງ ຊຽງຂວາງ. [7]
ເຖິ່ງວ່າເສືອລາຍຫີນອອ່ນຈະກ່ຽວຂ້ອງກັບປ່າເຂດຮ້ອນຊຸ່ມເປັນຫຼັກ ແຕ່ຄວາມຕ້ອງການແຫຼ່ງທີ່ຢູ່ອາໃສຂອງພວກມັນຍັງຄົງບໍ່ເປັນທີ່ຊັດເຈນ ແລະ ສ່ວນໃຫຍ່ເປັນພຽງເລື່ອງເລົ່າ. ມີການບັນທຶກທີ່ສະແດງໃຫ້ເຫັນວ່າມັນອາໃສຢູ່ໃນສະພາບແວດລ້ອມທີ່ຫຼາກຫຼາຍ ຕັ້ງແຕ່ລະດັລນ້ຳທະເລຈົນຮອດ 3,000 ແມັດ, ລວມທັງປ່າປ່ຽນໃບປະສົມປ່າດົງດິບຊຸ່ມ, ປ່າເຫຼົ່າໃນພື້ນທີ່ໂລ່ງ, ປ່າທີ່ຖືກຕັດໄມ້ອາຍຸ 6 ປີ, ປາປະສົ ແລະ ຜາຫີນແຄມແມ່ນ້ຳ ທີ່ປົກຄຸມໄປດ້ວຍໄມ້ຟຸ່ມ ແລະ ຕົ້ນໄມ້ຕ່ຳ [2]. ຂໍ້ມູນປັດຈຸບັນບົງຊີ້ວ່າສາຍພັນນີ້ຂື້ນຢູ່ກັບປ່າ ໂດຍສ່ວນໃຫຍ່ກ່ຽວຂ້ອງກັບປ່າດົງດິບຊຸ່ມ, ປ່າປ່ຽນໃບເຂດຮ້ອນຊຸ່ມ ແລະ ອາດມີຄວາມມັກປ່າຕາມເນີນພູເປັນພິເສດ. [6]
ບັນຊີ IUCN: ເສືອລາຍຫີນອອ່ນຖືກຈັດຢູ່ໃນລາຍຊື່ສັດໃກ້ສູນພັນ ເຖິ່ງວ່າຈະໃກ້ຄຽງສະຖານະສ່ຽງຕໍ່ການສູນພັນ ພາຍໃຕ້ເກນ A ແລະ C. ການປ່ຽນແປງສະຖານະຈາກ ສ່ຽງຕໍ່ການສູນພັນ (ປີ 2008) ບໍ່ໄດ້ສະທ້ອນເຖິ່ງການຟື້ນຕົວຂອງປະຊາກອນ ຫຼື ໄພຂົ່ມຂູ່ທີ່ຫຼຸດລົງ ແຕ່ການສຳຫຼວດໂດຍໃຊ້ກ້ອງດັກຈັບ ທີ່ເພີ່ຂື້ນທົ່ວອາຊີ ໄດ້ຢືນຍັນປະຊາກອນທີ່ສົງໃສໄວ້ກ່ອນໜ້ານີ້ ແລະ ພົບເຫັນຫຼາຍຂື້ນ. [6]
ບັນຊີ CITES: ເສືອລາຍຫີນອອ່ນ (Pardofelis marmorata) ຖືກຈັດຢູ່ໃນບັນຊີທີ່ I ຂອງ CITES ໃນວັນທີ່ 1 ກໍລະກົດ 1975 , ເຊິ່ງໝາຍຄວາມວ່າການຄ້າລະຫວ່າງປະເທດຂອງສາຍພັນນີ້ ແລະ ສິ້ນສ່ວນຂອງພວກມັນ ເປັນສິ່ງຕ້ອງຫ້າມຢ່າງເດັດຂາດ, ຍົກເວັ້ນໃນກໍລະນີພິເສດ ເຊັ່ນ ການສຶກສາທາງວິທະຍາສາດ. [1]
ບັນຊີສັດປ່າຂອງລາວ, 2024: ໃນປະເທດລາວເສືອລາຍຫີນອອ່ນຖືກຈັດຢູ່ໃນບັນຊີທີ່ I ເຊິ່ງເປັນສັດຕ້ອງຫ້າມ ຕາມກົດໝາຍວ່າດ້ວຍສັດປ່າ ແລະ ສັດນ້ຳຂອງລາວ, ເຊິ່ງໝາຍຄວາມວ່າໄດ້ຮັບການຄຸ້ມຄອງຢ່າງເຂັ້ມງວດຈາກການລ່າ, ການຄ້າ ຫຼື ການຄອບຄອງ. ນອກຈາກນີ້ຍັງຢູ່ໃນລາຍຊື່ປະເພດຄຸ້ມຄອງທີ່ 7 ສຳຫຼັບສັດທີ່ຫາຍາກ ແລະ ໃກ້ສູນພັນ, ແຕ່ການສຶກສາລ່າສຸດສະແດງໃຫ້ເຫັນວ່າປະຊາກອນຂອງມັນກຳລັງຫຼຸດລົງ ໂດຍການສຳຫຼວດດ້ວຍກ້ອງດັກຈັບໃນ ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ, ລະບຸວ່າມີຄວາມໜ້າຈະເປັນຄວາມໜາແໜ້ນຈະຫຼຸດລົງ 83% ລະຫວ່າງປີ 2013-2017. [8]
ຂໍ້ຫ້າມໃນການນຳໃຊ້:
ບັນຊີ CITES: ການໃຊ້ປະໂຫຍດເພື່ອການລິໂພກທຸກຮູບແບບ (ໜັງ, ກະດູກ, ການລ່າ) ຖືກຄວບຄຸມຢ່າງເຂັ້ມງວດ ຫຼື ຂໍຫ້າມພາຍໃຕ້ບັນຊີທີ່ I ຂອງ CITES ການໃຊ້ປະໂຫຍດທີ່ບໍ່ແມ່ນບໍລິໂພກ (ການທ່ອງທ່ຽວທາງນິເວດ, ສັນຍາລັກທາງວັດທະນະທຳ, ບົດບາດທາງນິເວດວິທະຍາ) ໄດ້ຮັບການສົ່ງເສີມໃຫ້ເປັນທາງເລືອກທີ່ຢືນຍົງ. [1]
ກົດໝາຍລາວ: ພາຍໃຕ້ກົດໝາຍວ່າດ້ວຍສັດປ່າ ແລະ ສັດນ້ຳຂອງລາວ ເສືອລາຍຫີນອອ່ນ (Pardofelis marmorata) ຖືກຈັດຢູ່ໃນບັນຊີທີ່ I (ປະເພດທີ່ I ເປັນສັດຫວງຫ້າມ) ເຊິ່ງເປັນລະດັບການຄຸ້ມຄອງສູງສຸດໃນລາວ ທຽບເທົ່າກັບການຫ້າມທີ່ເຂັ້ມງວດທີ່ສຸດ. [9]
- ຫ້າມລ່າ ຫຼື ຈັບ: ບຸກຄົນທົ່ວໄປຫ້າມຂ້າ, ດັກຈັບ ຫຼື ລ່າເສືອລາຍຫີນອອ່ນ ເດັດຂາດ.
- ຫ້າມຄ້າຂາຍ ຫຼື ຂົນສົ່ງ: ການຂາຍ, ການຊື້, ການຂົນສົ່ງ ຫຼື ການແລກປ່ຽນເສືອລາຍຫີນອອ່ນ ຫຼື ສິ້ນສ່ວນຂອງເສືອລາຍຫີນອອ່ນເປັນສິ່ງຜິດກົດໝາຍ.
- ຫ້າມຄອບຄອງ: ການລ້ຽງເສືອລາຍຫີນອອ່ນ ບໍ່ວ່າຈະຍັງມີຊີວິດຢູ່ ຫຼື ຕາຍແລ້ວ ຫຼື ສິ້ນສ່ວນໃດໆ ຂອງຮ່າງກາຍຂອງມັນ ຖືເປັນສິ່ງຕ້ອງຫ້າມ.
- ຫ້າມນຳໃຊ້ໃນຜະລິດຕະພັນ: ໜັງ, ກະດູກ ຫຼື ອານຸພັນອື່ນໆ, ຫ້າມນຳໄປໃຊ້ເພື່ອການຄ້າ ຫຼື ສ່ວນບຸກຄົນ.
- ບົດລົງໂທດທີ່ເຂັ້ມງວດ: ການຝ່າຝືນອາດສົ່ງຜົນໃຫ້ຖືກປັບເປັນຈຳນວນຫຼາຍ ແລະ ຕິດຄຸກຕາມກົດໝາຍລາວ.
ທີມງານຂອງພາເຂົ້າລາວຂໍປະຕິເສດຢ່າງເດັດຂາດຕໍ່ການລ່າ ຫຼື ການໃຊ້ສັດປ່າ ຫຼື ສັດສາຍພັນທີ່ໃກ້ສູນພັນ ເຊິ່ງຖືກລະບຸວ່າເປັນສັດຕ້ອງຫ້າມໃນລາຍຊື່ລະຫວ່າງປະເທດ ຫຼື ໃນກົດໝາຍຂອງ ສປປ ລາວ.
ຊະນິດພັນໃນປ່າ:
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການສູນເສຍ ແລະ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໃສໃນປ່າຢ່າງຕໍ່ເນື່ອງຈາກການຕັດໄມ້, ການຂະຫຍາຍພື້ນທີ່ກະສິກຳ ແລະ ການຕັ້ງຖິ່ນຖານ ລວມທັງສວນປາມນ້ຳມັນ ເປັນໄພຂົ່ມຂູ່ທີ່ສຳຄັນ ຕໍ່ເສືອລາຍຫີນອອ່ນ. ສັດຊະນິດນີ້ມີມູນຄ່າສູງ ເນື່ອງຈາກໜັງ, ຊີ້ນ ແລະ ກະດູກ ເຖິ່ງວ່າຈະພົບເຫັນໄດ້ໜ້ອຍໃນການຄ້າສັດປ່າ ເຊິ່ງອາດເປັນເພາະການລາຍງານການຂ້າ ແລະ ການຄ້າຜິດກົດໝາຍມີໜ້ອຍ. ການຫາແບບເຈາະຈົງ ແລະ ບໍ່ເຈາະຈົງຈະແພ່ຫຼາຍໄປທົ່ວບໍລິເວນ ເຊິ່ງຖືເປັນໄພຂົ່ມຂູ່ທີ່ສຳຄັນ, ນອກຈາກນີ້ ລາຍງານກ່ຽວກັບການລ່າສັດມັກນຳໄປສູ່ການຂ້າເພື່ອແກ້ແຄ້ນ. [6], [2]
ການຕິດຕາມປະຊາກອນ: ບໍ່ມີການປະມານຄວາມນາແໜ້ນຂອງປະຊາກອນເສືອລາຍຫີນອອ່ນ, ອັດຕາການຄົ້ນພົບຕ່ຳ ແລະ ຄວາມໜາແໜ່ນໜ້າຈະແຕກຕ່າງກັນຫຼາຍ ໃນແຕ່ລະພື້ນທີ່, ໃນການສຳຫຼວດຄວາມຫຼາກຫຼາຍຄັ້ງມີການບັນທຶກປະຊາກອນໄດ້ພຽງບໍ່ກີ່ຕົວ ຍົກເວັ້ນຄວາມໜາແໜ່ນຈະຕ່ຳຫຼາຍ ຫຼື ການກະຈາຍຕົວທີ່ກະຈັດກະຈາຍຫຼາຍ, ຄາດວ່າປະຊາກອນທົ່ວໂລກຈະມີຈຳນວນຫຼາຍ 10,000 ຕົວເຕັມໄວ ເຖິ່ງຈະມີການຄາດການວ່າກຳລັງຫຼຸດລົງກໍ່ຕາມ. [6]
ການເກັບກູ້ແບບຍືນຍົງ: ເສືອລາຍຫີນອອ່ນຈັດຢູ່ໃນບັນຊີທີ່ I ຂອງ CITES ແລະ ໄດ້ຮັບການຄຸ້ມຄອງໂດຍກົດໝາຍລະດັບຊາດໃນພື້ນທີ່ສ່ວນໃຫຍ່. ການລ່າສັດເປັນສິງຕ້ອງຫ້າມໃນບັງຄາລາເດຼດ, ກຳປູເຈຍ, ຈີນ (ຍູນນານ), ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ເນປານ ແລະ ໄທ, ນອກຈາກນີ້ຍັງມີກົດລະບຽບບັງຄັບຈາກປະເທດລາວ ແລະ ສິງກະໂປ. ພົບໄດ້ໃນພື້ນທີ່ຄຸ້ມຄອງຫຼາຍແຫ່ງ ເຖິ່ງວ່າລະດັບການບັງຄັບໃຊ້ຈະແຕກຕ່າງກັນໄປ ແລະ ຍັງພົບໄດ້ນອກເຂດຄຸ້ມຄອງອີກດ້ວຍ. ຈຳເປັນຕ້ອງມີການສຶກສາເພີ່ມເຕີມກ່ຽວກັບນິເວດວິທະຍາ, ການກະຈາຍພັນ ແລະ ສະຖານະ ໂດຍສະເພາະຄວາມໜາແໜ້ນຂອງປະຊາກອນ, ຜົນກະທົບຈາກການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໃສ, ຂອບເຂດການລ່າສັດ ແລະ ຄວາມຖີ່ໃນການຄ້າທີ່ຜິດກົດໝາຍ. [6], [3]
ກົດໝາຍ ແລະ ນະໂຍບາຍ:
1. ຂໍບັງຄັບພາຍໃຕ້ກົດໝາຍໃນບັນຊີທີ່ I ຂອງ CITES:
- ຂໍ້ຫ້າມໃນການຄ້າຂາຍເຂົາແຮດທົ່ວໂລກ: ບໍ່ມີຕະຫຼາດລະຫວ່າງປະເທດທີ່ຖືກົດໝາຍສຳຫຼັບເຂົາແຮດນໍດຽວ ຫຼື ອານຸພາກຕ່າງໆຂອງແຮນໍດຽວ.
- ຂໍ້ຈຳກັດໃນການເພາະລ້ຽງໃນກົງ: ການເຄື່ອນຫຍ້າຍສັດແຕ່ລະຕົວເພື່ອວັດຖຸປະສົງໃນການອານຸລັກ ຈະຕ້ອງໄດ້ຮັບການຄວບຄຸມ ແລະ ອານຸຍາດຢ່າງເຂັ້ມງວດພາຍໃຕ້ CITES.
- ລຳດບຄວາມສຳຄັນໃນການບັງຄັບໃຊ້ກົດໝາຍ: ປະເທດຕ່າງໆ (ເຊັ່ນ: ອິນໂດເນເຊຍ) ຈຳເປັນຕ້ອງຖືວ່າການລ່າສັດ ແລະ ການຄ້າສັດປ່າຜິດກົດໝາຍເປັນອາດສະຍາກຳທີ່ຮ້າຍແຮງກ່ຽວກັບສັດປ່າ.
ແຫຼ່ງຂໍ້ມູນ: [1]
2. ກົດໝາຍລາວ:
ບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ຖືກຫ້າມບໍ່ໃຫ້ມີການກະທຳໃດໆຕໍ່ໄປນີ້:
- ການສະເໜີສິນບົນ ຫຼື ເປັນຕົວກາງໃນການສະເໜີ ຫຼື ຮັບສິນບົນ.
- ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ
- ການຄອບຄອງ, ຊື້-ຂາຍ, ລ່າ, ນຳເຂົ້າ-ສົ່ງອອກ ຫຼື ການເຄື່ອນຫຍ້າຍສັດປ່າຢ່າງຜິດກົດໝາຍ ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ.
- ການທາລຸນນະກຳສັດທຸກຮູບແບບ
- ການມີສ່ວນຮ່ວມໃນການຜະລິດ ນຳເຂົ້າ, ຈຳນ່າຍ ແລະ ໃຊ້ອາວຸດລ່າສັດ ຫຼື ເຄື່ອງມືທີ່ມີລັກສະນະທຳລາຍລ້າງ ເຊັ່ນ ອຸປະກອນລະເບີດ, ສານເຄມີ, ສານພິດ, ໄຟຟ້າ, ແສງ, ສຽງ, ຄື້ນ ແລະ ອື່ນໆ.
- ການບຸກລຸກ ແລະ ການທຳລາຍເຂດອານຸລັກສັດປ່າ, ຖິ່ນທີ່ຢູ່ອາໄສຂອງສັດປ່າ ແລະ ແຫຼ່ງອາຫານສັດປ່າທາງຕົງ ຫຼື ທາງອອ້ມ.
- ການປ່ອຍສັດປ່າຕ່າງຖິ່ນທີ່ມີຄວາມສ່ຽງທີ່ຈະກໍໃຫ້ເກີດອັນຕະລາຍຕໍ່ສັດປ່າພື້ນເມືອງ ແລະ ລະບົບນິເວດ.
- ການເຄື່ອນຫຍາຍ, ຫານປ່ຽນແປງ ຫຼື ການທຳລາຍເຄື່ອງໝາຍເຂດແດນຂອງຂອບເຂດອານຸລັກສັດປ່າ.
- ພຶດຕິກຳອື່ນໆທີ່ຝ່າຝືນກົດໝາຍ.
ແຫຼ່ງຂໍ້ມູນ: [9]
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
[2] iNaturalist [Online]. Uploaded in September 2025 by Sajid Al Rafi. Available: https://www.inaturalist.org/observations/311876756. [Accessed 18 August 2026].
[3] iNaturalist [Online]. Uploaded in June 2025 by Rob Jansen. Available: https://www.inaturalist.org/observations/293172520. [Accessed 18 August 2026].
[2] Wild Cats of the World, “Marbled cat (Pardofelis marmorata) factsheet,” Wild Cat Family. [Online]. Available: https://www.wildcatfamily.com/wp-content/uploads/2020/04/Marbled-cat-factsheet-on-Arkive-Pardofelis-marmorata.pdf. [Accessed: Aug. 18, 2026].
[3] IUCN SSC Cat Specialist Group, “Marbled cat (Pardofelis marmorata),” IUCN SSC Cat Specialist Group. [Online]. Available: https://www.catsg.org/living-species-marbledcat. [Accessed: Aug. 18, 2026].
[4] Thai National Parks, “Marbled Cat (Pardofelis marmorata),” Thai National Parks. [Online]. Available: https://www.thainationalparks.com/species/marbled-cat. [Accessed: Aug. 18, 2026].
[5] Palm Oil Detectives, “Marbled Cat (Pardofelis marmorata),” Palm Oil Detectives, Jul. 24, 2021. [Online]. Available: https://palmoildetectives.com/2021/07/24/marbled-cat-pardofelis-marmorata/. [Accessed: Aug. 18, 2026].
[6] IUCN, “Pardofelis marmorata (Marbled Cat),” The IUCN Red List of Threatened Species. [Online]. Available: https://www.iucnredlist.org/species/16218/97164299. [Accessed: Aug. 18, 2026].
[7] GBIF Secretariat, “Pardofelis marmorata (Marbled Cat),” GBIF Backbone Taxonomy. [Online]. Available: https://www.gbif.org/taxon/4DJJ2. [Accessed: Aug. 18, 2026].
[8] Lao People's Democratic Republic, “Legal document on wildlife and aquatic species,” [Online]. Available: https://phakhaolao.la/wp-content/uploads/2025/02/legal_lo_la_20240507095315-1.pdf. [Accessed: Aug. 19, 2026].
[9] Pha Khao Lao, “lao224786.pdf,” Pha Khao Lao Knowledge Platform. [Online]. Available: https://phakhaolao.la/wp-content/uploads/2026/07/lao224786.pdf. [Accessed: Aug. 19, 2026].
https://www.iucnredlist.org/species/16218/97164299#habitat-ecology.
https://www.gbif.org/taxon/4DJJ2.
https://journals.plos.org/plosone/article/file?id=10.1371/journal.pone.0151046&type=printable.
https://www.catsg.org/living-species-marbledcat.
https://www.thainationalparks.com/species/marbled-cat.
https://wildcatsmagazine.nl/wild-cats/marbled-cat-pardofelis-marmorata/.
https://palmoildetectives.com/2021/07/24/marbled-cat-pardofelis-marmorata/.
https://www.ecologyasia.com/verts/mammals/marbled-cat.htm.