- ອານາຈັກ
- Animalia
- ເຫຼົາ
- Chordata
- ຊັ້ນ
- Mammalia
- ອັນດັບ
- Carnivora
- ຊື່ສະກຸນ
- Felidae
- ສະກຸນ
- Neofelis
- ຊະນິດ
- Neofelis nebulosa (Griffith, 1821)
Felis melli Matschie, 1922
Leopardus brachyurus Swinhoe, 1862
Neofelis nebulosa brachyura (Swinhoe, 1862)
Neofelis nebulosa macrosceloides (Hodgson, 1853)
Neofelis nebulosa nebulosa (Griffith, 1821)
ເປັນແມວປ່າຂະໜາດໃຫຍ່ ມີລາຍຈຸດ ລຳຕົວຍາວ, ຂາສັ້ນ ແລະ ຫາງຍາວຜິດປົກກະຕິ.
ຫົວ: ຍາວ ແລະ ແຄບ, ມີປາກກວ້າງ ແລະ ແຂ້ວເທິງຍາວຫຼາຍ (ຍາວທີ່ສຸດເມື່ອທຽບກັບຂະໜາດຕົວຂອງເສືອລາຍເມກເມື່ອຍັງມີຊີວິດ). ດັງສີບົວຊົມພູ, ບາງຄັ້ງມີປະກາຍສີດຳ, ດວງຕາມີມ່ານຕາສີນ້ຳຕານເຫຼືອງ ຫຼື ສີຂຽວອົມເທົາ, ຮູມ່ານຕາແຄບລົງເປັນຮູບເພັດແນວຕັ້ງ ແທນທີ່ຈະເປັນຮອຍແຍກຕາມປົກກະຕິ. ຫູສັ້ນ ແລະ ກົມ, ດ້ານຫຼັງສີດຳ ມີຈຸດສີຂາວອົມສີເທົາບໍລິເວນກາງ ເຊິ່ງເຊຶ່ອກັນວ່າລວດລາຍນີ້ ຊ່ວຍໃຫ້ລູກແມວຍາງຕາມແມ່ໄດ້ ແລະ ອາດໃຊ້ສົ່ງສັນຍານໄປຍັງເສືອຕົວອື່ນໄດ້.
ຂາ ແລະ ຕີນ: ຂາໜ້າສັ້ນກ່ວາຂາຫຼັງ ແລະ ອຸ້ງຕີນກວ້າງ ມີແຜນຮອງຂະໜາດໃຫຍ່ ເພື່ອເປັນການປັບຕົວເພື່ອປີນໄຕ່ ແລະ ຍຶດເກາະກິ່ງໄມ້.
ຫາງ: ຍາວຫຼາຍ, ມີຂົນໜາ ແລະ ມີລາຍເປັນວົງແຫວນສີເຂັ້ມ ເຊິ່ງມັກຈະຂາດຕອນ ຫຼື ບໍ່ສະໝໍ່າສະເໝີຕາມດ້ານຂ້າງ, ປາຍຫາງສີດຳ ຫຼື ສີເທົາ, ຫາງຊ່ວຍໃນການຊົງຕົວ ໃນຂະນະທີ່ເຄື່ອນທີ່ໄປຕາມຕົ້ນໄມ້.
ຂົນ: ຂົນສັ້ນ, ສີນ້ຳຕານອົມສີເທົາ ຫາສີນ້ຳຕານປົນສີເຫຼືອງ, ມີລາຍເສັ້ນສີດຳພາດຕາມແກ້ມ ແລະ ຄໍ, ມີຈຸດດ່າງລາຍເມກຂະໜາດໃຫຍ່ (ເປັນທີ່ມາຂອງຊື່ສັດ) ປົກຄຸມທັງຕົວ ໂດຍແຕ່ລະຈຸດມີຂອບສີເຂັ້ມກວ່າ ຂະນະທີ່ຈຸດທຶບຂະໜາດນ້ອຍປະກົດເທິງຫົວ ແລະ ຂາ. ທ້ອງ ແລະ ຂາດ້ານໃນມີສີຂາວ ຫຼື ສີນ້ຳຕານອອ່ນ.
ຂະໜາດ: ຄວາມຍາວລຳຕົວ (ຈາກຫົວຫາໂຄນຫາງ) 75-105 ຊມ. ຄວາມສູງຮອດບ່າໄຫຼປະມານ 50-60 ຊມ. ນ້ຳໜັກຕົວປະມານ 18-22 ກກ.
ຄວາມແຕກຕ່າງເພດຜູ້ ແລະ ເພດແມ່: ບໍ່ມີຄວາມແຕກຕ່າງທີ່ຊັດເຈນໃນຮູບລັກສະນທາງເພດ ແຕ່ໂດຍທົ່ວໄປເພດແມ່ຈະມີນ້ຳໜັກນ້ອຍກ່ວາເພດຜູ້ເລັກນ້ອຍ.
ລູກເສືອດາວລາຍເມກ: ເສືອດາວລາຍເມກເມື່ອຍັງນ້ອຍ ຈະມີຈຸໜາແຕ່ລະຈຸດ ແທນທີ່ຈະເປັນລາຍຈຸດຮູບເມກ ຄ້າຍໂຕເຕັມໄວ, ລວດລາຍຈະກາຍເປັນ “ລາຍເມກ” ກໍ່ຕໍ່ເມື່ອພວກມັນໂຕເຕັມໄວແລ້ວ.
ແຫຼ່ງທີ່ມາ: [1].
ພຶດຕິກຳ: ເສືອດາວລາຍເມກ ເປັນແມວປ່າຫາຍາກທີ່ອາໃສ່ຢູ່ໂດດດ່ຽວໃນປ່າຕຶບ, ມີຊື່ສຽງໃນດ້ານການເກັບຕົວ, ອອກຫາກິນໃນເວລາກາງຄືນ ແລະ ມັກອາໃສຢູ່ເທິງຕົ້ນໄມ້. ພວກມັນເປັໜຶ່ງໃນສັດທີ່ປີນໄຕ່ເກັ່ງີ່ສຸດ ສາມາດລົງຈາກຕົ້ນໄມ້ໂດຍເອົາຫົວລົງກ່ອນ, ສາມາດຫ້ວຍຕົວຈາກກິ່ງໄມ້ ໂດຍໃຊ້ຂາຫຼັງ ແລະ ຫາງ. ກະໂດດໄດ້ສູງຮອດ 1,2 ມ. ໃນເວລາກາງເວັນມັກຈະພັກຜ່ອນເທິງຕົ້ນໄມ້ ແຕ່ຈະອອກລ່າຕາພື້ນດິນໃນເວລາກາງຄື. ສຳຫຼັບຕົວທີ່ຖືກນຳມາລ້ຽງຈະເຮັດເຄື່ອງໝາຍດ້ວຍກິ່ນໂດຍການຢ່ຽວ ແລະ ຖູຫົວ. ສຽງຮ້ອງຈະມີສຽງ ແມວແຫຼມສູງ ແລະ ສິ່ງຮ້ອງດັງເພື່ອສື່ສານ, ສຽງຮ້ອງທີ່ເປັນມິດພ້ອມກັບຍົກດັງຂື້ນ ແລະ ສຽງຮ້ອງດັງ ແລະ ຂູ່ຢ່າງດຸຮ້າຍພ້ອມກັບຍິງແຂ້ວ. [2], [3]
ອາຫານ: ເສືອດາວລາຍເມກລ່າເຫຍື່ອໂດຍການສະກົດຮອຍ ຫຼື ສຸ້ມໂຈມຕີ ຈາກນັ້ນກໍ່ກັບຂື້ນໄປເທິງຕົ້ນໄມ້ເພື່ອກິນ ແລະ ພັກຜ່ອນ. ໂຄງສ້າງຮ່າງກາຍທີ່ແຂງແຮງ ແລະ ແຂ້ວທີ່ຍາວ ເຮັດໃຫ້ພວກມັນຈັດການກັບສັດກິນພືດຂະໜາດໃຫຍ່ ລວມທັງສັດຂະໜາດນ້ອຍທີ່ອາໃສ່ຢູ່ເທິງຕົ້ນໄມ້ ແລະ ເທິງພື້ນດິນໄດ້, ເຫຍື່ອທີ່ບັນທຶກໄວ້ ໄດ້ແກ່ ລິງເສນ, ກວາງໝູ, ລິງລົມ, ເໝັ້ນ, ຕົວນິ່ມ, ກະຮອກ, ກວາງ, ນົກກະທາ ແລະ ແມ່ນແຕ່ໝີຂໍ. [2], [4]
ການສືບພັນ: ເສືດາວລາຍເມກເລີ່ມສືບພັນຄັ້ງທຳອິດເມື່ອອາຍຸ 26 ເດືອນ. ການປະສົມພັນຂ້ອນຂ້າງດຸຮ້າຍ ໂດຍຕົວຜູ້ຈະກັດຄໍຕົວແມ່, ຄວາມເຂົ້າກັນໄດ້ຈຶ່ງມີຄວາມສຳຄັນຢ່າງຍິ່ງໃນພື້ນທີ່ຈຳກັດ. ຄູ່ຮັກຈະປະສົມພັນກັນຊ້ຳໆ ເປັນເວລາຫຼາຍວັນ, ຫຼັງຈາກນັ້ນຕົວຜູ້ຈະຈາກໄປ ແລະ ບໍ່ມີບົດບາດໃນການເບິ່ງແຍງລູກ. ມີໄລຍະເວລາເປັນສັດ (ໄລຍະພ້ອມປະສົມພັນ) ປະມານ 6 ວັນ, ຮອບວຽນການເປັນສັດໂດຍສະເລ່ຍ 30 ວັນ ແລະ ໄລ່ຍະເວລາຖືພາ 93 ± 6 ( ± 6 ອາດຈະຄາດເຄືອນບໍ່ຕໍ່າ ແລະ ບໍ່ເກີນ 6 ມື້). ຕົວແມ່ອອກລູກປີລະຄັ້ງ ໂດຍປົກກະຕິຈະມີລູກ 3 ຕົວ (1-3 ຕົວ), ລູກເກີດໃຫມ່ຍັງບໍ່ທັນມືນຕາ. ນ້ຳໜັກ 140-280 ກຼາມ, ມີຈຸດໜາ ແລະ ສາມາດມືນຕາໄດ້ເມື່ອອາຍຸ 10 ວັນ, ເລີ່ມຍາງໄດ້ເມື່ອອາຍຸ 5 ອາທິດ, ຍ່ານົມເມື່ອອາຍຸ 3 ເດືອນ, ຂົນຈະຂື້ນເຕັມໂຕເມື່ອອາຍຸ 6 ເດືອນ ແລະ ເພີງພາຕົວເອງໄດ້ເມື່ອອາຍຸ 10 ເດືອນ. [2]
Global distribution of Neofelis nebulosa between 1900 to 2026. Source: [6]
ຂໍ້ມູຈາກການບັນທຶກລະບຸວ່າພົບແຫຼ່ງທີ່ຢູ່ອາໃສຂອງສາຍພັນນີ້ໃນແຂວງຜົງສາລີ ແລະ ເຂດປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ເຊິ່ງກວມເອົາພື້ນທີ່ ເມືອງວຽງຄຳ, ແຂວງຫຼວງພະບາງ, ເມືອງຮ້ຽມ, ວຽງໄຊ, ຫົວເມືອງ ແລະ ເມືອງແອດ ແຂວງຫົວພັນ ລວມທັງເມືອງຄຳ ແຂວງຊຽງຂວາງ, ນອກຈາກນນີ້ ຍັງພົບໃນປ່າສະຫງວນແຫ່ງຊາດນາກາຍ-ນ້ຳເທີນ ໃນເມືອງນາການ, ແຂວງຄຳມ່ວນ [6]. ເສືອດາວລາຍເມກຍັງຄົງອາໃສຢູ່ໃນພື້ນທີ່ປາສະຫງວນພູຫີນປູນຫຼາຍແຫ່ງ ໂດຍສະເພາະຢ່າງຍິ່ງ ພື້ນທີ່ອານຸລັກຄວາມຫຼາກຫຼາຍທາງຊີວະນາໆພັນແຫ່ງຊາດພູຫີນປູນ, ແຂວງຄຳມ່ວນ ເຊິ່ງກວມເອົາພື້ນທີ່ເມືອງຫີນບູນ, ທ່າແຂກ, ມະຫາໄຊ, ຍົມມະລາດ ແລະ ນາກາຍ. ທາງຕາເວັນຕົກຂອງແມ່ນ້ຳຂອງ ມີການບັນທຶກຈາກກ້ອງດັກຈັບສັດເມື່ອໄວໆນີ້ ຍືນຍັນການມີຢູ່ຂອງພວກມັນຢູ່ໃນພື້ນທີ່ປ່າສະຫງວນແຫ່ງຊາດນ້ຳປຸ໋ຍ (ເຂດອານຸລັກຄວາມຫຼາຍຫຼາຍທາງຊີວະນາໆພັນ) ໃນແຂວງໄຊຍະບູລີ ເຊິ່ງກວມເອົາພື້ນທີ່ເມືອງພຽງ, ທົ່ງມີໄຊ ແລະ ປາກລາຍ. [5]
ເສືອດາວລາຍເມກແຜ່ນດິນໃຫຍ່ເປັນສັດທີ່ອາໃສຢູ່ເທິງຕົ້ນໄມ້ເປັນຫຼັກ ແລະ ມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບແຫຼ່ງທີ່ຢູ່ອາໃສ່ທີ່ເປັນປ່າ ໂດຍສະເພາະປ່າຝົນເຂດຮ້ອນຊຸ່ມທີ່ເກົ່າແກ່, ນອກຈາກນີ້ຍັງມີການບັນທຶກການພົບເຫັນໃນປ່າແຫ້ງ ແລະ ປ່າປ່ຽນໃບ ລວມທັງປ່າເກີດໃໝ່ ແລະ ປ່າທີ່ຖືກຕັດໄມ້. ມີການບັນທຶກການພົບເຫັນໃນພູຫິມະໄລທີ່ລະດັບຄວາມສູງຫຼາຍກ່ວາ 3,500 ມ ແລະ ພົບໄດ້ໜ້ອຍໃນທົ່ງຫຍ້າ, ປ່າຟຸ່ມ, ປ່າເຂດຮ້ອນແຫ້ງແລ້ງ ແລະ ປ່າຊາຍເລນ (ພື້ນທີ່ຊຸ່ມນ້ຳ) [5]. ໃນລາວເສືອດາວລາວເມກພົບໄດ້ໃນປ່າດົງດິບແຫ້ງ ແລະ ປ່າເຄິ່ງດົງດິບຮ້ອນຊຸ່ມ. [2]
ບັນຊີ IUCN: ໂດຍລວມແລ້ວສາຍພັນນີ້ຖືກຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງຕໍ່ການສູນພັນ ພາຍໃຕ້ເກນ A2cd, ຂອງ IUCN ເຊິ່ງສະທ້ອນເຖິ່ງການຫຼຸດລົງຂອງປະຊາກອນໃນອາດີດ ອັນເນື່ອງມາຈາກການສູນເສຍຖິ່ນທີ່ຢູ່ ແລະ ການຖືກຂົ່ມຂູ່, ເນື່ອງຈາກໄພຂົ່ມຂູ່ເຫຼົ່ານີ້ບໍ່ໜ້າຈະຍຸດຕິລົງ ແລະ ໃນບາງກໍລະນີອາດແກ້ໄຂບໍ່ໄດ້, ຈຶ່ງຄາດວ່າຈະມີການຫຼຸດລົງຕໍ່ໄປອີກ. ສະຖານະການນີ້ອາດຈະເພີ່ມຂື້ນ ຫາກການຄ້າຂາຍສັດປ່າຜິດກົດໝາຍຂະຫຍາຍຕົວໄປຍັງປະເທດທີ່ຍັງບໍ່ໄດ້ຮັບຜົນກະທົບຫຼາຍ. ເສືອດາວລາຍເມກຍັງຈັດຢູ່ໃນກຸ່ມສ່ຽງຕໍ່ການສູນພັນພາຍໃຕ້ເກນ A4cd, ເມື່ອພິຈາລະນາຂອບເວລາ 21 ປີ ເຊິ່ງລວມທັງແນວໂນ້ມໃນອາດີດ ແລະ ອານາຄົດ (ເຊັ່ນປີ 2010-2031). [5]
ບັນຊີ CITES: ເສືອດາວລາຍເມກ ເປັນສັດໃນບັນຊີທີ່ I ຂອງ CITES, ມາຍຄວາມວ່າການຄ້າລະຫວ່າງປະເທດໃນສາຍພັນນີ້ (ຫຼືສ່ວນຕ່າງໆຂອງມັນ) ເປັນສິ່ງຕ້ອງຫ້າມຢ່າງເດັດຂາດ ຍົກເວັ້ນໃນກໍລະນີພິເສດ ເຊັ່ນ ການສຶກສາທາງວິທະຍາສາດ. ເຊິ່ງເປັນລະດັບການຄຸ້ມຄອງສູງສຸດພາຍໃຕ້ CITES. [1]
ບັນຊີລາຍຊື່ສັດປ່າຂອງລາວ, ປີ 2024: ໃນປະເທດລາວ ເສືອດາວລາຍເມກຈັດເປັນສັດປ່າຄຸ້ມຄອງປະເພດທີ່ I ພາຍໃຕ້ກົດໝາຍສັດປ່າ ແລະ ສັດນໍ້າ ເຊິ່ງໝາຍຄວາມວ່າໄດ້ຮັບການຄຸ້ມຄອງຢ່າງເຂັ້ມງວດຈາກການລ່າ, ການຄ້າ ຫຼື ການຄອບຄອງ, ນອກຈາກນີ້ຍັງຈັດຢູ່ໃນປະເພດຄຸ້ມຄອງທີ່ 7 ເຊິ່ງສະຫງວນໄວ້ສຳຫຼັບສັດຫາຍາກຫຼາຍ, ໃກ້ສູນພັນ ແລະ ມີມູນຄ່າສູງ [7]. ສາຍພັນນີ້ຫາຍາກຫຼາຍ ແລະ ອາດສູນພັນໄປແລ້ວຈາກປ່າສະຫງວນຫຼາຍແຫ່ງ [3]. ຈາກການສຳຫຼວດຈາກກ້ອງດັກຈັບສັດ ໃນອຸທິຍານແຫ່ງນາກາຍນ້ຳເທີນຕັ້ງແຕ່ປີ 2018 ບໍ່ພົບສັດຊະນິດນີ້ ແລະ ບໍ່ມີການບັນທຶກລ່າສຸດຈາກທາງຕອນໃຕ້ຂອງລາວ (ເຊັ່ນ ອຸທິຍານແຫ່ງຊາດເຊຊັບ ແລະ ເຊປຽນ). [5]
ຫ້າມນຳໃຊ້:
ບັນຊີຂອງ CITES: ການໃຊ້ປະໂຫຍດເພື່ອການບໍລິໂພກທັງໝົດ (ໜັງ, ກະດູກ, ການລ່າສັດ) ຖືກຄວບຄຸມຢ່າງເຂັ້ມງວດ ຫຼື ຖືກຫ້າມໄວ້ພາຍໃຕ້ບັນຊີທີ່ I ຂອງ CITES. ການໃຊ້ປະໂຫຍດທີ່ບໍ່ແມ່ນການບໍລິໂພກ (ການທ່ອງທ່ຽວທາງນິເວດ, ລັກສະນະທາງວັດທະນະທຳ, ບົດບາດທາງນິເວດວິທະຍາ) ໄດ້ຮັບການສົ່ງເສີມໃຫ້ເປັນທາງເລືອກທີ່ຍັ້ງຍືນ. [1]
ກົດໝາຍລາວ: ໃນກົດໝາຍລາວເສືອລາຍເມກ ຖືກຈັດຢູ່ໃນລາວຊື່ສັດປ່າຄຸ້ມຄອງ ບັນຊີທີ່ I ເຊິ່ງເປັນລດັບການຄຸ້ມຄອງສູງສຸດ. ການລ່າ, ການຈັບ, ການຄອບຄອງ ແລະ ການຄ້າຂາຍເປັນສິ່ງຕ້ອງຫ້າມຢ່າງເດັດຂາດ. ບັນຊີປະເພດນີ້ໃຊ້ກັບສາຍພັນທີ່ຖືວ່າຫາຍາກ ໃກ້ສູນພັນ ຫຼື ມີຄວາມສຳຄັນຕໍ່ການອານຸລັກສູງ. ໂດຍການລະເມີດຈະມີໂທດ ແລະ ຈຳຄຸກ. [8]
ທີມງານພາເຂົ້າລາວບໍ່ສະໜັບສະໜູນການລ່າ ຫຼື ການໃຊ້ສັດປ່າ ຫຼື ສັດສາຍພັນທີ່ໃກ້ສູນພັນຢ່າງເດັດຂາດ ເຊິ່ງຖືກລະບຸວ່າ ເປັນສັດຕ້ອງຫ້າມໃນລາຍຊື່ລະຫວ່າງປະເທດ ຫຼື ໃນກົດໝາຍຂອ
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ເສືອດາວລາຍເມກຕ້ອງອາໃສປ່າໜາ ແຕ່ຖິ່ນທີ່ຢູ່ຂອງພວກມັນກຳລັງປະເຊີນກັບການຕັດໄມ້ ທຳລາຍປ່າທີ່ໄວທີ່ສຸດແຫ່ງໜຶ່ງຂອງໂລກ, ເພີ່ມເຕີມຄື ການລ່າສັດຜິດກົດໝາຍ ທັງທີ່ມຸ້ງເນັ້ນໄປທີ່ ການຄ້າ ແລະ ການດັກຈັບ ຖດຍບັງເອີນ, ແຮງກົດດັນເພີ່ມເຕີມ ອາດລວມເຖິ່ງການຫຼຸດລົງຂອງເຫຍື່ອໃນອິນດູຈີນ ແລະ ຈີນ ແລະ ຜົນກະທົບຈາກການປ່ຽນແປງສະພາບພູມີອາກາດຕໍ່ປະຊາກອນ ທີ່ອາໃສຢູ່ໃນພື້ນທີ່ສູງ ເຊັ່ນ ໃນເນປານຕອນກາງ. [5], [9]
ການຕິດຕາມປະຊາກອນ: ການຄາດການຈາກແຫຼ່ງທີ່ຢູ່ອາໃສທີ່ເໝາະສົມປະມານ 558,000 ຕາລາງກິໂລແມັດ ຊີ້ໃຫ້ເຫັນວ່າປະຊາກອນທົ່ວໂລກມີຈຳນວນລະຫວ່າງ 1,600 ຫາ 29,000 ຕົວເຕັມໄວ ເຖິ່ງວ່າຕົວເລັກທີ່ແທ້ຈິງນ່າຈະຕ່ຳກ່ວາຫຼາຍ. ຄວາມໜາແໜ້ນສະເລ່ຍປະມານ 1 ຕົວຕໍ່ 100 ຕາລາງກິໂລແມັດ, ໝາຍຄວາມວ່າມີຈຳນວນປະຊາກອນທີ່ໂຕເຕັມໄວ 3,700-5,580 ຕົວ. [5]
ກົດໝາຍ ແລະ ນະໂຍບາຍ:
1. ຂໍບັງຄັບພາຍໃຕ້ກົດໝາຍໃນບັນຊີທີ່ I ຂອງ CITES:
- ຂໍ້ຫ້າມໃນການຄ້າຂາຍເຂົາແຮດທົ່ວໂລກ: ບໍ່ມີຕະຫຼາດລະຫວ່າງປະເທດທີ່ຖືກົດໝາຍສຳຫຼັບເຂົາແຮດນໍດຽວ ຫຼື ອານຸພາກຕ່າງໆຂອງແຮນໍດຽວ.
- ຂໍ້ຈຳກັດໃນການເພາະລ້ຽງໃນກົງ: ການເຄື່ອນຫຍ້າຍສັດແຕ່ລະຕົວເພື່ອວັດຖຸປະສົງໃນການອານຸລັກ ຈະຕ້ອງໄດ້ຮັບການຄວບຄຸມ ແລະ ອານຸຍາດຢ່າງເຂັ້ມງວດພາຍໃຕ້ CITES.
- ລຳດບຄວາມສຳຄັນໃນການບັງຄັບໃຊ້ກົດໝາຍ: ປະເທດຕ່າງໆ (ເຊັ່ນ: ອິນໂດເນເຊຍ) ຈຳເປັນຕ້ອງຖືວ່າການລ່າສັດ ແລະ ການຄ້າສັດປ່າຜິດກົດໝາຍເປັນອາດສະຍາກຳທີ່ຮ້າຍແຮງກ່ຽວກັບສັດປ່າ.
ແຫຼ່ງຂໍ້ມູນ: [1]
2. ກົດໝາຍລາວ:
ບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ຖືກຫ້າມບໍ່ໃຫ້ມີການກະທຳໃດໆຕໍ່ໄປນີ້:
- ການສະເໜີສິນບົນ ຫຼື ເປັນຕົວກາງໃນການສະເໜີ ຫຼື ຮັບສິນບົນ.
- ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ
- ການຄອບຄອງ, ຊື້-ຂາຍ, ລ່າ, ນຳເຂົ້າ-ສົ່ງອອກ ຫຼື ການເຄື່ອນຫຍ້າຍສັດປ່າຢ່າງຜິດກົດໝາຍ ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ.
- ການທາລຸນນະກຳສັດທຸກຮູບແບບ
- ການມີສ່ວນຮ່ວມໃນການຜະລິດ ນຳເຂົ້າ, ຈຳນ່າຍ ແລະ ໃຊ້ອາວຸດລ່າສັດ ຫຼື ເຄື່ອງມືທີ່ມີລັກສະນະທຳລາຍລ້າງ ເຊັ່ນ ອຸປະກອນລະເບີດ, ສານເຄມີ, ສານພິດ, ໄຟຟ້າ, ແສງ, ສຽງ, ຄື້ນ ແລະ ອື່ນໆ.
- ການບຸກລຸກ ແລະ ການທຳລາຍເຂດອານຸລັກສັດປ່າ, ຖິ່ນທີ່ຢູ່ອາໄສຂອງສັດປ່າ ແລະ ແຫຼ່ງອາຫານສັດປ່າທາງຕົງ ຫຼື ທາງອອ້ມ.
- ການປ່ອຍສັດປ່າຕ່າງຖິ່ນທີ່ມີຄວາມສ່ຽງທີ່ຈະກໍໃຫ້ເກີດອັນຕະລາຍຕໍ່ສັດປ່າພື້ນເມືອງ ແລະ ລະບົບນິເວດ.
- ການເຄື່ອນຫຍາຍ, ຫານປ່ຽນແປງ ຫຼື ການທຳລາຍເຄື່ອງໝາຍເຂດແດນຂອງຂອບເຂດອານຸລັກສັດປ່າ.
- ພຶດຕິກຳອື່ນໆທີ່ຝ່າຝືນກົດໝາຍ.
ແຫຼ່ງຂໍ້ມູນ: [8]
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
[2] iNaturalist [Online]. Uploaded in December 2023 by Ethan Gilham. Available: https://www.inaturalist.org/observations/193990479. [Accessed 12 August 2026].
[2] Thai National Parks, “Clouded Leopard (Neofelis nebulosa),” Thai National Parks. [Online]. Available: https://www.thainationalparks.com/species/clouded-leopard. [Accessed: Aug. 12, 2026].
[3] Cat Specialist Group, “Clouded Leopard (Neofelis nebulosa),” IUCN SSC Cat Specialist Group. [Online]. Available: https://www.catsg.org/living-species-cloudedleopard. [Accessed: Aug. 12, 2026].
[4] ESABII, “Neofelis nebulosa (Clouded Leopard),” East and Southeast Asia Biodiversity Information Initiative. [Online]. Available: https://www.esabii.biodic.go.jp/database/mammal/carnivora/neofelis_nebulosa.html. [Accessed: Aug. 12, 2026].
[5] IUCN, “Neofelis nebulosa (Clouded Leopard),” The IUCN Red List of Threatened Species. [Online]. Available: https://www.iucnredlist.org/species/14519/198843258. [Accessed: Aug. 12, 2026].
[6] GBIF Secretariat, “Neofelis nebulosa (Griffith, 1821),” GBIF Backbone Taxonomy. [Online]. Available: https://www.gbif.org/taxon/46H7Z. [Accessed: Aug. 12, 2026].
[7] Pha Khao Lao, “Legal document,” [PDF]. [Online]. Available: https://phakhaolao.la/wp-content/uploads/2025/02/legal_lo_la_20240507095315-1.pdf. [Accessed: Aug. 12, 2026].
[8] Pha Khao Lao, “Lao224786,” [PDF]. [Online]. Available: https://phakhaolao.la/wp-content/uploads/2026/07/lao224786.pdf. [Accessed: Aug. 12, 2026].
[9] Y. Ghimirey and R. Acharya, “The vulnerable clouded leopard Neofelis nebulosa in Nepal: An update,” Oryx, vol. 52, no. 1, pp. 166–170, 2018, doi: 10.1017/S0030605316000582. [Online]. Available: Cambridge Core. (cambridge.org)
https://www.thainationalparks.com/species/clouded-leopard.
https://www.catsg.org/living-species-cloudedleopard.
https://www.esabii.biodic.go.jp/database/mammal/carnivora/neofelis_nebulosa.html.
https://www.cambridge.org/core/journals/oryx/article/vulnerable-clouded-leopard-neofelis-nebulosa-in-nepal-an-update/70E01733719F4CF3B63BBE5C359D73BA.
https://www.iucnredlist.org/species/14519/198843258#habitat-ecology.
https://www.gbif.org/taxon/46H7Z.